ການຜະລິດ

ຮ້ານສະດວກຊື້ 7 Eleven ກຽມເປີດສາຂາທຳອິດ ຢູ່ ລາວ…

ຂ່າວດີ…!!! ຄາດວ່າ 7 Eleven ສາຂາທໍາອິດຂອງ CP All ຈະເປີດສາຂາ ໃຫ້ການບໍລິການຢູ່ ນະຄອນຫຼວງວຽງຈັນ ສປປ ລາວ ໃນປີ 2022 ໂດຍຈະເປັນຮ້ານສະດວກຊື້ ທີ່ມີສິນຄ້າ ແລະ ການບໍລິການຄົບທຸກຢ່າງ ຄືກັບຢູ່ປະເທດໄທ. ສປປ ລາວ ຈະກາຍເປັນປະເທດທີ່ 20 ຂອງໂລກ ທີ່ມີຮ້ານສະດວກຊື້ 7 Eleven ມາເປີດ, ສະເພາະຢູ່ປະເທດໄທ ມີຮ້ານສະດວກຊື້ 7 Eleven ທັງໝົດ ຫຼາຍກ່ວາ 12,000 ສາຂາແລ້ວ. ບໍລິສັດ CP All ຂອງປະເທດໄທ ໄດ້ຮັບອະນຸຍາດ ໃຫ້ດໍາເນີນ ທຸລະກິດ ຮ້ານສະດວກຊື້ 7 Eleven ເປີດ 24 ຊມ ຢູ່ ສປປ ລາວ ໂດຍໄດ້ຮັບສັນຍາ ສໍາປະທານ 30 ປີ ແລະ ສາມາດຕໍ່ໄດ້ ສູງສຸດ 2 ...

Read More »

ຮັບຮອງປີ້ງໄກ່ນາປົ່ງ ເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ

ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຄົງເຊໂດນ ແຂວງສາລະວັນ ຈັດກອງປະຊຸມປຶກສາຫາລື ເພື່ອຄັດເລືອກເອົາສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ຂຶ້ນໃນວັນທີ 16 ກັນຍາ 2020 ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມຈັນ ຈັນທະພູທອນ ຮອງເຈົ້າເມືອງຄົງເຊໂດນ ຜູ້ຊີ້ນຳວຽກງານເສດຖະກິດ, ທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີຫົວໜ້າ – ຮອງຫົວໜ້າຫ້ອງການ, ພະນັກງານວິຊາການຂອງຫ້ອງການທີ່ກ່ຽວຂ້ອງ, ຕະຫຼອດຮອດສະມາຄົມກຸ່ມປີ້ງໄກ່ບ້ານນາປົ່ງເຂົ້າຮ່ວມ.ກອງປະຊຸມໄດ້ຫາລືເພື່ອຮັບຮອງເອົາ ປີ້ງໄກ່ບ້ານນາປົ່ງ ເປັນສິນຄ້າໂອດ໊ອບ ຂອງເມືອງ ແລະ ແຂວງ , ພ້ອມທັງຮັບຮອງເອົາ 3 ຜະລິດຕະພັນຂອງປີ້ງໄກ່ນາປົ່ງ ຄື: ປີ້ງໄກ່ເປັນໂຕ, ປີ້ງປີກໄກ່ – ຂາໄກ່ ແລະ ປີ້ງເຄື່ອງໃນໄກ່ ເຂົ້າໃນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງເມືອງ ແລະ ແຂວງ. ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Read More »

ລາວ ມີເຂື່ອນໄຟຟ້າ 78 ແຫ່ງ ກຳລັງຜະລິດ 52.211 ລ້ານກິໂລວັດ ເປັນປະເທດທຳອິດ ສົ່ງຂາຍໄຟຟ້າໃນຕະຫຼາດອາຊຽນ…

