ການຜະລິດ

ປະກົດການນ້ຳບາກມີສີຂຽວເຂັ້ມ ແລະເຮັດໃຫ້ປາຕາຍ ມາຮອດປັດຈຸບັນໄດ້ເລີມຈາງແລະນ້ຳໃສເປັນປົກກະຕິແລ້ວ

ໃນໄລຍະທ້າຍເດືອນພຶດສະພາ ຫາຕົ້ນເດືອນມິຖຸນາ 2021 ນີ້ ສາຍນ້ຳບາກໄດ້ເກີດມີປະກົດການມີສີຂຽວເຂັ້ມ ແລະເຮັດໃຫ້ປາຕາຍຈຳນວນໜື່ງ, ຕໍ່ໍກັບສະພາບການທີ່ເກີດຂື້ນ ທ່ານ ສົມຫວັງ ພອນຄຳວົງສາ ເຈົ້າເມືອງນ້ຳບາກໄດ້ໃຫ້ສຳພາດວ່າ: ຈຸດເກີດປະກົດການທີ່ນ້ຳບາກມີສີຂຽວເຂັ້ມ ແມ່ນຢູ່ເຂດວັງກໍໄຮ ເມືອງໄຊແຂວງອຸດົມໄຊ ເຊີ່ງນ້ຳບາກໄດ້ມີປະກົດການປ່ຽນສີ ແລະມີຝອດສີຂາວ ຈາກນັ້ນ ໄດ້ໄຫຼມາຕາມສາຍນ້ຳ ຜ່ານບັນດາບ້ານ ນັບແຕ່ເມືອງໄຊ ຫາເມືອງນ້ຳບາກ ແລະເມືອງງອຍ ເຮັດໃຫ້ປານ້ອຍຕາຍຈຳນວນໜື່ງ ເນື່ອງຈາກອຸນຫະພູມຂອງນ້ຳສູງປະມານ 34 ອົງສາ, ແຕ່ມາ ຮອດປະຈຸບັນສະພາບຂອງນ້ຳບາກ ແມ່ນມີສະພາບປົກກະຕິແລ້ວ, ທ່ານເຈົ້າເມືອງນ້ຳບາກໃຫ້ຮູ້ຕື່ມວ່າ: ພາຍຫຼັງເກີດສະ ພາບການທີ່ກ່າວມານັ້ນ ອົງການປົກຄອງເມືອງ ໄດ້ອອກແຈ້ງການໃຫ້ປະຊາຊົນບໍ່ໃຫ້ຊົມໃຊ້ນ້ຳ ເປັນການຊົ່ວຄາວ ພ້ອມທັງໄດ້ປະສານສົມທົບກັບຂະແໜງການກ່ຽວ ຂ້ອງ ນັບທັງແຂວງ ແລະສູນກາງ ເພື່ອກວດກາສະພາບຕົວຈີງ ຕາມການສັງ ລວມເບື້ອງຕົ້ນ ແມ່ນອາດຈະບໍ່ເກີດຈາກການປົນເປື້ອນຂອງສານເຄມີ ເນື່ອງຈາກຈຸດເກີດເຫດ ແມ່ນຢຸ່ຫ່າງໄກສອກຫຼີກ ແລະບໍ່ໃກ້ກັບໂຮງງານອຸດສາຫະກຳ. ໂອກາດນີ້ ທ່ານເຈົ້າເມືອງນ້ຳບາກໄດ້ຮຽກຮ້ອງໃຫ້ປະຊາຊົນ ຢ່າຟ້າວພາກັນແຕກຕື່ນຫຼາຍຈົນເກີນໄປ ເຊີ່ງຄະນະນຳຂອງເມືອງ ຈະປະສານສົມທົບກັບທຸກພາກສ່ວນ ເພື່ອວິເຄາະວິໄຈສະພາບການທີ່ເກີດຂື້ນໃນໄລຍະຜ່ານມາ ພ້ອມທັງຕິດຕາມສະພາບທີ່ຈະເກີດຂື້ນໃນຕໍ່ໜ້າ ເພື່ອວາງແຜນແກ້ໄຂໃຫ້ທັນເຫດການ.

