ການເມືອງ

ລັດຖະບານ ເພີ່ມທະວີການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ

ໃນວັນທີ 11 ກຸມພາ 2019, ຢູ່ສຳນັກງານນາຍົກລັດຖະມົນຕີ, ຄະນະລັດຖະບານ ໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ປະຈໍາເດືອນກຸມພາ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງຮ່າງກົດໝາຍຈໍານວນ 04 ສະບັບ ດັ່ງນີ້: 1. ຮ່າງກົດໝາຍ ວ່າດ້ວຍອະຊີວະສຶກສາ (ສະບັບປຸງປຸງ); 2.ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ (ສ້າງໃໝ່); 3. ຮ່າງກົດໝາຍ ວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການອຸດໜູນສິນຄ້ານໍາເຂົ້າ (ສ້າງໃໝ່); ແລະ 4. ຮ່າງກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ). ເນື້ອໃນຂອງຮ່າງກົດໝາຍເຫຼົ່ານັ້ນ, ກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ໄດ້ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ, ໂດຍມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆ ເລິກເຊິ່ງ, ຄົບຖ້ວນ, ...

Read More »

ຊົມເຊີຍ!!! ທ່ານນາຍົກ ໄດ້ຮັບການປະດັບຫຼຽນສູງສຸດ ຈາກລັດຖະບານໂອຕຼິດ ຍ້ອນ….

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາຍງານວ່າ: ໃນຕອນແລງ ວັນທີ 8 ກຸມພາ 2019 ທີ່ຜ່ານມາ, ຢູ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດພິທີປະດັບຫຼຽນ Grand Tyrolian Eagle Award ໃຫ້ແກ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ, ປະທານກິດຕິມະສັກ ຄະນະກໍາມະການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ, ໂດຍແມ່ນ ທ່ານ ກຶນເທີ ປລັດເຕີ, ເຈົ້າແຂວງໆທີໂຣນ ຕາງໜ້າລັດຖະບານ ປະເທດໂອຕຼິດ ເປັນຜູ້ປະດັບຫຼຽນດັ່ງກ່າວ, ເຊິ່ງຖືວ່າເປັນຫຼຽນສູງສຸດ ທີ່ລັດຖະບານໂອຕຼິດ ມອບໃຫ້ຕ່າງປະເທດ, ການປະດັບຫຼຽນດັ່ງກ່າວນີ້ ເພື່ອເປັນການຍ້ອງຍໍສັນລະເສີນ ຄຸນງາມຄວາມດີ ໃນການປະກອບສ່ວນ ຊ່ວຍເຫຼືອບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ, ເຊິ່ງທ່ານນາຍົກລັດຖະມົນຕີ ເປັນຜູ້ໜຶ່ງທີ່ກໍ່ຕັ້ງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ຕັ້ງແຕ່ປີ 1993 ແລະ ຕະຫຼອດໄລຍະ 25 ປີ, ຍາມໃດ ທ່ານກໍໄດ້ໃຫ້ຄວາມໃກ້ຊິດຕິດແທດ ຊີ້ນໍາ-ນໍາພາ, ເອົາໃຈໃສ່ເປັນພິເສດ ຕໍ່ໂຄງການບ້ານຊ່ວຍເຫຼືອເດັກ ເອັສໂອເອັສລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນສະຖານທີ່ເບິ່ງແຍງລ້ຽງດູເດັກ ກໍາພ້າ-ກໍາພອຍ ທີ່ດ້ອຍໂອກາດ ...

Read More »