ໃນລະຫວ່າງວັນທີ 17-18 ກັນຍາ 2020 ນີ້ ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານຄວາມປອດໄພຂອງເຂື່ອນຢູ່ຫ້ອງປະຊຸມໃຫຍ່ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Nicola PON TARA ຜູ້ອຳນວຍການທະນາຄານໂລກ ປະຈຳ ສປປ ລາວ, ມີທ່ານເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຊ່ຽວຊານເຂົ້າຮ່ວມ. ລາຍຊື່ເຂື່ອນ ແລະ ແຫຼ່ງຜະລິດໄຟຟ້າທັງໝົດ ໃນ ສປປ ລາວ 2018, ເອກະຊົນກວມເອົາກວ່າ 80%.ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ບັນຫາຄວາມປອດໄພຂອງເຂື່ອນໄຟຟ້ານໍ້າຕົກ ແມ່ນຍຸດທະສາດທີ່ສຳຄັນ, ມີລັກສະນະຕົ້ນຕໍ, ຍາວນານທີ່ຖືກກຳນົດໄວ້ຢູ່ໃນແຜນຍຸດທະສາດ ກ່ຽວກັບການພັດທະນາອຸດສາຫະກຳພະລັງງານຢູ່ ສປປ ລາວ ຕາມທິດຜະລິດພະລັງງານທີ່ສະອາດ ເປັນມິດກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງ. ມາຮອດປັດຈຸບັນນີ້, ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ ...

Read More »

ລາວ ຂາດດຸນການຄ້າປະມານ 7 ລ້ານໂດລາ….

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 8 ບັນລຸໄດ້ປະມານ 762 ລ້ານໂດລາສະຫະລັດ ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 377 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 384 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 7 ລ້ານໂດລາສະຫາລັດ. ພາບປະກອບເທົ່ານັ້ນ ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 102 ລ້ານໂດລາສະຫະລັດ, ຫວຽດນາມ 75 ລ້ານໂດລາສະຫະລັດ, ໄທ 120 ລ້ານໂດລາສະຫະລັດ, ອິນເດຍ 14 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 6 ລ້ານໂດລາສະຫະລັດ. ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານປະມານ: ໄທ 204 ລ້ານໂດລາສະຫະລັດ, ຈີນ 84 ລ້ານໂດລາສະຫະລັດ, ຫວຽດນາມ 44 ລ້ານໂດລາສະຫະລັດ, ...

Read More »

ຕົວເມືອງຢູ່ນະຄອນຫລວງ ແລະ ຢູ່ແຂວງຕ່າງໆມີໄຟຟ້າໃຊ້ຖາວອນ 100% ແລ້ວ

ກະຊວງພະລັງງານ ແລະ ບໍ່ແຮ່ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຢູ່ ບັນດາເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ແລະ ນະຄອນ ມີໄຟຟ້າໃຊ້ 100%, ຈໍານວນ ບ້ານທີ່ໄຟຟ້າເຂົ້າເຖິງກວມ 93% ແລະ ຈໍານວນຄອບຄົວໃນທົ່ວປະເທດທີ່ໄດ້ໃຊ້ໄຟ ຟ້າແບບຖາວອນແລ້ວ ກວມ 95%.ປັດຈຸບັນນີ້, ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີ ກໍາລັງຕິດຕັ້ງທັງຫມົດ 9.972 ເມັກກາວັດ, ສາມາດຜະລິດ ພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານ ກິໂລວັດໂມງຕໍ່ປີ. ນອກຈາກນີ້, ຍັງມີໂຄງການໄຟຟ້າຖ່ານຫິນ 1 (ຫົງສາ), ໂຄງການພະລັງງານ ໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາວັນລວມ 6 ແຫ່ງ. ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍ່ໄດ້ດໍາເນີນໄປ ຢ່າງແຂງແຮງ, ມາຮອດປັດຈຸບັນນີ້ ທົ່ວປະເທດ ມີລະບົບສາຍສົ່ງແຮງ ສູງ, ແຮງກາງ ແລະ ແຮງຕໍ່າ) ຍາວທັງຫມົດ 65.563 ກວ່າ ກິໂລແມັດ, ...

