ສະເໜີໃຫ້ລັດຖະບານ ເອົາໃຈໃສ່ໃນການຂັບເຄື່ອນດ້ານເສດຖະກິດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້….

ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 4 ພະຈິກ 2020 ທີ່ໄດ້ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນເງິນຕາ ປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ແລະ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນການປະຈຳປີ 2021 ດ້ວຍຄະແນນສຽງສ່ວນຫລາຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.

ກອງປະຊຸມ ສະເໜີໃຫ້ລັດຖະບານໃຫ້ສືບຕໍ່ເອົາໃຈໃສ່ມາດຕະການເພີ່ມຕື່ມ ເປັນຕົ້ນແມ່ນ ຄົ້ນຄວ້ານະໂຍບາຍ ແລະ ມາດຕະການລະອຽດຂອງບັນດາຂະແໜງການ ເພື່ອຫັນວິກິດໃຫ້ເປັນໂອກາດ ໃນການຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ຮັບປະກັນການບັນລຸອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ທີ່ກໍານົດໄວ້ໃນແຜນການ, ທັງສືບຕໍ່ເອົາໃຈໃສ່ຕິດຕາມກວດກາວຽກງານດ້ານເງິນຕາ ເພື່ອຮັບປະກັນສະຖຽນລະພາບຂອງຄ່າເງິນກີບ ແລະ ບໍ່ສ້າງແຮງກົດດັນຕໍ່ລະດັບລາຄາ ກໍຄືອັດຕາເງິນເຟີ້, ລວມທັງຍົກສູງຄຸນນະພາບຂອງສິນເຊື່ອ ເພື່ອຮັບປະກັນໃຫ້ອັດຕາສ່ວນໜີ້ເກີດດອກອອກຜົນຢູ່ໃນກອບທີ່ສະພາແຫ່ງຊາດຮັບຮອງ.

ນອກຈາກນັ້ນ, ໃຫ້ເອົາໃຈໃສ່ຄຸ້ມຄອງໂຄງການລົງທຶນຂອງລັດແຕ່ລະປະເພດ ໃຫ້ສອດຄ່ອງຕາມຂັ້ນຕອນຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ, ຈັດສັນງົບປະມານໃສ່ບັນດາໂຄງການທີ່ມີຄວາມສຳຄັນ ແລະ ຈຳເປັນ, ເພີ່ມທະວີການຈັດຕັ້ງປະຕິບັດແຜນງົບ, ໂຄງການ, ໜ້າວຽກ ແລະ ກິດຈະກໍາ ຂອງໂຄງການຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ, ຫລຸດຜ່ອນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ, ລວມທັງ ຄົ້ນຄວ້າພິຈາລະນາການຈັດສັນງົບປະມານສະເພາະໃຫ້ຂະແໜງການສຶກສາ ແລະ ກິລາ, ຂະແໜງສາທາລະນະສຸກ ຢ່າງມີຈຸດສຸມ ແລະ ຈັດຕັ້ງປະຕິບັດວຽກງານອື່ນໆ ໃຫ້ນັບມື້ນັບມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2021 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

Comments