ການຜະລິດ

ງານຖະແຫລງຂ່າວການຈັດງານ “ເທດສະການອາຫານລາວ 2022” ທີ່ຈະຈັດຂື້ນໃນວັນທີ 25-29 ມັງກອນ 2022

ງານຖະແຫລງຂ່າວການຈັດງານ “ເທດສະການອາຫານລາວ 2022”    ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກໍາມະການຈັດງານ “ເທດສະການອາຫານລາວ 2022” , ທ່ານນາງ ຈັນທະຈອນ ວົງໄຊ ໃນວັນທີ 5 ມັງກອນ 2022, ເວລາ 14:00 ໂມງ ທີ່ຕຶກ K&C, ໂດຍການເຂົ້າຮ່ວມ ຈາກຫຼາຍພາກສ່ວນ ທັງສະມາສິກ, ຄະນະຮັບຜິດຊອບງານ , ຜູ້ອຸປະຖຳງານ ບໍລິສັດເບຍລາວ ແລະ ນັກຂ່າວສື່ມວນຊົນຈາກພາກສ່ວນຕ່າງໆທີ່ໄດ້ເຂົ້າຮ່ວມງານຖະແຫລງຂ່າວຢ່າງພ້ອມໜ້າ. ໃນປີ 2022 ນີ້ ເທດສະການອາຫານ ຈະໄດ້ຈັດຂຶ້ນ ພາຍໃຕ້ຄໍາຂວັນ: “ເທດສະການອາຫານລາວ ຕາມ ວິຖີຊີວິດປົກກະຕິແແບບໃໝ່” (Lao food festival New normal ) 2022. ສທຍ ຈະຂັດຈ້ອນເລືອກເຟັ້ນ, ເອົາຮ້ານອາຫານລາວ ທີ່ໂດດເດັ່ນ ພຽງ 120 ຮ້ານເທົ່ານັ້ນ, ເພື່ອຮັກສາໄລຍະຫ່າງ, ຈະມີຮ້ານອາຫານລາວ ຈາກຕົວແທນທົ່ວປະເທດແລະ ຜູ້ສະໜັບສະໜູນ 109 ຮ້ານ ແລະ ...

Read More »

ໂຮງງານຜະລິດຢາເລກ3 ຈະຕັ້ງຊື່ ຢາປົວໂຄວິດ ໂມລນູພິຣາເວຍ ເປັນ ໂມລາໂຄເວຍ (MOLACOVIR)

ທ່ານ ລາຫຸນ ຈັນທະບຸດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໄດ້ໃຫ້ສຳພາດ ກ່ຽວກັບການກຽມຜະລິດຢາຕົວຢ່າງໂມລນູພິຣາເວຍ ໃຊ້ປິ່ນປົວຜູ້ຕິດເຊື້ອໂຄວິດ-19. ແລະ ໜຶ່ງໃນຂໍ້ມູນ ໃນລະຫວ່າງການສຳພາດ ກ່ຽວກັບການຕັ້ງຊື່ຢາ ແລະ ປະລິມານການໃຊ້ຢາດັ່ງກ່າວຄື: “ຄາດວ່າໃນເດືອນທັນວາ 2021 ນີ້ ພວກເຮົາຈະກະກຽມຜະລິດຢາຕົວຢ່າງ ເພື່ອໄປກວດສອບກ່ອນ ແລະ ຢາຕົວໃໝ່ທີ່ຈະຜະລິດນີ້ແມ່ນຈະໃຊ້ປະລິມານຕາມນໍ້າໜັກ ໃນເອກະສານແມ່ນ 7 ມິນລີກຣາມຢາ ຕໍ່ນໍ້າໜັກຄົນ 1 ກິໂລກຣາມ, ເຊິ່ງກິນປະມານ 5-7 ມື້ ແລະ ຢານີ້ແມ່ນໃຊ້ກັບຜູ້ທີ່ກວດພົບເຊື້ອໂຄວິດແລ້ວເທົ່ານັ້ນ (ຜູ້ຕິດເຊື້ອໄດ້ 1-2 ມື້ແມ່ນໃຫ້ເລີ່ມກິນໄດ້ເລີຍ) ສ່ວນວ່າຈະໃຊ້ໄດ້ກັບກຸ່ມອາຍຸຄົນໃດແນ່ນັ້ນຕ້ອງປຶກສາແພດອີກຄັ້ງ ແລະ ຕົວຢາທີ່ໂຮງງານພວກເຮົາຈະທົດລອງຜະລິດອອກມານີ້ ແມ່ນພວກເຮົາຈະໃສ່ຊື່ວ່າ: ໂມລາໂຄເວຍ (MOLACOVIR)”. ຂໍ້ມູນ ເສດຖະກິດການຄ້າ ຈະຕັ້ງຊື່ ຢາປົວໂຄວິດ ໂມລນູພິຣາເວຍ ເປັນ ໂມລາໂຄເວຍ (MOLACOVIR)

