ທ່ານ ລິນຄຳ ດວງສະ ຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ກ່າວມີຄຳເຫັນໃນງານສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກປະຈຳປີ 2020ວ່າ: ຄວາມທຸກຍາກ ແລະ ຄວາມອຶດຫິວ ໄດ້ເປັນບັນຫາໃຫຍ່ຂອງໂລກເປັນເວລາຫຼາຍສະຕະວັດ. ຕະຫຼອດໄລຍະຜ່ານມາໂລກ ຂອງ ພວກ ເຮົາໄດ້ພົບບັນຫາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆເຊັ່ນ: ການປ່ຽນແປງດ້ານດິນ ຟ້າອາກາດຂອງໂລກພາໃຫ້ ເກີດໄພພິບັດທາງທຳມະຊາດ, ການລະບາດຂອງພະຍາດ, ຄວາມວຸ້ນວາຍທາງສັງຄົມ, ເສິກສົງຄາມ, ການລະບາດ ໂຄວິດ-19 ທີ່ກຳລັງຄຸກຄາມທົ່ວໂລກ ໄດ້ສືບຕໍ່ສົ່ງຜົນກະທົບໃຫ້ແກ່ປະຊາຊົນເກືອບ 700 ລ້ານຄົນ ຂາດສານອາຫານ ແລະ ຄາດຄະເນວ່າປະຊາຊົນຕື່ມອີກ 130 ລ້ານຄົນໃນທົ່ວໂລກ ອາດປະສົບກັບຄວາມອຶດຫິວ ຍ້ອນໂລກລະບາດດັ່ງກ່າວ.

ປະກົດການດັ່ງກ່າວ ໄດ້ເປັນການເພີ່ມທະວີໃຫ້ມີຄວາມທຸກຍາກ ແລະ ໄພອຶດຫິວຫຼາຍຂຶ້ນ. ດັ່ງນັ້ນ, ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດໄດ້ກຳນົດເອົາວັນທີ 16 ຕຸລາຂອງທຸກໆປີເປັນວັນອາຫານໂລກ ຊຶ່ງເລີ່ມແຕ່ປີ 1980 ແລະ ຕໍ່ມາສະຫະປະຊາຊາດ ໄດ້ກຳນົດເອົາວັນທີ 17 ຕຸລາເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ໂດຍເລີ່ມແຕ່ ປີ 1992 ເປັນຕົ້ນມາ. ຮອດປີ 2003 ລັດຖະບານແຫ່ງ ສປປ ລາວ ກໍໄດ້ກຳນົດເອົາວັນທີ 17-24 ຕຸລາເປັນວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ.

ການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ເພື່ອລຶບລ້າງຄວາມທຸກຍາກປີນີ້ ແມ່ນຢູ່ໃນເງື່ອນໄຂທີ່ບັນດາປະເທດໄດ້ມີຜົນສຳເລັດເບື້ອງຕົ້ນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ພວກເຮົາໄດ້ເລື່ອນການສະເຫຼີມສະຫຼອງມາເປັນ ວັນທີ 30 ຕຸລາ ຄຽງຄູ່ກັນນັ້ນຫຼາຍປະເທດກໍໄດ້ຖືກຜົນກະທົບຂອງໄພພິບັດ, ການລະບາດຂອງພະ ຍາດໂຄວິດ-19 ທີ່ແກ່ຍາວຊຶ່ງໄດ້ກາຍເປັນອຸປະສັກຕໍ່ການສູ້ຊົນບັນລຸຄາດໝາຍໃນການລຶບລ້າງຄວາມທຸກຍາກ ແລະ ໄພອຶດຫິວຂອງໂລກທີ່ວາງໄວ້ວ່າໃຫ້ສຳເລັດໂດຍພື້ນຖານໃນປີ 2030,
ທ່ານຮອງລັດ ຖະມົນຕີຍັງກ່າວອີກວ່າ:ການ ສະເຫຼີມສະຫຼອງ ໃນປີນີ້ແມ່ນ ມີຄວາມໝາຍສຳຄັນທີ່ສຸດ ເພື່ອປູກຈິດສຳນຶກ ແລະ ສ້າງຄວາມຮູ້ໃຫ້ແກ່ປະຊາຊາດໃນທົ່ວໂລກ ໄດ້ເຂົ້າໃຈເຖິງບັນຫາສິ່ງທ້າທາຍຕ່າງໆ ຈາກການປ່ຽນແປງດິນຟ້າອາກາດ ແລະ ຍັງເປັນການແຈ້ງເຕືອນ, ປຸກລະດົມກຳລັງແຮງທົ່ວສັງຄົມລາວ ແລະ ປະຊາຄົມໂລກ ເພື່ອເຝົ້າລະວັງ, ປ້ອງກັນຜົນເສຍຫາຍທີ່ອາດເກີດຂຶ້ນ ແລະ ຮ່ວມກັນແກ້ໄຂຜົນຮ້າຍຂອງໄພພິບັດໃຫ້ກັບສູ່ສະພາບປົກກະຕິໂດຍໄວຢູ່ ສປປ ລາວ.

ງານສະເຫຼີມສະ ຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກປະຈຳປີ 2020 ຈັດຂຶ້ນທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ແລະ ພັດທະນາຊົນນະບົດ ໃນວັນທີ 30 ຕຸລາຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ນາງ ຊາຣາ ເສກເກນເນສ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ. ຜູ້ຕາງໜ້າອົງການອາຫານ ແລະ ການກະເສດປະຈຳລາວ, ຕະຫຼອດຮອດບັນດາທ່ານທູດ ແລະ ຄູ່ຮ່ວມພັດທະນາປະຈຳລາວ ເຂົ້າຮ່ວມ.
ແຫຼ່ງຂໍ້ມູນ: ປະຊາຊົນ