ສຶກສາ ແລະ ກິລາ

ມອບເງິນຊຸກຍູ້ທີມບານເຕະຫຼວງພະບາງ ການແຂ່ງຂັນກີລາວັນຊາດ….

ໃນໂອກາດວັນຊາດ ວັນທີ 2 ທັນວາ ຄົບຮອບ 45 ປີ ສະຫະພັນບານເຕະແຫ່ງຊາດລາວ ຈະໄດ້ຈັດການແຂ່ງຂັນກິລາເຕະບານຂຶ້ນ ໃນລະຫວ່າງວັນທີ 6-21 ພະຈິກນີ້. ໂດຍໄດ້ປຸກລະດົມໃຫ້ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ສົ່ງນັກກິລາເຂົ້າຮ່ວມ. ສະເພາະແຂວງຫຼວງພະບາງໄດ້ຈັດຢູ່ໃນກຸ່ມ ຄໍ ປະກອບມີ 4 ທີມຄື: ຫຼວງພະບາງ, ຫຼວງນ້ຳທາ, ໄຊຍະບູລີ ແລະ ອັດຕະປື. ເພື່ອເປັນການສຸກຍູ້ ການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ຕອນບ່າຍວັນທີ່ 28 ຕຸລາ 2020 ຜ່ານມາ ກຸ່ມບໍລິສັດເທຣດເຊີລາວ ໄດ້ມອບເງີນ ຈຳນວນ 50.000.000 ກີບ ແລະ ສະຫະພັນບານເຕະແຫ່ງຊາດ ໄດ້ມອບເງີນ ຈຳນວນ 50.000.000 ກີບ ໃຫ້ສະຫະພັນບານເຕະຫຼວງພະບາງ, ຕາງໜ້າມອບໂດຍແມ່ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ ແລະ ຮັບໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໂດຍມີພາກສ່ວນກ່ຽວຂ້ອງເປັນສັກຂີພິຍານ. ສຳລັບການກະກຽມຄວາມພ້ອມ ຂອງນັກກິລາແຂວງຫຼວງພະບາງ ທ່ານ ...

Read More »

ກອງປະຊຸມລັດຖະມົນຕີແຮງງານອາຊຽນ ໄດ້ພິຈາລະນາຮັບຮອງ 10 ເນື້ອໃນ….

ກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ 26 ແລະ ລັດຖະມົນຕີແຮງງານອາຊຽນ ບວກສາມ ຄັ້ງທີ 11 (ແບບທາງໄກ), ຈັດຂຶ້ນໃນວັນທີ 28 ຕຸລາ 2020 ໂດຍການເປັນເຈົ້າພາບຂອງ ກະຊວງແຮງງານປະເທດອິນໂດ ເນເຊຍ. ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນໍາໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີຊວງ ແຮງງານ ແລະ ສະຫວັດດີການສັງຄົມ. ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານ ຂອງທ່ານນາງ ອີດາ ໂຟຊີຢາ (Ida Fauziyah) ລັດຖະມົນຕີກະຊວງແຮງງານ ປະເທດອິນໂດເນເຊຍ, ປະທານລັດຖະ ມົນຕີແຮງງານອາຊຽນ ແລະ ທ່ານ ຕວນ ຮາຈິ ອາວັງ ບິນ ຮາຊີມ (Tuan Haji Awang Bin Hashim) ຮອງລັດຖະ ມົນຕີ ກະຊວງຊັບພະຍາກອນມະນຸດ ປະເທດ ຟີລິບປິນ, ຮອງປະທານລັດຖະມົນຕີແຮງງານອາຊຽນ, ມີບັນດາທ່ານລັດຖະມົນຕີແຮງງານອາຊຽນ ແລະ ...

