ການຜະລິດ

ລົບລ້າງບາງຂັ້ນຕອນ ການນຳເຂົ້າລົດ ແທັກເຕີ ບາງປະເພດ…

ສູນຂໍ້ມູນຂ່າວທາງດ້ານການຄ້າ ຂອງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄໍາສັ່ງ ເລກທີ 0807/ອຄ.ກຂອ, ລົງວັນທີ 2 ກັນຍາ 2020 ວ່າດ້ວຍການລົບລ້າງການອອກໃບອະນຸຍາດນໍາເຂົ້າລົດແທຣັກເຕີ ທຸກປະເພດທີ່ນອນຢູ່ໃນໝວດລະຫັດພາສີ 8701 ຂອງປື້ມສາລະບານອັດຕາພາສີ ຂອງ ສປປ ລາວ. ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ, ແນ່ໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ໃຫ້ກາຍເປັນສິນຄ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ໃນຄຳສັ່ງດັ່ງກ່າວຍັງລະບຸອີກວ່າ: ການນຳເຂົ້າລົດແທັກເຕີ ຊະນິດທີ່ຄົນຂັບຕ້ອງຍ່າງນຳຫລັງ (ລົດໄຖນາເດີນຕາມ) ແບບຄົບຊຸດ ເພື່ອຮັບໃຊ້ການຜະລິດກະສິກໍາຂອງຊາວກະສິກອນ, ກຸ່ມການຜະລິດ ຫລື ສະຫະກອນ ແມ່ນສາມາດນຳເຂົ້າ, ແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ໄດ້ເລີຍ. ສຳລັບການນໍາເຂົ້າລົດແທັກເຕີແລ່ນຢູ່ເທິງຖະໜົນ ສຳ ລັບແກ່ລົດເຄິ່ງລົດພ່ວງແບບຄົບຊຸດ ແມ່ນໃຫ້ນຳເຂົ້າຜ່ານດ່ານສາກົນເທົ່ານັ້ນ; ການນຳເຂົ້າລົດແທັກເຕີທີ່ບໍ່ມີລັກສະນະການຄ້າ ເພື່ອມາຮັບໃຊ້ການຜະລິດຂອງຊາວກະສິກອນ ແມ່ນສາມາດນຳເຂົ້າໄດ້ ຈຳນວນ 1 ຄັນ ...

Read More »

ກຽມສ້າງເຂື່ອນໄຟຟ້າ 5 ເມກາວັດ ຢູ່ເມືອງສັງທອງ

ໂຄງການເຂື່ອນໄຟຟ້າອະເນກປະສົງຂະໜາດນ້ອຍ 5 ເມກາວັດ ( MW ) ຕັ້ງຢູ່ບ້ານວັງມ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍຈະໃຊ້ທຶນທັງໝົດ 11 ລ້ານໂດລາສະຫະລັດ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດພາຍໃນ 2 ປີ ພາຍຫຼັງເຊັນສັນຍາເພື່ອສະໜອງພະລັງງານໄຟຟ້າໃຫ້ແກ່ ຟຟລ. ພິທີລົງນາມດັ່ງກ່າວໄດ້ ຈັດຂຶ້ນໃນວັນທີ 10 ກັນຍາ 2020 ທີ່ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ລົງນາມໂດຍ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ, ຫົວ ໜ້າພະແນກແຜນການ ແລະ ການລົງທຶນ ນວ, ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ແກ້ວ ພົມມະລາດ ຮອງເຈົ້າເມືອງສັງທອງ, ທ່ານ ພູວົງ ກໍຣະສັກ ຜູ້ອຳນວຍການ ບໍລິສັດ ລາວສະໄໝກໍ່ສ້າງຂົວທາງ ແລະ ບໍລິການ ຈຳກັດ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບ ເລກທີ 496/ຈນວ ...

