ສຶກສາ ແລະ ກິລາ

ມອບໃບຍ້ອງຍໍໃຫ້ທີມແຂ່ງຂັນ ASEAN Quiz ຂອງ ສປປ ລາວ

ຕົວແທນນັກຮຽນເກັ່ງລະດັບມັດທະຍົມຕອນປາຍ ທີ່ສາມາດຍາດໄດ້ຕໍາແໜ່ງຮອງຊະນະເລີດໃນການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 8, ASEAN Quiz ທີ່ເມືອງບາຫລີ, ປະເທດອິນໂດເນເຊຍ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 3-7 ທັນວາ 2018 ຜ່ານມາ ໄດ້ຮັບການຍ້ອງຍໍຈາກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຊຶ່ງໃຫ້ກຽດນມອບໂດຍທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ (ຖວທ). ພິທີຈັດຂຶ້ນໃນວັນທີ 31 ທັນວາ 2018 ຜ່ານມາທີ່ໂທລະພາບແຫ່ງຊາດລາວ, ໃນໂອກາດຈັດພິທີມອບລາງວັນຜະລິດຕະພັນສື່ ແລະ ພິມຈຳໜ່າຍດີເດັ່ນ ໃນຫົວຂໍ້ “ ປີທ່ອງທ່ຽວລາວ 2018 ” ໃຫ້ບັນດານັກຂຽນ ແລະ ນັກຂ່າວ ຢູ່ອົງການສື່ ແລະ ສຳນັກພິມຕ່າງໆ. ນັກຮຽນດີເດັ່ນທີ່ເຂົ້າແຂ່ງຂັນ ASEAN Quiz ຂອງ ສປປ ລາວ ໃນຄັ້ງນີ້ມີ ນາງ ທິບເກສອນ ເຂັມທອງ ມາຈາກໂຮງຮຽນມັດທະຍົມສົມບູນ ປາກເຊ ແຂວງຈຳປາສັກ; ນາງ ສຸນິຕາ ...

Read More »

ສູນ ICT ອຸດົມໄຊ ຕ້ອນຮັບການຢ້ຽມຢາມຖອດຖອນບົດຮຽນຂອງສູນ ICT 3 ແຂວງ ພາກເໜືອ

ໃນທ້າຍເດືອນທັນວາ 2018 ຜ່ານມານີ້ຢູ່ທີ່ ໂຮງຮຽນ ມ.ສ ເມືອງໄຊ ແຂວງອຸດົມໄຊ, ສູນເຕັກໂນໂລຊີຂໍ້ມູນຂ່າວສານການສຶກສາ ( ICT ) ໄດ້ຈັດພິທີຕ້ອນຮັບການມາຢ້ຽມຢາມຂອງຄະນະນໍາສູນ ICT ຈາກ 3 ແຂວງ ພາກເໜືອ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ສີລາທອດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ອຸດົມໄຊ ແລະ ທ່ານ ຈັນເພັງ ປັນຍາສັກ ຜູ້ອຳນວຍການສູນ ICT ແຂວງ ອຸດົມໄຊ, ທ່ານ ໄມ່ສີທອງ ທັນຂັນຕິ ຜູ້ອຳນວຍການໂຮງ ຮຽນມ.ສ ເມືອງໄຊ ພ້ອມດ້ວຍວິຊາການທີ່ມາຈາກບັນດາຂະແໜງຢູ່ພະແນກສຶກສາທິການ ແລະ ກິລາ ຕະຫຼອດຮອດພະນັກງານພາຍໃນສູນ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ. ຄະນະທິມງານທີ່ມາຢ້ຽມຢາມ ແລະ ຖອດຖອນບົດຮຽນໃນຄັ້ງນີ້ໂດຍມີ ທ່ານ ຖະໜອມສັກ ແກ້ວວັນຕັນຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ ຫຼວງນໍ້າທາ, ທ່ານ ບຸນຮັກ ລໍວັນຈິດ ອໍານວຍການສູນ ICT ...