Read More »

ສສຊ ແຂວງຊຽງຂວາງສະເໜີໃຫ້ປະຕິຮູບການສຶກສາ ດ້ວຍການຫັນໄປສູ່ການສຶກສາແບບດີຈີຕອນ…

ໃນໂອກາດມີຄຳເຫັນຕໍ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຫໍປະຊຸມສະພາແຫ່ງຊາດ ຫລັກ6 ນະຄອນຫລວງວຽງຈັນ ຕອນເຊົ້າວັນທີ 28 ຕຸລາ 2020 ທ່ານ ວິໄລສຸກ ພິມມະສອນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະແຜນເງິນຕາ ປະຈໍາປີ 2020 ແລະທິດທາງແຜນການປະຈໍາປີ 2021 ຂອງລັດຖະບານ. ທ່ານ ວິໄລສຸກ ພິມມະສອນ ປະກອບຄໍາເຫັນວ່າ: ຈາກສະພາບການລະບາດຂອງພະຍາດໂຄວິດ19 ທີ່ເກີດຂຶ້ນ ໃນແງ່ໜຶ່ງກໍເປັນໂອກາດ, ເປັນເງື່ອນໄຂໃຫ້ແກ່ການດໍາລົງ, ການຜະລິດປົກກະຕິແບບໃໝ່, ດ້ວຍການເປັນເຈົ້າການ ແລະເພິ່ງຕົນເອງ ຂ້າພະເຈົ້າຂໍຍ້ອງຍໍ, ຊົມເຊີຍມາດຕະການທີ່ເຂັ້ມງວດຂອງລັດຖະບານ ທີ່ໄດ້ຄວບຄຸມການລະບາດຂອງພະຍາດນີ້ໄດ້ຢ່າງທັນການ, ທັງເປັນໂອກາດດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ 5ປີ ເທື່ອທີ 9 ຂອງລັດຖະບານເຮົາມີການຂະຫຍາຍຕົວ, ແຕ່ຂ້າພະເຈົ້າເຫັນດີ ໃນ 6 ຫົວຂໍ້ທີ່ທ່ານນາຍົກລັດຖະມົນຕີໄດ້ສະເໜີໄປນັ້ນ ເຊິ່ງໄດ້ມີການປັບປຸງເຖິງ 7ຄັ້ງແລ້ວ, ຖ້າທຽບໃສ່ກ່ານພັດທະນາໃນຍຸກ 4.0 ແລ້ວ ລັດຖະບານເຮົາກໍຄວນເອົາເຂົ້າຄົ້ນຄວ້າພິຈາລະນາ ເຊິ່ງຂ້າພະເຈົ້າໃສ່ຊື່ວ່າ ແຜນພັດທະນາເສດຖະກິດ-ສັງຄົມດີຈີຕອນ, ດ້ວຍການຊຸກຍູ້ ສົ່ງເສີມ ຂະບວນການປະຕິວັດອຸດສາຫະກໍາ4.0 ...

Read More »

ກຽມສໍາຫຼວດຄຸ້ມຄອງພາຫະນະແບບລວມສູນໃນທົ່ວປະເທດ…

ກະຊວງແຜນການ ແລະ ການລົງທຶນ ( ຜທ ) ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແລະ ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດ ໄດ້ລົງນາມຮ່ວມມືໃນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ໂຄງການຄຸ້ມຄອງພາຫະນະ ແລະ ການສົ່ງເສີມແບບຄົບວົງຈອນລະຫວ່າງພາກລັດ ແລະ ພາກເອກະຊົນ. ການເຊັນສັນຍາມີຂຶ້ນໃນວັນທີ 19 ຕຸລາ 2020 ຕາງໜ້າພາກລັດລົງນາມໂດຍ ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ຜທ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ, ຕາງໜ້າພາກທຸລະກິດມີ ທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດ ຄໍາໄພຊະນະ ຈໍາກັດຜູ້ດຽວ. ຈຸດປະສົງ ເພື່ອສຶກສາ, ອອກແບບ ແລະ ສ້າງແຜນປັບປຸງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ເປັນຕົ້ນ ປັບປຸງລະບົບການຄຸ້ມຄອງທະບຽນພາຫະນະ ແລະ ໃບຂັບຂີ່ໃນຂອບເຂດທົ່ວປະເທດໃຫ້ທັນສະໄໝ, ສຶກສາ, ປັບປຸງ ແລະ ພັດທະນາການຄຸ້ມຄອງການນໍາໃຊ້ລະບົບການຂຶ້ນທະບຽນ, ...