Read More »

ກະຊວງພະລັງງານ ແລະບໍ່ແຮ່ ແລະ ກຸ່ມທະນາຄານໂລກປະຈຳລາວ ຫາລືຄວາມປອດໄພເຂື່ອນໄຟຟ້າຢູ່ລາວ….

ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະບໍ່ແຮ່ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ວຽກງານຄວາມປອດໄພຂອງເຂື່ນທົ່ວປະເທດຄັ້ງທີ 1 ຂຶ້ນ ໃນວັນທີ 17-18 ກັນຍາ 2020ທີ່ນະຄອນຫຼວງວຽງຈັນ ຊຶ່ງເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ແລະຜູ້ອຳນວຍການ ກຸ່ມທະນາຄານໂລກ ປະຈຳ ສປປ ລາວ ທ່ານ Nicola PONTARA ໃນມື້ທຳອິດ ແລະມື້້ທີ 2 ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແບໍ່ແຮ່ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ 200 ກວ່າຄົນ. ກອງປະຊຸມດັ່ງກ່າວ ແມ່ນເພື່ອເຜີຍແຜ່ ແລະ ແລກປ່ຽນນິຕິກຳ, ພາລະບົດບາດຂອງຂະແໜງການຕ່າງໆຂອງລົດ ທີ່ພົວພັນກັບການຄຸ້ມຄອງຄວາມປອດໄພຂອງເຂື່ອນ ເພື່ອໃຫ້ບັນດາຜູ້ປະກອບການໄດ້ຮັບຊາບ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດ, ຖອດຖອນບົດຮຽນ ຜົນການກວດກາດ້ານເຕັກນິກ, ການວິໄຈ ບັນດາບັນຫາຄວາມປອດໄພຂອງເຂື່ອນໃຫຍ່ ຈຳນວນ 54 ໂຄງການ ແລະເຂື່ອນນ້ອຍ ຈໄນວນ 71 ໂຄງການ ທີ່ໄດ້ຮັບການຊ່ວຍເຫຼືອດ້ານວິຊາການ ຈາກທະນາຄານໂລກ ແລະບັນດາປະເທດຄູ່ຮ່ວມພັດທະນາ ...

Read More »

ມອບໄຟເຍືອງທາງ ໃຫ້ຫ້ອງການ ຄບຕ ບໍລິຫານ…

ບັນຫາໄຟໄຟ້າສາທາລະນະ ໂດຍສະເພາະໄຟເຍືອງທາງຢູ່ນະຄອນຫຼວງວຽງຈັນຜ່ານມາແມ່ນ ເປັນບັນຫາຄຸມເຄືອກ່ຽວເນື່ອງກັບຫຼາຍພາກສ່ວນ ຈົນຮອດວັນທີ 17 ກັນຍາ 2020 ຢູ່ທີ່ສໍານັກງານໃຫຍ່ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ (ບ້ານໜອງບຶກ) ໄດ້ມີພິທີມອບ-ຮັບການຄຸ້ມຄອງ ສ້ອມແປງ ປົກປັກຮັກສາລະບົບໄຟເຍືອງທາງ ແລະ ໄຟອໍານາດ ໃນນະຄອນຫຼວງວຽງຈັນ ໃຫ້ຫ້ອງການຄຸ້ມຄອງ ແລະບໍລິຫານຕົວເມືອງວຽງຈັນ(ຄບຕ) ເປັນຜູ້ຮັບຜິດຊອບຢ່າງເປັນທາງການ ລະຫວ່າງ ທ່ານ ຈັນສົມ ພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ແລະ ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ມີທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງ ເຂົ້າຮ່ວມເປັນສັກຂີພະຍານ. ໄຟເຍືອງທາງ ແລະ ໄຟອໍານາດ ໃນນະຄອນຫຼວງທັງໝົດ ແມ່ນມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນຜູ້ຄຸ້ມຄອງ ສ້ອມແປງ ຕິດຕັ້ງ ແລະ ປົກປັກຮັກສາໃນນັ້ນມີ: ເສັ້ນທາງທີ່ຕິດຕັ້ງໄຟ 109 ເສັ້ນທາງ, ເສົາໄຟເຍືອງທາງຖາວອນ 6.219 ຕົ້ນ, ດອກໄຟເຍືອງທາງ 10.506 ດອກ, ...