ຮຽກຮ້ອງໃຫ້ເລັ່ງຟື້ນຟູເຂດຖືກຜົນກະທົບຈາກໄພພິບັດຢູ່ເມືອງສະໜາມໄຊ

ທ່ານ ເພັດ ພົມພິພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີອອກແຈ້ງການເລກທີ 200/ຫສນຍ ລົງວັນທີ 6 ກຸມພາ 2019 ແຈ້ງທິດຊີ້ນຳຂອງກອງປະຊຸມສະເພາະກິດກ່ຽວກັບການແກ້ໄຂໄພພິບັດ ແລະ ຟື້ນຟູເຂດໄດ້ຮັບຜົນກະທົບຢູ່ເມືອງສະໜາມໄຊ ແຂວງອັດຕະປີ ໂດຍໃຫ້ ຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ສົມທົບກັບແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງເລັ່ງຈັດຕັ້ງປະຕິບັດວຽກງານຟື້ນຟູ ໂດຍສຸມໃສ່ວຽກງານເລັ່ງດ່ວນ ພ້ອມກວດຄືນໜ້າວຽກທີ່ໄດ້ດຳເນີນການເປັນຕົ້ນແມ່ນ: ເລັ່ງຊ່ວຍເຫຼືອປະຊາຊົນທີ່ຍັງພັກເຊົາຢູ່ເຕັ້ນຊົ່ວຄາວໃຫ້ໄດ້ຍ້າຍອອກມາຢູ່ເຮືອນພັກເຊົາຊົ່ວຄາວໂດຍໄວ, ກວດຄືນສັນຍາ ແລະ ການປະຕິບັດສັນຍາຂອງບໍລິສັດຮັບເໝົາຕິດຕັ້ງເຮືອນພັກຊົ່ວຄາວ ບໍລິສັດໃດບໍ່ປະຕິບັດຕາມສັນຍາໃຫ້ເຈລະຈາຍົກເລີກສັນຍາ ພ້ອມຫັນທຶນດັ່ງກ່າວມາເລັ່ງຕິດຕັ້ງເຮືອນພັກຊົ່ວຄາວໃຫ້ປະຊາຊົນໃຫ້ໄວຂຶ້ນ ທັງຮັບປະກັນຄຸນນະພາບ ແລະ ປະຢັດງົບປະມານ, ກວດຄືນສັນຍາ ແລະ ການອະນຸມັດໃຫ້ບຸກເບີກ ແລະ ເກັບກູ້ລະເບີດໃນເຂດທີ່ຈັດສັນໃຫ້ປະຊາຊົນຕັ້ງຖິ່ນຖານຊົ່ວຄາວ, ຖາວອນ ແລະ ທຳການຜະລິດ ເພື່ອຮັບປະກັນບໍ່ໃຫ້ຕົ້ນທຶນສູງ ແລະ ມີແຫຼ່ງທຶນທີ່ຈະມາຊຳລະການບຸກເບີກ ແລະ ເກັບກູ້ລະເບີດດັ່ງກ່າວ ແລ້ວລາຍງານລັດຖະບານ. ກອງປະຊຸມທີ່ຈັດຂຶ້ນໃນວັນທີ 4 ກຸມພາ 2019 ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍັງຮຽກຮ້ອງໃຫ້ກວດຄືນລະອຽດການບຸກເບີກພື້ນທີ່ທຳການຜະລິດໃນເຂດທີ່ກຳນົດໃຫ້ບຸກເບີກ ຖ້າເຫັນວ່າຖືກຕ້ອງ ແລະ ເໝາະສົມແລ້ວກໍໃຫ້ຮີບຮ້ອນຈັດສັນ ແລະ ຊຸກຍູ້ສົ່ງເສີມໃຫ້ປະຊາຊົນໄດ້ເລີ່ມທຳການຜະລິດໃຫ້ທັນລະດູການ, ໃຫ້ສະຫຼຸບລາຍງານດ້ານການເງິນ ແລະ ...

Read More »

ກອງປະຊຸມສະໄໝສະມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ 1

  ກອງປະຊຸມສະໄໝສະມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ 1 ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 6-8 ກຸມພາ 2019 ພາຍໃຕ້ການເປັນປະທານຂອງທ່ານ  ສົມລິດ ສີຜາວັນ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ , ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ແລະ ມີບັນດາຜູ້ແທນເຂົ້າຮ່ວມຢ່າງພ້ອມພຽງ…(ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) ກອງປະຊຸມສະໄໝສະມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ 16/2/2019ຂ່າວ: ຄຳເພັງ ສີສະຫວ່າງ Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Wednesday, February 6, 2019 ທີ່ມາ: ໂທລະພາບແຂວງບໍ່ແກ້ວ.

