ອີກ 2 ປີ ເຂື່ອນນໍ້າເທີນ 1 ຈະສົ່ງໄຟຟ້າອອກໄປປະເທດໄທ

ປັດຈຸບັນ ບໍລິເວນປ່າສະຫວງນ ລຸ່ມນ້ຳເທີນ ນໍ້າກະດິງ ແລະ ນໍ້າຫິນບູນ ມີການສ້າງເຂື່ອນໄຟຟ້າແລ້ວ 4 ແຫ່ງ ຄື: ນໍ້າເທີນ 1, ນໍ້າເທີນ 2, ເຂື່ອນເທີນຫິນບູນ ແລະ ເຂື່ອນຫິນບູນສ່ວນຕໍ່ຂະຫຍາຍ.

ເຂື່ອນໄຟຟ້ານໍ້າຕົກ ນໍ້າເທີນ 1 ເມືອງວຽງທອງ ແຂວງບໍລິຄຳໄຊ ເປັນໂຄງການຂະໜາດໃຫ່ຍ ເຊິ່ງໄດ້ເລີ່ມກໍ່ສ້າງຕັ້ງແຕ່ປີ 2009 ແຕ່ເນື່ອງຈາກບັນຫາເລື່ອງເງິນທຶນ ຈື່ງໄດ້ໂຈະໂຄງການໄວ້ຊົ່ວຄາວ ຈົນຮອດປີ 2012 ຈື່ງໄດ້ກັບມາກໍ່ສ້າງໂຄງການດັ່ງກ່າວ ຕາມແຜນເຂື່ອນຜະລິດໄຟຟ້ານໍ້າເທີນ-ນໍ້າກະດິງ.

ເຂື່ອນນໍ້າເທີນ 1 ຕັ້ງຢູ່ແມ່ນໍ້າກະດິງ ກຳລັງການຜະລິດ 640 ເມກະວັດ ດຳເນີນການໂດຍບໍລິສັດ ໄຟຟ້ານໍ້າເທິນ 1 ຈຳກັດ ເປັນການຮ່ວມທຶນລະຫວ່າງ ເອັກໂກ້ ກຣຸ໊ບ (ໄທ), ບໍລິສັດ ພອນສັກ ກຣຸ໊ບ ແລະ ບໍລິສັດ ອີດີແອວ.

ປີ 2017 ໄຟຟ້ານໍ້າເທິນ 1 ເຊັນສັນຍາຂາຍໄຟຟ້າໃຫ້ ການໄຟຟ້າແຫ່ງປະເທດໄທ 514.3 ເມກາວັດ ແລະ ຂາຍໃຫ້ໄຟຟ້າລາວ 130 ເມກາວັດ ມີອາຍຸສັນຍາ 27 ປີ ນັບແຕ່ເດີນເຄື່ອງໃນ ປີ 2022.

ຮູບພາບ: Lobsang Yolmoo

Comments