Read More »

ການລະບາດຂອງພະຍາດໂຄວິດ-19 ອາດເຮັດໃຫ້ການໃຊ້ແຮງງານທີ່ເຂົ້າຂ່າຍໃຊ້ແຮງງານເດັກໃນລາວເພີ່ມຂຶ້ນ

ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະແດງຄວາມເປັນຫວ່ງວ່າ: ການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນໃນປັດຈຸບັນນີ້ ຈະສົ່ງຜົນກະທົບໃຫ້ການໃຊ້ແຮງງານທີ່ເຂົ້າຂ່າຍເປັນການໃຊ້ແຮງງານເດັກຢູ່ ສປປ ລາວ ເພີ່ມຂຶ້ນ ເຊີ່ງເດັກຢູ່ເຂດຊົນນະບົດຫນ້າເປັນຫ່ວງຫລາຍກວ່າເດັກຢູ່ໃນຕົວເມືອງ. ໃນໂອກາດປີ 2021 ເຊີ່ງເປັນປີສາກົນເພື່ອລຶບລ້າງການນໍາໃຊ້ແຮງງານເດັກ ແລະ ວັນຕ້ານການໃຊ້ແຮງງານເດັກສາກົນ, ວັນທີ 12 ມິຖຸນາ ທ່ານ ພົງໄຊສັກ ອິນຖາລາດ, ຫົວໜ້າກົມຄຸ້ມຄອງແຮງງານ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 4 ມິຖຸນາ 2021 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າ: ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ອົງການແຮງງານສາກົນ (ILO) ສະແດງຄວາມເປັນຫ່ວງຫລາຍຕໍ່ການໃຊ້ແຮງງານເດັກທີ່ອາດຈະເພີ່ມສູງຂຶ້ນໃນທົ່ວໂລກ ເນື່ອງຈາກເດັກຕ້ອງໄດ້ພັກການຮຽນ, ສ່ວນຜູ້ປົກຄອງຈໍານວນບໍ່ໜ້ອຍບໍ່ໄດ້ເຮັດວຽກຍ້ອນຫົວໜ່ວຍທຸລະກິດປິດກິດຈະການຊົ່ວຄາວ ຫລື ຢຸດຕິກິດຈະການ ເຮັດໃຫ້ເດັກຈຳເປັນຕ້ອງຊອກເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ ເຊີ່ງມີຄວາມສ່ຽງສູງທີ່ການໃຊ້ແຮງ ງານດັ່ງກ່າວຈະເຂົ້າຂ່າຍເປັນການໃຊ້ແຮງງານເດັກ ເນື່ອງຈາກການເຮັດວຽກເກີນເວລາ ແລະ ເຮັດວຽກຢູ່ໃນຂົງເຂດທີ່ເປັນອັນຕະລາຍຕໍ່ເດັກ ໂດຍສະເພາະ ຂົງ ເຂດການກໍ່ສ້າງ ແລະ ຂົງເຂດບໍ່ແຮ່, ເຊັ່ນດຽວກັບຢູ່ ສປປ ລາວ, ກົມຄຸ້ມຄອງແຮງງານ ກໍ່ເປັນຫ່ວງຫລາຍກ່ຽວກັບການໃຊ້ແຮງງານທີ່ເຂົ້າຂ່າຍເປັນການໃຊ້ແຮງງານເດັກຢູ່ ສປປ ລາວ ອາດຈະເພີ່ມຂຶ້ນ, ໃນນີ້ ...

