ການລະບາດຂອງພະຍາດໂຄວິດ-19 ອາດເຮັດໃຫ້ການໃຊ້ແຮງງານທີ່ເຂົ້າຂ່າຍໃຊ້ແຮງງານເດັກໃນລາວເພີ່ມຂຶ້ນ

ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະແດງຄວາມເປັນຫວ່ງວ່າ: ການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນໃນປັດຈຸບັນນີ້ ຈະສົ່ງຜົນກະທົບໃຫ້ການໃຊ້ແຮງງານທີ່ເຂົ້າຂ່າຍເປັນການໃຊ້ແຮງງານເດັກຢູ່ ສປປ ລາວ ເພີ່ມຂຶ້ນ ເຊີ່ງເດັກຢູ່ເຂດຊົນນະບົດຫນ້າເປັນຫ່ວງຫລາຍກວ່າເດັກຢູ່ໃນຕົວເມືອງ.

อาจเป็นรูปภาพของ 1 คน และกำลังยืน

ໃນໂອກາດປີ 2021 ເຊີ່ງເປັນປີສາກົນເພື່ອລຶບລ້າງການນໍາໃຊ້ແຮງງານເດັກ ແລະ ວັນຕ້ານການໃຊ້ແຮງງານເດັກສາກົນ, ວັນທີ 12 ມິຖຸນາ ທ່ານ ພົງໄຊສັກ ອິນຖາລາດ, ຫົວໜ້າກົມຄຸ້ມຄອງແຮງງານ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 4 ມິຖຸນາ 2021 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າ: ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ອົງການແຮງງານສາກົນ (ILO) ສະແດງຄວາມເປັນຫ່ວງຫລາຍຕໍ່ການໃຊ້ແຮງງານເດັກທີ່ອາດຈະເພີ່ມສູງຂຶ້ນໃນທົ່ວໂລກ ເນື່ອງຈາກເດັກຕ້ອງໄດ້ພັກການຮຽນ, ສ່ວນຜູ້ປົກຄອງຈໍານວນບໍ່ໜ້ອຍບໍ່ໄດ້ເຮັດວຽກຍ້ອນຫົວໜ່ວຍທຸລະກິດປິດກິດຈະການຊົ່ວຄາວ ຫລື ຢຸດຕິກິດຈະການ ເຮັດໃຫ້ເດັກຈຳເປັນຕ້ອງຊອກເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ ເຊີ່ງມີຄວາມສ່ຽງສູງທີ່ການໃຊ້ແຮງ ງານດັ່ງກ່າວຈະເຂົ້າຂ່າຍເປັນການໃຊ້ແຮງງານເດັກ ເນື່ອງຈາກການເຮັດວຽກເກີນເວລາ ແລະ ເຮັດວຽກຢູ່ໃນຂົງເຂດທີ່ເປັນອັນຕະລາຍຕໍ່ເດັກ ໂດຍສະເພາະ ຂົງ ເຂດການກໍ່ສ້າງ ແລະ ຂົງເຂດບໍ່ແຮ່, ເຊັ່ນດຽວກັບຢູ່ ສປປ ລາວ, ກົມຄຸ້ມຄອງແຮງງານ ກໍ່ເປັນຫ່ວງຫລາຍກ່ຽວກັບການໃຊ້ແຮງງານທີ່ເຂົ້າຂ່າຍເປັນການໃຊ້ແຮງງານເດັກຢູ່ ສປປ ລາວ ອາດຈະເພີ່ມຂຶ້ນ, ໃນນີ້ ເດັກຢູ່ເຂດຊົນນະບົດແມ່ນໜ້າເປັນຫ່ວງຫລາຍກວ່າເດັກຢູ່ຕົວເມືອງ ຍ້ອນຄວາມຫຍຸ້ງຍາກທາງດ້ານເສດຖະກິດຄອບຄົວ ເຮັດໃຫ້ເດັກຈໍາເປັນຕ້ອງໄດ້ທໍາມາຫາກິນຊ່ວຍຄອບຄົວ ເຊີ່ງບາງຄັ້ງອາດເຮັດວຽກເກີນເວລາ ຫລື ເຮັດວຽກຫນັກເກີນໄປຈົນເຂົ້າຂ່າຍເປັນການໃຊ້ແຮງງານເດັກ.

