ສຶກສາ ແລະ ກິລາ

ແຂວງວຽງຈັນ ກໍານົດເອົາຕົ້ນໄມ້ແຕ້ ເປັນສະຖານທີ່ຈາລຶກຄວາມແຄ້ນ ຂອງນັກປະຕິວັດ….

ແຂວງວຽງຈັນ ພວມກະກຽມ ຈັດໂຮມຊຸມນຸມສະເຫຼີມສະຫຼອງ ຜົນສໍາເລັດຂອງກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI ຕິດພັນກັບມູນເຊື້ອວັນຊາດທີ 2 ທັນວາ , ວັນເກີດຂອງປະທານໄກສອນ ພົມວິຫານ ເພື່ອເຜີຍແຜ່ ໃຫ້ການນໍາຫຼັກແຫຼ່ງ, ຕະຫຼອດຮອດ ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງຮັບຮູ້ ,ເຂົ້າໃຈ ໂດຍຈະນໍາເອົາເນື້ອໃນຂອງກອງປະຊຸມ ແລະ ປະຫວັດສາດຂອງຊາດ ສ້າງເປັນຄໍາຖາມ, ຄໍາຕອບ ລົງສູ່ແຕ່ລະເມືອງ, ກຸ່ມບ້ານ, ບ້ານຈຸດສຸມ ພາຍໃນແຂວງ ໃຫ້ເປັນຂະບວນກວ້າງຂວາງ. ທ່ານຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໃຫ້ສໍາພາດວ່າ: ໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 45ປີ ແລະວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແຂວງວຽງຈັນ ຈະຈັດຫຼາຍກິດຈະກໍາ ເປັນຕົ້ນ: ປະຖາກະຖາ ເລົ່າຄືນມູນເຊື້ອຊີວິດການເຄື່ອນໄຫວປະຕິວັດປະທານ ໄກສອນ ພົມວິຫານ ແລະ ຈັດພິທີຮັບສະມາຊິກອານຸຊົນ, ເຍົາວະຊົນ ຢູ່ຕໍ່ໜ້າອານຸສອນສະຖານ ໄກສອນ ພົມວິຫານ ຢູ່ແຂວງ ແລະ ...

Read More »

ລາວ- UNICEF ສືບຕໍ່ຮ່ວມມື ຫຼາຍວຽກງານທີ່ສຳຄັນ…..

ໃນຕອນເຊົ້າວັນທີ 18 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານນາງ ເພຍ ບຣິດໂຕ (Pia Britto) ຜູ້ຕາງໜ້າຂອງອົງການ ອຸຍນີເຊບ (UNICEF) ຄົນໃໝ່ ປະຈຳ ສປປ ລາວ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງທ່ານນາງ ເພຍ ບຣິດໂຕ ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫລືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆ ພາຍໃຕ້ແຜນງານຂອງອົງການ UNICEF ທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເປັນຕົ້ນ ບັນດາໜ້າວຽກບູລິມະສິດຕິດພັນກັບການສົ່ງເສີມ ແລະ ປົກປ້ອງເດັກນ້ອຍ ກໍຄືການຮັບປະກັນໃຫ້ເດັກນ້ອຍລາວທຸກຄົນ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ດີ. ...

Read More »

ສະຖາບັນ​ຂົງຈື​ ຈັດງານຕະຫຼາດນັດແຮງງານ ສ້າງໂອກາດໃຫ້….

