ສຶກສາ ແລະ ກິລາ

ມອບ-ຮັບ ໂຮງຮຽນ ມຕົ້ນ ກຸ່ມບ້ານນາເຄືອ

ລັດຖະບານ ຢີ່ປຸ່ນໄດ້ມອບຮັບໂຮງຮຽນ ທີ່ໄດ້ຮັບທຶນສະໜັບສະໜຸນ ແລະ ກໍ່ສ້າງພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs) ທີ່ເມືອງນາໝໍ້, ແຂວງອຸດົມໄຊ. ພິທີມອບຮັບໂຄງການຢ່າງເປັນທາງການແມ່ນໄດ້ຖືກຈັດຂຶ້ນໃນວັນທີ 16 ມັງກອນ 2019 ທີ່ຜ່ານມາ, ໂດຍມີ ທ່ານ ດ.ຣ. ຄຳພັນ ເຜີຍຍະວົງ, ເຈົ້າແຂວງ ແຂວງອຸດົມໄຊ, ທ່ານ ທາເຄຊິ ຮິກິຮາຣະ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ. ສັນຍາຂໍ້ຕົກລົງດັ່ງກ່າວແມ່ນການຊ່ວຍເຫຼືອລ້າທີ່ມີມູນຄ່າ 145.943 ໂດລາສະຫະລັດ ເຊິ່ງໄດ້ມີພິທີລົງນາມໃຫ້ການຊ່ວຍເຫຼືອຂຶ້ນໃນ ເດືອນມີນາ ປີ 2017. Oudomxay, 16 January 2019 – The Government of Japan has handed over a school which was financed and constructed by the Japanese Grant ...

Read More »

ໂຮງຮຽນສາມັນ ກິນນອນຊົນເຜົ່າ ແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນ I

ໂຮງຮຽນສາມັນ ກິນນອນຊົນເຜົ່າ ແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019, ພິທີຈັດຂຶ້ນໃນວັນທີ 14 ມັງກອນ 2019  ຜ່ານມານີ້,  ໂຮງຮຽນແຫ່ງນີ້ມີນັກຮຽນທັງໝົດ 594 ຄົນ ຍິງ 254 ຄົນ ປະກອບມີ 4 ໝວດພາສາ ແລະ 12 ເຜົ່າ. ລາຍລະອຽດຕິດຕາມໄດ້ຈາກຄຣິບຂ່າວລຸ່ມນີ້ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019 ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019#ຂ່າວແຂວງອຸດົມໄຊ Posted by ຂ່າວປະຈຳວັນ Daily News Oudomxay on Monday, January 14, 2019 ຂອບໃຈຂໍ້ມູນຈາກ: ຂ່າວປະຈໍາວັນ ອຸດົມໄຊ.

Read More »

ມອບສື່ສິ່ງພິມ ແລະ ອຸປະກອນຮັບໃຊ້ຫ້ອງການ ສຳລັບປີ 2019

 ອົງການ ດີວີວີ ອິນເຕີເນເຊິນແນວ ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ (DVV International) ໄດ້ມອບສື່ສິ່ງພິມ ແລະ ອຸປະກອນຮັບໃຊ້ຫ້ອງການ ສຳລັບປີ 2019 ລວມມູນຄ່າ 180 ລ້ານກີບ ໃຫ້ແກ່ກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ເພື່ອຮັບໃຊ້ເຂົ້າໃນການສຶກສານອກໂຮງຮຽນ ເພື່ອການພັດທະນາແບບຍືນຍົງ ແລະ ການສຶກສາຕໍ່ເນື່ອງໃນ ສປປ ລາວ. ພິທີຈັດຂຶ້ນໃນຕອນບ່າຍຂອງ ວັນທີ 14 ມັງກອນ 2019 ທີ່ນະຄອນຫລວງວຽງຈັນ. ຂໍ້ມູນຈາກ: ຂປລ.

Read More »