Read More »

ນັກກິລາລາວ ສາມາດຍາດໄດ້ ອັນດັບ 6 ຂອງຕາຕະລາງແຂ່ງຂັນ

ວັນທີ 29 ທັນວາ 2018 ມະຫາວິທະຍາໄລແຫ່ງຊາດລາວ ຈັດພິທີຍ້ອງຍໍຊົມເຊີຍຜົນສໍາເລັດການສົ່ງນັກກິລາ ເຂົ້າຮ່ວມງານມະຫາກຳ ກິລາມະຫາວິທະຍາໄລ ອາຊຽນ ຄັ້ງທີ 19 ທີ່ຈັດຂຶ້ນຢູ່ປະເທດມຽນມາ ລະຫວ່າງວັນທີ 10 ຫາ 19 ທັນວາ 2018 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ການແຂ່ງຂັນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 94 ຄົນໃນ 9 ປະເພດກິລາ ຄື: ແລ່ນ-ລານ, ບານເຕະ, ໂວວີນາມ (Vovinam), ຍິງທະນູ, ວູຊູ, ເປຕັງ, ກະຕໍ້, ດອກປີກໄກ່ ແລະ ກ໊ອຟ, ນໍາໃຊ້ງົບ ປະມານທັງໝົດ 6 ຕື້ກ່ວາກີບ ສາມາດຍາດໄດ້ 7 ຫຼຽນຄໍາ, 9 ຫຼຽນເງິນ ແລະ 11 ຫຼຽນທອງ ຈັດຢູ່ອັນດັບທີ 6 ຂອງຕາຕະລາງຈາກທັງໝົດ 11 ...

Read More »

ນັກຮຽນດີ ຄະນະສັງຄົມສາດ-ສະຖາປັດ-ອັກສອນສາດ ໄດ້ຮັບທຶນການສຶກສາ.

ເພື່ອ​ປະ­ກອບ­ສ່ວນ​ໃຫ້​ຊັບ­ພະ­ຍາ­ກອນ​ມະ­ນຸດ​ໃນ​ຂະ­ແໜງ­ການ​ສຶກ​ສາ​ຂອງ ມຊ ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ­ເພາະນັກ​ສຶກ​ສາ​ທີ່​ຮຽນ​ດີ ແຕ່​ຂາດ­ທຶນ​ສົ່ງ­ເສີມ, ທ່ານ ຄິມ ໂຮ ກອງ ປະ­ທານ​ກວດ​ສອບ​ການ​ບັນ­ຊີ​ມະ­ຫາ­ຊົນ ສ ເກົາ­ຫຼີ ມອບ​ທຶນ​ການ​ສຶກ​ສາ ສົກ­ຮຽນ 2018-2019 ໃຫ້​ນັກ​ສຶກ​ສາ​ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ​ລາວ (ມຊ) 75 ຄົນ ລວມ​ມູນ​ຄ່າ 180 ລ້ານ​ກີບ ໃນ​ນີ້ ຄະ­ນະ​ສັງ­ຄົມ​ສາດ 45 ຄົນ ຄະ­ນະ​ສະ­ຖາ­ປັດ­ຕະ­ຍະ­ກຳ​ສາດ 20 ຄົນ ແລະ ຄະ­ນະ​ອັກ­ສອນ­ສາດ 10 ຄົນ. ພິ​ທີ​ລົງ​ນາມ​ຂໍ້​ຕົກ­ລົງ​ການ​ຮ່ວມ​ມື ແລະ ມອບ​ທຶນ​ການ​ສຶກ​ສາ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 25 ທັນ­ວາ 2018 ຢູ່​ສະ­ໂມ­ສອນ ມຊ ລະ­ຫວ່າງ​ທ່ານ ເດ​ຊາ­ນຸ​ລາດ ແສນ​ດວງ​ເດດ ຄະ­ນະ­ບໍ­ດີ​ຄະ­ນະ​ວິ­ທະ­ຍາ­ສາດ​ສັງ­ຄົມ ທ່ານ ສິນ​ທະ​ວອນ ດາ­ລາ​ວົງ ຮອງ​ຄະ­ນະ­ບໍ­ດີ​ຄະ­ນະ​ສະ­ຖາ­ປັດ­ຕະ­ຍະ­ກຳ​ສາດ ທ່ານ ເກດ​ແກ້ວ ພັນ­ທະ​ວົງ ຮອງ​ຄະ­ນະ­ບໍ­ດີ​ຄະ­ນະ​ອັກ­ສອນ­ສາດ ແລະ ທ່ານ ຄິມ ໂຮ ກອງ ...