ໃນວັນທີ 13 ພະຈິກ 2020 ນີ້, ຢູ່ສະຖາບັນ​ຂົງຈື​ ມະຫາວິທະຍາໄລແຫ່ງຊາດ​ ໄດ້ຈັດງານຕະຫຼາດ ນັດແຮງງານ​ ເພື່ອເປັນການເປີດໂອກາດໃຫ້ແກ່ນັກສຶກສາທີ່ຮຽນຈົບໃໝ່ ຫຼື ຜູ້ທີ່ກໍາລັງຕ້ອງການຊອກວຽກເຮັດງານທຳ​, ເປັນກຽດເຂົ້າຮ່ວມໂດຍ ທ່ານ​​ ສຈ.ປອ. ສົມສີ ຍໍພັນໄຊ ອະທິການບໍດີ​ ມະຫາວິທະຍາໄລແຫ່ງຊາດ, ທ່ານ​ ເສິນຊິນຫຼູ ປະທານສະພາການຄ້າກວາງຊີ ສປ​ ຈີນ​ ປະຈໍາ ລາວ,​ ທ່ານ​ ຄໍາຮຸ່ງ ຈັນທະ​ວົງ​ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ ແລະ​ທ່ານ​ ໂຫລໝິງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍ​ຈີນ,​ ມີບັນດາບໍລິສັດ ຫ້າງຮ້ານຕ່າງໆ ພ້ອມດ້ວຍພະນັກງານ,​ ຄູອາຈານ​ ແລະ​ນັກສຶກສາເຂົ້າຮ່ວມ.​ ໃນໂອກາດດັ່ງກ່າວ,​ ທ່ານ​​ ອະທິການບໍດີ ມຊ ​ ໄດ້ກ່າວວ່າ: ການຈັດງານຕະຫລາດນັດແຮງງານ ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ແລະເພື່ອເປັນການເປີດໂອກາດໃຫ້ແກ່ນັກສຶກສາທີ່ຮຽນຈົບມາຈາກພາຍໃນ ແລະ​ຕ່າງປະເທດ ຫຼື ຜູ້ທີ່ຕ້ອງການຊອກວຽກເຮັດງານທຳ ໃຫ້ໄດ້ມີໂອກາດມາສະໝັກຊອກວຽກຕາມທີ່ຕົນເອງຕ້ອງການໄດ້, ພ້ອມນັ້ນ ຍັງສາມາດຕອບສະໜອງໄດ້ຕາມສາຍຮຽນທີ່ຕົນເອງຮຽນຈົບມາ​ ແລະ​ໄດ້ນຳໃຊ້ຄວາມຮູ້ຄວາມສາມາດທີ່ຕົນເອງມີ ມານຳໃຊ້ໃຫ້ເກີດຜົນປະໂຫຍດຢ່າງສູງສຸດ.​ ທ່ານກ່າວຕື່ມວ່າ: ສໍາລັບງານໃນຄັ້ງນີ້ ...

Read More »

ສສຊ ຮັບຮອງການປັບປຸງ ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ 3 ມາດຕາ…..

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າວັນທີ 13 ພະຈິກ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ ຫລັກ 6 ນະຄອນ ຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ, ຮອງປະທານສະພາແຫ່ງຊາດ. ໂອກາດນີ້ ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນຮັບຟັງ ແລະ ຄົ້ນຄວ້າປະ ກອບຄຳເຫັນເພື່ອຮັບຮອງເອົົາຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ປະທານອົງການກວດສອບແຫ່ງລັດ. ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ປະກອບມີ 10 ພາກ, 7 ໝວດ, 75 ມາດຕາ, ສ່ວນການປັບປຸງໃໝ່ຄັ້ງນີ້ ມີພຽງ 3 ມາດຕາ ຄື: ມາດຕາ 34 ກ່ຽວກັບປະ ທານອົງການກວດສອບແຫ່ງລັດ, ມາດຕາ 35 ກ່ຽວກັບສິດ ແລະ ໜ້າທີ່ຂອງປະທານອົງການກວດສອບແຫ່ງລັດ ແລະ ມາດຕາ 44 ກ່ຽວກັບມາດຕະຖານສະເພາະຂອງປະ ທານອົງການກວດສອບປະຈໍາພາກ. ປະທານອົງການກວດສອບແຫ່ງລັດ ຍົກໃຫ້ເຫັນວ່າ: ...