ທ່ານ ພົງໄຊສັກ ອິນຖາລາດ ໃຫ້ຮູ້ຕື່ມວ່າ: ແຮງງານເດັກຢູ່ລາວ ຫມາຍເຖິງ: ຜູ້ມີອາຍຸຕ່ໍ່າກວ່າ 18 ປີ ໄດ້ເຮັດວຽກໃນຂະແໜງການເສດຖະກິດ, ຫນ້າວຽກ ແລະ ອາ ຊີບທີ່ກົດໝາຍຫ້າມໄວ້, ເຮັດວຽກລ່ວງເວລາ (ເກີນ 8 ຊມ/ວັນ), ຜູ້ມີອາຍຸລະຫວ່າງ 12-14 ປີ ເຮັດວຽກເກີນກວ່າລັກສະນະຂອງວຽກທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງຂອງລັດ ຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າດ້ວຍວຽກເບົາ ແລະ ຜູ້ທີ່ມີອາຍຸບໍ່ຮອດ 12 ປີ ແຕ່ໄດ້ເຮັດວຽກທີ່ໄດ້ຮັບຄ່າແຮງງານ, ເຮັດໃຫ້ບໍ່ໄດ້ເຂົ້າໂຮງ ຮຽນ ແລະ ໄປໂຮງຮຽນບໍ່ປົກກະຕິ. ຜ່ານການຕິດຕາມກວດກາຈາກຂະແໜງຄຸ້ມຄອງແຮງງານ ເຫັນວ່າ ການໃຊ້ແຮງງານຢູ່ລາວຍັງມີລັກສະນະເຂົ້າຂ່າຍເປັນການໃຊ້ແຮງ ງານເດັກ ແຕ່ບໍ່ຮຸນແຮງຄືຫລາຍປະເທດ ແລະ ເປັນເລື່ອງຍາກທີ່ຈະກຳນົດໄດ້ວ່າຈໍານວນທີ່ເຂົ້າຂ່າຍເປັນການໃຊ້ແຮງງານເດັກໃນແຕ່ລະປີມີຫລາຍປານໃດ ຍ້ອນບັນດາຜູ້ໃຊ້ແຮງງານບໍ່ໃຫ້ການຮ່ວມມືສະໜອງຂໍ້ມູນດີເທົ່າທີ່ຄວນ ເຖີງວ່າຂະແໜງຄຸ້ມຄອງແຮງງານ ຕ້ອງການຂໍ້ມູນເພື່ອຊ່ວຍປັບປຸງໃຫ້ການໃຊ້ແຮງງານເດັກຂອງຜູ້ໃຊ້ແຮງງານຢູ່ລາວເຂົ້າສູ່ລະບົບຢ່າງຖືກຕ້ອງຕາມລະບຽບການທີ່ກໍານົດໄວ້ກໍ່ຕາມ.

ຫົວໜ້າກົມຄຸ້ມຄອງແຮງງານ ໃຫ້ຮູ້ຕື່ມວ່າ: ການສໍາຫລວດກ່ຽວກັບການໃຊ້ແຮງງານເດັກຢູ່ ສປປ ລາວ ເກີດ ຂຶ້ນຫລ້າສຸດ ໃນປີ 2010, ໃນເວລານັ້ນ ມີເດັກປະມານ 265.000 ຄົນ ທີ່ເປັນເດັກເຮັດວຽກເສດຖະກິດ, ໃນນີ້ ມີປະມານ 170.000 ຄົນ ທີ່ເຮັດວຽກເຂົ້າຂ່າຍເປັນການໃຊ້ແຮງງານເດັກ ເຊີ່ງ 90% ແມ່ນເຮັດວຽກເກີນເວລາໃນຂະ ແໜງກະສິກໍາ. ຢ່າງໃດກໍ່ຕາມ ເພື່ອໃຫ້ໄດ້ຂໍ້ມູນໃໝ່ທີ່ລະ ອຽດຊັດເຈນ, ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ຈະຮ່ວມກັບສູນສະຖິຕິແຫ່ງຊາດ ໂດຍໄດ້ຮັບການສະໜັບສະໜູນຈາກອົງການແຮງງານສາກົນ (ILO) ແລະ ອົງການຮ່ວມມືສາກົນຍີ່ປຸ່ນ ( JICA ) ປະຈໍາລາວ ຈະດໍາເນີນການສໍາຫລວດກ່ຽວກັບກໍາລັງແຮງງານ ແລະ ແຮງ ງານເດັກໃນລາວ ໄປພ້ອມກັນ ເຊີ່ງຕາມແຜນຈະຈັດຕັ້ງປະຕິບັດໃນໄລຍະເດືອນກັນຍາ ຫາ ເດືອນຕຸລາ ປີ 2021 ແລະ ຈະໃຫ້ສໍາເລັດສົມບູນກ່ອນເດືອນມີນາ 2022 ຕາມເວລາທີ່ຜູ້ໃຫ້ທຶນກໍານົດໄວ້.

Cr: ມົດແດງນ້ອຍ, ວິທະຍຸກະຈາຍສຽງແຫ່ງຊາດ (ວສລ)

Comments