Read More »

ຢາກເຂົ້າຮ່ວມເຝີກອົບຮົມ ພັດທະນາທັກສະການເປັນຜູ້ນຳ ອ່ານດ່ວນ.

ທ່ານຮູ້ບໍ່ວ່າການເປັນຜູ້ນຳທີ່ດີຕ້ອງເຮັດແນວໃດ? ໂອກາດດີໆມາແລ້ວໃນການເຂົ້າມາຮ່ວມເຝິກອົບຮົມ ແລະ ຮັບຟັງການເປັນຜູ້ນຳກັບອະດີດຜູ້ເຂົ້າຮ່ວມໂຄງການແລກປ່ຽນ YSEALI ພາຍໃຕ້ຫົວຂໍ້ “ການເປັນຜູ້ນຳທີ່ດີ”. ສຳລັບຜູ້ທີ່ມີອາຍຸແຕ່ 18-35 ປີ ທີ່ຢາກພັດທະນາທັກສະການເປັນຜູ້ນຳ ແລະຮຽນຮູ້ການສ້າງຄວາມສຳພັນກັບຜູ້ຄົນໃນກຸ່ມ ຫຼື ສັງຄົມທີ່ຢູ່ຮ່ວມກັນ. ລາຍລະອຽດ http://bit.ly/YSEALI-Leadership-Workshop ສາມາດລົງທະບຽນທີ່ https://bit.ly/2Aap9ks ປລ. ດ່ວນມີຈຳນວນບ່ອນນັ່ງຈຳກັດ ແລະ ໝົດເຂດຮັບສະໝັກວັນທີ 10 ມັງກອນ 2019 ເພາະພວກເຮົາເຊື່ອວ່າທ່ານກໍ່ສາມາດເປັນຜູ້ນຳທີ່ດີໄດ້. ສະນັ້ນ, ເຂົ້າມາຮ່ວມກັນຄົ້ນຫາການເປັນຜູ້ນຳທີ່ດີໃນຕົວເອງນຳກັນ! ສອບຖາມເພີ່ມເຕີມ : +8562077627272 ສົມສຸກ ວ່າງຊື່ຊ້າ (ອັງເປົາ) Do you know how to be a good leader? Application is now opened for “YSEALI leadership workshop” where you can hear from our outstanding YSEALI alumni ...

Read More »

ມີທຶນໃຫ້ ຄູ-ອາຈານ ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ອ່ານດ່ວນ….

ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວຂໍປະກາດວ່າທຶນການສຶກສາ “Teacher Training Students”, ເຊິ່ງເປີດຮັບສະໝັກສະເພາະຄູ-ອາຈານໃນບັນດາສະຖາບັນການສຶກສາໃນລະດັບສາມັນສຶກສາ ແລະ ບັນດາອາຈານໃນວິທະຍາໄລຄູ (ບໍ່ລວມມະຫາວິທະຍາໄລ) ເພື່ອໄປສຶກສາຢູ່ທີ່ປະເທດຍີ່ປຸ່ນເປັນເວລາ 1 ປີ ແລະ 6 ເດືອນ. ລາຍລະອຽດສາມາດຕິດຕໍ່ສອບຖາມໄດ້ທີ່: 020-2855-3533 (ທ່ານ ບົວເພັດ), ກົມສ້າງຄູ ແລະ 020-5811-5533 (ນາງ ສິດພະໄຊ) ກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ. ສາມາດເບິ່ງລາຍລະອຽດຕາມລີ້ງດ້ານລຸ່ມນີ້ໄດ້: ໜ້າຫຼັກເວັບໄຊ້ຂອງ MEXT: https://www.studyjapan.go.jp/jp/smap_stopj-applications.html ແບບຟອມທີ່ກ່ຽວຂ້ອງຕ່າງໆ: https://www.studyjapan.go.jp/…/smap_stopj-applications_teac… Embassy of Japan would like to announce that the Scholarship for “Teacher Training Students”, which is for teachers at primary and secondary educational institutes, and ...