Read More »

ກຳປູເຈຍ ເພີ່ມຄ່າແຮງງານຂັ້ນຕ່ຳໃຫ້ແຮງງານຕັດຍິບ

ອ້າງຕາມຂ່າວສານ ຊິນຮວາຂອງຈີນ ລາຍງານ, ລັດຖະມົນຕີ ກະຊວງແຮງງານ ກ່າວວ່າ: ລັດຖະບານ ກຳປູເຈຍ ປະກາດເພີ່ມ ອັດຕາແຮງງານ ຂັ້ນຕ່ຳ ສຳລັບ ອຸດສາຫະກຳ ຕັດຍິບເສື້ອຜ້າ ແລະ ເກີບທີ 192 ໂດລາສະຫະລັດ ຕໍ່ເດືອນ ຕັ້ງແຕ່ວັນທີ 1 ມັງກອນປີ 2021 ເປັນຕົ້ນໄປ, ຊຶ່ງເພີ່ມຂື້ນ 1,05% ຈາກປັດຈຸ ບັນທີ 190 ໂດລາ ສະຫະລັດ ຕໍ່ເດືອນ, ເຖິງວ່າ ພາກສ່ວນນີ້ ຈະໄດ້ຮັບ ຜົນກະທົບ ຢ່າງຮຸນແຮງ ຈາກສະຖານະ ການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ກໍ່ຕາມ. ເມື່ອພິຈາລະນາ ເຖິງຄວາມເປັນຢູ ຂອງແຮງງານ ນາຍົກລັດ ຖະມົນຕີ ໄດ້ຕັດສິນໃຈ ທີ່ຈະເພີ່ມ ຄ່າແຮງງານ ຂັ້ນຕ່ຳດັ່ງກ່າວ ໃນພາກ ອຸດສາຫະກຳນີ້. ພາກອຸດສາຫະກຳ ຕັດຍິບເສື້ອຜ້າ ແລະ ເກີບ ເປັນພາກການ ສົ່ງອອກ ...

Read More »

Zhong Shanshan: ນັກທຸລະກິດນ້ຳ ທີ່ກາຍເປັນຄົນລວຍອັນດັບ 2 ຂອງປະເທດ

ໃນວັນທີ 7 ກັນຍາ 2020 ການສະເໜີຂາຍຫຸ້ນ IPO ໃນຮົງກົງ ຂອງ Nongfu Spring ເຮັດໃຫ້ Zhong ຜູ້ກໍ່ຕັ້ງບໍລິສັດ ນ້ຳດື່ມບັນຈຸຂວດທີ່ໃຫຍ່ທີ່ສຸດຂອງຈີນ ກາຍເປັນບຸກຄົນທີ່ລ່ຳລວຍທີ່ສຸດເປັນອັບດັບສອງຂອງປະເທດ. ໃນນີ້, ຫຸ້ນຂອງບໍລິສັດ Nongfu Spring ຍັກໃຫຍ່ດ້ານນ້ຳດື່ມບັນຈຸຂວດຂອງຈີນ ພຸ່ງສູງເຖິງ 85% ໃນການເປີດຕົວ ເມື່ອວັນທີ 7 ກັນຍາ ຫຼັງຈາກທີ່ ບໍລິສັດ ສະເໜີຂາຍຫຸ້ນໃຫ້ແກ່ປະຊາຊົນທົ່ວໄປ (IPO) ມູນຄ່າ 1.1 ພັນລ້ານໂດລາຢູ່ໃນຮົງກົງ. ລາຄາ IPO ຂອງ Nongfu Spring ເລີ່ມຕົ້ນທີ 2.77 ໂດລາ ແລະ ເພີ່ມຂຶ້ນເປັນ 5.14 ໂດລາ ແລະມີການປ່ຽນມືຫຼາຍເຖິງ 387 ລ້ານໂດລາ ໃນວັນທຳອິດຂອງການຊື້ຂາຍຫຸ້ນຂອງ ບໍລິສັດດັ່ງກ່າວ ແລະ ໃນຕອນທ້າຍຂອງການຊື້ຂາຍປະມູນລາຄາຕະຫຼາດຢູ່ທີ່ ເກືອບ 8 ພັນລ້ານໂດລາ ຊຶ່ງຫຼາຍກວ່າ Danone SA ບໍລິສັດອາຫານຝຮັ່ງທີ່ຢູ່ຖັດຈາກ ນ້ຳ ...

Read More »

ການຜະລິດກຳສິກຳ ຢູ່ ລາວ ຫຼຸດເປົ້າໝາຍ ຍ້ອນ….?