Read More »

ສຳມະນາການນຳໃຊ້ວິທະຍາສາດ ເຂົ້າໃນການຜະລິດກະສິກຳ…

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສຳມະນາວິຊາການກ່ຽວກັບການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນການສົ່ງເສີມການຜະລິດກະສິກຳ ແລະ ການບໍລິການ. ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ແມ່ນໜຶ່ງໃນແຜນສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກກະຊວງທັງເປັນການເນັ້ນໜັກເຖິງຄວາມສຳຄັນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນຍຸກການປະຕິວັດອຸດສາຫະກຳ ຄັ້ງທີ 4 ( ອຸດສາຫະກຳ 4.0 ) ທີ່ມີບົດບາດ ຄວາມສໍາຄັນຢ່າງຍິ່ງມີຫຼາຍປະເທດ ໄດ້ກຳນົດເອົາເປັນວາລະແຫ່ງຊາດໃນການພັດທະນາເສດຖະກິດ ແລະ ສັງຄົມ. ເວົ້າສະເພາະກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນປັດຈຸບັນມີຜົນສຳເລັດການຄົ້ນຄວ້າຈຳນວນໜຶ່ງທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄວາມຮູ້ບົ່ມຊ້ອນທາງດ້ານວິຊາການ ເພື່ອໄປຜັນຂະຫຍາຍຊຸກຍູ້ສົ່ງເສີມການຜະລິດກະສິກຳ ແລະ ການບໍລິການໃນການຍົກສະມັດຖະພາບ, ຄຸນນະພາບຂອງການຜະລິດ ແລະ ການບໍລິການດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອບຸກທະລຸເປົ້າໝາຍພັດທະນາຂອງລັດຖະບານ ເປັນຕົ້ນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການຜະລິດ, ການປຸງແຕ່ງ, ການແປຮູບທາງດ້ານກະສິກຳທີ່ປະເທດເຮົາມີທ່າແຮງສູງ. ພິທີດັ່ງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ກັນຍາ 2020 ທີ່ຫ້ອງປະຊຸມສະຖາບັນການຄຸ້ມຄອງວິທະຍາສາດ ...

Read More »

