ສະພາແຫ່ງຊາດ ຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ…

ໃນວັນທີ 4 ພະຈິກ 2020, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນເງິນຕາ ປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ແລະ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນການປະຈຳປີ 2021 ດ້ວຍຄະແນນສຽງສ່ວນຫລາຍ.

ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍລັດຖະບານທີ່ໄດ້ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ໃນທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ, ຫຍຸ້ງຍາກ ແລະ ຄາດຄະເນໄດ້ຍາກ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຜົນກະທົບຈາກໄພພິບັດທໍາມະຊາດ ເຮັດໃຫ້ປະເທດເຮົາພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ-ເງິນຕາ, ແຕ່ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ສຸມທຸກຄວາມພະຍາຍາມໃນຊີ້ນຳ-ນຳພາບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນເງິນຕາປະຈຳປີ 2020,

ຊຶ່ງຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງຕະຫລອດ 9 ເດືອນ ປີ 2020 ເຫັນວ່າບາງຄາດໝາຍສາມາດບັນລຸໄດ້ຕາມແຜນ, ປະເທດຊາດສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ຄຽງຄູ່ກັນນັ້ນ ຍັງເຫັນວ່າຫລາຍຄາດໝາຍທາງດ້ານເສດຖະກິດມະຫາພາກ ຍັງມີຄວາມບອບບາງ ແລະ ບໍ່ທັນມີຄວາມໝັ້ນທ່ຽງເຊັ່ນ: ອັດຕາເງິນເຟີ້ສູງ, ຄວາມແຕກໂຕນລະຫວ່າງອັດຕາແລກປ່ຽນ, ລາຄາສິນຄ້າທີ່ຈຳເປັນຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າເພີ່ມສູງຂຶ້ນ ແລະ ອື່ນໆ,

ພ້ອມດຽວກັນນັ້ນ ກໍເຫັນວ່າຫລາຍຕົວຊີ້ວັດໃນຂົງເຂດວັດທະນະທຳ-ສັງຄົມ, ການພັດທະນາຊົນນະບົດລົບລ້າງຄວາມທຸກຍາກ ແລະ ຕົວຊີ້ວັດໃນຂົງເຂດອື່ນໆ ຍັງບໍ່ທັນສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້. ສະນັ້ນ, ກອງປະຊຸມ ຈຶ່ງສະເໜີໃຫ້ລັດຖະບານຊີ້ນຳບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດ 10 ມາດຕະການ ແລະ 9 ວຽກງານຈຸດສຸມ ທີ່ຍັງເຫລືອ 3 ເດືອນທ້າຍປີ 2020 ທີ່ລັດຖະບານໄດ້ສະເໜີຕໍ່ກອງປະຊຸມ ໃຫ້ບັນລຸຄາດໝາຍ.

ແຫຼ່ງຂໍ້ມູນ: ຂປລ

Comments