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຂອງສປປ ລາວ ລາຍງານວ່າ: ການຜະລິດກະສິກໍາຂອງສປປ ລາວ ໃນປີ 2020 ຈະຂະຫຍາຍຕົວ ໃນອັດຕາພຽງ 0,9-1,7% ຊຶ່ງຫລຸດຈາກເປົ້າໝາຍເດີມທີ່ຕັ້ງໄວ້ທີ່ 2.8-3% ເນື່ອງຈາກຫຼາຍປັດໃຈລວມມີ ການແຜ່ລະບາດຂອງເຊື້ອ ໂຄວິດ-19, ການແຜ່ລະບາດຂອງພະຍາດ ແລະ ໄພທໍາມະຊາດ. ຂໍ້ມູນຈາກ ບົດລາຍງານທະນາຄານໂລກ ຊີ້ໃຫ້ຮູ້ວ່າ ການຂະຫຍາຍຕົວຂອງພາກກະສິກໍາ ຈະກັບມາຂະຫຍາຍຕົວຄືນ ໃນໄລຍະໂຄວິດ ແຕ່ຢູ່ໃນລະດັບປານກາງ ເນື່ອງຈະໄດ້ຮັບຜົນກະທົບ ໃນການສົ່ງອອກ ແລະ ຄວາມສ່ຽງຈາກສະພາບອາກາດ ເຖິງແມ່ນວ່າ ລັດຖະບານແຫ່ງ ສປປ ລາວ ໄດ້ມີຄວາມພະຍາຍາມ ໃນການກະຕຸກຊຸກຍູ້ ການຜະລິດທາງດ້ານກະສິກໍາ ເພື່ອການບໍລິໂພກພາຍໃນ ແລະ ເພື່ອສົ່ງອອກຂາຍຕ່າງປະເທດ, ແຕ່ປະລິມານຜົນຜະລິດກະສິກໍາກໍຍັງບໍທັນໄດ້ ຕາມຄາດໜາຍທີ່ກໍານົດ. ຜະລິດຕະຜົນທາງພາກກະສິກໍາ ບາງຈໍານວນ ແມ່ນຍັງສືບຕໍ່ ນໍາເຂົ້າຈາກປະເທດເພື່ອນບ້ານ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ. ສ່ວນອີກສາເຫດໜຶ່ງ ແມ່ນມາຈາກ ພື້ນທີ່ການຜະລິດກະສິກໍາ ຫຼາຍແຫ່ງບໍສາມາດຂະຫຍາຍການຜະລິດໄດ້ ເນື່ອງຈາກຖືກປ່ຽນແທນ ເພື່ອການພັດທະນາ ໂຄງການຕ່າງໆ, ຊຶ່ງຕໍ່ຈາກນີ້ໄປ ແມ່ນຕ້ອງໄດ້ສຸມໃສ່ເຕັກໂນໂລຊີ ທີ່ສາມາດເພີ່ມການຜະລິດໃຫ້ໄດ້ຫຼາຍຂຶ້ນ; ໃນໄລຍະຜ່ານມາ ເຖິງແມ່ນວ່າ ລັດຖະບານໄດ້ເພີ່ມຄວາມພະຍາຍາມ ...

Read More »