ຈີນພ້ອມສົ່ງວັກຊີນໂຄວິດ-19 ສູ່ສາທາລະນະ ເດືອນພະຈິກນີ້…

ສຳນັກຂ່າວີຣອຍເຕີລາຍງານອ້າງເຈົ້າໜ້າທີ່ສູນຄວບຄຸມ ແລະປ້ອງກັນພະຍາດ (CDL) ຂອງຈິນເປີດເຜີຍວ່າ: ວັກຊີນຕ້ານໂຄວິດ-19 ທີ່ຈີນພັດທະນາຂຶ້ນໃນເດືອນພຶດສະພາ ພ້ອມໃຊ້ໄດ້ໃນເດືອນພະຈິກນີ້. ປັດຈຸບັນຈີນມີວັກຊີນໂຄວິດ-19 ຈຳນວນ 4 ລາຍການຢູ່ໃນການທົດລອທາງຄຣີນິກເປັນຂັ້ນຕອນສຸດທ້າຍໂດຍກ່ອນໜ້ານີ້ ໄດ້ມີການເປີດໂຕວັກຊີນຢ່າງໜ້ອຍ 3 ລາຍການໄປໃນເດືອນກໍລະກົດ ເພື່ອສະເໜີສັກໃຫ້ຜູ້ປະຕິບັດງານທີ່ຈຳເປັນໃນກໍລະນີສຸກເສີນ ທ່ານ ນາງ ກຸ້ຍເສິ່ນ ອູ໋ ຫົວໜ້າດ້ານຄວາມປອດໄພຊີວະພາບຂອງ CDL ໃຫ້ສຳພາດທາງໂທລະພາບທາງການຈີນ ໃນວັນທີ 14 ກັນຍານີ້ວ່າ: ການທົດລອງວັກຊີນຕ້ານໂຄວິດ -19 ທີ່ກຳລັງຢູ່ໃນຂັ້ນຕອນຄຣີນິກມີຄວາມລື່ນໄຫຼ ແລະພ້ອມນຳອອກສູ່ສາທາລະນະໄດ້ໃນເດືອນພະຈິກ ຫຼືທັນວານີ້ ເຖິງຢ່າງໃດກໍ່ຕາມ, ຜູ້ຜະລິດວັກຊີນທົ່ວໂລກໄດ້ເລັ່ງແຂ່ງຂັນກັນພັດທະນາວັກຊີນປ້ອງກັນໄວຣັສທີ່ມີປະສິດທິພາບ ຊຶ່ງໂຄວິດ-19 ຂ້າຊີວິດຄົນໄປແລ້ວ 925,000 ກວ່າຄົນ ໂດຍຜູ້ຜະລິດວັກຊີນຊັ້ນນຳຂອງຕາເວັນຕົກໃຫ້ຄຳໝັ້ນໃນຕົ້ນເດືອນກັນຍາວ່າ: ຈະຮັກສາມາດຕະຖານການສຶກສາຄົ້ນຄວ້າທາງວິທະຍາສາດ ແລະປະຕິເສດແຮງກົດດັນທາງການເມືອງໃດໆທີ່ຕ້ອງພັດທະນາຂັ້ນຕອນອອກສູ່ຕະຫຼາດ. ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

Read More »

ຮ່ວມກັນສຶກສາຂໍ້ມູນທ່າແຮງແຫຼ່ງແຮ່ທາດ ຢູ່ 2 ແຂວງ

ໃນວັນທີ 15 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຕຶກສູນບໍລິການຊອກຄົ້ນ, ສໍາຫຼວດ ແລະ ວິໄຈແຮ່ທາດ (ຫຼັກ 8), ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາ ວ່າດ້ວຍການສຶກສາຂໍ້ມູນເບື້ອງຕົ້ນທ່າແຮງແຫຼ່ງແຮ່ທາດ ຢູ່ເຂດເມືອງສົບເບົາ ແຂວງຫົວພັນ ແລະ ເມືອງຊານໄຊ ແຂວງອັດຕະປື. ເປັນການເຊັນສັນຍາກັນລະຫວ່າງ ລັດວິສາຫະກິດ ພັດທະນາແຮ່ທາດລາວ ກັບ ບໍລິສັດ ລາວຟູເຊີງ ພັດທະນາ ລົງທຶນອຸດສາຫະກຳ ຈຳກັດ, ຮ່ວມລົງນາມໂດຍ ທ່ານ ບຸນລັດ ວິໄລສູກ ຜູ້ອຳນວຍການ ລັດວິສາຫະກິດ ພັດທະນາແຮ່ທາດລາວ ແລະ ທ່ານ ຫຼີ ຟູຄຸຍ ຜູ້ອຳນວຍການ ບໍລິສັດ ລາວຟູເຊີງ ພັດທະນາ ລົງທຶນອຸດສາຫະກຳ ຈຳກັດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ແກ້ວ ຄຳຜາວົງ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ພ້ອມດ້ວຍຄະນະຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຄີພະຍານ. ໂດຍອີງຕາມ ໜັງສືແຈ້ງການ ຂອງຫ້ອງການກະຊວງພະລັງງານ ...

Read More »