Read More »

ລາວ-ອິນເດຍ ຫາລືຄວາມເປັນໄປໄດ້ສົ່ງຊ່ຽວຊານສິດສອນດ້ານສິລະປະພື້ນເມືອງ……

ທ່ານ ກິ​ແກ້ວ ໄຂ​ຄຳ​ພິທູນ ລັດຖະມົນຕີ ກະຊວງຖະແຫຼງ​ຂ່າວ,ວັດທະນະທຳ ແລະ ທ່ອງ​ທ່ຽວ (ຖວທ) ໄດ້​ຕ້ອນຮັບ ທ່ານ ດິນ​ກ່າ ອາ​ສ​ທາ​ນ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະຈຳ​ລາວ ເຂົ້າ​ຢ້ຽມ​ຂໍ່ານັບ ເມື່ອ​ວັນ​ທີ 11 ພະຈິກ ທີ່​ກະຊວງ​ດັ່ງກ່າວ​ເພື່ອ​ປຶກສາ​ຫາລື​ວຽກ​ງານ​ຮ່ວມ​ມື​ດ້ານ​ສິລະ​ປະ. ໃນ​ໂອກາດ​ດັ່ງກ່າວ ທ່ານລັດຖະມົນຕີ ກໍໄດ້​ກ່າວ​ສະແດງ​ຄວາມ​ຊົມເຊີຍ ແລະ ຍິນດີ​ຕ້ອນຮັບທ່ານທູດ ໃນ​ການ​ມາ​ປະຕິບັດ​ໜ້າ​ທີ່ການ​ທູດ​ປະຈຳ​ລາວ ຊຶ່ງ​ຕະຫຼອດ​ປະຕິບັດ​ໜ້າທີ່ທ່ານ​ໄດ້​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ສາຍ​ພົວພັນການ​ຮ່ວມ​ມື ແລະ ຊ່ວຍເຫຼືອຊຶ່ງ​ກັນ ແລະ ກັນ ລະຫວ່າງ ລາວ​-​ອິນ​ເດຍ ເວົ້າ​ລວມ​ ເວົ້າ​ສະເພາະ​ກໍ​ຄື​ໃນ​ຂົງເຂດວັດທະນະທຳ​ສອງປະເທດທີ່​ມີ​ມາ​ແລ້ວ​ນັ້ນ​ໃຫ້​ນັບ​ມື້​ເພີ່ມ​ພູນ​ຄູນ​ສ້າງ​ຍິ່ງໆ​ຂຶ້ນ. ໃນ​ນັ້ນ ທ່ານລັດຖະມົນຕີ ແລະ ທ່ານທູດ ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ນຳ​ສົ່ງ​ຊ່ຽວຊານ​ດ້ານ​ການ​ເຕັ້ນ​ລຳ​ພື້ນເມືອງ​ແບບ​ອິນ​ເດຍ​ ເພື່ອ​ມາ​ສິດສອນ​ນັກຮຽນ​ຢູ່​ໂຮງຮຽນ​ສິລະ​ປະ​ແຫ່ງ​ຊາດ​ລາວ ໂດຍ​ພາຍ​ໃຕ້​ທຶນ​ຂອງ​ສະພາ​ເພື່ອ​ຄວາມ​ສຳພັນ​ດ້ານ​ວັດທະນະທຳ​ອິນ​ເດຍ. ທ່ານທູດ ກໍໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່ ທ່ານລັດຖະມົນຕີ ທີ່​ໄດ້​ໃຫ້ການ​ຮ້ອນ​ຮັບ​ຢ່າງ​ອົບ​ອຸ່ນ ແລະ ຈະ​ສືບຕໍ່​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ທີ່​ດີ ລະຫວ່າງ ອິນ​ເດ​ຍ-​ລາວ, ລາວ​-​ອິນ​ເດ​ຍ ​ໃຫ້​ແຕກ​ດອກ​ອອກ​ຜົນ​ຢ່າງ​ແທ້​ຈິງ. ແຫຼ່ງຂໍ້ມູນ: ປະຊາຊົນ

Read More »

ນາຍົກ ຈະເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ສ ເກົາຫຼີ ແລະ ຍີ່ປຸ່ນ ….