ສະພາການຄ້າ ກັບບາດກ້າວສຳຄັນໃນການສົ່ງເສີມການຜະລິດກະສິກຳ…

ລັດຖະບານ ແລະ ພາກສ່ວນຕ່າງໆ ໄດ້ເອົາໃຈໃສ່ການຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະຂະແໜງກະສິກຳຖືວ່າເປັນຂະແໜງບູລິມະສິດຕົ້ນຕໍ ແຕ່ເນື່ອງຈາກວ່າບາງຂັ້ນຕອນ ແລະ ການເຂົ້າເຖິງເງິນທຶນສົ່ງເສີມຍັງມີອັນຫຍຸ້ງຍາກ ເຊິ່ງພາກສ່ວນຕ່າງໆກໍ່ກຳລັງສຸມໃສ່ແກ້ໄຂ-ປັບປຸງໃຫ້ສະດວກ ແລະ ໃຫ້ມີປະສິດທິພາບ. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກໍ່ແມ່ນພາກສ່ວນໜຶ່ງທີ່ໄດ້ຜັນຂະຫຍາຍນະໂຍບາຍສົ່ງເສີມ SME ຂອງລັດຖະບານ ໂດຍໄດ້ຄິດຄົ້ນ ຊອກຫາວິທີການສົ່ງເສີມຜູ້ປະກອບການ ແລະ ກຸ່ມຜະລິດທີ່ເຮັດແທ້ທຳຈິງໃຫ້ເຂົາເຈົ້າມີເງິນທຶນໃນການຮັບໃຊ້ທຸລະກິດຂອງເຂົາເຈົ້າຢ່າງພຽງພໍ ແລະ ມີປະສິດທິຜົນ. ວັນທີ 04 ກັນຍາ 2020 ທີ່ຜ່ານມານີ້ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ມີພິທີເຊັນສັນຍາປ່ອຍເງິນກູ້ສົ່ງເສີມຊາວກະສິກອນແບບດອກເບ້ຍຕ່ຳ ແລະ ບໍ່ມີຫຼັກຊັບຄ້ຳປະກັນ (ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດຄ້ຳປະກັນ) ໂດຍການເປັນປະທານຂອງທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີທ່ານ ອ່າໂນ ເກົາລີເຢ ຜູ້ອຳນວຍການໃຫຍ່ທະນາຄານລາວຝຣັ່ງ ທ່ານ ນາງ ຄຳມອນ ຫຼວງລາດ ປະທານກຸ່ມກະສິກຳອິນຊິບ້ານທົ່ງມັ່ງ ແລະມີສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ແລະ ພາກສ່ວນອື່ນໆທັງພາກລັດ ແລະເອກະຊົນເຂົ້າຮ່ວມ. ...

Read More »

ຮຽນຮູ້ກັບ ‘7-Eleven’ ກວ່າຈະເປັນທຸລະກິດຍັກໃຫຍ່ ຕ້ອງ Change ຫຍັງແນ່…

ໃນຍຸກນີ້ໃຜທີ່ສາມາດຂະຫຍາຍ ແລະປັບຕົວໄດ້ໄວທັນການປ່ຽນແປງທາງດ້ານເສດຖະກິດຖືວ່າຄົນໆນັ້ນໄດ້ປຽບ ໂດຍສະເພາະໃນຍຸກນີ້ທີ່ເອີ້ນວວ່າ: ‘ປາໄວກິນປາຊ້າ’ ເຊັ່ນດຽວກັບ ‘7-Eleven’ ທີ່ກວ່າຈະກາຍມາເປັນຮ້ານທີ່ມີຊື່ສຽງ ແລະເປັນຍັກໃຫຍ່ໃນແວດວົງທຸລະກິດແບບທຸກມື້ນີ້ ກໍ່ຕ້ອງໄດ້ມີການປັບຕົວ ແລະປ່ຽນແປງມາຫຼາຍເຊັ່ນກັນ ຈຸດເລີ່ມຕົ້ນຂອງ ‘7-Eleven’ ເກີດຂຶ້ນເມື່ອປີ ພສ 2470 ໃນເມືອງ ດາລັສ໌ຂອງສະຫະລັດອາເມລິກາ ໃນເມື່ອກ່ອນເປັນພຽງກິດຈະການຮ້ານຂາຍນ້ຳກ້ອນ ພາຍໃຕ້ການບໍລິຫານງານບໍລິສັດ ເຊົາແລນ ຄໍໂປເລຊັນ ( ປັດຈຸບັນແມ່ຂອງ ‘7-Eleven’ ເປັນຂອງຍີ່ປຸ່ນ ຊື່ວ່າ ເຊເວັ່ນ ແອນ ໄອ ໂຮດິ້ງ) ແລະຕໍ່ມາໄດ້ຂະຫຍາຍມາຂາຍສິນຄ້າອຸປະໂພກບໍລິໂພກອື່ນໆ ທີ່ເປີດໃຫ້ບໍລິການທຸກມື້ຕັ້ງແຕ່ເວລາ 7:00 – 23:00 ນາທີ ເຊຶ່ງເປັນທີ່ມາຂອງຊື່ ‘7-Eleven’ ແລະໄດ້ຂະຫຍາຍເວລາເປີດຂຶ້ນເປັນ 24 ຊົ່ວໂມງ. ຈາກນັ້ນ ໃນປີ ພສ 2506 ໄດ້ມີການຂະຫຍາຍແຟຣນໄຊສໄປຍັງ ເອີລົບ ແລະ ໃນປີ ພສ 2516 ກໍເຂົ້າສູ່ຕະຫຼາດອາຊຽນ. ສ່ວນໃນປະເທດໄທ 7-Eleven ໄດ້ເຂົ້າມາເລີ່ມຕົ້ນທຸລະກິດໃນປີ 2532 ພາຍໃຕ້ການບໍລິຫານຂອງ ບໍລິສັດ ຊີພີ ອອລ ...