Read More »

3 ເດືອນຕົ້ນປີ ສປປ ລາວ ສາມາດສົ່ງອອກສິນຄ້າ ໄດ້ 1.600 ລ້ານໂດລາ

ມູນຄ່າການສົ່ງອອກສິນຄ້າ ຂອງ ສປປ ລາວ ນັບແຕ່ເດືອນມັງກອນ ເຖິງ ເດືອນມີນາ 2021 ບັນລຸໄດ້ປະມານ 1.600 ລ້ານໂດລາສະຫະລັດ, ສ່ວນມູນຄ່າການນໍາເຂົ້າ ປະມານ 1.500 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 100 ລ້ານໂດລາສະຫາລັດ. ໃນນັ້ນ, ຄູ່ຮ່ວມການຄ້າທັງນໍາເຂົ້າ ແລະ ສົ່ງອອກ ມີຫລາຍກ່ວາ 19 ປະເທດ, ເຊິ່ງມີ 3 ປະເທດຫລັກ ທີ່ເປັນຄູ່ການຄ້າ ທີ່ມີຊາຍແດນຕິດຈອດກັນ, ໃນນັ້ນມີມູນຄ່າໃນການນໍາເຂົ້າ ແລະ ສົ່ງອອກ ຫລາຍສຸດແມ່ນ ປະເທດໄທ, ຈີນ ແລະ ຫວຽດນາມ. ໝວດສິນຄ້າສົ່ງອອກຫລັກ ແມ່ນ ມັນຕົ້ນ ມີມູນຄ່າປະມານ 175 ລ້ານໂດລາສະຫະລັດ, ແຮ່ທອງ ມີມູນຄ່າປະມານ 124 ລ້ານໂດລາສະຫະລັດ ແລະ ຄໍາປະສົມ, ຄໍາແທງ ມີມູນຄ່າປະມານ 268 ລ້ານໂດລາສະຫະລັດ. ສຳລັບໝວດສິນຄ້ານໍາເຂົ້າ ທີ່ມີມູນຄ່າສູງສຸດ ແມ່ນ ພາຫະນະທາງບົກ (ນອກຈາກລົດຈັກ, ...

Read More »

ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານຖະແຫຼງຂ່າວ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ

ຕອນເຊົ້າ ວັນທີ 2 ມີຖຸນາ 2021, ໄດ້ມີພີທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານຖະແຫຼງຂ່າວ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະກຳມະການຖະແຫຼງຂ່າວ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ຢູ່ທີ່ ກະຊວງການຕ່າງປະເທດ ຂອງ ສປປ ເກົາຫລີ, ໂດຍຕາງໜ້າກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ສີສະຫວາດ ຄໍາສາລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ແລະ ຕາງໜ້າຄະນະກຳມະການຖະແຫຼງຂ່າວ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ແມ່ນ ທ່ານ ໂຈ ຢອງ ...

Read More »

