ປະທານປະເທດ ເນັ້ນໜັກ ປກສ-ປກຊ ກຽມພ້ອມຊ່ວຍເຫຼືອປະຊາຊົນໃນທຸກສະຖານະການທີ່ອາດຈະເກີດຂຶ້ນ

 ໃນຕອນເຊົ້າວັນທີ 19 ມິຖຸນາ 2020 ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ ພະນັກງານການນໍາຂັ້ນສູງຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ຢູ່ສະໂມສອນກະຊວງປ້ອງກັນປະເທດ ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທວິໄລ ຫລ້າຄໍາຟອງ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີພະນັກງານການນໍາຂັ້ນສູງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

ໂອກາດນີ້ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສ້າງມາໄດ້ໃນຕະຫລອດໄລຍະຊຸມປີຜ່ານມາ ໂດຍຢຶດໝັ້ນໃນ 2 ໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນໍາເດັດຂາດ ໂດຍກົງຮອບດ້ານຂອງພັກການເຄື່ອນໄຫວປັບປຸງກໍ່ສ້າງ ກໍາລັງປະກອບອາວຸດ-ກໍາລັງປ້ອງກັນຄວາມສະຫງົບ ໄດ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກໍາລັງທີ່ຈົ່ງຮັກພັກດີຢ່າງສຸດຊຶ້ງ ຕໍ່ພັກ-ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ພ້ອມກັນກ້າວຂຶ້ນເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ພ້ອມນີ້, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍປະຕິບັດຕາມແນວທາງປ້ອງກັນຊາດ -ປ້ອງກັນຄວາມສະຫງົບຂອງພັກ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະນໍາກະຊວງປ້ອງກັນປະເທດ-ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ຈົ່ງຕັ້ງໜ້າກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບ, ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ໃນສະເພາະໜ້າ ແລະ ຍາວນານ; ຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກ-ນັກຮົບ ຈົ່ງໄດ້ພ້ອມກັນເຊີດຊູມານະຈິດປະຕິວັດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນໃນການຮັບໃຊ້ຊາດ ຮັບໃຊ້ປະຊາຊົນ, ເສີມຂະຫຍາຍມູນເຊື້ອທາດແທ້ຂອງກໍາລັງປະກອບອາວຸດປະຕິວັດ, ປະຕິບັດຂໍ້ກໍານົດກົດລະບຽບ ຂອງກອງທັບ-ຂອງກໍາລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ, ມີຄວາມຈົງຮັກພັກດີພໍ່ພັກ-ຕໍ່ປະເທດຊາດ, ມີທາດແທ້ປະຕິວັດ, ມີລະດັບທິດສະດີວິທະຍາສາດ, ເຕັກນິກ, ສິລະປະຍຸດ, ຍຸດທະວິທີ; ພ້ອມກັນນີ້ ກໍຕ້ອງໄດ້ສືບຕໍ່ຫັນກໍາລັງລົງເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຢູ່ແຕ່ລະຈຸດສຸມ ກໍຄື ເຂດຫ່າງໄກສອກຫລີກໃນຂອບເຂດທົ່ວປະເທດໃຫ້ມີຜົນສໍາເລັດ, ເຂົ້າຮ່ວມການພັດທະນາທາງດ້ານເສດຖະກິດ-ສັງຄົມ, ວັດທະນະທໍາ ແລະ ກຽມພ້ອມຊ່ວຍເຫລືອປະຊາຊົນ ໃນທຸກສະຖານະການທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນການສະກັ້ດກັ້ນ ແລະ ຕ້ານພະຍາດ ໂຄວິດ-19, ໄພພິບັດທາງທໍາມະຊາດ,ນອກນີ້ ກອງທັບ ແລະ ກໍາລັງປ້ອງກັນຄວາມສະຫງົບ ຈົ່ງພ້ອມກັນສຸມໃສ່ຈັດຕັ້ງຄຸ້ມຄອງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ບົນພື້ນຖານຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອອກແຮງສ້າງພະລາທິການກັບທີ່ ເພື່ອຍົກສູງຄຸນນະພາບຊີວິດຂອງພະນັກງານ-ນັກຮົບຢູ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ດີຂຶ້ນເປັນກ້າວໆ.

ในภาพอาจจะมี 5 คน, ผู้คนกำลังยืน, ฝูงชน, ต้นไม้ และสถานที่กลางแจ้ง

ໃນຍາມສະຫງົບ ກໍຄື ຍາມສັນຕິພາບ, ກໍາລັງປ້ອງກັນຊາດ-ປ້ອງກັນຄວມສະຫງົບ ຈົ່ງໄດ້ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງພາຍໃຕ້ສະພາບການໃໝ່ ຕາມທິດກໍ່ສ້າງກໍາລັງປະກອບອາວຸດ-ກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນ ກໍາລັງປະກອບອາວຸດປະຕິວັດ ທີ່ມີແບບແຜນ ແລະ ທັນສະໃໝ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນສືບປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປຸກລະດົມກໍາລັງແຮງສັງລວມທົ່ວປວງຊົນທັງຊາດ, ປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດ ແລະ 4 ຄາດໝາຍ 15 ວຽກຈຸດສຸມຂອງກະຊວງປ້ອງກັນຄວາມສະຫງົບວາງອອກໃຫ້ປະກົດຜົນເປັນຈິງ ເພື່ອປົກປັກຮັກສາເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນຂອງຊາດ ໄວ້ໃຫ້ໝັ້ນຄົງຕະຫລອດໄປ, ເຮັດໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດຂອງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກສູງດີຂຶ້ນເຮັດໃຫ້ເຂົາເຈົ້າປະກອບສ່ວນເຂົ້າໃນ ການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

ในภาพอาจจะมี 6 คน, สถานที่ในร่ม

ພາຍຫລັງສໍາເລັດການພົບປະໂອ້ລົມ, ທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະນໍາກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ລົງຢ້ຽມຢາມໂຄງ ການກໍ່ສ້າງອານຸສອນສະຖານ ອະດີດຄຸກກັກຂັງຜູ້ນໍາພັກ-ແນວລາວຮັກຊາດ ຢູ່ທີ່ຄ້າຍໂພນເຄັງ ຕື່ມອີກ.

ແຫຼ່ງຂ່າວ: ຂປລ.

Comments