ເມືອງ ເຊໂປນ ສອບເສັງນັກຮຽນເກັ່ງຂັ້ນເມືອງ ສົກປີ 2018-2019

ໃນວັນທີ 10 ມັງກອນ 2019 ສຶກສາເມືອງ ເຊ​ໂປນ ​ໄດ້ຈັດການສອບ​ເສັງ​ນັກ​ຮຽ​ນ​ເກັ່ງ​ຂັ້ນ​ເມືອງ ​ຊັ້ນ​ປໍ5, ມໍ4 ແລະ ​ມໍ7 ທົ່ວ​ເມືອງ​ສົກ​ປີ 2018-2019 ສໍາລັບນັກຮຽນຜູ້ທີ່ມີຄະແນນດີເດັ່ນຈະໄດ້ເປັນຕົວແທນຂອງເມືອງເຂົ້າຮ່ວມແຂ່ງຂັນລະດັບແຂວງ ໃນທ້າຍເດືອນກຸມພາ 2019 ນີ້ ໂດຍທາງເມືອງວາງຄາດໝາຍວ່າການສອບເສັງຂັ້ນເມືອງຈະໃຫ້ໄດ້ 100% ແລະ ຂັ້ນແຂວງຈະໃຫ້ໄດ້ 80%. (ລາຍລະອຽດຕິດຕາມຄຣິບດ້ານລຸ່ມ) ຂ່າວ​ເຊ​ໂປນ10-01-19 ເຊ​ໂປນ​ສອບ​ເສັງ​ນັກ​ຮຽ​ນ​ເກັ່ງ​ຂັ້ນ​ເມືອງ​ຊັ້ນ​ປໍ5,ມໍ4ແລະ​ມໍ7ທົ່ວ​ເມືອງ​ົກ​ປີ2018-2019 Posted by ໂທລະພາບເຊໂປນ on Wednesday, January 9, 2019 ຂອບໃຈຂໍ້ມູນຈາກ: ໂທລະພາບເຊໂປນ.

Read More »

ເຊີນເຂົ້າຮ່ວມສຳມະນາໃນຫົວຂໍ້ ” ການເຂົ້າຫາແຫຼ່ງທຶນ” ຂອງພາກທຸລະກິດ.

ດ່ວນ………………❗❗❗❗❗ ເຊີນທ່ານເຂົ້າຮ່ວມສຳມະນາ???ໃນຫົວຂໍ້ ” ການເຂົ້າຫາແຫຼ່ງທຶນ” ຂອງພາກທຸລະກິດ ໂດຍສະເພາະແມ່ນຂະແໜງການຕັດຫຍິບ, ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບບໍລິສັດ ຂອງທ່ານ ໃຫ້ມີຄວາມຄ່ອງຕົວທາງດ້ານການເງິນ, ສາມາດພັດທະນາຜະລິດຕະພັນຂອງທ່ານ ເຂົ້າສູ່ຕະຫຼາດທີ່ໄດ້ມາດຕະຖານ ເພື່ອການແຂ່ງຂັນໄດ້ທັງໃນ ແລະ ຕ່າງປະເທດ ?ວັນທີ 14 ມັງກອນ 2019 ?ເວລາ 13:00-16:30 ໂມງ ?ສະຖານທີ່ : ສະພາການຄ້າ ແລະ ອຸດສາຫະກຳ ແຫ່ຊາດລາວ ⚠⚠ໝາຍເຫດ: ເຂົ້າຮ່ວມຟຣີ ແລະ ມີທີ່ນັ່ງຈຳກັດ ກະລຸນາແຈ້ງຊື່ ມາຈອງທີ່ນັ່ງກ່ອນວັນທີ 11/1/2019 ຕິດຕໍ່ພົວພັນ 021 416266-7

Read More »

ຢາກໄດ້ທຶນໄປສຶກສາຕໍ່ ທີ່ປະເທດ ຮົງກາລີ ອ່່ານດ່ວນ…..

ທຶນໃຫມ່ ຈາກປະເທດ ຮົງກາຣີ ?? ຄົນລາວ ສະໝັກໄດ້ ! ປິດຮັບສະໝັກ 01/02/2019 ດ່ວນເລີຍ ! Hungary Central European University(CEU) Fully Funded Graduate Scholarships 2019 CEU fully funded ທຶນເຕັມຮູບແບບ ສາຂາໃຫ້ເລືອກຮຽນ: cognitive science, economics and business, environmental sciences and policy, gender studies, history, international relations, legal studies, mathematics and its applications, medieval studies, nationalism studies, network science, philosophy, political science, public policy, sociology, social anthropology. ຫຼັກສູດ ...

Read More »

ເປີດຮັບສະໝັກ ທຶນຄົ້ນຄວ້າ ASEAN-India Research Training Fellowship (AIRTF)

Call for Application: ASEAN-India Research Training Fellowship, India ?? ?? ?? ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລັດຖະບານອິນເດຍ (Department of Science and Technology, Government of India) ຮ່ວມກັບ ສະຫະພັນສະພາການຄ້າ ແລະ ອຸດສາຫະກຳອິນເດຍ (Federation of Indian Chambers of Commerce and Industry) ເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນຄົ້ນຄວ້າ ASEAN-India Research Training Fellowship (AIRTF) ໃນສາຂາວິທະຍາສາດທຳມະຊາດ ແລະ ວິສະວະກຳສາດ ໄລຍະ 2 – 6 ເດືອນ ທີ່ ສະຖາບັນການສຶກສາ/ການຄົ້ນຄວ້າໃນປະເທດອິນເດຍ. ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: https://aistic.gov.in/ASEAN/aistdfFellowship ກຳນົດເປີດ-ປິດຮັບສະໝັກ/ສົ່ງ Proposal ວັນທີ 1 ເມສາ ...

