ການຜະລິດ

ສະຖິຕິ ສື່ວິທະຍຸ, ໂທລະພາບ ແລະ ໜັງສືພິມ ໃນ ສປປ ລາວ

ທ່ານ ສະຫວັນຄອນ ຣາຊມຸນຕີ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ ໄດ້ຂຶ້ນລາຍງານກ່ຽວກັບມູນເຊື້ອ ແລະ ຜົນງານທີ່ພົ້ນເດັ່ນຂອງສື່ມວນຊົນ ແລະ ການພິມຈໍາໜ່າຍລາວຕະຫລອດໄລຍະ 70 ປີ ຜ່ານມາ ໃນ ພິທີໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ ຢູ່ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 14/08/2020 ນີ້ວ່າ ວຽກງານສື່ມວນຊົນ ມີຫລາຍຜົນງານອັນພົ້ນເດັ່ນໃນປະກອບສ່ວນໃນພາລະກິດຕໍ່ສູ້ປົດປ່ອຍຊາດ; ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນໄລຍະໃໝ່ສື່ມວນຊົນ ແລະ ການພິມຈໍາໜ່າຍລາວຍັງສາມາດຮັກສາບົດບາດການເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ, ເປັນຜູ້ແນະນໍາ, ນໍາພາຫາງສຽງ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ໂດຍໄດ້ຮັບຄວາມເຊື່ອຖືໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ເປົ້າໝາຍຂອງຕົນ ພ້ອມທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານໃນພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນ, ຂົງເຂດສື່ມວນຊົນ: ມີສື່ສິ່ງພິມທັງໝົດ 152 ສະບັບໜັງ​ສືພິມ 33 ສະບັບ, ໃນນັ້ນໜັງສືພິມລາຍວັນ 11 ສະບັບ, ວາລະສານ 115 ສະບັບ ແລະ ໃບຂ່າວ ...

Read More »

ໂຮງງານອຸດສາຫະກຳ ແລະ ຫັດຖະກໍາ ໃນນະຄອນຫຼວງວຽງຈັນ…

ປີ 2019 ນະຄອນຫຼວງວຽງຈັນ ມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 3.139 ແຫ່ງ, ມູນຄ່າການຜະລິດ 4.608 ຕື້ ກວ່າກີບ ທຽບໃສ່ປີ 2018 ເພີ່ມຂຶ້ນ 3,66%, ມີ 35 ບໍລິສັດທີ່ນໍາເຂົ້າສິນຄ້າຕິດສະຫຼາກເປັນພາສາລາວ ລວມລາຍການສິນຄ້າກວ່າ 1.107 ລາຍການ. ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ລາຍງານການຈັດຕັ້ງປະຕິບັດແຜນພັດທະນາ ອຄ ປະຈໍາປີ 2019 ແລະ 6 ເດືອນຕົ້ນປີ 2020 ຕໍ່ກອງປະຊຸມ ປະຈໍາປີ 2019 ( ແບບທາງໄກ ) ຂອງຂະແໜງ ອຄ ທົ່ວປະເທດວ່າ: ວຽກງານອຸດສາຫະກໍາ ແລະ ຫັດຖະກໍາ ໃນປີ 2019 ໄດ້ມີໂຮງງານ ແລະ ໂຮງຊ່າງຫັດຖະກໍາເກີດຂຶ້ນໃໝ່ ຈໍານວນ 281 ...

