ລົບລ້າງບາງຂັ້ນຕອນ ການນຳເຂົ້າລົດ ແທັກເຕີ ບາງປະເພດ…

ສູນຂໍ້ມູນຂ່າວທາງດ້ານການຄ້າ ຂອງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄໍາສັ່ງ ເລກທີ 0807/ອຄ.ກຂອ, ລົງວັນທີ 2 ກັນຍາ 2020 ວ່າດ້ວຍການລົບລ້າງການອອກໃບອະນຸຍາດນໍາເຂົ້າລົດແທຣັກເຕີ ທຸກປະເພດທີ່ນອນຢູ່ໃນໝວດລະຫັດພາສີ 8701 ຂອງປື້ມສາລະບານອັດຕາພາສີ ຂອງ ສປປ ລາວ. ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ, ແນ່ໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ໃຫ້ກາຍເປັນສິນຄ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.

รถไถนาเดินตามดัดแปลงติดชุดยืนตาม ทดลองแท่นยืนล้อเหล็ก 3 ล้อ โทร 0610475703  - ช่างอึ่ง ขอนแก่น - TheWikiHow

ໃນຄຳສັ່ງດັ່ງກ່າວຍັງລະບຸອີກວ່າ: ການນຳເຂົ້າລົດແທັກເຕີ ຊະນິດທີ່ຄົນຂັບຕ້ອງຍ່າງນຳຫລັງ (ລົດໄຖນາເດີນຕາມ) ແບບຄົບຊຸດ ເພື່ອຮັບໃຊ້ການຜະລິດກະສິກໍາຂອງຊາວກະສິກອນ, ກຸ່ມການຜະລິດ ຫລື ສະຫະກອນ ແມ່ນສາມາດນຳເຂົ້າ, ແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ໄດ້ເລີຍ. ສຳລັບການນໍາເຂົ້າລົດແທັກເຕີແລ່ນຢູ່ເທິງຖະໜົນ ສຳ ລັບແກ່ລົດເຄິ່ງລົດພ່ວງແບບຄົບຊຸດ ແມ່ນໃຫ້ນຳເຂົ້າຜ່ານດ່ານສາກົນເທົ່ານັ້ນ; ການນຳເຂົ້າລົດແທັກເຕີທີ່ບໍ່ມີລັກສະນະການຄ້າ ເພື່ອມາຮັບໃຊ້ການຜະລິດຂອງຊາວກະສິກອນ ແມ່ນສາມາດນຳເຂົ້າໄດ້ ຈຳນວນ 1 ຄັນ ຕໍ່ 1 ຄອບຄົວ. ສ່ວນການນຳເຂົ້າເພື່ອມາຮັບໃຊ້ພາຍໃນ ກຸ່ມການຜະລິດ ຫລື ສະຫະກອນ ແມ່ນໃຫ້ສະເໜີຫາຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນຫລວງວຽງຈັນ ເປັນຜູ້ພິຈາລະນາຈຳນວນຂອງລົດທີ່ນຳເຂົ້າ ເພື່ອໃຫ້ແທດເໝາະກັບເນື້ອທີ່ການຜະລິດຕົວຈິງ;

รถแทรกเตอร์คืออะไร แบ่งเป็นกี่ประเภท?

ຜູ້ທີ່ນຳເຂົ້າລົດແທັກເຕີ, ອາໄຫລ່ ແລະ ອຸປະກອນຂອງລົດແທັກເຕີ ເພື່ອຈຳໜ່າຍ ຕ້ອງມີໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍ ລົດແທັກເຕີ, ອາໄຫລ່ ແລະ ອຸປະກອນ ຂອງລົດແທັກເຕີ. ພ້ອມນີ້, ກໍຕ້ອງມີການບໍລິການຫລັງການຂາຍ ແລະ ການນຳເຂົ້າແຕ່ລະຄັ້ງ ຕ້ອງນຳເຂົ້າຜ່ານດ່ານ ສາກົນເທົ່ານັ້ນ.

ชิ้นส่วนรถแทรกเตอร์ | สมบูรณ์ แอ๊ดวานซ์ เทคโนโลยี (SAT)

ສຳລັບການອອກໃບອະນຸຍາດ ດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍ ລົດແທັກເຕີ, ອາໄຫລ່ ແລະ ອຸປະກອນ ຂອງລົດແທັກເຕີ ແມ່ນມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນ ຫລວງວຽງຈັນ ໂດຍແມ່ນຂະແໜງນຳເຂົ້າ ແລະ ສົ່ງອອກເປັນເຈົ້າການຈັດຕັ້ງປະຕິບັດຕາມລະບຽບກົດເໝາຍ. ສ່ວນຄ່າທຳນຽມ ແລະ ຄ່າບໍລິການທີ່ຕິດພັນກັບການອອກໃບອະນຸຍາດດຳເນີນກິດຈະການ ແລະ ໃບຢັ້ງຢືນຕ່າງໆແມ່ນໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມທາງ ແລະ ຄ່າບໍລິການ ແລະ ລະບຽບການທີ່ວາງອອກໃນແຕ່ລະໄລຍະ.

ແຫຼ່ງຂໍ້ມູນ: ຂປລ

Comments