ກອງປະຊຸມລະດັບຊາດ ເພື່ອຮ່ວມກັນ ສ້າງລະບົບສະບຽງອາຫານທີ່ຍືນຍົງ

ໃນວັນທີ 2 ມິຖຸນາ 2021, ກະຊວງກະສິກຳ ແລະ ປ່າໄມ້ ໂດຍຮ່ວມມືກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ອົງການສະຫະປະຊາຊາດ (ສປຊ) ໄດ້ຈັດກອງປະຊຸມລະດັບຊາດ ກ່ຽວກັບລະບົບສະບຽງອາຫານ 2021 ຂຶ້ນ (ກອງປະຊຸມທາງໄກ) ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດລະບົບສະບຽງອາຫານໂລກ 2021. ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ເພັດ ພົມພິພັກ ລັດ ຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ຊາຣາ ເຊັກເກນເນສ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ເຊິ່ງໄດ້ລວບລວມເອົາຄູ່ຮ່ວມງານທີ່ຫລາກຫລາຍ ຈາກທຸກລະດັບຂອງລະບົບສະບຽງອາຫານພາຍໃນປະເທດ ແລະ ເນັ້ນໜັກໃສ່ການປຶກສາຫາລືກັນຢ່າງຮອບດ້ານ ລະຫວ່າງຄູ່ຮ່ວມງານ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດໃນປີນີ້ ທີ່ແນໃສ່ສ້າງລະບົບສະບຽງອາຫານໃນອະນາຄົດໃນທົ່ວໂລກໃຫ້ມີຄວາມຍືນຍົງ ແລະ ຍັງຈຸດປະກາຍ ວິທີທາງໃນການໄປເຖິງເປົ້າໝາຍດັ່ງກ່າວນຳອີກ.ກອງປະຊຸມລະດັບຊາດ ກ່ຽວກັບລະບົບສະບຽງອາຫານ 2021 ນີ້ ແນໃສ່ກໍານົດທິດທາງແຫ່ງຊາດ ເພື່ອກ້າວໄປສູ່ການສ້າງລະບົບສະບຽງອາຫານທີ່ຍືນຍົງ ໂດຍເນັ້ນໜັກໃສ່ 4 ຂົງເຂດຕົ້ນຕໍດັ່ງຕໍ່ໄປນີ້: 1) ຮັບປະກັນສະບຽງອາຫານທີ່ປອດໄພ ແລະ ...

Read More »

ສປປ ລາວ ຈະສົ່ງອອກ 9 ລາຍການສິນຄ້າກະສິກຳປຸງແຕ່ງ ໄປ ສປ ຈີນ ໃນນັ້ນ, ລວມມີໝາກຖົ່ວລຽນ 5 ໝື່ນໂຕນ ໃນໄລຍະ 5 ປີ

ການລົງນາມຮ່ວມມືເພື່ອຈັດຊື້ສິນຄ້າກະສິກຳປຸງແຕ່ງ 9 ລາຍການໃຫຍ່ ຈາກ ສປປ ລາວ ສົ່ງໄປ ສປ ຈີນ ປະກອບມີ: 1. ຖົ່ວດິນ 1 ແສນໂຕນ 2. ແປ້ງມັນຕົ້ນ 1 ແສນໂຕນ 3. ຊີ້ນງົວແຊ່ແຂງ 1 ແສນໂຕນ 4. ໝາກມ່ວງຫິມະພານ 2 ແສນໂຕນ 5. ໝາກມ່ວງ 1 ແສນໂຕນ 6. ຖົ່ວລຽນ 5 ໝື່ນໂຕນ 7. ຖົ່ວເຫຼືອງ 2 ແສນໂຕນ 8. ກ້ວຍ 1 ແສນໂຕນ 9. ນ້ຳຕານ 5 ແສນໂຕນ ພາຍໃນປີທີ 5 ເປັນຕົ້ນໄປ ແມ່ນຈະເລີ່ມສົ່ງອອກ ຊຶ່ງການຮ່ວມມືດັ່ງກ່າວຈະເປັນໂຄງການ ທີ່ຈະສ້າງອາຊີບໃຫ້ແກ່ປະຊາຊົນລາວຫຼາຍແສນຄອບຄົວ ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນລາວ​ດີ​ຂຶ້ນ. ໃນວັນທີ 28 ພຶດສະ​ພາ ຜ່ານ​ມາ ທີ່ກະ ຊວງອຸດສາຫະກຳ ແລະ ...

Read More »

ຂ່າວດີມື້ນີ້!!! ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວດີ ອີກ 59 ຄົນ

ໃນວັນທີ 11 ພຶດສະພາ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການແລະການລົງທຶນ; ທ່ານ ດຣ. ບັນດິດ ຊຸມພົນພັກດີ ຄະນະກຳມະການທີ່ປຶກສາແຫ່ງຊາດໃນການໃຫ້ວັກແຊັງ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ. ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ກ່າວວ່າ:ໃນວັນທີ 10 ພຶດສະພາ 2021  ເກັບຕົວຢ່າງໄປກວດທັງໝົດ ຈຳນວນ 3.247 ກໍລະນີ ຜົນກວດພົບຜູ້ຕິດເຊື້ອ 35 ຄົນ; ໃນນີ້ ຢູ່ນະຄອນຫຼວງວຽງຈັນ 9 ຄົນ, ຈຳປາສັກ 5 ຄົນ(ເປັນແຮງງານລາວເດີນທາງມາຈາກປະເທດເພື່ອນບ້ານ), ຫຼວງນໍ້າທາ 1 ຄົນ ແລະ ບໍ່ແກ້ວ 20 ຄົນ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ ...