Read More »

ພາກກາງຈະກາຍເປັນເຂດທີ່ທຸກຍາກທີ່ສຸດ ໃນຂະນະພາກໃຕ້ກຳລັງ…

ຄວາມບໍ່ເທົ່າທຽມກັນເພີ່ມຂຶ້ນ ເນື່ອງຈາກການບໍລິໂພກທີ່ເພີ່ມຂຶ້ນ ໃນຂັ້ນຕົ້ນຂອງການແຈກຢາຍ. ຈາກຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ແລະ ການປະເມີນຄວາມທຸກຍາກ ປີ 2020 ສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມຄືບໜ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກ ໃນ 25 ປີຜ່ານມາ ແຕ່ສິ່ງທີ່ໄດ້ມາພ້ອມດຽວກັບພາລະກິດຕ້ານຄວາມທຸກຍາກ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ. ບັນດາແຂວງພາກໃຕ້ ແລະ ພາກເໜືອ ໄດ້ມີຄວາມຄືບໜ້າທີ່ໜ້າປະທັບໃຈກ່ຽວກັບການຫຼຸດຜ່ອນອັດຕາຄວາມທຸກຍາກ. ລະຫວ່າງປີ 2013 ແລະ 2019, ອັດຕາຄວາມທຸກຍາກຫຼຸດລົງໃນທຸກແຂວງພາກໃຕ້ ຍົກເວັ້ນ ແຂວງອັດຕະປື. ໂດຍລວມແລ້ວ, ຄວາມທຸກຍາກໃນແຂວງພາກໃຕ້ຫຼຸດລົງຈາກ 29.9% ໃນປີ 2013 ມາເປັນ 17.7% ໃນປີ 2019, ເຊິ່ງເຮັດໃຫ້ພາກໃຕ້ກາຍເປັນເຂດທີ່ມີອັດຕາຄວາມທຸກຍາກໜ້ອຍທີ່ສຸດ. ຄວາມທຸກຍາກໃນທຸກແຂວງພາກເໜືອກໍຫຼຸດລົງເຊັ່ນກັນ ຍົກເວັ້ນແຂວງ ໄຊຍະບູລີ, ແຂວງບໍ່ແກ້ວ ເປັນແຂວງທີ່ມີອັດຕາທີ່ຫຼຸດລົງຫຼາຍກວ່າໝູ່ໃນໄລຍະດັ່ງກ່າວ. ອັດຕາຄວາມທຸກຍາກມີຄວາມເຊື່ອມຖອຍລົງໃນບໍລິເວນເຂດພາກກາງ, ເຊິ່ງຈາກເຂດທີ່ມີຄວາມຮັ່ງມີ ກາຍເປັນເຂດທີ່ທຸກຍາກທີ່ສຸດ. ອັດຕາຄວາມທຸກຍາກທຽບໃສ່ຫົວຄົນ ໄດ້ຫຼຸດລົງຈາກ 23.5% ເປັນ 21.5%, ເຮັດໃຫ້ເຂດດັ່ງກ່າວເຊິ່ງໃນເມື່ອກ່ອນເປັນເຂດທີ່ອຸດົມຮັ່ງມີກາຍເປັນມີຄວາມທຸກຍາກສູງທີ່ສຸດ. ຄວາມທຸກຍາກຍັງຄົງມີອັດຕາທີ່ສູງໃນບັນດາກຸ່ມຊົນເຜົ່າສ່ວນນ້ອຍ ແລະ ສັງເກດເຫັນວ່າມີອັດຕາຫານຫຼຸດລົງທີ່ຊ້າໃນກຸ່ມຄົວເຮືອນທີ່ຂາດການສຶກສາ. ໃນປີ ...

