ກະກຽມຄວາມພ້ອມ ມະຫາກໍາ ລາວ ຄັ້ງທີ 19…

ໃນງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 19 ພາຍໃຕ້ຫົວຂໍ້ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ” ຈະຈັດຂຶ້ນທີ່ ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ແຕ່ວັນທີ 10 ຫາ 18 ຕຸລາ 2020. ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ຖະແຫລງຕໍ່ສື່ມວນຊົນ ຕອນບ່າຍວັນທີ 3 ກັນຍາ 2020 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ກ່ຽວກັບການກະກຽມຈັດງານງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 19 ວ່າ: ເພື່ອເປັນການສົ່ງເສີມການຕະຫຼາດໃຫ້ແກ່ສິນຄ້າຫັດຖະກຳ ພ້ອມນີ້ກໍ່ເປັນການເຕົ້າໂຮມຄວາມສາມັກຄີໃນໝູ່ຊາວຊ່າງຫັດຖະກຳທຸກຊົນເຜົ່າຢູ່ທຸກໆທ້ອງຖິ່ນໃນທົ່ວປະເທດ ເພື່ອພ້ອມກັນອະນຸລັກສີໄມ້ລາຍມືທາງດ້ານຫັດຖະກຳ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ, ເສີມຂະຫຍາຍພູມປັນຍາທາງດ້ານຫັດຖະກຳຂອງຊົນເຜົ່າຕ່າງໆ, ຜະລິດເຄື່ອງຫັດຖະກຳໃຫ້ມີຄວາມຫຼາກຫຼາຍ, ມີຄວາມສວຍງາມປານີດ, ເປັນເອກະລັກຂອງຊົນເຜົ່າຂອງທ້ອງຖິ່ນ, ນອກຈາກນີ້ຍັງເປັນການສ້າງໂອກາດໃຫ້ຊາວຊ່າງຫັດຖະກຳໄດ້ມາພົບປະກັນເພື່ອແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດເຄື່ອງຫັດຖະກຳ, ສ້າງໂອກາດໃຫ້ຊາວຊ່າງຫັດຖະກຳໄດ້ມາພົບປະລູກຄ້າຂາປະຈຳ ແລະ ຫາຄູ່ຄ້າລາຍໃໝ່ ທີ່ສຳຄັນອີກແມ່ນຍັງສະໜັບສະໜູນການທ່ອງທ່ຽວລາວໃຫ້ຟົດຟື້ນ ຄືລາວທ່ຽວລາວ.

ໃນງານຄັ້ງນີ້ປະກອບມີ ກິດຈະກຳວາງສະແດງ-ຂາຍສິນຄ້າຫັດຖະກຳລາວ ໂດຍເນັ້ນໃສ່ການສົ່ງເສີມການຕະຫຼາດໃຫ້ຊາວຊ່າງຫັດຖະກຳລາວທີ່ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ທ້ອງຖິ່ນຕ່າງໆໃນທົ່ວປະເທດ ໄດ້ນຳເອົາເຄື່ອງຫັດຖະກຳຂອງຕົນມາຈຳໜ່າຍຂາຍ, ເພື່ອສ້າງລາຍໄດ້ໃຫ້ຕົນເອງ, ໂດຍມີຮ້ານວາງສະແດງ-ຂາຍຫຼາຍກວ່າ 200 ຮ້ານ ເຊິ່ງຈັດສັນເຂດວາງສະແດງຂາຍຕາມຂະແໜງຫັດຖະກຳ ເພື່ອສະດວກໃນການຢ້ຽມຊົມ, ລະດົມສະມາຊິກ, ຊາວຊ່າງຫັດຖະກຳໃນທົ່ວປະເທດ, ເພື່ອສົ່ງເສີມເຂົາເຈົ້າເຂົ້າຮ່ວມງານຢ່າງທົ່ວເຖິງ ແລະ ເປັນຂະບວນຟົດຟື້ນ. ສະເພາະແຫຼ່ງຈຳໜ່າຍເຄື່ອງຫັດຖະກຳເຮົາກໍ່ມີແຕ່ອາໄສຢູ່ຕາມແຫຼ່ງທ່ອງທ່ຽວ ຫຼື ໃນຕົວເມືອງໃຫຍ່, ສ່ວນຢູ່ເຂດຊົນນະບົດແມ່ນຍາກ, ດັ່ງນັ້ນ ຖ້າເຮົາມີແຫຼ່ງທ່ອງທ່ຽວຫຼາຍແຫຼ່ງກໍ່ຈະສາມາດຊ່ວຍຊາວຊ່າງຫັດຖະກຳໄດ້, ໃນປີນີ້ໄດ້ເປີດກວ້າງໃຫ້ມີຫຼາກຫຼາຍສິນຄ້າມາຮ່ວມວາງສະແດງ ແລະ ຂາຍ, ໂດຍຈັດເຂດວາງສະແດງອອກເປັນ 2 ເຂດໃຫຍ່ຄື: ເຂດວາງສະແດງ ແລະ ຂາຍສິນຄ້າຫັດຖະກຳ ແລະເຂດວາງສະແດງຂາຍສຳລັບສິນຄ້າອຸປະໂພກ-ບໍລິໂພກ.