Read More »

ດ່ວນ!!! ເຈົ້າໜ້າທີ່ ໄປຮັບ ນາງ ພາວະດີ ວິພາກອນ (ເອື້ອຍຮັກກໍລະນີຜູ້ຕິດເຊື້ອ59) ກັບລາວ ເພື່ອມາດຳເນີນຄະດີຕາມກົດໝາຍ

ໃນຕອນແລງຂອງວັນທີ 30 ເມສາ 2021 ນີ້, ເຈົ້າໜ້າທີ່ທາງການລາວ ໄດ້ໄປຮັບນາງ ພາວະດີ ວິພາກອນ (ຕຸກຕິກ) ທີ່ດ່ານສາກົນໜອງຄາຍ ຣາຊະອານາຈັກໄທ ກັບມາ ສປປ ລາວ ພາຍຫລັງທີ່ໄດ້ຮັບການປິ່ນປົວພະຍາດໂຄວິດ-19 ຫາຍດີ ຢູ່ປະເທດໄທແລ້ວ ເພື່ອກັບມາເຂົ້າສູ່ຂະບວນການຍຸຕິທຳຕາມກົດໝາຍ ຂອງ ສປປ ລາວ ເຊິ່ງຜູ້ກ່ຽວລະເມີດກົດໝາຍວ່າດ້ວຍການເຂົ້າ-ອອກ ແລຄຸ້ມຄອງ ຄົນຕ່າງປະເທດ ຢູ່ ສປປ ລາວ, ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົດໝາຍ ກໍຄືລະບຽບການອື່ນໆທີ່ກ່ຽວຂ້ອງ. ທ່ານ ພັນເອກ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫລວດກວດຄົນເຂົ້າ-ອອກເມືອງ ໄດ້ໃຫ້ສຳພາດວ່າ: ທາງເຈົ້າໜ້າທີ່ຝ່າຍລາວ ໄດ້ໄປຮັບເອົາ ນາງ ພາວະດີ ວິພາກອນ (ຕຸກຕິກ) (ເອື້ອຍຮັກ ກໍລະນີຜູ້ຕິດເຊື້ອ 59) ກັບຄືນ ສປປ ລາວ ເຊິ່ງຜູ້ກ່ຽວໄດ້ລັກລອບເດີນທາງເຂົ້າ-ອອກ ສປປ ລາວ ແລະ ຮ່ວມກັບ ກໍລະນີທີ 59 ...

Read More »