Read More »

ຈີນ​ຈະ​ຈັດ​ຊື້​ສິນ​ຄ້າ​ກະ​ສິ​ກຳ​ຈາກ​ອາ​ຊຽນ​ມູນ​ຄ່າ 150 ຕື້​ໂດ​ລາ​ເພື່ອ​ຍົກລະດັບ​ການ​ຮ່ວມ​ມື

ຈີນ​ຈະ​ຈັດ​ຊື້​ສິນ​ຄ້າ​ກະ​ສິ​ກຳ​ຈາກ​ອາ​ຊຽນ​ມູນ​ຄ່າ 150 ຕື້​ໂດ​ລາ​ເພື່ອ​ຍົກລະດັບ​ການ​ຮ່ວມ​ມື ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ປະ​ກາດ​ຂໍ້​ລິ​ເລີ່ມ​ທີ່​ສຳ​ຄັນ​ຫຼາຍ​ຂໍ້​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ ກັບ​ ອາ​ຊຽນ, ລວມ​ທັງ​ພະ​ຍາ​ຍາມ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ມູນ​ຄ່າ 150 ຕື້​ໂດ​ລາ​ຈາກ​ປະ​ເທດ​ອາ​ຊຽນ ​ໃນ​ໄລ​ຍະ 5 ປີ​ຂ້າງ​ໜ້າ. ການ​ຟື້ນ​ຟູ​ເສດຖະກິດ​ຂອງ​ກຸ່ມ​ບໍລິສັດ ​ແລະ ຄວາມ​ພະຍາຍາມ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ, ພ້ອມ​ທັງ​ສະໜອງ​ເຕັກ​ໂນ​ໂລ​ຢີທີ່​ທັນສະໄໝ.

Read More »

“ຕົ້ນທຶນອາຫານສັດຂອງໄທຂຶ້ນ ຫວັ່ນ ລາຄາຢູ່ລາວ ຈະຂຶ້ນຕາມຫຼືບໍ”.

