3 ເດືອນຕົ້ນປີ ສປປ ລາວ ສາມາດສົ່ງອອກສິນຄ້າ ໄດ້ 1.600 ລ້ານໂດລາ

ມູນຄ່າການສົ່ງອອກສິນຄ້າ ຂອງ ສປປ ລາວ ນັບແຕ່ເດືອນມັງກອນ ເຖິງ ເດືອນມີນາ 2021 ບັນລຸໄດ້ປະມານ 1.600 ລ້ານໂດລາສະຫະລັດ, ສ່ວນມູນຄ່າການນໍາເຂົ້າ ປະມານ 1.500 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 100 ລ້ານໂດລາສະຫາລັດ. ໃນນັ້ນ, ຄູ່ຮ່ວມການຄ້າທັງນໍາເຂົ້າ ແລະ ສົ່ງອອກ ມີຫລາຍກ່ວາ 19 ປະເທດ, ເຊິ່ງມີ 3 ປະເທດຫລັກ ທີ່ເປັນຄູ່ການຄ້າ ທີ່ມີຊາຍແດນຕິດຈອດກັນ, ໃນນັ້ນມີມູນຄ່າໃນການນໍາເຂົ້າ ແລະ ສົ່ງອອກ ຫລາຍສຸດແມ່ນ ປະເທດໄທ, ຈີນ ແລະ ຫວຽດນາມ.

ໝວດສິນຄ້າສົ່ງອອກຫລັກ ແມ່ນ ມັນຕົ້ນ ມີມູນຄ່າປະມານ 175 ລ້ານໂດລາສະຫະລັດ, ແຮ່ທອງ ມີມູນຄ່າປະມານ 124 ລ້ານໂດລາສະຫະລັດ ແລະ ຄໍາປະສົມ, ຄໍາແທງ ມີມູນຄ່າປະມານ 268 ລ້ານໂດລາສະຫະລັດ. ສຳລັບໝວດສິນຄ້ານໍາເຂົ້າ ທີ່ມີມູນຄ່າສູງສຸດ ແມ່ນ ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະມານ 121 ລ້ານໂດລາສະຫະລັດ, ນໍ້າມັນກາຊວນ ມີມູນຄ່າປະມານ 119 ລ້ານໂດລາສະຫະລັດ ແລະ ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 98 ລ້ານໂດລາສະຫະລັດ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫລັກປະກອບມີ: ປະເທດໄທ ມີມູນຄ່າປະມານ 296 ລ້ານໂດລາສະຫະລັດ, ສປ ຈີນ ມີມູນຄ່າປະມານ 657 ລ້ານໂດລາສະຫະລັດ, ສສ ຫວຽນນາມ ມີມູນຄ່າປະມານ 337 ລ້ານໂດລາສະຫະລັດ. ໃນນັ້ນ, ການສົ່ງອອກ ມັນຕົ້ນ ໄປປະເທດໄທ ແມ່ນມີມູນຄ່າປະມານ 150 ລ້ານໂດລາສະຫະລັດ, ການສົ່ງອອກ ງົວ, ຄວາຍ ໄປ ສສ ຫວຽດນາມ ມີມູນຄ່າປະມານ 73 ລ້ານໂດລາສະຫະລັດ ແລະ ການສົ່ງອອກແຮ່ທອງ ໄປ ສປ ຈີນ ມີມູນຄ່າປະມານ 124 ລ້ານໂດລາສະຫະລັດ.

ສຳລັບປະເທດທີ່ ສປປ ລາວ ນໍາເຂົ້າຫລັກປະກອບ ມີ: ປະເທດໄທ ມີມູນຄ່າປະມານ 795 ລ້ານໂດລາສະຫະລັດ, ສປ ຈີນ ມີມູນຄ່າປະມານ 309 ລ້ານໂດລາສະຫະລັດ ແລະ ສສ ຫວຽດນາມ ມີມູນຄ່າປະມານ 143 ລ້ານໂດລາສະຫະລັດ. ໃນນັ້ນ, ນໍ້າມັນກາຊວນ ທີ່ນໍາເຂົ້າຫລັກຈາກໄທ ມີມູນຄ່າປະມານ 112 ລ້ານໂດລາສະຫະລັດ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ ນໍາເຂົ້າຈາກ ສປ ຈີນ ມີມູນຄ່າປະມານ 39 ລ້ານໂດລາສະຫະລັດ ແລະ ນໍາເຂົ້າຫລັກຈາກ ສສ ຫວຽດນາມ ມູນຄ່າປະມານ 14 ລ້ານໂດລາສະຫະລັດ.

ຂໍ້ມູນ: ຈາກກະຊວງອຸດສາຫະກຳ ແລະ ການຄ້າ

Comments