Read More »

ສະມາຄົມ ຜູ້ປະກອບການ LAOSME ເປີດກອງປະຊຸມໃຫຍ່ ຄັ້ງທີ 1 ພ້ອມຄັດເລືອກ…

ສະມາຄົມ ຜູ້ປະກອບການ LAOSME ເປີດກອງປະຊຸມໃຫຍ່ ຄັ້ງທີ I ພ້ອມຄັດເລືອກຄະນະບໍລິຫານງານຂອງສະມາຄົມ ໃນວັນທີ 1 ເດືອນ ສິງຫາ 2020. ສະມາຄົມສົ່ງເສີມຜູ້ປະກອບການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງຂອງລາວ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂື້ນ ທີ່ຫ້ອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 57 ທ່ານ ຍິງ 17 ທ່ານ, ເປັນກຽດເຂົ້າຮ່ວມໃນງານມີທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ວາລະໄຊ ເລັ່ງສະຫວັດ, ຫົວໜ້າກົມ ການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ແສງອາລຸນ ຍົດລືໄຊ, ຮອງຫົວໜ້າກົມ ພັດທະນາ ແລະ ບໍລິຫານລັດ, ກະຊວງພາຍໃນ, ທ່ານ ນາງ ຈັນທະຈອນ ວົງໄຊ, ...

Read More »

ການນໍາເຂົ້າສິ່ງເສດເຫລືອ ຢາງພລາສະຕິກ ຕ້ອງມີໃບ ຢັ້ງຢືນນໍາເຂົ້າ ຈາກກົມອຸດສາຫະກໍາ ແລະ ຫັດຖະກໍາ…

ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກບົດແນະນໍາ ກ່ຽວກັບການດໍາເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫລືອຢາງພລາສະຕິກ, ເລກທີ 0682/ອຄ.ກອຫ, ລົງວັນທີ 17 ກໍລະກົດ 2020. ເພື່ອຮັບປະກັນໃຫ້ການຄຸ້ມຄອງ ການດໍາເນີນກິດ ຈະການໂຮງງານປຸງແຕ່ງສິ່ງເສດເຫລືອຢາງພລາສະຕິກ ໃຫ້ໄດ້ຕາມເງື່ອນໄຂ ແລະ ມາດຕະຖານເຕັກນິກໂຮງງານ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ແນ່ໃສ່ຫລຸດຜ່ອນຜົນກະທົບຕໍ່ສຸຂະພາບຂອງຜູ້ອອກແຮງງານຢູ່ໃນໂຮງງານ ແລະ ຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ພ້ອມກັນນີ້, ເພື່ອເປັນການປະກອບສ່ວນແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ. ການຂໍອະນຸຍາດນໍາເຂົ້າສິ່ງເສດເຫລືອຢາງພລາສະຕິກ ແມ່ນໃຫ້ຍື່ນໜັງສືສະເໜີ ຂໍນໍາເຂົ້າເປັນແຕ່ລະກໍລະນີ ເຖິງກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ລາຍລະອຽດຄວນປະກອບເອກະສານ ດັ່ງນີ້: ແຜນການເຄື່ອນໄຫວປະຈໍາປີ, ໃບສັ່ງຊື້ສິນຄ້າ, ໃບສະ ເໜີລາຄາ, ໃບຢັ້ງຢືນຄວາມສະອາດຂອງສິ່ງເສດເຫລືອຢາງປລາສະຕິກ ຈາກເຈົ້າໜ້າທີ່ພາກລັດ ຫລື ອົງກອນໃດໜຶ່ງທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ, ຮູບຖ່າຍສິ່ງເສດເຫລືອຢາງປລາສະຕິກທີ່ຈະນໍາເຂົ້າ, ໃບມອບສິດຜູ້ມາພົວພັນເອກະສານ, ສໍາເນົາທະບຽນວິສາຫະກິດ, ສໍາເນົາໃບຢັ້ງຢືນດ້ານສິ່ງແວດລ້ອມໂຮງງານ, ສໍາເນົາໃບຢັ້ງຢືນດໍາເນີນກິດຈະການໂຮງງານ ແລະ ສໍາເນົາໃບມອບພັນທະພາສີ, ອາ ...