ສະຫະພັນການລ້ຽງສັດເສດຖະກິດ ທັງສັດນຳ້ ແລະ ສັດບົກ ຈຳນວນ 13 ສະມາຄົມ ຂອງປະເທດໄທ ໄດ້ເຂົ້າຮຽກຮ້ອງລັດຖະບານ ຫຼຸດພາສີນໍາເຂົ້າອາຫານຖົ່ວເຫຼືອງ-DDGS ພ້ອມ​ກັບ​ການ​ຫຼຸດ​ອັດຕາ​ສ່ວນ​ການ​ບັງຄັບ​ຊື້​ສາລີ​ໃນ​ທົ່ວ​ປະ​ເທດ​ຈາກ 3 ສ່ວນ​ເປັນ 1,5 ສ່ວນ ​ເພື່ອ​ແລກປ່ຽນ​ການ​ນຳ​ເຂົ້າ​ສາລີ 1 ສ່ວນ ​ໂດຍ​ກ່າວ​ເຖິງ​ຄວາມ​ເສຍ​ຫາຍ​ທີ່​ນາບ​ຂູ່​ວ່າ​ຈະ​ປັບ​ລາຄາ​ຕາມ​ລາຄາ​ສະບຽງ​ອາຫານ 20-30%.ລາຍງານຂ່າວຈາກ ສະຫະພັນ ລ້ຽງສັດນຳ້ຂອງໄທໄດ້ ກ່າວວ່າ. ສະຫະພັນ​ຈະ​ສະ​ເໜີ​ໃຫ້​ຍົກ​ເວັ້ນພາສີ​ນຳ​ເຂົ້າ 2% ສຳລັບ​ກາບໝາກ​ຖົ່ວ​ເຫຼືອງ ​ແລະ ອັດຕາ​ພາສີ​ຕໍ່​ຜົນ​ຜະລິດ​ທີ່​ຍັງ​ເຫຼືອ​ຈາກ​ການ​ຜະລິດ​ສາລີ​ເອທາ​ນອນ.ຫຼື 9% DDGS ສໍາລັບການນໍາໃຊ້ໃນການຜະລິດອາຫານສັດ ແຕ່ລະປີ, ໄທແມ່ນຜະລິດໄດ້ພຽງແຕ່ 50.000 ໂຕນ, ຕ້ອງໄດ້ນຳເຂົ້າ 2,5 ລ້ານໂຕນຕໍ່ປີ ຈາກຄວາມຕ້ອງການທັງແກ່ນ ແລະ ກາບໝາກຖົ່ວເຫຼືອງ ແມ່ນປະມານ 5 ລ້ານໂຕນຕໍ່ປີ. ນອກນັ້ນ, ຍັງສະເໜີໃຫ້ຫຼຸດອັດຕາສ່ວນການຊື້ສາລີພາຍໃນສູ່ການນໍາເຂົ້າເຂົ້າສາລີຈາກປັດຈຸບັນ 3:1 ເປັນ 1,5:1 ເນື່ອງຈາກຜົນຜະລິດສາລີປະຈໍາປີມີພຽງແຕ່ 5 ລ້ານໂຕນຈາກຄວາມຕ້ອງການ 8 ລ້ານໂຕນເທົ່ານັ້ນ.ຂໍ້ມູນຈາກ: ປະຊາຊາດທຸລະກິດ “ຕົ້ນທຶນອາຫານສັດຂອງໄທຂຶ້ນ ຫວັ່ນ ລາຄາຢູ່ລາວ ຈະຂຶ້ນຕາມຫຼືບໍ”.

Read More »

ມູນຄ່າຂອງ TESLA ລື່ນກາຍ 1 ພັນຕື້ໂດລາ ຫຼັງຈາກຄໍາສັ່ງ HERTZ

ເຫັນໄດ້ວ່າມູນຄ່າຂອງ TESLA ໄດ້ລື່ນກາຍມູນຄ່າຕະຫຼາດ 1 ພັນຕື້ໂດລາໃນວັນຈັນຜ່ານມາ, ຖືວ່າເປັນບໍລິສັດລຳດັບທີ 5 ທີ່ສາມາດບັນລຸໄດ້, ກ່ອນຫນ້ານີ້ມີພຽງແຕ່ Apple, Microsoft, Amazon ແລະ Google ເຈົ້າຂອງ Alphabet ທີ່ໄດ້ບັນລຸມູນຄ່າ 1ພັນຕື້ ໂດລາ.ຮຸ້ນຂອງຜູ້ຜະລິດລົດໄຟຟ້າດັ່ງກ່າວມາ ແມ່ນໄດ້ເພີ່ມຂຶ້ນ 12.6% ຫຼັງຈາກໄດ້ຕົກລົງທີ່ຈະຂາຍລົດ 100,000 ຄັນໃຫ້ບໍລິສັດເຊົ່າລົດ Hertz.ໃນບາງຊ່ວງເວລາ TESLA ເປັນຜູ້ຜະລິດລົດທີ່ມີຄ່າທີ່ສຸດໃນໂລກ, ແຕ່ກໍຍັງມີຫຼາຍບໍລິສັດ ເຊັ່ນ Ford ແລະ GM ທີ່ຍັງຖືວ່າເປັນຜູ້ຜະລິດລົດລາຍໃຫຍ່.ເປັນເວລາຫລາຍປີ, TESLA ພະຍາຍາມເລັ່ງການຜະລິດລົດຂອງຕົນ, ເຮັດໃຫ້ນັກລົງທຶນບາງຄົນຄາດຄະເນວ່າມັນຈະລົ້ມເຫລວ.ແຕ່ໃນປີກາຍນີ້, ບໍລິສັດ, ນໍາພາໂດຍມະຫາເສດຖີ Elon Musk, ໄດ້ປັບປຸງຍຸດທະສາດຂອງຕົນ ແລະ ໄດ້ຮັບກໍາໄລເປັນຄັ້ງທໍາອິດ, ທັນໃດນັ້ນ ລາວກໍຜັກດັນໃຫ້ຂາຮຸ້ນຂອງຕົນຖອນຕົວ.

