ສຶກສາ ແລະ ກິລາ

ຮອງນາຍົກ ມອບອຸປະກອນການສຶກສາ-ກິລາ ໃຫ້ນັກຮຽນເມືອງ ສະໜາມໄຊ

ໃນວັນທີ 16 ທັນວາ 2018, ຢູ່ທີ່ບ້ານພັກຊົ່ວຄາວ ບ້ານດົງບາກ ເມືອງສະໝາມໄຊ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນກະຊວງການເງິນ, ພ້ອມດ້ວຍພັນຍາລະຍາ ແລະ ຄະນະ ໄດ້ນຳອຸປະກອນການຮຽນການສຶກສາ ແລະ ເຄື່ອງກິລາຈຳນວນ 400 ກວ່າຊຸດ, ໄປມອບໃຫ້ນ້ອງໆນັກຮຽນ ທີ່ປະສົບໄພພິບັດ ທີ່ເມືອງສະໜາມໄຊ ແຂວງ ອັດຕະປື. ໂດຍການກ່າວມອບຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ແລະ ກ່າວຮັບ ຂອງທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງ ອັດຕະປື ແລະ ທ່ານ ຄໍາໝັ້ນ ພົມມະແສງ ຄະນະນຳ ເມືອງສະໜາມໄຊ, , ພ້ອມດ້ວຍຄູ-ອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມ. ສຳລັບອຸປະກອນການຮຽນ ແລະ ເຄື່ອງກິລາ ຈຳນວນ 400 ກວ່າຊຸດ ທີ່ນຳໄປມອບ ແລະ ແຈກຢາຍໃຫ້ນ້ອງນ້ອຍນັກຮຽນ ປະກອບມີ ປື້ມ, ...

Read More »

ຢາກໄດ້ທຶນໄປສຶກສາຕໍ່ທີ່ປະເທດຈີນ ອ່ານດ່ວນ…..

ເປີດແລ້ວ ຮັບສະໝັກ ທຶນການສຶກສາ Chongqing Municipal Government Mayor Scholarship 2019 ທີ່ປະເທດຈີນ ປິດຮັບສະໝັກ: 15/04/2019 ລາຍລະອຽດ ແລະ ວິທີການສະໝັກທີ່: http://english.cqupt.edu.cn/…/Chongqing_Municipal_Governmen… 2019  Chongqing Municipal Government Mayor Scholarship at CQUPT      (For Undergraduate and Graduate Students) In order to encourage more outstanding international students to pursue a higher education in Chongqing, Chongqing Municipal Government launches the Chongqing Municipal Government Mayor Scholarship. 1. University Name: Chongqing University of Posts and Telecommunications 2. ...

Read More »

ເຊີນຮ່ວມສຳມະນາ ການກ້າວສູ່ໂລກ ທີ່ທັນສະໄໝ, ວ່ອງໄວໃນການບໍລິຫານຈັດການວຽກງານ

ເຊີນເຂົ້າຮ່ວມການສຳມະນາຟຣີ??ໃນຫົວຂໍ້: ການກ້າວສູ່ໂລກທີ່ທັນສະໄໝ, ວ່ອງໄວໃນການບໍລິຫານຈັດການ ວຽກງານດ້ວຍ (Kintone) A step towards Digitalization by using kintone. ?ວັນທີ: 18 ທັນວາ 2018 ?ສະຖານທີ່: ໂຕະເອັກ (Toh X)? ?ເວລາ: 13:00 ຫາ 16:00 ໂມງ ກະລຸນາແຈ້ງລາຍຊື່ກ່ອນວັນທີ 17/12/2018 ຕິດຕໍ່ປະສານງານ: ☎☎021 416266 ຫຼື Inbox [email protected]

Read More »

ຊົມເຊີຍ!!! ນັກກີລາລາວຍາດໄດ້ 2 ຫຼຽນຄໍາ 4 ຫຼຽນເງິນ 1 ຫຼຽນທອງແດງ ໃນການແຂ່ງຂັນ ມ.ອາຊຽນຄັ້ງທີ 19

