ປະກົດການນ້ຳບາກມີສີຂຽວເຂັ້ມ ແລະເຮັດໃຫ້ປາຕາຍ ມາຮອດປັດຈຸບັນໄດ້ເລີມຈາງແລະນ້ຳໃສເປັນປົກກະຕິແລ້ວ

ໃນໄລຍະທ້າຍເດືອນພຶດສະພາ ຫາຕົ້ນເດືອນມິຖຸນາ 2021 ນີ້ ສາຍນ້ຳບາກໄດ້ເກີດມີປະກົດການມີສີຂຽວເຂັ້ມ ແລະເຮັດໃຫ້ປາຕາຍຈຳນວນໜື່ງ, ຕໍ່ໍກັບສະພາບການທີ່ເກີດຂື້ນ ທ່ານ ສົມຫວັງ ພອນຄຳວົງສາ ເຈົ້າເມືອງນ້ຳບາກໄດ້ໃຫ້ສຳພາດວ່າ: ຈຸດເກີດປະກົດການທີ່ນ້ຳບາກມີສີຂຽວເຂັ້ມ ແມ່ນຢູ່ເຂດວັງກໍໄຮ ເມືອງໄຊແຂວງອຸດົມໄຊ ເຊີ່ງນ້ຳບາກໄດ້ມີປະກົດການປ່ຽນສີ ແລະມີຝອດສີຂາວ ຈາກນັ້ນ ໄດ້ໄຫຼມາຕາມສາຍນ້ຳ ຜ່ານບັນດາບ້ານ ນັບແຕ່ເມືອງໄຊ ຫາເມືອງນ້ຳບາກ ແລະເມືອງງອຍ ເຮັດໃຫ້ປານ້ອຍຕາຍຈຳນວນໜື່ງ ເນື່ອງຈາກອຸນຫະພູມຂອງນ້ຳສູງປະມານ 34 ອົງສາ, ແຕ່ມາ ຮອດປະຈຸບັນສະພາບຂອງນ້ຳບາກ ແມ່ນມີສະພາບປົກກະຕິແລ້ວ, ທ່ານເຈົ້າເມືອງນ້ຳບາກໃຫ້ຮູ້ຕື່ມວ່າ: ພາຍຫຼັງເກີດສະ ພາບການທີ່ກ່າວມານັ້ນ ອົງການປົກຄອງເມືອງ ໄດ້ອອກແຈ້ງການໃຫ້ປະຊາຊົນບໍ່ໃຫ້ຊົມໃຊ້ນ້ຳ ເປັນການຊົ່ວຄາວ ພ້ອມທັງໄດ້ປະສານສົມທົບກັບຂະແໜງການກ່ຽວ ຂ້ອງ ນັບທັງແຂວງ ແລະສູນກາງ ເພື່ອກວດກາສະພາບຕົວຈີງ ຕາມການສັງ ລວມເບື້ອງຕົ້ນ ແມ່ນອາດຈະບໍ່ເກີດຈາກການປົນເປື້ອນຂອງສານເຄມີ ເນື່ອງຈາກຈຸດເກີດເຫດ ແມ່ນຢຸ່ຫ່າງໄກສອກຫຼີກ ແລະບໍ່ໃກ້ກັບໂຮງງານອຸດສາຫະກຳ.

อาจเป็นรูปภาพของ แหล่งน้ำ, ต้นไม้ และธรรมชาติ
อาจเป็นรูปภาพของ แหล่งน้ำ, ธรรมชาติ, ต้นไม้ และพื้นหญ้า

ໂອກາດນີ້ ທ່ານເຈົ້າເມືອງນ້ຳບາກໄດ້ຮຽກຮ້ອງໃຫ້ປະຊາຊົນ ຢ່າຟ້າວພາກັນແຕກຕື່ນຫຼາຍຈົນເກີນໄປ ເຊີ່ງຄະນະນຳຂອງເມືອງ ຈະປະສານສົມທົບກັບທຸກພາກສ່ວນ ເພື່ອວິເຄາະວິໄຈສະພາບການທີ່ເກີດຂື້ນໃນໄລຍະຜ່ານມາ ພ້ອມທັງຕິດຕາມສະພາບທີ່ຈະເກີດຂື້ນໃນຕໍ່ໜ້າ ເພື່ອວາງແຜນແກ້ໄຂໃຫ້ທັນເຫດການ.

อาจเป็นรูปภาพของ แหล่งน้ำ, เมฆ, ธรรมชาติ และต้นไม้
อาจเป็นรูปภาพของ ธรรมชาติ, ต้นไม้ และแหล่งน้ำ

Comments