ຂ່າວ ພາຍໃນປະເທດ

ລາວ-ຈີນ ຮ່ວມມືປູກພືດຜັກ ແລະ ໝາກໄມ້ສະອາດ ເພື່ອສົ່ງອອກ ສປ ຈີນ

ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງໄຮ່ລົງຈ່ຽງ ຈໍາກັດ ແຫ່ງ ສປ ຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືດ້ານກະສິກໍາສະອາດທັນສະໄໝໃນວັນທີ 17 ມີນາ ໃຫ້ກຽດຮ່ວມລົງນາມໃນສັນຍາໂດຍທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ, ທ່ານນາງ ເອີເວ ປະທານບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງໄຮ່ລົງຈ່ຽງ ແຫ່ງ ສປ ຈີນ. ໃນພິທີ, ທ່ານຮອງຫົວໜ້າກົມປູກຝັງໄດ້ລາຍງານວ່າ: ໂຄງການດັ່ງກ່າວໄດ້ເຊັນບັນທຶກຄວາມເຂົ້າໃຈມາແຕ່ປີ 2018 ແຕ່ເນື່ອງດ້ວຍມີການລະບາດຂອງພະຍາດໂຄວິດ ຈຶ່ງບໍ່ສາມາດດຳເນີນການໄດ້. ມາຮອດປັດຈຸບັນ ບໍລິສັດມີຄວາມພ້ອມສືບຕໍ່ຈັດຕັ້ງປະຕິບັດ ແລະ ໄດ້ຮ່ວມກັບກົມປູກຝັງ ຄົ້ນຄວ້າ, ປຶກສາຫາລື, ປັບປຸງບົດບັນທຶກຄວາມເຂົ້າໃຈ ຮ່ວມມືດ້ານກະສິກຳສະອາດ ທັນສະໄໝຄືນໃໝ່, ເພື່ອການຜະລິດພືດຜັກ ແລະ ໝາກໄມ້ສະອາດທັນສະໄໝ ແລະ ນຳໃຊ້ພະລັງງານແສງຕາເວັນ ເຂົ້າໃນການຜະລິດສະອາດ. ໂຄງການດັ່ງກ່າວ ຈະໄດ້ຈັດຕັ້ງປະຕິບັດ 4 ຈຸດ ຄື: ຢູ່ສູນມາດຕະຖານກະສິກຳສະອາດ, ກົມປູກຝັງ, ບ້ານໄຜ່ລ້ອມ, ບ້ານ ດົງບັງ ແລະ ບ້ານແກ້ງໄຄ້, ...

Read More »

ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ແຂວງຄຸ້ມຄອງ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ 9 ແຂວງຄຸ້ມຄອງປະຈໍາປີ 2023 ໃນວັນທີ 17 ມີນາ 2023 ປະກອບມີ: ແຂວງຫລວງພະບາງ, ຫລວງນໍ້າທາ, ໄຊຍະບູລີ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ອັດຕະປື, ເຊກອງ ແລະ ແຂວງຈໍາປາສັກ. ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ມີຄຳເຫັນເນັ້ນຕື່ມວ່າ: ບັນດາຫົວໜ່ວຍທຸລະກິດທີ່ມອບໂອນຈາກສູນກາງ ໄປສູ່ບັນດາແຂວງຄຸ້ມຄອງໃນຄັ້ງນີ້ ໃຫ້ນຳໄປຈັດຕັ້ງປະຕິບັດຖືກຕ້ອງຕາມກົນໄກທີ່ໄດ້ກຳນົດໄວ້ ເປັນຕົ້ນ ຫົວໜ່ວຍທຸລະກິດ ຕ້ອງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການມອບພັນທະສ່ວຍສາອາກອນທຸກປະເພດ, ຄ່າເຊົ່າ, ຄ່າສຳປະທານ, ຄ່າພາກຫລວງ, ຄ່າຊັບພະຍາ ກອນທຳມະຊາດ ແລະ ລາຍຮັບອື່ນໆເຂົ້າງົບປະມານຂອງແຂວງ ໃຫ້ຖືກຕ້ອງ, ຄົບຖ້ວນ… ການເຮັດທົດລອງ ການມອບຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງ ໃນໄລຍະຜ່ານມາໃຫ້ບັນ ດາແຂວງສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດນັບແຕ່ປີ 2023 ເປັນຕົ້ນໄປ ເພື່ອໃຫ້ບັນດາແຂວງມີຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ແລະ ເປັນແຂວງເກີນດຸນທາງດ້ານງົບປະມານ (ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫລືອດຸ່ນດ່ຽງໃຫ້ສູນກາງ). ທີ່ມາ: ກະຊວງການເງິນ #TargetMagazine

