ຍິນດີນໍາ!! ທ່ານ ສອນໄຊ ສິດພະໄຊ ໄດ້ຂຶ້ນເປັນ ປະທານສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄົນໃໝ່

ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດພິທີມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຢ່າງເປັນທາງການລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ປະທານສະພາບໍລິຫານ ທຫລ (ຜູ້ເກົ່າ) ແລະ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ, ປະທານສະພາບໍລິຫານ ທຫລ (ຜູ້ໃໝ່) ໃນວັນທີ 18 ມິຖຸນາ 2020 ໂດຍມີກໍາມະການສະພາບໍລິຫານ ທຫລ, ຄະນະຜູ້ວ່າການ ທຫລ ແລະ ບັນດາກົມ-ທຽບເທົ່າກົມ ເຂົ້າຮ່ວມ.

ในภาพอาจจะมี 7 คน, สถานที่ในร่ม
ການຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຜູ້ໃໝ່ ແລະ ກໍາມະການສະພາບໍລິຫານຊຸດໃໝ່ໃນຄັ້ງນີ້, ປະກອບດ້ວຍບັນດາຄະນະນໍາທີ່ມາຈາກ ຂະແໜງການກ່ຽວຂ້ອງກັບການເຄື່ອນ ໄຫວຂອງທະນາຄານ ແລະ ມາຈາກສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ ແລະ ຈາກມະຫາວິ ທະຍາໄລແຫ່ງຊາດ ໂດຍໄດ້ປະຕິບັດຕາມກົດໝາຍວ່າດ້ວຍ ທຫລ ສະບັບເລກທີ 47/ສພຊ, ລົງວັນທີ 19/6/2018; ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 102/ນຍ, ລົງວັນທີ 31/1/2020 ວ່າດ້ວຍການແຕ່ງຕັ້ງສະພາບໍລິຫານ ທຫລ ເຊິ່ງເປັນການຈັດຕັ້ງບໍລິຫານສູງສຸດໃນການຕົກລົງ ແລະ ຮັບຮອງເອົາບັນຫາທີ່ສຳຄັນຕ່າງໆ ທີ່ຕິດພັນກັບການເຄື່ອນໄຫວໜ້າທີ່ການ ເມືອງຂອງ ທຫລ ເປັນຕົ້ນແຜນເງິນຕາແຫ່ງຊາດ ເພື່ອສະເໜີລັດຖະບານພິຈາລະນາ ແລະ ສະ ເໜີຕໍ່ສະພາແຫ່ງຊາດຮັບຮອງ, ບົດລາຍງານການເຄື່ອນໄຫວວຽກງານປະຈຳປີ ແລະ ທິດທາງໃນປີຕໍ່ໄປ, ການຈັດຕັ້ງປະຕິບັດແຜນງົບປະມານລາຍຮັບ-ລາຍຈ່າຍປະຈໍາປີ ແລະ ທິດທາງໃນປີຕໍ່ໄປ ເພື່ອສະເໜີນາຍົກລັດຖະມົນຕີ ພິຈາລະນາອະນຸມັດ, ພ້ອມນີ້, ຍັງມີໜ້າທີ່ຮັບຮອງເອົານະໂຍບາຍ ແລະ ລະບຽບການທີ່ສຳຄັນພາຍໃນຂອງ ທຫລ.

ຂ່າວ: ຂປລ.

Comments