Read More »

ເປີດຮັບສະໝັກທຶນການສຶກສາ 100% ຈາກໂຄງການຮ່ວມມື ລາວ-ໄທ ອ່ານດ່ວນ…

ຫ້ອງການກະຊວງສຶກສາທິການ ແລະ ກິລາ ແຈ້ງມາຍັງພະນັກງານຊາບວ່າ: ໂຄງການຮ່ວມມືລາວ-ໄທ (TICA), ສະເໜີໃຫ້ທຶນການສຶກສາແກ່ ສປປ ລາວ ປະຈຳປີ 2019 ຈຳນວນ 28 ທຶນໃນລະດັບປະລິນຍາໂທ, ໂດຍເປີດຮັບສະໝັກພະນັກງານລັດຖະກອນຜູ້ທີ່ມີຄວາມສົນໃຈຢາກໄປຮຽນຕໍ່ທີ່ປະເທດໄທ  ມີຫຼາຍສາຂາໃຫ້ເລືອກ: ທຸລະກິດ, ການສື່ສານ, ວິສະວະກໍາ, ວິທະຍາສາດ ເຕັກໂນໂລຊີ, ສິ່ງແວດລ້ອມ, ການທ່ອງທ່ຽວ, ການສຶກສາ.​ພາຍໃຕ້ທຶນຂອງລັດຖະບານໄທ ໂຄງການຮ່ວມມື ລາວ-ໄທ ຝ່າຍໄທໃຫ້ທຶນ 100%. ປິດຮັບສະໝັກ: 06/01/2019 ລາຍລະອຽດ ແລະ ວິທີການສະໝັກ ຂ້າງລຸ່ມນີ້.

Read More »

ມສ ວຽງຈັນ ຈັດກິດຈະກໍາສະຫຼອງຄົບຮອບ 60 ປີ

ໂຮງຮຽນ ມັດທະຍົມສົມບູນ ວຽງຈັນ (ມສ ວຽງຈັນ) ໄດ້ສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 60 ປີ (1958-2018) ຂຶ້ນໃນວັນທີ 20 ທັນວາ 2018 ດ້ວບັນຍາກາດເບີກບານມ່ວນຊື່ນ ດ້ວຍຫຼາກຫຼາຍກິດຈະກໍາຂອງ ບັນດາຄູ ອາຈານ ແລະ ນັກຮຽນ. ຂອບໃຈພາບຈາກເຟສບຸກ Fie lthls

Read More »