Read More »

ສະມາຄົມນັກຂ່າວແຫ່ງ ສປປ ລາວ ປຶກ ສາແຜນວຽກໃນຕໍ່ໜ້າ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມທົບທວນຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນວຽກໃນຕໍ່ໜ້າຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ອະດີດຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ປະທານ ສຂລ, ມີຮອງປະທານ, ຄະນະບໍລິຫານງານ ແລະ ເລຂາທິການ ສຂລ ເຂົ້າຮ່ວມ.ກອງປະຊຸມໄດ້ສັງລວມເອົາໝາກຜົນແຫ່ງການເຄື່ອນໄຫວທີ່ພົ້ນເດັ່ນໃນຫຼາຍດ້ານ ໂດຍພາຍໃຕ້ການນຳພາ ຊີ້ນຳຂອງຄະນະປະຈຳພັກ-ຄະນະນຳກະຊວງ ຖວທ ບວກກັບການເຄື່ອນໄຫວຂອງຄະນະນຳ ສຂລ ແລະ ຖັນແຖວນັກຂ່າວທົ່ວປະເທດ ແລະ ໄດ້ຮັບການສະໜັບສະໜູນ, ອຸປະຖຳ ແລະ ຊ່ວຍເຫຼືອອັນລ້ຳຄ່າຫຼາຍດ້ານຈາກການຈັດຕັ້ງທີ່ກ່ຽວຂ້ອງ, ຂະແໜງການທ້ອງຖິ່ນທັງພາກລັດ-ເອກະຊົນ ຈຶ່ງສາ ມາດຍາດໄດ້ຜົນງານໃນຫຼາຍດ້ານ ເປັນຕົ້ນໄດ້ຈັດການຝຶກອົບຮົມ, ຖະແຫຼງຂ່າວ, ພົບປະກັບອົງການຈັດຕັ້ງລັດ-ສັງຄົມ, ບໍລິສັດ, ພາກທຸລະກິດ ແລະ ພາກສ່ວນຕ່າງໆ, ໃນນີ້ໄດ້ເຂົ້າຮ່ວມບາງໂຄງການທີ່ຕິດພັນກັບ ສຂລ, ສ້າງກິດຈະກຳຕ່າງໆ, ທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງປະເທດ, ການຮ່ວມມືກັບອົງການຂ່າວ- ສະມາຄົມນັກຂ່າວຂອງບັນດາປະເທດເພື່ອນມິດ ບົນແນວທາງການຕ່າງປະເທດຂອງພັກ, ລັດຖະບານ ແລະ ບັນຫາອື່ນໆທີ່ຕິດພັນກັບພາລະບົດບາດໜ້າທີ່ຂອງ ສຂລ. ...

Read More »