Read More »

ທະນາຄານພັດທະນາລາວ (LDB Bank) ເອົາໃຈຄົນຫຍຸ້ງວຽກ ດ້ວຍການໃຫ້ບໍລິການ ຊໍາລະຄ່າທໍານຽມທາງແບບ Online

TARGET ມີຂ່າວດີຈະມາບອກ:ທະນາຄານພັດທະນາລາວ (LDB Bank) ເອົາໃຈຄົນຫຍຸ້ງວຽກ ດ້ວຍການໃຫ້ບໍລິການ ຊໍາລະຄ່າທໍານຽມທາງແບບ Online, ເຖິງວ່າທ່ານຈະຄາວຽກ, ບໍ່ມີເວລາ ແລະ ບໍ່ວ່າທ່ານຈະຢູ່ໃສ ກໍ່ສາມາດຊຳລະຄ່າທຳນຽມທາງໄດ້ ດ້ວຍແອັບ LDB TRUST ແລະ ແອັບ LDB Biz ໄດ້ຕະຫຼອດ 24 ຊົ່ວໂມງ! #TargetMagazine #LDBBank

Read More »

ພູເບ້ຍມາຍນິງ! ຢືນຢັນມີແຮ່ພຽງພໍ ແລະ ຍືດເວລາ ການປິດບໍ່ແຮ່ ໄປເຖິງປີ 2030.

ບໍລິສັດ ພູເບ້ຍ ມາຍນິງ ເລັ່ງດໍາເນີນການຂຸດເຈາະ, ຄົ້ນຄວ້າ-ວິໄຈຕາມສາຍແຮ່ ໃນເຂດບໍ່ຂະຫຍາຍພື້ນທີ່ສໍາປະທານໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ, ເມືຶອງລ້ອງແຈ້ງ, ແຂວງໄຊສົມບູນ; ຊຶ່ງພົບແຮ່ທີ່ມີຄຸນນະພາບ ແລະ ປະລິມານຫຼາຍສົມຄວນ ເພື່ອນໍາມາປ້ອນໂຮງງານ ໂດຍຄາດວ່າຈະມີແຮ່ພຽງພໍ ແລະ ສາມາດຍືດເວລາການປິດບໍ່ໄປເຖິງປີ 2030. ທ່ານ Timothy Popham, ຜູ້ຈັດການຝ່າຍພັດທະນາຊັບພະຍາກອນບໍ່ແຮ່ ບໍລິສັດ ພູເບ້ຍ ມາຍນິງ ກ່າວໃນໂອກາດທີ່ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານຄະນະກໍາມະການຕິດຕາມການປະຕິບັດງານຂອງບໍລິສັດ ພູເບ້ຍ ມາຍນິງ ວ່າ: ບໍ່ຂະຫຍາຍໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ສຳຫຼວດເມື່ອ 3 ປີຜ່ານມາ ແລະ ປີ 2022 ມາເຖິງປັດຈຸບັນ ໄດ້ເລີ່ມເບີກໜ້າດິນ, ຂຸດເຈາະ ຢູ່ 2 ບ່ອນ ຄື: ຢູ່ບ້ານພູເງິນ ແລະ ບ້ານຜາແຍງ ເພື່ອຄົ້ນຄວ້າ-ວິໄຈຕາມສາຍແຮ່ ທີ່ຢູ່ໃນເຂດສຳປະທານຂອງໂຄງການ, ການສຳຫຼວດດັ່ງກ່າວແມ່ນໃຊ້ຮູບແບບຮູເຈາະ. ປັດຈຸບັນມີ 180 ຮູເຈາະສໍາຫຼວດ, ບາງຮູເຈາະມີລະດັບຄວາມເລິກ ...