#ສ້າງຊື່ສຽງໃຫ້ປະເທດອີກແລ້ວ  ໃນວັນທີ 13 ທັນວາ 2018 ນັກກີລາແລ່ນ-ລານລາວ ທ້າວ ອະນຸສອນ ໄຊສາ ຍາດໄດ້ຫຼຽນຄໍາ ຈາກລາຍການແລ່ນຂ້າມຮົ້ວ 110 ແມັດ. ການແຂ່ງຂັນທຸ້ມນໍ້າໜັກຍິງ ນາງ ມັດ ຖີນມະນາວ ນັກກີລາລາວ ສາມາດຍາດມາໄດ້ 1 ຫຼຽນທອງແດງ. ໃນງານແຂ່ງຂັນ ກີລາມະຫາວິທະຍາໄລ ອາຊຽນ (ມ.ອາຊຽນຄັ້ງ) ທີ 19 ທີ່່ ສສ ມຽນມາ ເປັນເຈົ້າພາບ ລະຫວ່າງວັນທີ 8 ຫາ 19 ທັນວາ 2018 (19 th ASEAN UNIVERSITY GAMES MYANMAR 2018) in Nay Pyi Taw ສະຫຼຸບຜົນການແຂ່ງຂັນມາຮອດວັນທີ 13 ທັນວາ ສປປ ລາວ ຕິດອັນດັບ 6 ໃນຕາຕະລາງແຂ່ງ ລວມຫຼຽນທັງໝົດ 7 ຫຼຽນ ໃນນີ້ຫຼຽນຄໍາ ...

Read More »

ເປີດໂອກາດໃຫ້ກັບນັກທຸລະກິດອອນໄລເຂົ້າຮ່ວມເຝິກອົບຮົມຟຣີີ…ສະໝັກດ່ວນ.

ສິ່ງທີ່ທ່ານຈະໄດ້ຮຽນຮູ້ຄື: – ເຂົ້າໃຈໂຄງການພັດທະນາການຄ້າທາງເອເລັກໂທນິກໃນພາກພື້ນຂອງສະຖາບັນແມ່ນນ້ຳຂອງຂ່ອນແກນ – ຮຽນຮູ້ຄວາມຮູ້ພື້ນຖານຂອງການຄ້າທາງເອເລັກໂທນິກໂດຍສະເພາະແມ່ນພາກຫົວໜ່ວຍທຸລະກິດ ແລະ ຊົນນະບົດ – ສ້າງແຜນທຸລະກິດ ແລະ ອອກແບບທຸລະກິດແບບໃໝ່ – ເຂົ້າໃນເລື່ອງນະໂຍບາຍການຄ້າທາງເອເລັກໂທນິກຂອງປະເທດ – ເຄື່ອງມືທາງດ້ານການຕະຫຼາດທີ່ຈະຊ່ວຍສ້າງໂອກາດໃນດ້ານການຄ້າ ຟຣີ ❗ເຂົ້າຮ່ວມຟຮີ ‼ບໍ່ມີຄ່າລົງທະບຽນ ສະໜັບສະໜູນຫຼັກໂດຍ: ສະຖາບັນແມ່ນ້ຳຂອງ (Mekhong Institute) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈັດໂດຍ: ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ບໍລິສັດ Me Asia ແລະ ອາໂກລາວ ກຸຣບ. ເປີດໂອກາດໃຫ້ກັບນັກທຸລະກິດອອນໄລເຂົ້າຮ່ວມງານເຝິກອົບຮົມ ? ວັນທີ 19-20 ທັນວາ 2018 ສະຖານທີ່: Toh X ໂຕະເອັກຊ ? ຂໍ້ມູນເພິ່ມເຕິມ ຕິດຕໍ່ລົງທະບຽນ ? 021 416 266 / 5838 8885 ວັອດແອັບ ...

Read More »

ສສກ ກວດຜ່ານ-ຮັບຮອງຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືແບບໃໝ່.

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດກອງປະຊຸມກວດຜ່ານ ແລະ ຮັບຮອງຫຼັກສູດ, ປື້ມແບບຮຽນ ແລະ ປື້ມຄູ່ມືຄູຊັ້ນປະຖົມສຶກສາປີທີ 1 ກຽມນຳໃຊ້ໃນສົກຮຽນ 2019-2020. ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ. ໃນວັນທີ 4-6 ທັນວາ 2018 ຜ່ານມາ ທີ່ເຮືອນພັກຄູນຊັບ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ. ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເຄທີ ສະມິດ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ມີບັນດາຜູ້ອຳນວຍການ-ຮອງອຳນວຍການສູນ, ຜູ້ອຳນວຍການວິທະຍາໄລ, ຊ່ຽນຊຽນຈາກປະເທດອົດສະຕຣາລີ, ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະບໍດີຈາກມະຫາວິທະຍາໄລແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານ ແລະ ວິຊາການ ຈາກຂະແໜງການສຶກສາທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ. ອ່ອນແກ້ວ ນວນນະວົງ ...