Read More »

ເບຍລາວສະໜັບໜຸນ 600 ລ້ານກີບ ໃນການແຂ່ງຂັນບານເຕະທົ່ວປະເທດ…

ສະຫະພັນບານເຕະແຫ່ງປະເທດລາວໄດ້ຖະແຫຼງຂ່າວຜູ້ສະໜັບສະໜູນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີຂຶ້ນ ທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວໃນວັນທີ 21 ຕຸລາ 2020 ໃນພິທີດັ່ງກ່າວ ທ່ານ Henrik Juel Andresen ຜູ້ອຳນວຍການໃຫຍ່ບໍລິສັດເບຍລາວ ຈຳກັດ ໄດ້ໃຫ້ກຽດມອບເງິນສະໜັບສະໜູນເຖິງ 600 ລ້ານກີບ ໂດຍການກ່າວຮັບຂອງທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ການແຂ່ງຂັນລາຍການດັ່ງກ່າວຈະມີຂຶ້ນລະຫວ່າງວັນທີ 7-21 ພະຈິກ 2020 ເງິນລາງວັນທີມຊາຍ ແລະ ທີມຍິງແມ່ນໄດ້ເທົ່າກັນ ໂດຍຊະນະເລີດໄດ້ຂັນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດໄດ້ 40 ລ້ານກີບ. ນອກນັ້ນ ກໍຍັງມີລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຄູຝຶກດີເດັ່ນ ແລະ ອື່ນໆ. ທີມຊາຍທີ່ເຂົ້າຮ່ວມການແຂ່ງຂັນມີ 18 ທີມ ຈາກນະຄອນຫຼວງ 1 ແລະ 17 ແຂວງ ປະກອບມີ: ແຂວງຄໍາມ່ວນ, ແຂວງສາລະວັນ, ແຂວງໄຊສົມບູນ, ນະຄອນຫຼວງວຽງຈັນ ( ນວ ...

Read More »

ຫຼາຍພາກສ່ວນ ຮ່ວມສະໜັບສະໜູນການຖ່າຍທອດສົດບານເຕະທົ່ວປະເທດ ຊີງຂັນວັນຊາດ…

ໃນວັນທີ 22 ຕຸລາ 2020 ໄດ້ມີຖະແຫຼງຂ່າວທີ່ ສະຫະພັນບານເຕະແຫ່ງຊາດລາວ: ລາວໂທລະຄົມ ຮ່ວມກັບ ໂທລະພາບ ລາວສະຕ້າ ( LAO STAR ) ແລະ ໂທລະພາບ ນະຄອນຫຼວງ ( Vte9 ) ເປັນຜູ້ສະໜັບສະໜູນການຖ່າຍທອດສົດການແຂ່ງຂັນກີລາບານເຕະທົ່ວປະເທດ. ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສີສຸກ ທອງປັດສາ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວສະຕ້າ ອິນເຕີເນຊັ່ນແນລ ຈໍາກັດ ຜູ້ດຽວ, ທ່ານ ພອນປະເສີດ ອິນທະສອນ ປະທານບໍລິຫານ ສະຖານີໂທລະພາບນະຄອນຫຼວງວຽງຈັນ ແລະ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ. ກ່ອນໜ້ານີ້ ບໍລິສັດ ເບຍລາວ ສະໜັບສະໜູນຫຼັກຂອງການແຂ່ງຂັນຈໍານວນ 600 ລ້ານກີບ ແລະ ຫຼ້າສຸດ ລາວໂທລະຄົມ ຈະສະໜັບສະໜູນດ້ານອິນເຕີເນັດໃນການຖ່າຍທອດສົດທັງໝົດມູນຄ່າ ...