ວັນ​ທີ 13 ພະຈິກ 2020 ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນໍ້າ​ຂອງ​-ສ ເກົາຫຼີ ຄັ້ງ​ທີ 2 ແລະ ກອງ​ປະຊຸມ​ສຸດ​ຍອດ ແມ່​ນໍ້າ​ຂອງ​-​ຍີ່ປຸ່ນ ຄັ້ງ​ທີ 12 (​ກອງ​ປະຊຸມ​ທາງໄກ). ກອງ​ປະຊຸມ​ດັ່ງກ່າວ​ຈະ​ໄດ້​ທົບ​ທວນຄືນ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ໃນ​ໄລຍະ 1 ປີ ຜ່ານ​ມາ ແລະ ວາງ​ທິດ​ທາງ​ແຜນການ​ຮ່ວມ​ມື​ໃນຕໍ່ໜ້າ ໂດຍ​ສຸມ​ໃສ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​-​ສັງຄົມ ຈາກ​ຜົນ​ກະທົບ​ຂອງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ໃນ​ນີ້ ກອງ​ປະຊຸມ​ສຸດ​ຍອດ​ແມ່​ນໍ້າ​ຂອງ​-ສ ເກົາຫຼີ ຄັ້ງ​ທີ 2 ຈະ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຍົກ​ລະດັບ​ການ​ຮ່ວມ​ມື​ຂຶ້ນ​ສູ່​ຄູ່​ຮ່ວມ​ມື​ຍຸດທະສາດ​ເພື່ອ​ປະຊາຊົນ, ຄວາມ​ຈະເລີນ​ຮຸ່ງເຮືອງ ແລະ ສັນຕິ​ພາບ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຈະ​ຮັບຮອງ​ເອົາ​ຖະແຫຼງການ​ຮ່ວມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນໍ້າ​ຂອງ​-ສ ເກົາຫຼີ ຄັ້ງ​ທີ 2. ຂອບ​ການ​ຮ່ວມ​ມື​ແມ່​ນໍ້າ​ຂອງ​-ສ ເກົາຫຼີ ໄດ້​ຖືກ​ສ້າງຕັ້ງ​ຂຶ້ນ​ໃນ​ປີ 2011 ໂດຍ​ປະກອບ​ມີ 6 ປະເທດ​ສະມາຊິກ ຄື: ສປປ ລາວ, ກໍາ​ປູ​ເຈຍ, ມຽນ​ມາ, ໄທ, ຫວຽດນາມ ແລະ ສ ເກົາຫຼີ ...

Read More »

ສສຊ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ….