ໂດຍສະມາຄົມຫັດຖະກໍາລາວ ໄດ້ຈັດຫ້ອງວາງສະແດງສໍາລັບສິນຄ້າຫັດຖະກໍາລາວ ຫຼາຍກວ່າ 200 ຮ້ານ ສິນຄ້າຫັດຖະກຳທີ່ຈະເຂົ້າມາຮ່ວມວາງສະແດງຂາຍມີດັ່ງນີ້:ຜະລິດຕະພັນແຜ່ນແພ: ຜ້າໄໝ, ຜ້າຝ້າຍ, ແພພື້ນເມືອງ. ຜະລິດຕະພັນຈາກເຄື່ອງປ່າຂອງດົງເຊັ່ນ: ຫວາຍ, ໄມ້ໄຜ່ ແລະ ໄຍພືດຕ່າງໆ. ຜະລິດຕະພັນຈາກໄມ້ເສດເຊັ່ນ: ໄມ້ແກະສະຫຼັກ. ຜະລິດຕະພັນເຄື່ອງເງິນ/ວັດຖຸມີຄ່າ. ຜະລິດຕະພັນວັດທະນະທຳເຊັ່ນ: ປັ້ນ, ຫຼໍ່. ຜະລິດຕະພັນເຄື່ອງປັ້ນດິນເຜົາ. ຜະລິດຕະພັນກະສິກຳ, ODOP ແລະ ສິນຄ້າອຸປະໂພກບໍລິໂພກທົ່ວໄປ. ໃນນັ້ນຈະມີກິດຈະກຳສົ່ງເສີມຮ້ານວາງສະແດງຫັດຖະກຳທີ່ສ້າງສັນຜະລິດຕະພັນສົ່ງເສີມທ່ອງທ່ຽວລາວ ເປັນກິດຈະກຳເປີດກວ້າງໃຫ້ສະມາຊິກ ສະມາຄົມຫັດຖະກຳທີ່ເຂົ້າຮ່ວມວາງສະແດງ ໄດ້ມີໂອກາດນຳເອົາຜະລິດຕະພັນຫັດຖະກຳ ແລະ ງານສີມືຂອງຕົນເຂົ້າມາຕົບແຕ່ງຮ້ານວາງສະແດງ ແລະ ການປະກວດການ ອອກແບບ-ຜະລິດຕະພັນສົ່ງເສີມລາວທ່ຽວລາວ ຜູ້ທີ່ມີຫົວຄິດປະດິດສ້າງຜະລິດສິນຄ້າໂຕໃໝ່ “ຜະລິດຕະພັນຮັບໃຊ້ການທ່ອງທ່ຽວ” ເຊັ່ນ: ກະເປົາພາຍ, ເສື້ອ, ໂສ້ງ ແລະ ອື່ນໆ