Read More »

ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ຊີ້ນໍາໃຫ້ພັດທະນາຕະຫຼາດທຶນ ກ້າວສູ່ຄວາມເຂັ້ມແຂງ

ຂປລ. ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2020 ໄດ້ສຳເລັດລົງໃນວັນທີ 31 ກໍລະກົດ 2020 ທີ່ສຳນັກງານ ຄຄຊ (ສ.ຄຄຊ) ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ; ມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ຮອງປະທານ ຄຄຊ-ຜູ້ປະຈຳການ; ບັນດາຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ, ປະທານສະພາບໍລິຫານຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ພາກສ່ວນກ່ຽວຂ້ອງ. Health workers wearing protective clothing are pictured at a makeshift rapid testing centre for the ...

Read More »

ຕ້ອງການຂາຍທຸລະກິດຮ້ານອາຫານ ທີ່ມີຜົນກຳໄລ 100 ລ້ານກີບຂຶ້ນໄປ ຕໍ່ເດືອນ ທຳເລໃຈກາງເມືອງ. ສຳລັບທ່ານທີ່ຕ້ອງການຂະໜາດທຸລະກິດທີ່ມີລາຍຮັບນີ້ເທົ່ານັ້ນ.

ຕ້ອງການຂາຍ ທຸລະກິດ ຮ້ານອາຫານ ທີ່ມີຜົນກຳໄລ 100 ລ້ານກີບຂຶ້ນໄປ ຕໍ່ເດືອນ ທຳເລໃຈກາງເມືອງ. ສຳລັບທ່ານທີ່ຕ້ອງການຂະຫນາດທຸລະກິດທີ່ມີລາຍຮັບນີ້ເທົ່ານັ້ນ.#ສິ່ງທີ່ເປັນຄວາມພ້ອມຂອງຮ້ານມີ:1.ມີລະບົບບໍລິຫານພ້ອມ ລະບົບໃນການໄລ່ເງິນ. ຜົນປະກອບການ 1,5 ຕື້ກີບຕໍ່ປີ. ມີໂອກາດເພີ່ມສູງຂື້ນໄດ້ອີກ.2.ຖານລູກຄ້າທີ່ຫມັ້ນຄົງ ແລະ ໜາແໜ້ນ ທີ່ເປີດບໍລິການມາໄດ້ 3 ປີແລ້ວ.3 ລະບົບພະນັກງານ ເສີບ, ພໍ່ຄົວ ເຊັບ ພ້ອມ 100%4.ມີຄວາມເປັນຕົວຕົນ ແລະ ເອກະລັກທີ່ຊັດເຈນ.5.ພ້ອມນັ້ນຍັງມີ ອຸປະກອນເຄື່ອງຄົວ ພ້ອມໂຕະຕັ່ງ ການຕົບແຕ່ງ.6.ລະບົບການໂຄສະນາ ເພສ ຖານລູກຄ້າ 40,000 ຄົນ.7.ລາຍຮັບນີ້ ແມ່ນລາຍຮັບປັດຈຸບັນ ຫລັງ covid. (ທັງໝົດແມ່ນລາຍຮັບຈິງ) ລາຍລະອຽດ ແລະ ຂໍ້ມູນເພີ່ມເຕີມ ແມ່ນຕິດຕໍ່ທີ່ເບີ 02058582099. ຂໍທ່ານທີ່ສົນໃຈເທົ່ານັ້ນ. ຕົວຢ່າງຮູບພາບປະກອບ

Read More »

