ອົງຄະນະພັກ ຄະນະກວດກາສູນກາງພັກ ແລະອົງການກວດກາລັດຖະບານ ຈັດກອງປະຊຸມສະມາຊິກພັກ………

ອົງຄະນະພັກ ຄະນະກວດກາສູນກາງພັກ ແລະອົງການກວດກາລັດຖະບານ ຈັດກອງປະຊຸມສະມາຊິກພັກ ຂຶ້ນໃນວັນທີ 16 ທັນວາ 2020 ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກຄະ ນະກວດກາສູນກາງພັກ, ອົງການກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ມີຄະນະປະຈໍາພັກ, ຄະນະພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ທົ່ວອົງຄະນະພັກເຂົ້າຮ່ວມ.

Image may contain: 6 people, people sitting and people on stage

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ກ່າວວ່າ: ກອງປະຊຸມສະມາຊິກພັກທີ່ໄຂຂຶ້ນໃນເທື່ອນີ້ ແມ່ນປະຕິບັດຕາມກົດລະບຽບພັກ ແລະ ແຜນກະກຽມດໍາເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ເນື້ອໃນຕົ້ນຕໍແມ່ນຈະໄດ້ພ້ອມກັນຄົ້ນຄວ້າ, ຕີລາຄາ, ປະກອບຄໍາຄິດຄໍາເຫັນ ໃສ່ຮ່າງບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານແຕ່ປີ 2016-2020 ແລະ ວຽກຈຸດສຸມແຕ່ນີ້ຮອດກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ.

ພ້ອມກັນນັ້ນ, ສະມາຊິກພັກສົມບູນ ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ອີກວຽກໜຶ່ງທີ່ສໍາຄັນ ຈະໄດ້ທາບທາມບຸກຄະລາກອນທີ່ຈະສືບຕໍ່ເປັນຄະນະກວດກາສູນກາງພັກສະໄໝທີ XI ແລະ ຮຽກຮ້ອງໃຫ້ກອງປະຊຸມ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນເລິກເຊິ່ງ, ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍ.

Image may contain: 5 people, people sitting and indoor

ຈາກນັ້ນ, ສະຫາຍ ສີໃນ ມຽງລາວັນ ຮອງເລຂາຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຜ່ານຮ່າງບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ແລະ ວຽກຈຸດສຸມຮອດກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ຕໍ່ກອງປະຊຸມສະມາຊິກພັກ ໂດຍຍົກໃຫ້ເຫັນຜົນງານການນໍາພາ-ຊີ້ນໍາຕະຫລອດໄລຍະ 5 ປີຜ່ານມາ, ໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນເປັນປົກກະຕິ ດ້ວຍຫລາຍຮູບ ແລະ ຫລາຍວິທີ ເຮັດໃຫ້ສະມາຊິກພັກ ມີແນວຄິດອຸນອຽນທຸນທ່ຽງ, ມີຫລັກໜັ້ນການເມືອງໜັກແໜ້ນ ສາມາດຈັດຕັ້ງປະຕິບັດວຽກງານວິຊາສະເພາະ ມີຜົນສໍາເລັດຫລາຍດ້ານ ໂດຍສະເພາະວຽກງານກວດກາລັດ, ສະກັດກັ້ນ ຕ້ານການສໍ້ລາດບັງຫລວງ, ວຽກງານການສ້າງພັກ, ວຽກງານສ້າງ ແລະ ປັບປຸງນິຕິກໍາ ຕາມພາລະບົດບາດໜ້າທີ່ ແລະ ສິດຂອງຕົນ, ເສີມຂະຫຍາຍໄດ້ດ້ານຕັ້ງໜ້າ, ຈໍາກັດແກ້ໄຂດ້ານອ່ອນ ຂໍ້ຄົງຄ້າງ; ຮູບການ ແລະ ວິທີການກວດກາ ໄດ້ມີການປັບປຸງດີຂຶ້ນເທື່ອລະກ້າວ ເປັນຕົ້ນແມ່ນ ການຈໍາກັດຂໍ້ມູນຫລັກຖານມີຄວາມຊັດເຈນຫລາຍຂຶ້ນ, ການຕີລາຄາຖືກຕ້ອງພາວະວິໄສ, ກໍານົດວິທີການແກ້ໄຂຖືກຕ້ອງ ກັບສະພາບຄວາມເປັນຈິງ ທັງສອດຄ່ອງກັບກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ.

Image may contain: 1 person, sitting and indoor

ນອກຈາກນີ້, ວຽກງານກໍ່ສ້າງພັກ ກໍໄດ້ມີການຂະຫຍາຍຕົວນັບທັງປະລິມານ ແລະ ຄຸນນະພາບ ໄດ້ຕາມມາດຖານເງື່ອນໄຂຂອງກົດລະບຽບພັກ; ການປັບປຸງກົງຈັກການ ຈັດຕັ້ງ ແລະ ກໍ່ສ້າງພະນັກງານ ໄດ້ມີການປັບປຸງກົງຈັກການຈັດຕັ້ງດ້ານພັກ, ດ້ານລັດ ຕາມທິດກະທັດຮັດ ແຕ່ຮັບປະກັນການປະຕິບັດໜ້າທີ່ການເມືອງຂອງຕົນ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ. ພິເສດ ໄດ້ສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງ ຢູ່ 5 ເມືອງ ນະຄອນຫລວງວຽງຈັນ ຈໍານວນ 34 ສະຫາຍ, ຍິງ 7 ສະຫາຍ ສົມທົບກັບຄະນະພັກ-ອົງການປົກຄອງເມືອງ ປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດ ຂອງຄະນະກວດກາພັກເມືອງ, ຜູ້ເຮັດວຽກງານກວດກາຢູ່ໜ່ວຍພັກອ້ອມຂ້າງເມືອງ ແລະ ຮາກຖານບ້ານ. ຈາກນັ້ນ, ສະຫາຍ ປະທານກອງປະຊຸມໄດ້ເຈາະຈິ້ມບາງບັນຫາ ເພື່ອໃຫ້ຄະນະພັກ, ສະມາຊິກພັກເຂົ້າຮ່ວມພ້ອມກັນປະ ກອບຄໍາຄິດຄໍາເຫັນ ຕໍ່ການເຄື່ອນໄຫວວຽກງານແຕ່ລະດ້ານ ໃນໄລຍະຜ່ານມາເພື່ອເຮັດໃຫ້ບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃຫ້ຄົບຖ້ວນສົມບູນ.ໃນວາລະກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ຈໍານວນ 5 ສະຫາຍ ແລະ ສໍາຮອງ 2 ສະຫາຍ ຕາມມາດຖານເງື່ອນໄຂ ຂອງກົດລະບຽບພັກໄດ້ກໍານົດໄວ້ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນທອງ ຈິດມະນີ ປະທານກອງປະຊຸມຕື່ມອີກ.

ແຫຼ່ງຂໍ້ມູນ: ຂປລ

Comments