Read More »

ການນຳຂັ້ນສູງຕ້ອນຮັບຄະນະຜູ້ແທນພັກກອມມູນິດເນປານ

ໃນວັນທີ 1 ກຸມພາ 2019 ທີ່ສຳນັກງານສູນກາງພັກ ປປ ລາວ ສະຫາຍ ພັນຄຳ ວິພາວັນເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປປ ລາວ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດເນປານ ນຳໂດຍສະຫາຍ ມາດດັບ ກຸມ ມານ ເນປານ ຜູ້ນຳອາວຸໂສ, ເລຂາທິການສູນກາງ, ກຳມະການຄະນະປະຈຳສູນກາງພັກກອມມູນິດເນປານ, ອາດີດນາຍົກລັດຖະມົນຕີເນປານ ພ້ອມຄະນະໃນໂອກາດເດີນທາງມາຢ້ຽມຢາມລາວ ໃນລະຫວ່າງທີ 31 ມັງກອນ ຫາ ວັນທີ 4 ກຸມພາ 2019. ທີມາ: ຂ່າວສານປະເທດລາວ.  

Read More »

ສະພາປະຊາຊົນແຂວງວຽງຈັນ ຊຸດທີ I ຄົ້ນຄວ້າ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນ

ພາຍຫຼັງທີ່ໄດ້ດຳເນີນວຽກງານມາເປັນເວລາ 3 ວັນ, ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ I ກໍໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 31 ມັງກອນ 2019 ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສາຍນໍລະດີ, ປະທານສະພາປະຊາຊົນແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິດົງ ໄຊຍະສອນ, ເຈົ້າແຂວງໆວຽງຈັນ ພ້ອມດ້ວຍບັນດາທ່ານການນຳ ແລະ ອະດີດການນໍາພັກ-ລັດແຂວງ, ບັນດາສະມາຊິກສະພາປະຊາຊົນແຂວງ, ນັກທຸລະກິດ ແລະ ຜູ້ຕາງໜ້າຈາກພາກສ່ວນ ຕ່າງໆ. ໃນກອງປະຊຸມ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ເຊີດຊູນໍ້າໃຈຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ແລະ ປະກອບຄວາມຄິດຄວາມເຫັນ ພ້ອມພິຈະລະນາ ແລະ ຕົກລົງຮັບຮອງເອົາບັນດາບັນຫາສໍາຄັນຕ່າງໆຂອງແຂວງ ເຊັ່ນ: ບົດລາຍງານຂອງຮອງເຈົ້າແຂວງ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ,ແຜນງົບປະມານຂອງແຂວງ ປະຈໍາ ປີ 2018, ທິດທາງແຜນ ການ ປີ 2019 ແລະ ແຜນງົບປະມານຂອງແຂວງ ປີ 2019, ຮັບຟັງການຊີ້ແຈງອະທິບາຍ 3 ບັນຫາທີ່ພົ້ນເດັ່ນໃນສັງຄົມພາຍໃນແຂວງວຽງຈັນ ...

Read More »

ຄະນະຜູ້ແທນພັກກອມມູນິດ ເນປານ ຢ້ຽມຢາມລາວ ເພື່ອ…..

ຕອບສະໜອງຕາມການເຊື້ອເຊີນຂອງ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ນໍາໂດຍ ສະຫາຍ ມາດດັບ ກຸມມານ ເນປານ, ຜູ້ນຳອາວຸໂສ, ເລຂາທິການສູນກາງ, ກໍາມະການຄະນະປະຈໍາສູນກາງພັກກອມມູນິດ ເນປານ, ອະດີດນາຍົກລັດຖະມົນຕີ ເນປານ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ແຕ່ວັນທີ 31 ມັງກອນ – 04 ກຸມພາ 2019. ໃນໄລຍະຢູ່ຢ້ຽມຢາມ ສປປ ລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ໄດ້ພົບປະເຮັດວຽກກັບ ສະຫາຍ ກິແກ້ວ ໄຂຄໍາພິທູນ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ໃນການພົບປະດັ່ງກ່າວ, ບັນດາສະຫາຍການນໍາລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ເນປານ; ພ້ອມນັ້ນ ສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນ ຂອງ ສປປ ລາວ  ໃນໄລຍະມໍ່ໆມານີ້ ໃຫ້ຄະນະຊາບ, ...

