ສະພາການຄ້າ ກັບບາດກ້າວສຳຄັນໃນການສົ່ງເສີມການຜະລິດກະສິກຳ…

ລັດຖະບານ ແລະ ພາກສ່ວນຕ່າງໆ ໄດ້ເອົາໃຈໃສ່ການຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະຂະແໜງກະສິກຳຖືວ່າເປັນຂະແໜງບູລິມະສິດຕົ້ນຕໍ ແຕ່ເນື່ອງຈາກວ່າບາງຂັ້ນຕອນ ແລະ ການເຂົ້າເຖິງເງິນທຶນສົ່ງເສີມຍັງມີອັນຫຍຸ້ງຍາກ ເຊິ່ງພາກສ່ວນຕ່າງໆກໍ່ກຳລັງສຸມໃສ່ແກ້ໄຂ-ປັບປຸງໃຫ້ສະດວກ ແລະ ໃຫ້ມີປະສິດທິພາບ. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກໍ່ແມ່ນພາກສ່ວນໜຶ່ງທີ່ໄດ້ຜັນຂະຫຍາຍນະໂຍບາຍສົ່ງເສີມ SME ຂອງລັດຖະບານ ໂດຍໄດ້ຄິດຄົ້ນ ຊອກຫາວິທີການສົ່ງເສີມຜູ້ປະກອບການ ແລະ ກຸ່ມຜະລິດທີ່ເຮັດແທ້ທຳຈິງໃຫ້ເຂົາເຈົ້າມີເງິນທຶນໃນການຮັບໃຊ້ທຸລະກິດຂອງເຂົາເຈົ້າຢ່າງພຽງພໍ ແລະ ມີປະສິດທິຜົນ.

ວັນທີ 04 ກັນຍາ 2020 ທີ່ຜ່ານມານີ້ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ມີພິທີເຊັນສັນຍາປ່ອຍເງິນກູ້ສົ່ງເສີມຊາວກະສິກອນແບບດອກເບ້ຍຕ່ຳ ແລະ ບໍ່ມີຫຼັກຊັບຄ້ຳປະກັນ (ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດຄ້ຳປະກັນ) ໂດຍການເປັນປະທານຂອງທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີທ່ານ ອ່າໂນ ເກົາລີເຢ ຜູ້ອຳນວຍການໃຫຍ່ທະນາຄານລາວຝຣັ່ງ ທ່ານ ນາງ ຄຳມອນ ຫຼວງລາດ ປະທານກຸ່ມກະສິກຳອິນຊິບ້ານທົ່ງມັ່ງ ແລະມີສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ແລະ ພາກສ່ວນອື່ນໆທັງພາກລັດ ແລະເອກະຊົນເຂົ້າຮ່ວມ.

ຄວາມເປັນມາຂອງໂຄງການດັ່ງກ່າວແມ່ນເລີ່ມຈາກການເຮັດວຽກຮ່ວມກັນຂອງສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ກັບກຸ່ມກະສິກຳອິນຊີບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຫັນໄດ້ວ່າກຸ່ມກະສິກຳອິນຊີບ້ານທົ່ງມັ່ງ ແມ່ນກຸ່ມໜຶ່ງທີ່ມີຄວາມເຂັ້ມແຂງຫຼາຍດ້ານ ໂດຍສະເພາະແມ່ນການຈັດຕັ້ງນຳພາທີ່ເຂັ້ມແຂງ ເຮັດແທ້ທຳຈິງ ແລະ ມີຕະຫຼາດຮອງຮັບທີ່ແນ່ນອນ ແຕ່ກຸ່ມຊາວສວນຍັງຂາດປັດໄຈຮັບໃຊ້ການຜະລິດຫຼາຍຢ່າງເຊັ່ນ: ໂຮງເຮືອນປູກຜັກໃນຮົ່ມ, ກົນຈັກຮັບໃຊ້ການຜະລິດ, ລະບົບນ້ຳ, ຝຸ່ນ ແລະ ປັດໄຈຮັບໃຊ້ການຜະລິດອື່ນໆ ທີ່ເຮັດໃຫ້ກຸ່ມດັ່ງກ່າວເສຍໂອກາດຈາກການຂາຍຜົນຜະລິດເຂົ້າສູ່ຕະຫຼາດ ເພາະຕະຫຼາດມີຮອງຮັບຢ່າງຫຼວງຫຼາຍ.ທາງຄະນະນຳຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີການຄົ້ນຄວ້າຊອກຫາມາດຕະການສົ່ງເສີມໂດຍການປຶກສາຫາລືກັບຫຼາຍພາກສ່ວນໃນສະພາການຄ້າ ແລະ ອຸດສາຫະກຳ ເຊັ່ນ: ສະຖາບັນການເງິນທີ່ເປັນສະມາຊິກ, ຜູ້ປະກອບການທີ່ເປັນຜູ້ສະໜອງປັດໄຈຮັບໃຊ້ການຜະລິດ, ສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ແລະ ເປົ້າໝາຍຕະຫຼາດ ມາຮ່ວມກັນສົ່ງເສີມ ຈຶ່ງໄດ້ຮູບແບບການປະສານງານທີ່ເໝາະສົມ ທີ່ເອີ້ນວ່າ ຮູບແບບການຮ່ວມມືແບບໄຂ່ດາວຂອງສະພາການຄ້າ

ໂດຍແມ່ນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວເປັນໃຈກາງ.ຊົມເຊີຍທະນາຄານລາວ-ຝຣັ່ງທີ່ຕັດສິນໃຈສູງ ເຊິ່ງເຫັນໄດ້ເຖິງຄວາມສຳຄັນຂອງການຊຸກຍູ້ສົ່ງເສີມການຜະລິດກະສິກຳ ແລະ ຮູບແບບການຮ່ວມມືລັກສະນະນີ້ແມ່ນເຄີຍນຳໃຊ້ໄດ້ຜົນມາແລ້ວ ຈຶ່ງຢາກໃຫ້ຊາວກະສິກອນຜູ້ເຮັດແທ້ທຳຈິງໄດ້ເຂົ້າເຖິງແຫຼ່ງທຶນທີ່ສະດວກ ຈຶ່ງໄດ້ອະນຸມັດສິນເຊື່ອການສົ່ງເສີມແບບດອກເບ້ຍຕ່ຳ ແລະ ບໍ່ມີຫລັກຊັບຄ້ຳປະກັນ ເຊິ່ງໃນມື້ດັ່ງກ່າວໄດ້ອະນຸມັດປ່ອຍເງິນກູ້ 200ລ້ານ ໃຫ້ແກ່ກຸ່ມບ້ານທົ່ງມັ່ງ ເປັນກຸ່ມທຳອິດ ເຊິ່ງຈະມີການຂະຫຍາຍໄປສູ່ກຸ່ມອື່ນໆໃນໄວໆນີ້.

ແຫຼ່ງຂໍ້ມູນ: ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ

Comments