ເປີດນໍາໃຊ້ຕູ້ຮັບຄໍາຄິດເຫັນຈາກສັງຄົມ ຕໍ່ກັບການປະຕິບັດວຽກຂອງ ລັດວິສາຫະກິດໄຟຟ້າລາວ

ພິທີເປີດນໍາໃຊ້ຕູ້ຮັບຄໍາຄິດເຫັນຈາກສັງຄົມ ຕໍ່ກັບການປະຕິບັດວຽກຂອງ ລັດວິສາຫະກິດໄຟຟ້າລາວ ເພື່ອເປັນການຮັບເອົາຄໍາຄິດຄໍາເຫັນຕ່າງໆຈາກສັງຄົມບໍ່ວ່າຈະເປັນທາງກົງ ແລະ ທາງອ້ອມ, ເພື່ອເກັບກໍາໄດ້ ແລະ ນໍາໄປສູ່ການກວດກາ ແກ້ໄຂໃຫ້ທ່ວງທັນກັບ ສະພາບການ ແລະ ຖືກຈຸດ ພ້ອມທັງຫລີກລ່ຽງ ການຮ້ອງຟ້ອງໂຈມຕີ ທັບຖົມຢ່າງບໍ່ມີຫຼັກຖານ ແລະ ບໍ່ມີມູນຄວາມຈິງ. ໃນວັນທີ 22 ມີນາ 2021 ໄດ້ເປີດພິທີນໍາໃຊ້ຕູ້ຮັບຄໍາຄິດເຫັນຈາກສັງຄົມ ຕໍ່ກັບການປະຕິບັດວຽກງານຂອງ ລັດວິສາຫະກິດໄຟຟ້າລາວ ທີ່ສູນເກັບເງິນຄ່າກະແສໄຟຟ້າ ໂສກປ່າຫຼວງ ນະຄອນຫຼວງວຽງຈັນ , ໂດຍການເປັນປະທານເປີດນໍາໃຊ້ໂດຍ: ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄໍາຫຼ້າ ວິຈິດວົງສາ ຫົວໜ້າກົມກວດກາ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເຊີ່ງຕູ້ຮັບຄໍາຄິດເຫັນຈາກສັງຄົມຕໍ່ກັບການປະຕິບັດວຽກຂອງ ລັດວິສາຫະກິດໄຟຟ້າລາວ. ໄລຍະທີ່ 1 ໄດ້ຕັ້ງຢູ່ 8 ຈຸດ ໃນຂອບເຂດສໍານັກງານໃນນະຄອນຫຼວງວຽງຈັນ, ...

Read More »

ທະນາຄານລາວ – ຝຣັ່ງ ຈໍາກັດ (ທລຝ) ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມ​ກັບຄະນະສະເພາະກິດສົ່ງເສີມການຜະລິດພາຍໃນເພື່ອສະໜອງທຶນຈໍານວນ 2,1ຕື້

ເພື່ອສະໜອງທຶນຈໍານວນ 2,1ຕື້ ກັບ ເພື່ອພັດທະນາຍຸດທະສາດການເຂົ້າຫາແຫຼ່ງທຶນຢູ່ໃນຂະແໜງການກະສິກໍາ ຢູ່ໃນ ສປປ ລາວ ໃນຕອນບ່າຍຂອງວັນທີ 19 ມີນາ 2021 ທະນາຄານລາວ – ຝຣັ່ງ ຈໍາກັດ (ທລຝ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມ​ກັບຄະນະສະເພາະກິດສົ່ງເສີມການຜະລິດພາຍໃນ ຢູ່ທີ່ໂຮງແຮມ Lao Plaza, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຫຼ້າສາຍ ນວນທາສິງ, ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ. ສໍາລັບການຮ່ວມມືໂຄງການສະໜອງທຶນໃນຄັ້ງນີ້ ເພື່ອຢາກຊຸກຍູ້ການສົ່ງເສີມການຜະລິດພາຍໃນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເພື່ອຮັບປະກັນການເຕີບໃຫຍ່ຂະຫຍາຍຕົວ ແລະ ການຜະລິດແບບຍືນຍົງ, ເພື່ອສາມາດແຂ່ງຂັນກັບການນໍາເຂົ້າສິນຄ້າກະສິກໍາ. ນອກຈາກນີ້, ກໍຍັງຈະສາມາດອໍານວຍຄວາມສະດວກໃນການສະໜອງຜະລິດຕະພັນພາຍໃນໃຫ້ພຽງພໍກັບຄວາມຕ້ອງການທັງພາຍໃນ ແລະ ຕ່າງປະເທດ. ໃນໂອກາດດັ່ງກ່າວ ທ່ານ ຫຼ້າສາຍ ນວນທາສິງ, ຫົວໜ້າພະແນກ ກະສິກໍາ ...

Read More »