ອີກ 2 ປີ ເຂື່ອນນໍ້າເທີນ 1 ຈະສົ່ງໄຟຟ້າອອກໄປປະເທດໄທ

ປັດຈຸບັນ ບໍລິເວນປ່າສະຫວງນ ລຸ່ມນ້ຳເທີນ ນໍ້າກະດິງ ແລະ ນໍ້າຫິນບູນ ມີການສ້າງເຂື່ອນໄຟຟ້າແລ້ວ 4 ແຫ່ງ ຄື: ນໍ້າເທີນ 1, ນໍ້າເທີນ 2, ເຂື່ອນເທີນຫິນບູນ ແລະ ເຂື່ອນຫິນບູນສ່ວນຕໍ່ຂະຫຍາຍ. ເຂື່ອນໄຟຟ້ານໍ້າຕົກ ນໍ້າເທີນ 1 ເມືອງວຽງທອງ ແຂວງບໍລິຄຳໄຊ ເປັນໂຄງການຂະໜາດໃຫ່ຍ ເຊິ່ງໄດ້ເລີ່ມກໍ່ສ້າງຕັ້ງແຕ່ປີ 2009 ແຕ່ເນື່ອງຈາກບັນຫາເລື່ອງເງິນທຶນ ຈື່ງໄດ້ໂຈະໂຄງການໄວ້ຊົ່ວຄາວ ຈົນຮອດປີ 2012 ຈື່ງໄດ້ກັບມາກໍ່ສ້າງໂຄງການດັ່ງກ່າວ ຕາມແຜນເຂື່ອນຜະລິດໄຟຟ້ານໍ້າເທີນ-ນໍ້າກະດິງ. ເຂື່ອນນໍ້າເທີນ 1 ຕັ້ງຢູ່ແມ່ນໍ້າກະດິງ ກຳລັງການຜະລິດ 640 ເມກະວັດ ດຳເນີນການໂດຍບໍລິສັດ ໄຟຟ້ານໍ້າເທິນ 1 ຈຳກັດ ເປັນການຮ່ວມທຶນລະຫວ່າງ ເອັກໂກ້ ກຣຸ໊ບ (ໄທ), ບໍລິສັດ ພອນສັກ ກຣຸ໊ບ ແລະ ບໍລິສັດ ອີດີແອວ. ປີ 2017 ໄຟຟ້ານໍ້າເທິນ 1 ເຊັນສັນຍາຂາຍໄຟຟ້າໃຫ້ ການໄຟຟ້າແຫ່ງປະເທດໄທ 514.3 ເມກາວັດ ແລະ ຂາຍໃຫ້ໄຟຟ້າລາວ ...

Read More »

ເພີ່ມຄວາມຮູ້ການພັດທະນາຍີ່ຫໍ້ສິນຄ້າ ແລະ ສ້າງຂີດຄວາມສາມາດຜູ້ຜະລິດ

ໃນວັນທີ 24 ກໍລະກົດ 2020 ຢູ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ) ໄດ້ຈັດສຳມະນາ ກ່ຽວກັບການສ້າງ ແລະ ພັດທະນາຍີ່ຫໍ້ສິນຄ້າຂອງລາວ ແລະ ການສ້າງຂີດຄວາມສາມາດຜູ້ຜະລິດໃນຂະແໜງກະສິກຳ ຕໍ່ກັບວຽກງານການຄ້າທາງເອເລັກໂຕນິກ, ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ, ທ່ານ ສົມເພັດ ນໍ ລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Jerome Dubois Mercent Brand Lao project, ມີບັນດາຫົວໜ້າບໍລິສັດ ແລະ ຜູ້ຕ່າງໜ້າບໍລິສັດເຂົ້າຮ່ວມ. ທ່ານ ທະນົງສິນ ກັນລະຍາ ກ່າວວ່າ: ຂ້າພະເຈົ້າມີຄວາມດີໃຈຫລາຍທີ່ທຸກທ່ານ ໄດ້ເຂົ້າມາຮ່ວມສຳມະນາ ແລະ ແລກປ່ຽນສົນທະນາຮ່ວມກັນ, ສຳລັບການສຳມະນາໃນຄັ້ງນີ້ ພວກເຮົາຈະຮຽນຮູ້ກ່ຽວກັບການສ້າງສິນຄ້າ ແລະ ການພັດທະນາຍີ່ຫໍ້ສິນຄ້າລາວ ແລະ ສ້າງຂີດຄວາມສາມາດ ໃຫ້ກັບກຸ່ມຜູ້ຜະລິດ, ເຊິ່ງວ່າການສ້າງສິນຄ້າ ແລະ ຍີ່ຫໍ້ລາວນີ້ຕ້ອງໄດ້ໃຊ້ເວລາ ສະນັ້ນມື້ນີ້ເຮົາມາຮຽນຮູ້ນຳກັນວ່າການສ້າງສິນຄ້າ ແລະ ...

