ພິທີເປີດນໍາໃຊ້ຕູ້ຮັບຄໍາຄິດເຫັນຈາກສັງຄົມ ຕໍ່ກັບການປະຕິບັດວຽກຂອງ ລັດວິສາຫະກິດໄຟຟ້າລາວ

ເພື່ອເປັນການຮັບເອົາຄໍາຄິດຄໍາເຫັນຕ່າງໆຈາກສັງຄົມບໍ່ວ່າຈະເປັນທາງກົງ ແລະ ທາງອ້ອມ, ເພື່ອເກັບກໍາໄດ້ ແລະ ນໍາໄປສູ່ການກວດກາ ແກ້ໄຂໃຫ້ທ່ວງທັນກັບ ສະພາບການ ແລະ ຖືກຈຸດ ພ້ອມທັງຫລີກລ່ຽງ ການຮ້ອງຟ້ອງໂຈມຕີ ທັບຖົມຢ່າງບໍ່ມີຫຼັກຖານ ແລະ ບໍ່ມີມູນຄວາມຈິງ.

ໃນວັນທີ 22 ມີນາ 2021 ໄດ້ເປີດພິທີນໍາໃຊ້ຕູ້ຮັບຄໍາຄິດເຫັນຈາກສັງຄົມ ຕໍ່ກັບການປະຕິບັດວຽກງານຂອງ ລັດວິສາຫະກິດໄຟຟ້າລາວ ທີ່ສູນເກັບເງິນຄ່າກະແສໄຟຟ້າ ໂສກປ່າຫຼວງ ນະຄອນຫຼວງວຽງຈັນ , ໂດຍການເປັນປະທານເປີດນໍາໃຊ້ໂດຍ: ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄໍາຫຼ້າ ວິຈິດວົງສາ ຫົວໜ້າກົມກວດກາ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຊີ່ງຕູ້ຮັບຄໍາຄິດເຫັນຈາກສັງຄົມຕໍ່ກັບການປະຕິບັດວຽກຂອງ ລັດວິສາຫະກິດໄຟຟ້າລາວ. ໄລຍະທີ່ 1 ໄດ້ຕັ້ງຢູ່ 8 ຈຸດ ໃນຂອບເຂດສໍານັກງານໃນນະຄອນຫຼວງວຽງຈັນ, ເຊີ່ງເລີ່ມຈາກສໍານັກງານໃຫຍ່ເປັນຈຸດທໍາອິດ ແລະ ຈະສືບຕໍ່ໃນບັນດາສາຂາໃນຂອບເຂດທົ່ວປະເທດ ໃນໄລຍະທີ່ສອງ. ສໍາລັບປະຊາຊົນຜູ້ຊົມໃຊ້ໄຟຟ້າທີ່ມີຂໍ້ຂ້ອງໃຈ ຫຼື ມີຄໍາຖາມ ຫຼື ຢາກໃຫ້ລັດວິສາຫະກິດໄຟຟ້າລາວຊ່ວຍແກ້ໄຂບັນຫາສາມາດສົ່ງຄໍາຄິດເຫັນຂອງທ່ານໄດ້ທີ່ຕູ້ຮັບຄໍາເຫັນຈາກສັງຄົມຕາມຈຸດສະຖານທີ່ຕັ້ງ.

ກົດຕິດດາວ (See first) ແຟນເພຈ ແລະ Subscribe+ກົດກະດິ່ງ ຊ່ອງ Youtube ເພື່ອບໍ່ພາດຂໍ້ມູນຂ່າວສານ ແລະ ກິດຈະກຳດີໆ ຈາກລັດວິສາຫະກິດໄຟຟ້າລາວ.
Facebook https://bit.ly/2EHj4S2
Youtube https://bit.ly/2S9oLLC
Website www.edl.com.la
ສາຍດ່ວນ Contact Center: 1199