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານສົມພັນ ແພງຄໍາມີ, ຮອງປະທານສະພາແຫ່ງຊາດ. ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງໄດ້ຮັບຟັງ ແລະ ຄົ້ນຄວ້າປະກອບຄຳເຫັນເພື່ອຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ເຊີ່ງເປັນຮ່າງກົດໝາຍສ້າງຂຶ້ນໃໝ່, ປະກອບມີ 14ພາກ, 19 ໝວດ, 103 ມາດຕາສະເໜີໂດຍ ທ່ານ ນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ. ທ່ານ ທ່ານ ນາງແສງເດືອນ ຫລ້າຈັນທະບູນ ຍົກໃຫ້ເຫັນວ່າ: ການສຶກສາຊັ້ນສູງຢູ່ປະເທດເຮົາ ໄດ້ມີການເຕີບໃຫ່ຍຂະຫຍາຍຕົວຢ່າງໄວວາ ບັນດາດໍາລັດ ແລະຂໍ້ຕົກລົງໄຍະຜ່ານມາ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃນການຄຸ້ມຄອງການຈັດຕັ້ງ ແລະການເຄື່ອນໄຫວຂອງວຽກງານການສຶກສາຊັ້ນສູງ. ຮອດປີ 2015 ຈຶ່ງໄດ້ມີດໍາລັດວ່າດ້ວຍການສຶກສາຊັ້ນສູງໂດຍມີເນື້ອໃນທັງໝົດ 13 ໝວດ, ແລະ 57ມາດຕາ ເຊິ່ງເປັນນິຕິກໍາທີ່ມີລັກສະນະຄົບຊຸດ ສະບັບທໍາອິດ ໃນການຄຸ້ມຄອງວຽກງານການສຶກສາຊັ້ນສູງ, ທີ່ເປັນບ່ອນອີງ ແລະມີຄວາມເປັນເອກະພາບກັນໃນລະດັບສູງ ໃນການ ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ. ທ່ານນາງແສງເດືອນ ຫລ້າຈັນທະບູນ ຍັງໄດ້ໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນຂອງການສ້າງກົດໝາຍສະບັບນີ້ວ່າ: ເພື່ອແກ້ໄຂບັນຫາ ...

Read More »

ຄູຝຶກ-ນັກກິລາ ຣັກບີ້ ຮຽນຮູ້ດ້ານການພັດທະນາທັກສະ ແລະ ສ້າງຂີດຄວາມສາມາດ….

ວັນທີ 7 ພະຈິກ 2020, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNF PA) ແລະ ສະຫະພັນກິລາຣັກບີ້ລາວ (LRF) ໄດ້ຮ່ວມກັນຈັດກິດຈະກໍາ ໃຫ້ແກ່ນັກກິລາ ແລະ ຄູຝຶກຣັກບີ້ໄວໜຸ່ມ ຈາກນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ຢູ່ທີ່ສະໜາມກິລາເຈົ້າອານຸວົງ, ນະຄອນຫລວງວຽງຈັນ ທີ່ເປັນສ່ວນໜຶ່ງຂອງຄຳຂວັນ “ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ, ອະນາຄົດຂອງຂ້ອຍ” ເພື່ອໃຫ້ເຂົາເຈົ້າໄດ້ມີສ່ວນຮ່ວມໃນການແລກປ່ຽນຄວາມຮູ້, ກິດຈະກໍາແບບມີສ່ວນຮ່ວມອື່ນໆ ແລະ ໄດ້ຮຽນຮູ້ກ່ຽວກັບສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ ລວມເຖິງສິດທິຕ່າງໆ, ການຟື້ນຟູຈາກ ໂຄວິດ-19, ທັກສະຊີວິດ ແລະ ການປົກປັກຮັກສາສິ່ງແວດລ້ອມ ໃນລະຫວ່າງການຫລິ້ນກິລາຣັກບີ້. ທ່ານ ວິຣະຍຸດ ລັດທິກຸນ ປະທານສະຫະພັນກິລາຣັກບີ້ລາວ ໄດ້ກ່າວວ່າ: ກິລາ ແລະ ທັກສະຊີວິດ ແມ່ນການປະສົມປະສານກັນທີ່ມີປະສິດທິພາບ ໃນການສົ່ງເສີມພຶດຕິກຳທີ່ດີ ໃນໝູ່ໄວໜຸ່ມຍິງ ແລະ ຊາຍ. ພ້ອມກັນນີ້, ກິລາຍັງມີບົດບາດສໍາຄັນ ໃນການພັດທະນາທັກສະຄວາມເປັນຜູ້ນໍາ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ໄວໜຸ່ມຍິງ. ກິລາຣັກບີ້ ໄດ້ທ້າທາຍພາບລວມ ແລະ ການແບ່ງແຍກບັນທັດຖານຂອງສັງຄົມ ...