Read More »

ກອງປະຊຸມສະໄໝສາມັນເທື່ອທີ 6 ຊຸດທີ I ສະພາປະຊາຊົນແຂວງບໍລິຄໍາໄຊ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ (ສພຂ)ບໍລິຄຳໄຊ ຊຸດທີ I ໄດ້ໄຂຂຶ້ນໃນວັນທີ 29 ມັງກອນ 2019 ທີ່ຜ່ານມາ ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ; ເປັນກຽດເຂົ້າຮ່ວມມີທ່ານນາງ ສີໃສ ລືເດດມູນສອນ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ-ເຈົ້າແຂວງບໍລິຄຳໄຊ, ບັນດາການນຳຂອງແຂວງ, ພະນັກງານອາວຸໂສບຳນານ, ອະດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນໄປເຖິງວັນທີ 1 ກຸມພາ 2019 ເພື່ອສຸມໃສ່ຄົ້ນຄວ້າ ພິຈາລະນາ, ຮັບຮອງເອົາບັນຫາສຳຄັນຕ່າງໆ ຄື: ຮັບຟັງການລາຍງານ ຂອງທ່ານເຈົ້າແຂວງ ກ່ຽວກັບວຽກງານທີ່ພົ້ນເດັ່ນ ເປັນຈຸດສຸມບູລິມະສິດຂອງແຂວງ ໃນການ ພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຍຸດທະສາດ ປະຈຳປີ 2018 ແລະ ແຜນງານຈຸດສຸມ ປະຈຳປີ 2019; ພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈຳປີ 2018 ແລະ ...

Read More »

ການນໍາແຂວງສາລະວັນ ເຂົ້າວາງກະຕ່າດອກໄມ້ ເພື່ອລະນຶກເຖິງວັນສ້າງຕັ້ງກໍາມະບານລາວ ຄົບຮອບ 63 ປີ

ໃນວັນທີ 31 ມັງກອນ 2019 ການນໍາແຂວງສາລະວັນ ນໍາໂດຍ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ພ້ອມຄະນະ ແລະ ກຸ່ມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຸ່ມຄະນະສະຫະພັນພັນກໍາມະບານແຂວງ, ກຸ່ມພັກ-ພະນັກງານ, ກຸ່ມວັດທະນະທໍາ-ສັງຄົມ, ກຸ່ມປົກປ້ອງກົດໝາຍ, ກຸ່ມເສດຖະກິດ, ກຸ່ມສະຫະພັນກໍາມະບານຂະແໜງ ແລະ ກຸ່ມສະຫະພັນກໍາມະບານເມືອງສາລະວັນ, ໄດ້ເຂົ້າວາງກະຕ່າງດອກໄມ້ຢູ່ 3 ຈຸດສຳຄັນຂອງແຂວງຄື: ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສາວະລີອົງແກ້ວ. ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 63 ປີ ( 1 ກຸມພາ 1956- 1 ກຸມພາ 2019) ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ເຊິ່ງຖືເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດແຫ່ງການຕໍ່ສູ້ ແລະ ການສ້າງສາ ພັດທະນາ ປະເທດຊາດ ກໍຄືຂອງຊາວຜູ້ອອກແຮງງານບັນດາເຜົ່າ ໃນການປະກອບສ່ວນໃນພາລະກິດປະຕິວັດ ຂອງອົງການຈັດຕັ້ງກຳມະບານລາວຕະຫຼອດໄລຍະຜ່ານມາ. ຂໍ້ມູນຈາກ: ໜັງສືພິມສາລະວັນ

Read More »

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຊື່ອມຊຶມມະຕິ 7ແລະ ເປີດຂະບວນການແຂ່ງຂັນ

ໃນວັນທີ 30-31 ມັງກອນ 2018 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມມະຕິ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ເປີດຂະບວນການແຂ່ງຂັນ ກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍການເປັນປະທານ ຂອງສະຫາຍ ເພັດ ພົມພິພັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ບັນດາສະຫາຍຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທັງໝົດ ເຂົ້າຮ່ວມ. ຈຸດປະສົງ ແມ່ນເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ທົ່ວ ຫສນຍ ໄດ້ຮັບຮູ້, ເຊື່ອມຊຶມ ຕໍ່ເນື້ອໃນຈິດໃຈ ຂອງມະ ຕິ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X; ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 56/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ...

Read More »