ສະຖິຕິ ສື່ວິທະຍຸ, ໂທລະພາບ ແລະ ໜັງສືພິມ ໃນ ສປປ ລາວ

ທ່ານ ສະຫວັນຄອນ ຣາຊມຸນຕີ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ ໄດ້ຂຶ້ນລາຍງານກ່ຽວກັບມູນເຊື້ອ ແລະ ຜົນງານທີ່ພົ້ນເດັ່ນຂອງສື່ມວນຊົນ ແລະ ການພິມຈໍາໜ່າຍລາວຕະຫລອດໄລຍະ 70 ປີ ຜ່ານມາ ໃນ ພິທີໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ ຢູ່ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 14/08/2020 ນີ້ວ່າ ວຽກງານສື່ມວນຊົນ ມີຫລາຍຜົນງານອັນພົ້ນເດັ່ນໃນປະກອບສ່ວນໃນພາລະກິດຕໍ່ສູ້ປົດປ່ອຍຊາດ; ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນໄລຍະໃໝ່ສື່ມວນຊົນ ແລະ ການພິມຈໍາໜ່າຍລາວຍັງສາມາດຮັກສາບົດບາດການເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ, ເປັນຜູ້ແນະນໍາ, ນໍາພາຫາງສຽງ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ໂດຍໄດ້ຮັບຄວາມເຊື່ອຖືໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ເປົ້າໝາຍຂອງຕົນ ພ້ອມທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານໃນພາກພື້ນ ແລະ ສາກົນ.

ມາຮອດປັດຈຸບັນ, ຂົງເຂດສື່ມວນຊົນ: ມີສື່ສິ່ງພິມທັງໝົດ 152 ສະບັບໜັງ​ສືພິມ 33 ສະບັບ, ໃນນັ້ນໜັງສືພິມລາຍວັນ 11 ສະບັບ, ວາລະສານ 115 ສະບັບ ແລະ ໃບຂ່າວ 4 ສະບັບ. ສະຖານີວິທະຍຸກະຈາຍສຽງ ມີ 82 ສະຖານີ, ໃນນັ້ນ ຢູ່ສູນກາງ 3 ສະຖານີ ແລະ ທ້ອງຖິ່ນ 79 ສະຖານີ ເພີ່ມຂຶ້ນ 12 ສະຖານີ ເມື່ອທຽບໃສ່ປີ 2016. ການກະຈາຍສຽງທາງພາກພື້ນດິນຂອງລະບົບເອເອັມ ແລະ ເອັຟເອັມ ກວມ 90% ຂອງພື້ນທີ່ທົ່ວປະເທດ. ການກະຈາຍຜ່ານດາວທຽມ ແລະ ອິນເຕີເນັດ​ກວມ 100% ຂອງພື້ນທີ່ທົ່ວປະເທດ ແລະ ຫຼາຍປະເທດໃນໂລກ ເຊີ່ງນອກຈາກການກະຈາຍພາກພາສາລາວ, ພາສາຊົນເຜົ່າ ຄື: ພາສາມົ້ງ ແລະ ພາສາກຶມມຸ ຍັງໄດ້ກະຈາຍເປັນພາສາຕ່າງ ປະເທດ ຄື: ຫວຽດນາມ, ອັງກິດ, ຝຣັ່ງ, ຂະແມ,​ຈີນ​ແລະ ໄທ. ສະຖານີໂທລະພາບ ມີ 45 ສະຖານີ, ໃນນັ້ນ ຢູ່ສູນກາງ 6 ສະຖານີ ລວມທັງເອກະຊົນ 3 ສະຖານີ, ທ້ອງຖິ່ນ 39 ສະຖານີ, ໃນນັ້ນ ມີໂທລະພາບດິຈິຕອນ 7 ສະຖານີສາ ມາດແຜ່ພາບທາງພາກພື້ນດິນກວມ 80% ຂອງພື້ນທີ່ທົ່ວປະເທດ.

ນອກນັ້ນ, ຍັງມີສະ​ຖານີຖ່າຍທອດໂທລະພາບຫວຽດນາມ VTV4, ສະຖານີຖ່າຍທອດໂທລະພາບ ສປ ຈີນ CCTV4, CCTV News. ສໍາລັບລະບົບໂທລະໂຄ່ງ ໄດ້ຕິດຕັ້ງແລ້ວຈໍານວນ 5.918 ຊຸດໃນ 148 ເມືອງຢູ່ໃນຂອບເຂດທົ່ວປະເທດ. ຂົງເຂດການພິມຈຳໜ່າຍ: ປັດຈຸບັນ, ທົ່ວປະເທດມີໂຮງພິມ 84 ແຫ່ງ ຢູ່ສູນກາງ 7 ແຫ່ງ, ຢູ່ທ້ອງ ຖິ່ນ 77 ແຫ່ງ; ມີສຳນັກພິມ 17 ແຫ່ງ ໃນນີ້ ເປັນຂອງລັດ 2 ແຫ່ງ, ມີບໍລິສັດແປພາສາ 16 ແຫ່ງ, ບໍລິ ສັດອອກແບບໂຄສະນາ 12 ແຫ່ງ, ຮ້ານຈຳໜ່າຍປຶ້ມ ແລະ ສິ່ງພິມອື່ນ 16 ແຫ່ງ; ມີຫໍສະໝຸດ 99 ແຫ່ງ ແລະ ອື່ນຯ. ພ້ອມນີ້ ທ່ານຍັງໄດ້ຍົກໃຫ້ເຫັນສິ່ງທ້າທາຍຂອງວຽກງານສື່ມວນຊົນ ແລະ ການພິມຈໍາຫນ່າຍທີ່ຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ດີຂຶ້ນໃນຕໍ່ຫນ້າຕື່ມອີກ.

ຂໍ້ມູນ: ວິທະຍຸ ກະຈາຍສຽງແຫ່ງຊາດ

Comments