Read More »

ລາວ-ຈີນ ເສີມຂະຫຍາຍການພົວພັນ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຕາມທິດ 4 ດີ…

ໃນວັນທີ 21 ກໍລະກົດ 2020, ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ປະຊຸມພົບປະແບບທາງໄກ ກັບ ສະຫາຍ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໂດຍມີຈຸດປະສົງເພື່ອເສີມຂະຫຍາຍການພົວພັນຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ແລະ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສະຫາຍທີ່ດີ, ເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີ; ນັບທັງການຜັນຂະຫຍາຍ ແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ປະກົດຜົນເປັນຈິງ. ໃນກອງປະຊຸມພົບປະດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ຜ່ານລະບົບທາງໄກ ຊຶ່ງຖືເປັນກົນໄກອັນໃໝ່ ຍ້ອນສະພາບໂຄວິດ-19. ພ້ອມທັງສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ...

Read More »

ຊົມເຊີຍ!! ບໍລິສັດເບຍລາວ ຈໍາກັດ ສົມທົບທຶນ 3.4 ຕື້ກ່ວາກີບ ເຂົ້າໃນການບູລະນະ 3 ສວນສາທາລະນະ…

ວຽກງານປົກປັກຮັກສາ ສິ່ງແວດລ້ອມ ເປັນໜຶ່ງໃນວຽກງານປາຍແຫຼມ ທີ່ທາງບໍລິສັດເບຍລາວ ຈໍາກັດ ໄດ້ໃຫ້ຄວາມສໍາຄັນ ອັນດັບຕົ້ນໆ ຕະຫຼອດມາ, ໂດຍນັບຕັ້ງແຕ່ປີ 2007-2020, ບໍລິສັດເບຍລາວ ຈໍາກັດ ໄດ້ປະກອບສ່ວນທຶນຮອນ ເຂົ້າໃນວຽກງານ ການບົວລະບັດຮັກສາ ສວນສາທາລະນະ 3 ແຫ່ງໃນນະຄອນຫຼວງວຽງຈັນ ປະກອບມີ: ສວນອານຸສອນ ເຈົ້າຟ້າງຸ່ມ, ສວນວົງວຽນຈີ່ນາຍໂມ້ ແລະ ສວນວົງວຽນ 450 ປີ (ຖະໜົມໄກສອນ ພົມວິຫານ) ໄປແລ້ວຫຼາຍ ກ່ວາ 3.4 ຕື້ກີບ.  ໃນຕອນເຊົ້າວັນທີ 18 ກໍລະກົດ 2020, ບໍລິສັດ ເບຍລາວ ຈຳກັດ ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ.ວຈ) ແລະ ບໍລິສັດ ສຸກປັນຍາ ກໍ່ສ້າງ ໄດ້ຮ່ວມກັນ ຈັດກິດຈະກຳອອກແຮງງານລວມ ທີ່ ສວນວົງວຽງຈີ່ນາຍໂມ້, ໂດຍມີຈຸດປະສົງເພື່ອປັບປຸງສວນວົງວຽນໂມງຈີ່ນາຍໂມ້ ໃຫ້ມີຄວາມສວຍງາມ ສະອາດ ງາມຕາ, ພ້ອມທັງປັບປຸງ ສ່ວນທີ່ມີການເປເພ່ ເສຍຫາຍ ຈຳນວນໜຶ່ງ.  ...

Read More »