Read More »

ກຽມຄັດເລືອກສິລະປະເຂົ້າສະແດງໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ…

ໃນວັນທີ 21 ຕຸລາ 2020 ທີ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດການຖະແຫລງຂ່າວກ່ຽວກັບ ການຈັດການແຂ່ງຂັນສິລະປະ ເພື່ອຄັດເລືອກເອົາທີມສິລະປະເຂົ້າຮ່ວມສະແດງໃນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ເຊິ່ງຈັດໂດຍກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນຝາກຂາຍໂອດ໋ອບລາວ ແລະ ບໍລິສັດມິສທີນກ້າວໜ້າລາວ ຈຳກັດຜູ້ດຽວ, ເຊິ່ງກິດຈະກຳດັ່ງກ່າວ ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020 ເວລາ 8:30 ເປັນຕົ້ນໄປ ທີ່ໂຮງຮຽນສິລະປະດົນດີແຫ່ງຊາດ, ມີທີມເຂົ້າຮ່ວມທັງໝົດ 17 ທີມ ທີ່ເປັນຊາວໜຸ່ມຈາກກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ. ທ່ານ ນາງ ປານີ ກິນດາວົງ ຮອງຫົວໜ້າກົມຂະບວນການຊາວໜຸ່ມ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກຳດັ່ງກ່າວນີ້ ແມ່ນຂ່ຳນັບຮັບຕ້ອນວັນທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ຊົມເຊີຍວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ພ້ອມນີ້ ...

Read More »

ສປ ຈີນ ຈະສະໜອງຂໍ້ມູນນໍ້າ ໃຫ້ບັນດາປະເທດລຸ່ມແມ່ນໍ້າຂອງ ຕະຫຼອດປີ…

ສປ.ຈີນໄດ້ຕົກລົງສະໜອງຂໍ້ມູນທາງດ້ານອຸທົກກະສາດຕະຫຼອດປີໃຫ້ແກ່ຄະນະກຳມາທິການແມ່ນໍ້າຂອງ (MRC), ປະກອບສ່ວນເຂົ້າໃນການຕິດຕາມແມ່ນໍ້າ ແລະ ການຄາດຄະເນນໍ້າຖ້ວມ ແລະ ໄພແຫ້ງແລ້ງໃນບັນດາປະເທດແມ່ນໍ້າຂອງ ຂໍ້ຕົກລົງດັ່ງກ່າວໄດ້ລົງນາມລະຫວ່າງກະຊວງຊັບພະຍາກອນນໍ້າຂອງຈີນ ແລະ MRC ໃນລະຫວ່າງກອງປະຊຸມຄູ່ຮ່ວມເຈລະຈາ MRC ແລະ ກອງປະຊຸມປະຈຳປີ ທີ່ນະຄອນຫຼວງວຽງຈັນ, ສປປລາວ, ວັນທີ 22 ຕຸລາ 2020 ຜ່ານມາ ຊຶ່ງໄດ້ດຳເນີນເປັນເວລາໜຶ່ງວັນ ທີ່ຈັດຂື້ນໂດຍ MRC ແລະ ຄູ່ເຈລະຈາຂັ້ນຕົ້ນ: ຈີນ ແລະ ມຽນມາ. ທ່ານ ດຣ ອັນພິຈ ຫັດດາ (Dr An Pich Hatda) ຫົວໜ້າກອງເລຂາຄະນະກຳມະທິການແມ່ນ້ຳຂອງ ໄດ້ກ່າວວ່າ: ສັນຍາສະບັບດັ່ງກ່າວນີ້ແມ່ນຂີດໝາຍໃນປະຫວັດສາດຂອງການຮ່ວມມືລະຫວ່າງຈີນ-MRC, ຂະນະທີ່ການດຳເນີນງານໂຄງລ່າງພື້ນຖານໃນແມ່ນ້ຳຂອງ ແລະ ແມ່ນ້ຳສາຂາແມ່ນສາເຫດໜຶ່ງທີ່ມີສ່ວນໃນການປ່ຽນແປງຂອງກະແສນ້ຳ ແລະ ການເໜັງຕີງຂອງນ້ຳ ຊຶ່ງສາມາດສົ່ງຜົນກະທົບຕໍ່ຊຸມຊົນເຂດລຸ່ມແມ່ນ້ຳ, ການແບ່ງປັນຂໍ້ມູນການດຳເນີນງານຫຼາຍຂື້ນຈະເປັນສິ່ງສຳຄັນຕໍ່ການຄຸ້ມຄອງແມ່ນ້ຳຂອງ. ການເພີ່ມຂຶ້ນຂອງລະບຽບການໃນລຸ່ມແມ່ນ້ຳຈະມີທັງໂອກາດ ແລະ ສິ່ງທ້າທາຍຕ່າງໆຊຶ່ງມັນຮຽກຮ້ອງໃຫ້ມີການແລກປ່ຽນຂໍ້ມູນ, ຂໍ້ມູນຂ່າວສານຫຼາຍຂື້ນ, ປັບປຸງການແຈ້ງເຕືອນການປ່ອຍນ້ຳ, ການປະສານງານ, ການປະຕິບັດງານ ແລະ ການປັບປຸງລະບົບເຕືອນໄພລ່ວງໜ້າ. ໃນໄລຍະ 18 ປີທີ່ຜ່ານມາ, ສປ.ຈີນໄດ້ແບ່ງປັນຂໍ້ມູນລະດັບນ້ຳ ...