ສປປ ລາວ ຍັງຕ້ອງການວັກຊິນ 7 ແສນກວ່າໂດສ ເພື່ອບັນລຸເປົ້າໝາຍການສັກວັກຊິນໃນປີ 2021

ໃນໂອກາດເຂົ້າຮ່ວມເວທີສົນທະນາ ກ່ຽວກັບວັກຊິນ ແລະ ການສັກວັກຊິນກັນພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 22 ມິຖຸນາ 2021, ທີ່ນະຄອນຫລວງວຽງຈັນ, ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ປັດຈຸບັນພວກເຮົາຍັງມີຊ່ອງຫວ່າງ ຕໍ່ກັບຄວາມຮຽກຮ້ອງຕ້ອງການວັກຊິນກັນພະຍາດໂຄວິດ-19 ແມ່ນຍັງບໍ່ພຽງພໍ ຕໍ່ຄວາມຮຽກຮ້ອງຕ້ອງການທີ່ຈະບັນລຸ 50% ປະມານ 7 ແສນກວ່າໂດສ ຕາມທີ່ລັດຖະບານໄດ້ວາງຄາດໝາຍໄວ້ໃນທ້າຍປີ 2021. ຕໍ່ກັບບັນຫາດັ່ງກ່າວ, ທາງລັດຖະບານ ສປປ ລາວ ໄດ້ມີການລະດົມທຶນ ຈາກພາກເອກະຊົນເຂົ້າມາໃຫ້ມີສ່ວນຮ່ວມ ເພື່ອເຮັດໃຫ້ບັນດາໂຮງຈັກ, ໂຮງງານ ຫລື ພາກທຸລະກິດ ໃຫ້ເຂົ້າມາມີສ່ວນຮ່ວມໃນການຈັດສັນຫາງົບປະມານ ເພື່ອມາຈັດຊື້ວັກຊິນ. ພ້ອມນັ້ນ, ກໍໄດ້ມີການສົບທົບກັບບັນດາປະເທດເພື່ອນມິດຍຸດທະສາດ ໂດຍໄດ້ສະເໜີ ສືບຕໍ່ການສະໜັບສະໜູນ ແລະ ຊື້ຈາກ ສປ ຈີນ ຕື່ມອີກ, ເຊິ່ງຖ້າຫາກລໍຖ້າແຕ່ການຊ່ວຍເຫລືອຈາກໂຄງການສະໜອງວັກຊິນ ຫລື COVAX ແມ່ນຈະໄດ້ຊ້າ ເພາະໂຄງການດັ່ງກ່າວ ໄດ້ມີການສະໜອງວັກຊິນໃຫ້ກັບຫລາຍປະເທດໃນໂລກ. ມາຮອດປັດຈຸບັນ ປະຊາຊົນເຂົ້າຮັບວັກຊິນເຂັມທີ ...

Read More »

ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ

ໃນວັນທີ 23 ມິຖຸນາ 2021 ທີ່ນະຄອນຫລວງວຽງຈັນ, ລັດຖະບານ ແຫ່ງ ສາທາ ລະນະລັດ ເກົາຫລີ ໄດ້ນຳເອົາເຂົ້າສານຈ້າວ ຈຳນວນ 1.320 ໂຕນ ມູນຄ່າປະມານ 1,26 ລ້ານໂດລາສະຫະລັດ ມອບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫລືອຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິ ບັດທໍາມະຊາດ ທີ່ເກີດຂຶ້ນ ໃນ ສປປ ລາວ, ໂດຍຜ່ານອົງການອາຫານໂລກ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະບໍລິຫານໄພພິບັດໃນລະດັບຊາດ ແລະ ທ້ອງຖິ່ນ ໃນວຽກງານແຈກຢາຍອາຫານສຸກເສີນ, ເຊິ່ງລວມທັງການກໍານົດເປົ້າໝາຍ ບັນດາຜູ້ທີ່ຈະໄດ້ຮັບຜົນປະໂຫຍດ, ລະບົບການ ແຈກຢາຍອາຫານ ລວມທັງລະບົບການຕິດຕາມນຳອີກ. ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ໄດ້ກ່າວວ່າ: ເຂົ້າຈໍານວນໜຶ່ງ ຈະໄດ້ນໍາໃຊ້ເປັນເຂົ້າສໍາຮອງ ລວມໃນຂັ້ນສູນກາງ ໃນກໍລະນີທີ່ເກີດມີໄພພິບັດ ທີ່ບໍ່ທັນໄດ້ຄາດຄິດ, ເຂົ້າສໍາຮອງເຫລົ່ານີ້ ຈະຖືກນໍາໃຊ້ໂດຍອົງການອາຫານໂລກ ເພື່ອຮັບປະກັນວ່າ ບັນດາເຂົ້າເຫລົ່ານີ້ຈະເປັນປະໂຫຍດ ໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ ແລະ ສໍາລັບສ່ວນທີ່ເຫລືອຂອງເຂົ້າຈຳນວນໜຶ່ງ ແມ່ນຈະຖືກນໍາໃຊ້ເຂົ້າໃນກິດຈະກໍາຄວາມໝັ້ນຄົງທາງດ້ານສະບຽງອາຫານອື່ນໆ ຂອງອົງການອາຫານໂລກ ເປັນຕົ້ນ ເປັນເຂົ້າສໍາຮອງໃຫ້ແກ່ຊຸມຊົນໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ...