Read More »

ແຂ່ງຂັນພາສາລັດເຊຍ “ມາໂຕຣສ໌ກາ”

ໃນວັນທີ 28 ພະຈິກ 2018 ທີ່ຜ່ານມານີ້, ທີ່ຫ້ອງປະຊຸມມະຫາວິທະຍາໄລແຫ່ງຊາດໄດ້ຈັດການແຂ່ງຂັນພາສາລັດເຊຍ “ມາໂຕຣສ໌ກາ”ຄັ້ງທີ 1 ໃນການເປີດພິທີແຂ່ງຂັນ, ຮອງຄະນະບໍດີຄະນະອັກສອນສາດ – ທ່ານ ບຸນເລືອນ ແສງສຸລິນ ໄດ້ຊີ້ໃຫ້ເຫັນວ່າຫຼັງຈາກການລົ້ມສະລາຍຂອງສະຫະພາບໂຊວຽດ ແລະ ໄດ້ຢຸດການສອນພາສາຣັດເຊຍ, ດ້ວຍເຫດນີ້ກໍໄດ້ຕັດສິນໃຈທີ່ຈະຟື້ນຟູພະແນກພາສາຣັດເຊຍຂຶ້ນ. ຜູ້ນໍາຂອງປະເທດ ແລະ ມະຫາວິທະຍາໄລເຊື່ອວ່າພາສາຣັດເຊຍ, ແມ່ນຫນຶ່ງໃນພາສາທີ່ເປັນທາງການຂອງສະຫະປະຊາຊາດ, ມີຄວາມຫມາຍຄວາມສໍາຄັນໃນໂລກທີ່ທັນສະໄຫມ. ໃນປີ 2011, ວຽກງານຂອງພະແນກໄດ້ສືບຕໍ່ຟື້ນຟູ ແລະປະຈຸບັນນັກສຶກສາຈຳນວນ 60 ຄົນໄດ້ສຶກສາຢູ່ທີ່ ມຊ. ໃນການຕ້ອນຮັບທັກທາຍ, ຜູ້ຕາງຫນ້າ Rossotrudnichestvo, ທ່ານ ຊາອູຣ໌ ເລຕິຟອບ, ໄດ້ສະແດງຄວາມຂອບໃຈມາຍັງ ມຊ ສໍາລັບການເຮັດວຽກຂອງຕົນຢ່າງຫ້າວຫັນ, ການຮ່ວມມືທີ່ດີກັບ ສວວຣ ປະຈຳນະຄອນຫລວງວຽງຈັນ ແລະມະຫາວິທະຍາໄລຕ່າງໆຂອງຣັດເຊຍ. ຜູ້ແຂ່ງຂັນໄດ້ຖືກປະເມີນໂດຍຄະນະກໍາມະການ, ຄູອາຈານທີ່ສອນຫຼັກສູດພາສາຣັດເຊຍທີ່ໄດ້ຖືກເຊື້ອຈາກ ສວວຣ ປະຈຳ ນະຄອນຫຼວງວຽງຈັນ – ທ່ານ ນາງ ເອເລນາ ອັນເດຼຍເຈນໂກະ ແລະ ທ່ານ ນາງ ນາຕາເລຍ ສິງດາຣາ. ພ້ອມດຽວກັນນັ້ນອາຈານຂອງມະຫາວິທະຍາໄລເສດຖະກິດ ແລະການບໍລິການແຫ່ງລັດວະລາດີວາສ໌ຕົກ, ອາຈານຝຶກຫັດພະແນກພາສາຣັດເຊຍຂອງ ...

