ເພີ່ມຄວາມຮູ້ການພັດທະນາຍີ່ຫໍ້ສິນຄ້າ ແລະ ສ້າງຂີດຄວາມສາມາດຜູ້ຜະລິດ

ໃນວັນທີ 24 ກໍລະກົດ 2020 ຢູ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ) ໄດ້ຈັດສຳມະນາ ກ່ຽວກັບການສ້າງ ແລະ ພັດທະນາຍີ່ຫໍ້ສິນຄ້າຂອງລາວ ແລະ ການສ້າງຂີດຄວາມສາມາດຜູ້ຜະລິດໃນຂະແໜງກະສິກຳ ຕໍ່ກັບວຽກງານການຄ້າທາງເອເລັກໂຕນິກ, ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ, ທ່ານ ສົມເພັດ ນໍ ລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Jerome Dubois Mercent Brand Lao project, ມີບັນດາຫົວໜ້າບໍລິສັດ ແລະ ຜູ້ຕ່າງໜ້າບໍລິສັດເຂົ້າຮ່ວມ.


ທ່ານ ທະນົງສິນ ກັນລະຍາ ກ່າວວ່າ: ຂ້າພະເຈົ້າມີຄວາມດີໃຈຫລາຍທີ່ທຸກທ່ານ ໄດ້ເຂົ້າມາຮ່ວມສຳມະນາ ແລະ ແລກປ່ຽນສົນທະນາຮ່ວມກັນ, ສຳລັບການສຳມະນາໃນຄັ້ງນີ້ ພວກເຮົາຈະຮຽນຮູ້ກ່ຽວກັບການສ້າງສິນຄ້າ ແລະ ການພັດທະນາຍີ່ຫໍ້ສິນຄ້າລາວ ແລະ ສ້າງຂີດຄວາມສາມາດ ໃຫ້ກັບກຸ່ມຜູ້ຜະລິດ, ເຊິ່ງວ່າການສ້າງສິນຄ້າ ແລະ ຍີ່ຫໍ້ລາວນີ້ຕ້ອງໄດ້ໃຊ້ເວລາ ສະນັ້ນມື້ນີ້ເຮົາມາຮຽນຮູ້ນຳກັນວ່າການສ້າງສິນຄ້າ ແລະ ການສ້າງຍີ່ຫໍ້ຂອງສິນຄ້ານັ້ນ ມີວິທີການແນວໃດ, ເພື່ອເຮັດໃຫ້ລູກຄ້າສາມາດຈື່ໄດ້ງ່າຍ ແລະ ເປັນທີ່ໂດດເດັ່ນ ພ້ອມທັງການສົ່ງເສີມການຜະລິດສິນຄ້າລາວ ໃຫ້ກ້າວໄປສູ່ຕະຫລາດອາຊຽນ ແລະ ຕະຫລາດໂລກໃຫ້ຫລາຍຂຶ້ນ, ພວກເຮົາ ພ້ອມທີ່ຈະສົ່ງເສີມສິນຄ້າລາວທີ່ໄດ້ມາດຕະຖານ ໃຫ້ເຂົ້າສູ່ຕະຫລາດໃນທົ່ວປະເທດ ເປັນຕົ້ນ ການນຳເຂົ້າຈຳໜ່າຍໃນຮ້ານມິນິມາກ, ມິນິບິກຊີ ເຊິ່ງມີຫລາຍສາຂາໃນທົ່ວນະຄອນຫລວງວຽງຈັນ ແລະ ການກະຈາຍສິນຄ້າອອກໄປທົ່ວປະເທດ ໂດຍການນຳໃຊ້ຊ່ອງທາງເອເລັກໂຕນິກ ທີ່ສາມາດກະຈາຍສິນຄ້າໄດ້ຢ່າງວ່ອງໄວ ແລະ ກວ້າງຂວາງໃນປັດຈຸບັນ. ນອກຈາກນີ້, ຜູ້ເຂົ້າຮ່ວມສຳມະນາທຸກທ່ານ ຍັງໄດ້ແລກປ່ຽນບົດຮຽນ ແລະ ປະສົບການທາງດ້ານການດຳເນີນທຸລະກິດ, ການກະຈາຍສິນຄ້າຂອງແຕ່ລະບໍລິສັດ ນຳອີກ.

ແຫຼ່ງຂໍ້ມູນ: ຂປລ

Comments