Read More »

ເຈົ້າຄອງນະຄອນຫຼວງ ລົງຕິດຕາມຄວາມຄືບໜ້າໂຄງການ ສ້າງເມືອງໃໝ່ມີຄວາມຄືບໜ້າຫຼາຍດ້ານ

ທ່ານ ນາງ ດຳດວນ ຈັນທະວົງ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ຂອງນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ ໃນໂອກາດທີ່ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງເຄື່ອນໄຫວກວດກາຂອບເຂດພື້ນທີ່ເມືອງໃໝ່ ເມື່ອວັນທີ 10 ກຸມພານີ້ວ່າ: ປີ 2022 ຜ່ານມາ, ຄະນະຮັບຜິດຊອບໄດ້ສໍາເລັດຫລາຍໜ້າວຽກສໍາຄັນ ເປັນຕົ້ນ: ໄດ້ລົງສໍາຫລວດເກັບກໍາຂໍ້ມູນທາງດ້ານເສດຖະກິດ-ສັງຄົມຕ່າງໆ ເຮັດໃຫ້ໄດ້ຂໍ້ມູນປະກອບຂຽນບົດວິພາກສໍາເລັດແລ້ວ, ໄດ້ສໍາຫລວດພົນລະເມືອງຄືນໃໝ່ໃນ 24 ບ້ານເປົ້າໝາຍຂອງເມືອງໄຊທານີ ທີ່ຈະສ້າງເປັນເມືອງໃໝ່, ຊຶ່ງມີພົນລະເມືອງທັງໝົດ 35.224 ຄົນ. ໃນນີ້, ມີເຜົ່າລາວ 32.043 ຄົນ, ເຜົ່າມົ້ງ 2.757 ຄົນ ແລະ ເຜົ່າກຶມມຸ 424 ຄົນ. ມາຮອດປັດຈຸບັນ, ໄດ້ສຳເລັດການກຳນົດທີ່ຕັ້ງສຳນັກງານຕ່າງໆຂອງລັດ ເປັນຕົ້ນ: ຈຸດທີ່ຕັ້ງສຳນັກງານຫ້ອງວ່າການປົກຄອງເມືອງ, ຈຸດທີ່ຕັ້ງກອງບັນຊາການ ປກຊ-ປກສ ແລະ ອື່ນໆ, ພ້ອມນີ້ ໄດ້ສໍາເລັດການກໍານົດຈຸດສຸມພັດທະນາເມືອງໃໝ່ ປະກອບມີ 3 ບ້ານ ຄື: ບ້ານນາໂງມເກົ່າ, ນາໂງມໃໝ່ ແລະ ບ້ານນາຕານ, ສໍາເລັດການເດີນສໍາຫລວດຕອນດິນ 8 ປະເພດ ...

Read More »

ຮອງນາຍົກ ເນັ້ນໃຫ້ ຮສສ ເກັບກໍາຕົວເລກແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ

ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທົ່ວປະເທດ ປະຈໍາປີ 2022 ໃນວັນທີ 10 ກຸມພາ 2023 ໂດຍເນັ້ນບາງຈຸດ ໃຫ້ຄະນະນໍາ ແລະ ພະນັກງານຫລັກແຫລ່ງຂອງ ຮສສ ເອົາໃຈໃສ່ບາງບັນຫາເພື່ອຜັນຂະຫຍາຍບັນດາເປົ້າໝາຍ, ແຜນວຽກຈຸດສຸມ ແລະ ຄາດໝາຍແຜນພັດທະນາແຮງງານ ເປັນຕົ້ນແມ່ນ:. 1). ຄະນະພັກແຕ່ລະຂັ້ນ ຕ້ອງປັບປຸງຢ່າງຈິງຈັງວຽກງານພະນັກງານ ເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ, ນັບແຕ່ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານ, ການເລືອກເຟັ້ນ ແລະ ຊັບຊ້ອນພະນັກງານ, ການປະຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ. ສິ່ງສໍາຄັນໃນບັນຫາພະນັກງານ ບັນດາສະຫາຍຕ້ອງຕັດສິນໃຈແກ້ດ້ວຍຕົນເອງ ບໍ່ຄອງຄອຍລໍຖ້າໃຫ້ການຈັດຕັ້ງແກ້ ເພື່ອຈະບໍ່ໃຫ້ມີຜົນກະທົບໂດຍກົງຕໍ່ຕົວພະນັກງານເອງ ແລະ ການຈັດຕັ້ງ;. 2). ການພັດທະນາສີມືແຮງງານ ໃຫ້ສືບຕໍ່ພະຍາຍາມຈັດຕັ້ງປະຕິບັດໄດ້ ຕາມຄາດໝາຍທີ່ວາງໄວ້ ປັບປຸງພື້ນຖານໂຄງລ່າງ, ອຸປະກອນເຕັກນິກທັນສະໄໝ, ທັງວິທີການ ແລະ ຫລັກສູດພັດທະນາສີມືແຮງງານໃຫ້ຫລາກຫລາຍ ເພື່ອຕອບສະໜອງໃຫ້ຕະຫລາດແຮງງານໃນຕໍ່ໜ້າ;. 3). ເປັນໃຈກາງປະສານງານ ລະຫວ່າງສະຖາບັນ ຫລື ສູນພັດທະນາສີມືແຮງງານ ກັບ ...