Read More »

ກະກຽມຄວາມພ້ອມ ມະຫາກໍາ ລາວ ຄັ້ງທີ 19…

ໃນງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 19 ພາຍໃຕ້ຫົວຂໍ້ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ” ຈະຈັດຂຶ້ນທີ່ ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ແຕ່ວັນທີ 10 ຫາ 18 ຕຸລາ 2020. ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ຖະແຫລງຕໍ່ສື່ມວນຊົນ ຕອນບ່າຍວັນທີ 3 ກັນຍາ 2020 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ກ່ຽວກັບການກະກຽມຈັດງານງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 19 ວ່າ: ເພື່ອເປັນການສົ່ງເສີມການຕະຫຼາດໃຫ້ແກ່ສິນຄ້າຫັດຖະກຳ ພ້ອມນີ້ກໍ່ເປັນການເຕົ້າໂຮມຄວາມສາມັກຄີໃນໝູ່ຊາວຊ່າງຫັດຖະກຳທຸກຊົນເຜົ່າຢູ່ທຸກໆທ້ອງຖິ່ນໃນທົ່ວປະເທດ ເພື່ອພ້ອມກັນອະນຸລັກສີໄມ້ລາຍມືທາງດ້ານຫັດຖະກຳ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ, ເສີມຂະຫຍາຍພູມປັນຍາທາງດ້ານຫັດຖະກຳຂອງຊົນເຜົ່າຕ່າງໆ, ຜະລິດເຄື່ອງຫັດຖະກຳໃຫ້ມີຄວາມຫຼາກຫຼາຍ, ມີຄວາມສວຍງາມປານີດ, ເປັນເອກະລັກຂອງຊົນເຜົ່າຂອງທ້ອງຖິ່ນ, ນອກຈາກນີ້ຍັງເປັນການສ້າງໂອກາດໃຫ້ຊາວຊ່າງຫັດຖະກຳໄດ້ມາພົບປະກັນເພື່ອແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດເຄື່ອງຫັດຖະກຳ, ສ້າງໂອກາດໃຫ້ຊາວຊ່າງຫັດຖະກຳໄດ້ມາພົບປະລູກຄ້າຂາປະຈຳ ແລະ ຫາຄູ່ຄ້າລາຍໃໝ່ ທີ່ສຳຄັນອີກແມ່ນຍັງສະໜັບສະໜູນການທ່ອງທ່ຽວລາວໃຫ້ຟົດຟື້ນ ຄືລາວທ່ຽວລາວ. ໃນງານຄັ້ງນີ້ປະກອບມີ ກິດຈະກຳວາງສະແດງ-ຂາຍສິນຄ້າຫັດຖະກຳລາວ ໂດຍເນັ້ນໃສ່ການສົ່ງເສີມການຕະຫຼາດໃຫ້ຊາວຊ່າງຫັດຖະກຳລາວທີ່ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ທ້ອງຖິ່ນຕ່າງໆໃນທົ່ວປະເທດ ໄດ້ນຳເອົາເຄື່ອງຫັດຖະກຳຂອງຕົນມາຈຳໜ່າຍຂາຍ, ເພື່ອສ້າງລາຍໄດ້ໃຫ້ຕົນເອງ, ໂດຍມີຮ້ານວາງສະແດງ-ຂາຍຫຼາຍກວ່າ 200 ຮ້ານ ເຊິ່ງຈັດສັນເຂດວາງສະແດງຂາຍຕາມຂະແໜງຫັດຖະກຳ ເພື່ອສະດວກໃນການຢ້ຽມຊົມ, ລະດົມສະມາຊິກ, ຊາວຊ່າງຫັດຖະກຳໃນທົ່ວປະເທດ, ເພື່ອສົ່ງເສີມເຂົາເຈົ້າເຂົ້າຮ່ວມງານຢ່າງທົ່ວເຖິງ ແລະ ...