ແຂວງອຸດົມໄຊ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ 2 ເມືອງ

ພິທີປະກາດເມືອງຮຸນ ເປັນເມືອງທີ 6 ຂອງແຂວງອຸດົມໄຊ ທີ່ສາມາດປະກາດເປັນເມືອງຈົ້ບຊັ້ນມັດທະຍົມຕອນຕົ້ນບໍາລຸງສໍາລັບປະຊາຊົນ ໄດ້ຈັດຂື້ນຢ່າງສົມກຽດ ໃນຕອນເຊົ້າຂອງວັນທີ 6 ທັນວາ 2018 ຜ່າມາ ທີ່ເດີ່ນກິລາເມືອງຮຸນ, ເຂົ້າຮ່ວມມີທ່ານ ບຸນຄົງ ຫຼ້າຈຽມພອນ ຄະນະປະຈຳພັກແຂວງ, ທ່ານ ຄຳພວງ ບຸນມີໄຊ ຄະນະປະຈຳພັກກະຊວງ ສຶກສາທິການ ແລະ ກິລາ, ທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ພ້ອມດ້ວຍແຂກເຊີນຈາກບັນດາພະແນກການ, ເມືອງອ້ອມຂ້າງ, ຫ້ອງການ, ອົງການຈັດຕັ້ງມະຫາຊົນ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ປະຊາຊົນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ. ເມືອງຮຸນ ເປັນເມືອງທີ 6 ຂອງແຂວງ ທີ່ສາມາດປະກາດເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວເມືອງ ຖັດຈາກເມືອງຫຼາ, ເມືອງແບງ , ເມືອງນາໝໍ້, ເມືອງປາກແບງ ແລະ ເມືອງໄຊ ປັດຈຸບັນແຂວງອຸດົມໄຊ ຍັງເຫຼືອແຕ່ເມືອງດຽວເທົ່ານັ້ນຄືເມືອງງາ ທີ່ຍັງບ່ທັນໄດ້ປະກາດຈົບຊັ້ນມັດທະຍົມຕອນຕົ້ນ ເຊິ່ງຢູ່ໃນໄລຍະກະກຽມປະເມີນຄືນ.     ທ່ານ ບຸນຕຽມ ສຸພັດທອນ ເຈົ້າເມືອງ-ເມືອງຮຸນ ໄດ້ກ່າວໃຫ້ຮູ້ວ່າ: ພາຍຫຼັງທີ່ທາງເມືອງສາມາດປະກາດທົ່ວເມືອງເປັນເມືອງຈົບຊັ້ນປະຖົມບໍາລຸງແລ້ວ, ...

Read More »

ມອບທຶນການສຶກສາ, ອຸປະກອນການແພດໃຫ້ນັກສຶກສາ, ໂຮງໝໍ ແລະ ທຶນບູລະນະໂຮງຮຽນ.

ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບທຶນການສຶກສາ ໃຫ້ແກ່ນັກສຶກສາວິທະຍາໄລຄູປາກເຊ ແລະ ນັກສຶກສາ ມະຫາວິທະຍາໄລ ຈໍາປາສັກ (ມ.ຈ) ພ້ອມທັງມອບອຸປະກອນການແພດໃຫ້ໂຮງໝໍແຂວງຈຳປາສັກ, ໂຮງໝໍ ແລະ ສຸກສາລາ ເມືອງປະທຸມພອນ ແລະ ມອບທຶນບູລະນະອາຄານຮຽນໃຫ້ແກ່ໂຮງຮຽນປະຖົມ – ມັດທະຍົມຕອນຕົ້ນພະໂພ ລວມມູນຄ່າ 427 ລ້ານກວ່າກີບ ເພື່ອຕອບແທນແກ່ສັງຄົມ. ພິທີມອບທຶນການສຶກສາ ໃຫ້ນັກສຶກສາວິທະຍາໄລຄູປາກເຊ ແລະ ນັກສຶກສາ ມ.ຈ ຈັດຂຶ້ນໃນວັນທີ 12 ທັນວາ 2018 ຢູ່ສະໂມສອນວິທະຍາໄລຄູ ປາກເຊ, ໃນພິທີ ແຕ່ລະພາກສ່ວນ ໄດ້ຜ່ານບົດລາຍງານການເຄື່ອນໄຫວຂອງນັກສຶກສາທີ່ໄດ້ຮັບທຶນຈາກບໍລິສັດ ເບຍລາວ ຈໍາກັດ ໃນສົກຮຽນ 2017-2018 ທີ່ຜ່ານມາ, ຈາກນັ້ນ ກໍໄດ້ມອບທຶນໃຫ້ແກ່ນັກສຶກສາ ເຊິ່ງໃຫ້ກຽດມອບໂດຍທ່ານ ວຽງເພັດ ພັນທະວົງ ຜູ້ອໍານວຍການ ຝ່າຍບໍລິຫານ ແລະ ກິດຈະກໍາເພື່ອສັງຄົມ ບໍລິສັດ ເບຍລາວ ຈໍາກັດ, ຕາງໜ້ານັກສຶກສາວິທະຍາໄລຄູປາກເຊ ຮັບໂດຍທ່ານ ສົມໄຊ ເທບສົມບັດ ຮອງຜູ້ອໍານວຍການວິທະຍາໄລຄູປາກເຊ; ຕາງໜ້ານັກສຶກສາ ມ.ຈ ...

Read More »