ແຂວງວຽງຈັນ ກໍານົດເອົາຕົ້ນໄມ້ແຕ້ ເປັນສະຖານທີ່ຈາລຶກຄວາມແຄ້ນ ຂອງນັກປະຕິວັດ….

ແຂວງວຽງຈັນ ພວມກະກຽມ ຈັດໂຮມຊຸມນຸມສະເຫຼີມສະຫຼອງ ຜົນສໍາເລັດຂອງກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI ຕິດພັນກັບມູນເຊື້ອວັນຊາດທີ 2 ທັນວາ , ວັນເກີດຂອງປະທານໄກສອນ ພົມວິຫານ ເພື່ອເຜີຍແຜ່ ໃຫ້ການນໍາຫຼັກແຫຼ່ງ, ຕະຫຼອດຮອດ ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງຮັບຮູ້ ,ເຂົ້າໃຈ ໂດຍຈະນໍາເອົາເນື້ອໃນຂອງກອງປະຊຸມ ແລະ ປະຫວັດສາດຂອງຊາດ ສ້າງເປັນຄໍາຖາມ, ຄໍາຕອບ ລົງສູ່ແຕ່ລະເມືອງ, ກຸ່ມບ້ານ, ບ້ານຈຸດສຸມ ພາຍໃນແຂວງ ໃຫ້ເປັນຂະບວນກວ້າງຂວາງ.

ທ່ານຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໃຫ້ສໍາພາດວ່າ: ໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 45ປີ ແລະວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແຂວງວຽງຈັນ ຈະຈັດຫຼາຍກິດຈະກໍາ ເປັນຕົ້ນ: ປະຖາກະຖາ ເລົ່າຄືນມູນເຊື້ອຊີວິດການເຄື່ອນໄຫວປະຕິວັດປະທານ ໄກສອນ ພົມວິຫານ ແລະ ຈັດພິທີຮັບສະມາຊິກອານຸຊົນ, ເຍົາວະຊົນ ຢູ່ຕໍ່ໜ້າອານຸສອນສະຖານ ໄກສອນ ພົມວິຫານ ຢູ່ແຂວງ ແລະ ທຸກໆເມືອງ, ເພາະແຂວງວຽງຈັນມີເມືອງວິລະຊົນ ຄື ເມືອງແມດ ແລະ ຕາແສງວິລະຊົນ ແມ່ນຢູ່ເມືອງເຟືອງ.

ມະຫັດສະຈັນ “ຜາທໍ່ໜໍ່ຄໍາ” ແຫ່ງທ່ອງທ່ຽວອັນສວຍງາມຂອງຊາວເມືອງເຟືອງ ແຂວງວຽງຈັນ |  Laos News Agency

ສະເພາະຢູ່ເມືອງເຟືອງ ມີຕົ້ນໄມ້ແຕ້ຕົ້ນໜຶ່ງ ໂດຍຕັ້ງຊື່ວ່າ ຕົ້ນຈາລຶກຄວາມແຄ້ນ ຢູ່ບ້ານນາທົ່ວ ໂດຍກໍານົດຈັດກິດຈະກໍາຢູ່ສະຖານທີ່ແຫ່ງນັ້ນ ຍ້ອນວ່າໃນສະໄໝຕໍ່ສູ້ກູ້ຊາດ ລູກຫລານຊາວເມືອງເຟືອງຜູ້ພິລະອາດຫານ ໄດ້ເຂົ້າຮ່ວມຂະບວນການປະຕິວັດ ຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ ໃນນີ້ ມີນັກຮົບປະຕິວັດຖືກພວກສັດຕູຈັບກຸມ ເອົາມາຂ້າຖິ້ມດ້ວຍການແຂວນຄໍ ຢູ່ຕົ້ນແຕ້ຕົ້ນນີ້ເຖິງ 17 ສະຫາຍ, ເຊິ່ງປະຈຸບັນອົງການປົກຄອງເມືອງເຟືອງ ແຂວງວຽງຈັນ ພວມປັບປຸງສະຖານທີ່ແຫ່ງນີ້ໃຫ້ເປັນຫໍມູນເຊື້ອ ໂດຍເອົາວັດຖຸສິນເສິກຂອງສັດຕູທີ່ໃຊ້ເຂັ່ນຂ້ານັກຮົບປະຕິວັດ, ຮູບພາບ ແລະ ລາຍຊື່ນັກຮົບທີ່ເສຍສະຫລະຊີວິດຢູ່ແຫ່ງນັ້ນ ມາວາງສະແດງໃຫ້ມວນຊົນໄດ້ເຂົ້າຊົມ ແລະ ຮຽນຮູ້ປະຫວັດສາດແຫ່ງການຕໍ່ສູ້ຂອງຊາວເມືອງເຟືອງ.

ທຳມະຊາດ ຜາສັງ ເມືອງເຟືອງ ດິນແດນຜາທໍ່ຫນໍ່ຄຳ - ຮູບພາບເມືອງລາວ - Lao Postcard

ນອກຈາກນັ້ນ ຍັງປັບປຸງນໍ້າສ້າງແຫ່ງໜຶ່ງ ຢູ່ມືອງທຸລະຄົມ ທີ່ພວກລ່າເມືອງຂຶ້ນແບບເກົ່າ ໄດ້ຈັບເອົານັກຄອມມຸນິດ ຫຼື ອາສາສະໝັກຊ່ຽວຊານຫວຽດນາມຖິ້ມລົງນໍ້າສ້າງແຫ່ງນັ້ນ. ພ້ອມກັນນັ້ນ ກໍພວມປະດິດແຕ່ງເພັງຮ້ອງ , ຂັບລໍາ, ບົດຟ້ອນ, ບົດສະແດງຈໍານວນໜຶ່ງ ເພື່ອຮ່ວມສ້າງ ບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ, ນອກນັ້ນ ຍັງມີຂະບວນແຂ່ງຂັນກິລາບານເຕະ, ເປຕັງ, ດອກປີກໄກ່ ຊິງຂັນທ່ານເຈົ້າແຂວງ, ຂະບວນຂີ່ລົດຖີບເພື່ອຫລຸດຜ່ອນອຸປະຕິເຫດ, ຫລຸດຜ່ອນຜົນກະທົບສິ່ງແວດລ້ອມ

Comments