Read More »

ດ່ວນ!!! ປັບຂຶ້ນລາຄານໍ້າມັນ…

ແຈ້ງການດ່ວນ!!! ປັບຂຶ້ນລາຄານໍ້າມັນ ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດ ວັນທີ 4 ກັນຍາ 2020 ເປັນຕົ້ນໄປ

Read More »

ພັດທະນາຕະຫລາດເຊົ້າ ໃຫ້ເປັນສູນການຄ້າທີ່ທັນສະໄໝ…

ຕະຫລາດເຊົ້າ ແມ່ນຕະຫລາດທີ່ເປັນໃຈກາງ, ເປັນທີ່ຮູ້ຈັກຂອງປວງຊົນລາວເຮົາໃນທົ່ວປະເທດ, ເຊິ່ງປັດຈຸບັນ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ໃນການຊຸກຍູ້ ແລະ ໃຫ້ມີການພັດທະນາໃຫ້ເປັນສະຖານທີ່ອຳນວຍຄວາມສະດວກ ໃນການຄ້າຂາຍ ແລກປ່ຽນສິນຄ້າ. ມາໃນວັນທີ 28 ສິງຫາ 2020 ນີ້, ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຊີ້ນຳຄະນະສະເພາະກິດ ຍົກຍ້າຍຊາວຄ້າ-ຂາຍ ໂຄງການພັດທະນາຕະຫລາດເຊົ້າ ໄດ້ພົບປະຊາວຄ້າຂາຍ, ຜູ້ພັດທະນາຕະ ຫລາດເຊົ້າ ກໍຄື ບໍລິສັດ ຮົວຊິນ ພັດທະນາ ຈຳກັດ ແລະ ຊີ້ນຳການຈັດຕັ້ງປະຕິບັດແຜນພັດທານາຕະຫລາດເຊົ້າໃຫ້ເປັນສູນການຄ້າທີ່ທັນສະໄໝ, ທັງນີ້ ກໍເພື່ອເປັນການສ້າງຄວາມເຂົ້າໃຈຕໍ່ທິດທາງການພັດທະນາຂອງນະຄອນຫລວງວຽງຈັນ ໂດຍສະເພາະແມ່ນຕະຫລາດເຊົ້າ ກາຍເປັນສູນການຄ້າທີ່ທັນສະ ໄໝ, ເປັນສູນລວມຂອງການຄ້າຂາຍໃນຮູບແບບທີ່ທັນສະໄໝ ສົມເປັນເມືອງຫລວງຂອງປະເທດ. ທ່ານ ພູຂົງ ບັນນະວົງ ໄດ້ກ່າວກັບຊາວຄ້າຂາຍ ແລະ ຜູ້ເຂົ້າຮ່ວມໃນພິທີຄັ້ງນີ້ວ່າ: ພວກເຮົາຕ້ອງໄດ້ເຊື່ອໝັ້ນໃນການພັດທະນາ ແລະ ຢັ້ງຢືນຕາມສັນຍາທີ່ນະຄອນຫລວງວຽງຈັນ ໄດ້ເຊັນຮັບຮອງແລ້ວ ໂດຍຂັ້ນຕອນການຄົ້ນຄວ້າແມ່ນ ຜ່ານຂະບວນການຖືກຕ້ອງ ແລະ ມີຄວາມເປັນທຳທີ່ສຸດ, ການພັດທະນາຕະຫລາດເຊົ້າ ແມ່ນໃຫ້ໄປຕາມຮູບແບບແຜນຜັງ ທີ່ລັດຖະບານຮັບຮອງ, ການປຸກສ້າງກໍໃຫ້ຖືກຕ້ອງ ແລະ ...

Read More »