Read More »

ຢາກໄປຮຽນຕໍ່ປະລິນຍາເອກ ຢູ່ປະເທດ ຍີ່ປຸ່ນ ອ່ານດ່ວນ….

ສົນໃຈສະໝັກໄປຮຽນຕໍ່ ເອກ ທີ່ປະເທດຍີ່ປຸ່ນ ມະຫາວິທະຍາໄລ Kochi ເປີດໃຫ້ທ່ານໄດ້ສະໝັກແລ້ວ !!! ປິດຮັບສະໝັກ: 15/03/2019 ?KUT’s Special Scholarship Program ?KUT’s Special Scholarship Program is a 3-year English-medium doctoral program designed for highly capable doctoral students. Successful applicants are entitled to receive following benefits: 1. Exempted from all the required student fees 2. 150,000 yen per month for research project work 3. 150,000 yen for travel and ...

Read More »

ສະໜາມກິລາ ແຂວງອຸດົມໄຊ ຕົ້ນປີ 2019

ສະພາບຂອງສະໜາມກິລາ ແຂວງອຸດົມໄຊ ໃນປີ 2019 ພາຍຫຼັງທີ່ໄດ້ຈັດງານ​ມະ​ຫະ​ກຳ​ກີລາ​ແຫ່ງຊາດ​ ຄັ້ງ​ທີ X ທີ່ ​ແຂວງ​ອຸດົມ​ໄຊ ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ແຕ່​ວັນ​ທີ 13 -21 ທັນວາ 2014 ຜ່ານມາ. ໃນ​ງານ​ຄັ້ງ​ນັ້ນ ມີນັກກີລາ​ຈາກ​ບັນດາ​ແຂວງ ແລະ 7 ກະຊວງ​ເຂົ້າ​ຮ່ວມ ເຊິ່ງ​ຜົນການ​ແຂ່ງຂັນອັນ​ດັບ 1 ໄດ້ແກ່ກະຊວງ​ປ້ອງ​ກັນ​ປະເທດໄດ້ 61 ຫຼຽນ​ຄຳ 29 ຫຼຽນ​ເງິນ 37 ຫຼຽນທອງ, ອັນ​ດັບ​ທີ 2 ໄດ້ແກ່​ນະຄອນ​ຫຼວງ​ວຽງ​ຈັນໄດ້ 55 ຫຼຽນຄໍາ 31 ຫຼຽນ​ເງິນ 49 ຫຼຽນ​ທອງ, ອັນ​ດັບ​ທີ 3 ໄດ້ແກ່​ກະຊວງ​ປ້ອງກັນ​ຄວາມ​ສະຫງົບໄດ້ 42 ຫຼຽນຄໍາ 43 ຫຼຽນ​ເງິນ 51 ຫຼຽນ​ທອງ ສ່ວນ​ອັນ​ດັບ 4 ແມ່ນ​ແຂວງ​ອຸດົມ​ໄຊໄດ້ 33 ຫຼຽນ​ຄຳ 24 ຫຼຽນເງິນ 53 ຫຼຽນ​ທອງ. ຂອບໃຈພາບຈາກ: Daily News Oudomxay

Read More »

ມີທຶນການສຶກສາ UWC 2019-2021 ໃຫ້ນັກສຶກສາລາວ !!! ສະ​ໝັກດ່ວນ

ທຶນການສຶກສາ UWC 2019-2021 ສະເພາະ ນັກສຶກສາລາວ !!! ອ່ານລາຍລະອຽດ ແລະ ວິທີການສະໝັກ ຕາມລິ້ງ ຕໍ່ໄປນີ້ !!! ປິດຮັບສະໝັກ: 1 ກຸມພາ 2019 ສາມາດເລືອກໄປຮຽນໄດ້ ປະເທດໃດປະເທດໜຶ່ງ ໃນ 4 ປະເທດນີ້: Norway ,  Netherlands ,  Thailand ,  China ທຶນການສຶກສາ UWC 2019 – 2021 ທີ່ພວກນ້ອງລໍຖ້າໄດ້ເປີດຮັບສະໝັກຢ່າງເປັນທາງການແລ້ວ. ຫາກນ້ອງນັກຮຽນຜູ້ໃດມີຄວາມສົນໃຈ, ກໍສາມາດສະໝັກໄດ້ຜ່ານທາງ la.uwc.org/application. ປິດຮັບສະໝັກວັນທີ 1 ກຸມພາ ປີ 2019. ກະລຸນາອ່ານລາຍລະອຽດການສະໝັກໃຫ້ຄົບຖ້ວນ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງໄດ້ທີ່ facebook.com/uwclaos ຫຼື la.uwc.org ສອບຖາມໄດ້ທີ່ [email protected] Sabaidee students! UWC scholarship 2019 – 2021 is now opened. ...

Read More »