Read More »

ຄັດລືອກຂັ້ນສຸດທ້າຍຂອງສາຍພັນເຂົ້າໜຽວຫອມດີເດັ່ນໂດຍຊາວນາມີສ່ວນຮ່ວມ…..

ເມື່ອບໍ່ດົນຜ່ານມາ ສູນຄົ້ນຄວ້າກະສິກຳທ່າຊະໂນ, ພະແນກກະສິກຳ ແລະປ່າໄມ້ແຂວງສະຫວັນນະເຂດ ໄດ້ຈັດພິທີຄັດເລືອກຂັ້ນສຸດທ້າຍຂອງສາຍພັນເຂົ້າໜຽວຫອມດີເດັ່ນໂດຍຊາວນາມີສ່ວນຮ່ວມ ທີ່ສວນສາທິດ ບ້ານທ່າຊະໂນ ເຊິ່ງມີທ່ານ ພອນສະໄໝ ຈັນສີນາ ຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງ, ທ່ານ ຄຳແສງ ສໍພາບມີໄຊ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ພ້ອມດ້ວຍຂະ ແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດກຸ່ມຊາວນາ, ອຳນາດການປົກຄອງບ້ານໃກ້ຄຽງ ແລະນັກວິຊາການເຂົ້າຮ່ວມ. ທ່ານ ນິຄົມ ຈັນພາວະ ຫົວໜ້າສູນຄົ້ນຄວ້າກະສິກຳທ່າຊະໂນ ໄດ້ກ່າວໃຫ້ຮູ້ວ່າ: ເຖິງວ່າປະເທດເຮົາ ມີແນວພັນເຂົ້າປັບປຸງຫຼາຍກວ່າ 30 ແນວພັນ ແຕ່ກໍມີຫຼາຍແນວພັນ ທີ່ບໍ່ສາມາດປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດເຊັ່ນ: ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ການລະບາດຂອງພະຍາດ ແລະແມງໄມ້ ເຊິ່ງເປັນສາເຫດເຮັດໃຫ້ຊາວນາປະລະແນວພັນປັບປຸງຈຳນວນຫຼວງຫຼາຍ ດັ່ງນັ້ນ, ວຽກງານປັບປຸງແນວພັນເຂົ້າ ແມ່ນມີຄວາມຈຳເປັນ ແລະມີຄວາມສຳຄັນຫຼາຍໃນການຄົ້ນຄວ້າ ແລະພັດທະນາແນວພັນໃໝ່ທີ່ມີລັກສະນະພິເສດເຊັ່ນ: ໃຫ້ຜົນຜະລິດສູງ, ຄຸນະພາບການກິນດີ, ມີຄວາມຫອມ, ທົນຕໍ່ຄວາມແຫ້ງແລ້ງ, ທົນຕໍ່ສະພາບນ້ຳຂັງ, ທົນຕໍ່ພະຍາດ ແລະ ແມງໄມ້ທຳລາຍ ເພື່ອມາທົດແທນແນວພັນເກົ່າທີ່ຊາວນາບໍ່ນິຍົມນຳໃຊ້. ສູນຄົ້ນຄວ້າກະສິກຳທ່າຊະໂນ ແມ່ນສູນໜຶ່ງທີ່ມີບົດບາດໃນວຽກງານຄົ້ນຄວ້າ ແລະພັດທະນາແນວພັນໃໝ່ອອກສູ່ສັງຄົມເລື້ອຍມາ ຕົກມາໃນປີ 2019 ໄດ້ນຳເອົາສາຍພັນເຂົ້າໜຽວຫອມຈຳນວນ 42 ສາຍພັນ ທີ່ເອົາມາຈາກສູນຄົ້ນຄວ້າເຂົ້ານາພອກ ...

