ສສຊ ຮັບຮອງການປັບປຸງ ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ 3 ມາດຕາ…..

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າວັນທີ 13 ພະຈິກ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ ຫລັກ 6 ນະຄອນ ຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ, ຮອງປະທານສະພາແຫ່ງຊາດ.

ໂອກາດນີ້ ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນຮັບຟັງ ແລະ ຄົ້ນຄວ້າປະ ກອບຄຳເຫັນເພື່ອຮັບຮອງເອົົາຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ປະທານອົງການກວດສອບແຫ່ງລັດ.

ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ປະກອບມີ 10 ພາກ, 7 ໝວດ, 75 ມາດຕາ, ສ່ວນການປັບປຸງໃໝ່ຄັ້ງນີ້ ມີພຽງ 3 ມາດຕາ ຄື: ມາດຕາ 34 ກ່ຽວກັບປະ ທານອົງການກວດສອບແຫ່ງລັດ, ມາດຕາ 35 ກ່ຽວກັບສິດ ແລະ ໜ້າທີ່ຂອງປະທານອົງການກວດສອບແຫ່ງລັດ ແລະ ມາດຕາ 44 ກ່ຽວກັບມາດຕະຖານສະເພາະຂອງປະ ທານອົງການກວດສອບປະຈໍາພາກ.

ປະທານອົງການກວດສອບແຫ່ງລັດ ຍົກໃຫ້ເຫັນວ່າ: ການປັບປຸງກົດໝາຍ ໃນຄັ້ງນີ້, ເພື່ອເຮັດໃຫ້ການເຄື່ອນ ໄຫວວຽກງານກວດສອບແຫ່ງລັດ ສອດຄ່ອງກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຕົວຈິງເປັນຕົ້ນ: ການບັນຈຸ, ການສັບຊ້ອນ, ການຍົກຍ້າຍ, ການເລືອກຕັ້ງ, ການແຕ່ງຕັ້ງ, ປົດຕຳແໜ່ງ, ການຄຸ້ມຄອງ, ການນຳໃຊ້ ແລະ ປະເມີນຜົນການປະຕິບັດວຽກງານ ເປັນໄປຕາມຫລັກການພື້ນຖານ ຂອງການຄຸ້ມຄອງພະນັກງານ-ລັດຖະກອນ,

ເພື່ອເຮັດໃຫ້ການຈັດຕັ້ງຂອງອົງການກວດສອບແຫ່ງລັດ ມີຄວາມໜັກແໜ້ນ, ເຂັ້ມແຂງ, ເຮັດໃຫ້ການສ້າງ ແລະ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກວດສອບແຫ່ງລັດ ສອດຄ່ອງກັບກົດໝາຍ ແລະ ມະຕິ ຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວິໄສທັດຮອດປີ 2030, ຍຸດທະສາດການພັດທະນາຮອດປີ 2025, ແຜນພັດທະນາຂອງອົງການກວດສອບແຫ່ງລັດຮອດປີ 2021,

ທັງເຮັດໃຫ້ເນື້ອໃນຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສອດຄ່ອງກັບ ມາດຕາ 57 ຂໍ້ 6 ແລະ ຂໍ້ 13 ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດ ໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ.

ແຫຼ່ງຂໍ້ມູນ: ວສລ

Comments