Read More »

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການລົດໄຟລາວ-ຈີນ

ໃນວັນທີ 10 ມິຖຸນາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ ລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີລັດຖະມົນຕີ, ຮອງລັດຖະ ມົນ ຕີ, ເຈົ້າຄອງ, ຫົວໜ້າກົມ- ຮອງກົມ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ພ້ອມດ້ວຍເບິ່ງຄວາມຄືບໜ້າໂຄງ ການກໍ່ສ້າງຈຸດສະ ຖານີໂດຍສານລົດໄຟລາວ-ຈີນນະຄອນ ຫຼວງວຽງຈັນ ບ້ານໂຄກສະອາດ ເມືອງໄຊທານີ ຊຶ່ງເປັນຈຸດເຊື່ອມຕໍ່ໃສ່ທາງດ່ວນວຽງຈັນ ໝາຍເລກ 1 (ໄປຕາມເສັ້ນທາງເລກທີ 13 ໃຕ້) ຊຶ່ງໃຫ້ການຕ້ອນຮັບ ຂອງທ່ານ ສ່ຽວ ຊ່ຽນເຫວີນ ຜູ້ອຳນວຍ ການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ. ທ່ານ ສ່ຽວ ຊ່ຽນເຫວີນ ໄດ້ລາຍງານໂດຍຫຍໍ້: ປັດຈຸບັນການກໍ່ສ້າງສະຖານີດັ່ງກ່າວສໍາເລັດແລ້ວ 70% ແລະ ກໍາລັງຢູ່ໃນໄລ ຍະການຕົບແຕ່ງພາຍໃນ ຄາດວ່າຈະໃຫ້ສໍາເລັດໃນເດືອນກັນຍາ 2021 ນີ້, ແຕ່ທາງໂຄງການຍັງພົບຄວາມຫຍຸ້ງຍາກເປັນ ຕົ້ນການນໍາເຂົ້າວິຊາການຕົບແຕ່ງພາຍໃນ ແລະ ນໍາເຂົ້າວັດສະດຸກົນຈັກຮັບໃຊ້ໃຫ້ແກ່ໂຄງການຍັງຊັກຊ້າ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງຢ່າງໃດກໍຕາມ ບໍລິ ສັດກໍໄດ້ເອົາໃຈໃສ່ສຸມທຸກກໍາລັງເພື່ອເຮັດໃຫ້ໂຄງການສໍາເລັດຕາມແຜນການທີ່ວາງໄວ້, ສະຖານີດັ່ງກ່າວມີເນື້ອທີ່ທັງ ...

Read More »

ວິກິດໂຄວິດ-19 ສົ່ງຜົນກະທົບໜັກ ເຮັດໃຫ້ມີຜູ້ອອກແຮງງານລາວຫຼາຍກວ່າ 1 ແສນຄົນຖືກໂຈະການຈ້າງງານຊົ່ວຄາວ

ໃນວັນທີ 8 ມິຖຸນາ 2021ນີ້, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ຂອງອົງການແຮງງານສາກົນ ສະໄໝທີ 109 ປະຈຳປີ 2021 ແລະ ກອງປະຊຸມປິ່ນອ້ອມຕ່າງໆ. ທ່ານ ນາງ ໃບຄຳ ຂັດທິຍະ ຕາງໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວປະກອບຄວາມເຫັນ ຕໍ່ກອງປະຊຸມບາງຕອນສຳຄັນວ່າ: “ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກະທົບຕໍ່ການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທົ່ວໂລກ ໂດຍສະເພາະແມ່ນສະເຖຍລະພາບຂອງການເຮັດວຽກ ແລະ ລາຍຮັບຂອງກຳລັງແຮງງານ. ສຳລັບ ສປປ ລາວ ໂຄວິດ 19 ໄດ້ເຮັດໃຫ້ກໍາລັງແຮງງານທີ່ເຮັດວຽກຢູ່ພາຍໃນປະເທດຈຳນວນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ ແລະ 130 ພັນຄົນ ຕ້ອງໄດ້ກັບຈາກການເຮັດວຽກຢູ່ຕ່າງປະເທດ ນອກນັ້ນກໍຍັງມີແຮງງານນອກລະບົບຈຳນວນຫຼາຍ ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນແຮງງານທີ່ເຄື່ອນຍ້າຍຈາກຊົນນະບົດເຂົ້າມາເຮັດວຽກຢູ່ໃນຕົວເມືອງຕ່າງໆຂອງປະເທດ ລວມທັງແຮງງນທີ່ຜະລິດກະສິກຳເພື່ອເປັນສິນຄ້າ. ຂະແໜງບໍລິການ ...

Read More »