Read More »

ສະໝັກດ່ວນ!!! ຖ້າຢາກໄດ້ທຶນໄປສຶກສາຕໍ່ທີ່ Beijing ປະເທດຈີນ

ແຈ້ງການກ່ຽວກັບທຶນການສຶກສາ ຂອງມະຫາວິທະຍາໄລ Beijing Institute of Technology (BIT) ເປີດໂອກາດໃຫ້ຄົນລາວ ໄດ້ສະໝັກແລ້ວ ມີທັງລະບົບ ທີ່ຮຽນເປັນພາສາອັງກິດ ແລະ ພາສາຈີນ. ປິດຮັບສະໝັກ: 31/12/2018 ລາຍລະອຽດ ການສະໝັກ ແມ່ນຕາມແຈ້ງການຂ້າງລຸ່ມນີ້. ສົນໃຈຕິດຕໍ່ສອບຖາມຂໍ້ມູນທີ່ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ ທີ່ຫ້ອງ 108. ສອບຖາມຂໍ້ມູນເພີ່ມຕື່ມໂທ:​ 021 255034 ໃນໂມງລັດຖະການ ທີ່ມາ: Lao Youth Radio FM 90.0 Mhz Posted by Lao Youth Radio FM 90.0 Mhz on Tuesday, December 4, 2018

Read More »

ສ້າງສື່ສຽງໃຫ້ປະເທດອີກແລ້ວ ນັກຮຽນລາວ ຍາດໄດ້ຮອງຊະນະເລີດ ແຂ່ງຂັນຖາມຕອບຄວາມຮູ້ກ່ຽວກັບອາຊຽນ

ເປັນຂ່າວທີ່ປະຊາຊົນລາວທົ່ວປະເທດ ຕ້ອງປິຕິຊົມຊື່ນເປັນຢ່າງຍິ່ງ ເມື່ອນັກຮຽນຈາກ ສປປ ລາວ ສາມາດຍາດໄດ້ອັນດັບຮອງຊະນະເລີດ ໃນການ ແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ລະດັບພາກພື້ນຄັ້ງທີ 8 (8th ASEAN Quiz, regional level) ປີ 2018 ທີ່ເມືອງບາຫລີ, ປະເທດ ອິນໂດເນເຊຍ. ໃນວັນທີ 5 ທັນວາ 2018   ສ່ວນລາຍລະອຽດຈະແຈ້ງໃຫ້ຊາບຕື່ມຕາມຫຼັງ. ຂອບໃຈພາບແລະຂໍ້ມູນຈາກເຟສບຸກ  Vorasack Pravong  

Read More »

ຊົມເຊີຍ ນັກຮຽນຊັ້ນມ 4 ສາມາດຍາດໄດ້ຫຼຽນທອງແດງ ໃນການແຂ່ງຂັນ Humanoid Mission

ນັກຮຽນລາວ ສ້າງຊື່ສຽງໃຫ້ກັບປະເທດຊາດ ອີກແລ້ວ ໂດຍສາມາດຍາດໄດ້ຫຼຽນທອງແດງ ຈາກການແຂ່ງຂັນໃນງານ 5 International Youth Robot Competition (IYRC) 2018 ທີ່ປະເທດໄທ. ການແຂ່ງຂັນຫຸ່ນຍົນຊາວໜຸ່ມສາກົນ ປີທີ 5 International Youth Robot Competition (IYRC) ເຊິ່ງຈັດຂຶ້ນຢູ່ບາງກອກປະເທດໄທ ລະຫວ່າງວັນທີ 30 ພະຈິກຫາວັນທີ 1 ທັນວາ 2018 ໄດ້ສໍາເລັດລົງດ້ວຍຜົນສໍາເລັດທີ່ຍິ່ງໃຫຍ່ ໂດຍມີນັກຮຽນເກືອບ 600 ຄົນຈາກ 25 ປະເທດທີ່ເດີນທາງເຂົ້າຮ່ວມໃນ 11 ລາຍການຂອງແຂ່ງຂັນໃນຄັ້ງນີ້ ໃນນັ້ນກໍມີຕົວແທນນັກຮຽນລາວເຂົ້າຮ່ວມ ແລະ ສາມາດຍາດໄດ້ລາງວັນຫຼຽນທອງແດງ 1 ລາງວັນ ເປັນຂອງຂວັນສະເຫຼີມສະຫຼອງວັນຊາດໃນປີນີ້. ການແຂ່ງຂັນນານາຊາດໃນຄັ້ງນີ້ ເປັນຄັ້ງທໍາອິດທີ່ ສປປ ລາວ ໄດ້ສົ່ງນັກສຶກສາເຂົ້າຮ່ວມຈໍານວນ 5 ຄົນ ຍິງ 1 ຄົນ ໃນ 5 ລາຍການຄື: ການແຂ່ງຂັນ Bowling Item RecycleAnimal Kingdom Soccer ...

Read More »