ລາວ ຄາດວ່າ ການຄ້າຕ່າງປະເທດ ຈະມີມູນຄ່າເກີນ 9 ຕື້ໂດລາ ໃນສົກປີ 2015-2016
ພາບປະກອບ

ນອກນັ້ນ ຍັງມີການປະກວດການອອກແບບສະເພາະຂອງນັກຮຽນນັກສຶກສາ ແລະ ບຸກຄົນທົ່ວໄປທີ່ມີອາຍຸແຕ່ 15 ປີຂຶ້ນໄປ , ນອກນັ້ນຍັງມີ ກິດຈະກຳ-ຝຶກອົບຮົມ ເປັນກິດຈະກຳທີ່ສຳຄັນໃນການສະແດງເຖິງເຕັກນິກຂອງການຜະລິດສິນຄ້າຫັດຖະກຳແຕ່ລະຂະແໜງການ, ເປັນການຖ່າຍທອດຄວາມຮູ້ພູມປັນຍາຂອງບັນພະບູລຸດ ທັງເປັນການໂຄສະນາປະຊາສຳພັນໃຫ້ມວນຊົນໄດ້ເຫັນ ຫຼື ທົດລອງປະຕິບັດຕົວຈິງຂັ້ນຕອນການຜະລິດເຊັ່ນ ຂະບວນການລ້ຽງມ້ອນສາວໄໝ, ຕໍ່າຫູກ, ເຂັນຝ້າຍ, ແສ່ວ, ການທັກປໍປຽດ, ຈັກສານ, ເຄື່ອງປັ້ນດິນເຜົາ, ແກະ ສະລັກໄມ້ ແລະ ອື່ນໆ

ເຄື່ອງຫັດຖະກຳລາວ: ເຄື່ອງຫັດຖະກຳ
ພາບປະກອບ

ເພື່ອໂຄສະນາສົ່ງເສີມການຜະລິດເຄື່ອງຫັດຖະກຳຂອງຊົນເຜົ່າຕ່າງໆໃນລາວເຊັ່ນ: ຊົນເຜົ່າອາຄາ, ໂອມາ, ແລນແຕນ, ກະຕູ່, ລື້, ເຜົ່າກະຣ່ຽງ… ກິດຈະກຳສາທິດແມ່ນເປັນກິດຈະກຳດ້ານການຕະຫຼາດ ພ້ອມນີ້ຍັງໃຫ້ຄວາມຮູ້ແກ່ຜູ້ເຂົ້າຊົມງານ, ບັນດາຫຼານນ້ອຍເຍົາວະຊົນ, ນັກຮຽນ, ນັກສຶກສາ ເພື່ອປູກຝັງຈິດສຳນຶກໃນການຮັກຫອມ ແລະ ສືບທອດມູນມໍລະດົກ ດ້ານສີໄມ້ລາຍມືຂອງຊາວຊ່່າງຫັດຖະກຳ. ນອກນັ້ນຍັງມີການຈັດຝຶກອົບຮົມໃຫ້ຊາວຊ່າງຫັດຖະກຳ ແລະ ບຸກຄົນທີ່ສົນໃຈຢາກຮຽນວິຊາຫັດຖະກຳນຳອີກ ກິດຈະກຳນີ້ເລີ່ມແຕ່ວັນທີ 12 – 18 ຕຸລາ, ແຕ່ ເວລາ10:00 ໂມງ ຮອດ 16:00 ໂມງ, ທີ່ີສູນການຄ້າລາວ-ໄອເຕັກ ສະນັ້ນ ຈື່ງເຊີນຊວນບັນດາທ່ານພາລູກຫຼານຂອງທ່ານໄປຮ່ວມໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ.

ແຫຼ່ງຂໍ້ມູນ: ວສລ

Comments