Read More »

ພູເບ້ຍ ມາຍນິງ ມອບລົດເກັບຕົວຢ່າງກວດເຊື້ອ ໂຄວິດ-19 ໃຫ້ກະຊວງສາທາ…

ໃນວັນທີ 19 ຕຸລາ 2020 ຜ່ານມານີ້ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິ ສັດ ພູເບ້ຍ ມາຍນິງ (PBM) ໄດ້ມອບລົດເກັບຕົວຢ່າງກວດຫາເຊື້ອພະຍາດ ໂຄວິດ-19 ຄັນທໍາອິດໃນລາວ ມູນຄ່າ 68.000 ໂດລາສະຫະລັດ ມອບໃຫ້ກະຊວງສາທາລະນະສຸກ ຕາງໜ້າຮັບໂດຍແມ່ນທ່ານ ຮສຈ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ລົດເກັບຕົວຢ່າງດັ່ງກ່າວ ຈະຖືກນໍາໃຊ້ໂດຍ ສູນວິເຄາະ ແລະ ລະບາດວິທະຍາ ເພືີ່ອລົງເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ແລະ ຕົວຢ່າງອືີ່ນໆ ເພື່ອການກວດວິເຄາະ ໃນທົ່ວປະເທດ ໂດຍສະເພາະຜູ້ທີ່ອາໄສຢູ່ໃນແຂວງທີ່ຫ່າງໄກ. ລົດເກັບຕົວຢ່າງຄັນນີ້ ທີີ່ຖືກຕິດຕັ້ງອຸປະກອນຄົບຊຸດເທິງ ແລະ ອອກແບບຢ່າງທັນສະໄໝເຊິີ່ງລວມມີເຄື່ອງກວດວິເຄາະ, ແອເຢັນ, ດອກໄຟ, ເຄືີ່ອງຂ້າເຊື້ອແບບໂອໂຊນ, ກ້ອງວົງຈອນປິດ ແລະ ໄມສືີ່ສານ ໂດຍມີ ການຄວບຄຸມຢ່າງລວມສູນ. ການອອກແບບຂອງໂຕລົດເກັບຕົວຢ່າງຍັງມີ ອຸປະກອນປ້ອງກັນສ່ວນບຸກຄົນເຊິື່ງເຮັດໃຫ້ບຸກຄະລາກອນທາງການແພດ ສາມາດເກັບຕົວຢ່າງຈາກພາຍໃນໂຕລົດຜ່ານຜ້າປ້ອງກັນແຂນ. ທ່ານ ຈັນເພັງ ບຸນນະຜົນ ໄດ້ກ່າວເຖີງຄວາມມຸ່ງໝັ້ນຂອງບໍລິສັດ ພູເບ້ຍ ມາຍນິງ ...

Read More »