Read More »

ປະຊາຊົນທົ່ວໂລກເກືອບ 700 ລ້ານຄົນ ຂາດສານອາຫານ ແລະ 130 ລ້ານຄົນ…

ທ່ານ ລິນ​ຄຳ ດວງສະ ຫວັນ ຮອງ​ລັດຖະມົນຕີກະຊວງ​ກະສິກຳ​ ແລະ​ ປ່າໄມ້​ໄດ້​ກ່າວ​ມີ​ຄຳ​ເຫັນ​ໃນງານ​ສະເຫຼີມສະຫຼອງ​ວັນ​ອາຫານ​ໂລກ, ວັນ​ສາກົນ​ ແລະ​ ສັບປະດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ​ປະຈຳ​ປີ 2020ວ່າ: ຄວາມທຸກຍາກ ​ແລະ ​ຄວາມ​ອຶດ​ຫິວ ໄດ້ເປັນ​ບັນຫາ​ໃຫຍ່​ຂອງ​ໂລກ​ເປັນເວລາ​ຫຼາຍ​ສະຕະ​ວັດ. ຕະຫຼອດ​ໄລຍະ​ຜ່ານ​ມາ​ໂລກ ຂອງ ​ພວກ ​ເຮົາ​ໄດ້​ພົບ​ບັນຫາ​ຄວາມ​ຫຍຸ້ງຍາກ ​ແລະ​ ສິ່ງ​ທ້າ​ທາຍ​ຕ່າງໆ​ເຊັ່ນ: ການ​ປ່ຽນແປງ​ດ້ານ​ດິນ ​ຟ້າ​ອາກາດ​ຂອງ​ໂລກ​ພາໃຫ້ ​ເກີດ​ໄພພິບັດ​ທາງ​ທຳ​ມະ​ຊາດ, ການ​ລະບາດ​ຂອງ​ພະຍາດ, ຄວາມ​ວຸ້ນ​ວາຍ​ທາງ​ສັງຄົມ, ເສິກ​ສົງຄາມ, ການລະບາດ ໂຄ​ວິດ-19 ທີ່​ກຳລັງ​ຄຸກ​ຄາມ​​ທົ່ວ​ໂລກ ໄດ້​ສືບຕໍ່​ສົ່ງ​ຜົນ​ກະທົບ​ໃຫ້​ແກ່​ປະຊາຊົນ​ເກືອບ 700 ລ້ານ​ຄົນ​ ຂາດ​ສານ​ອາຫານ ​ແລະ ​ຄາດ​ຄະເນ​ວ່າ​ປະຊາຊົນ​ຕື່ມ​ອີກ 130 ລ້ານ​ຄົນ​ໃນ​ທົ່ວ​ໂລກ​ ອາດ​ປະສົບ​ກັບຄວາມ​ອຶດຫິວ​ ຍ້ອນ​ໂລກລະບາດ​ດັ່ງ​ກ່າວ. ປະກົດ​ການ​ດັ່ງກ່າວ​ ໄດ້​ເປັນ​ການ​ເພີ່ມ​ທະວີ​ໃຫ້​ມີ​ຄວາມທຸກ​ຍາກ ​ແລະ ​ໄພ​ອຶດຫິວ​ຫຼາຍ​ຂຶ້ນ. ດັ່ງນັ້ນ, ​ອົງການ​ອາຫານ ​ແລະ​ ການ​ກະເສດ​ຂອງ​ສະຫະ​ປະຊາຊາດໄດ້​ກຳນົດ​ເອົາ​ວັນ​ທີ 16 ຕຸລາ​ຂອງ​ທຸກໆ​ປີ​ເປັນ​ວັນ​ອາຫານ​ໂລກ ຊຶ່ງ​ເລີ່ມ​ແຕ່​ປີ 1980 ແລະ ຕໍ່​ມາສະ​ຫະ​ປະຊາຊາດ ໄດ້​ກຳນົດ​ເອົາ​ວັນ​ທີ 17 ຕຸລາ​ເປັນ​ວັນ​ສາກົນ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ໂດຍ​ເລີ່ມແຕ່​ ...

Read More »