Read More »

ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງ ຍທຂ ຜູ້ເກົ່າ ແລະ ຜູ້ໃໝ່.

ພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຫລວງນໍ້າທາ ແລະ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ຄະນະປະຈໍາພັກ, ລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່ ຈັດຂຶ້ນໃນວັນທີ 6 ກຸມພາ 2023. ສະຫາຍ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ສະຫາຍລັດຖະມົນຕີຜູ້ໃໝ່ ກໍຄືພະນັກງານ, ສະມາຊິກ ແລະ ພະນັກ ງານຫລັກແຫລ່ງທົ່ວກະຊວງ ຍທຂ ໃຫ້ເອົາໃຈໃສ່ບາງບັນຫາຄື: ຕ້ອງເປັນເອກະພາບນຳຂັ້ນເທິງ ໃຫ້ບັນດາສະຫາຍເອົາໃຈໃສ່ວຽກງານ, ບໍ່ໃຫ້ມີການສວຍໂອກາດທັບຖົມ-ໂຈມຕີກັນ ໃນທາງບໍ່ດີ ເປັນຕົ້ນ ໃນຂົງເຂດວຽກງານວິຊາສະເພາະຂອງຕົນ ແລະ ສືບຕໍ່ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍເລ່ຫລ່ຽມ ແລະ ຖ້ອຍທຳນອງ ໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກຄວາມສາມັກຄີ. ນອກນັ້ນ, ຍັງຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ...

Read More »

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງ-ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່)

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 6 ກຸມພາ 2023 ໃນພິທີ, ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານພັກແຂວງ, ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່) ແລະ ຍົກຍ້າຍ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ ທ່ານ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກແຂວງ ຈົ່ງສືບຕໍ່ເອົາໃຈໃສ່ຕໍ່ວຽກງານການ ເມືອງ-ແນວຄິດ ຢ່າງຕໍ່ເນື່ອງ, ເປັນເອກະພາບ ແລະ ເປັນເຈົ້າການຕື່ນຕົວປະຕິ ບັດແນວທາງນະໂຍບາຍຂອງພັກ, ...

Read More »

ອັດຕາເງິນເຟີ້ ເດືອນມັງກອນ 2023 ພຸ່ງສູງຂຶ້ນເປັນ 40,30%

ທະນາຄານ ແຫ່ງ ສປປ ລາວ ເປີດເຜີຍ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ໃນ ສປປ ລາວ ປະຈໍາເດືອນມັງກອນ 2023 ເພີ່ມຂຶ້ນຢູ່ທີ່ 40,30% ຖືວ່າເປັນການຂະຫຍັບຂຶ້ນຢ່າງຕໍ່ເນື່ອງ ຫາກທຽບໃສ່ທຽບເດືອນດຽວກັນໃນປີ 2022 ຜ່ານມາ ອັດຕາເງິນເຟີ້ຈະຢູ່ທີ່ 6,25%.ຖ້າທຽບໃສ່ ອັດຕາເງິນເຟີ້ພາຍໃນ 12 ເດືອນ ປີ 2022, ໂດຍນັບຕັ້ງແຕ່ ເດືອນມັງກອນ ຫາ ທັນວາ 2022 ແມ່ນໄດ້ເພີ່ມຂຶ້ນ ຫຼ້າສຸດໃນເດືອນທັນວາ ຢູ່ທີ່ 39,27%. ປັດໄຈ ແລະ ສາຍເຫດຕົ້ນຕໍ ຍັງແມ່ນປັດໄຈການອ່ອນຄ່າຂອງເງິນກີບເມື່ອທຽບກັບສະກຸນເງິນເຊັ່ນ: ເງິນໂດລາ, ບາດ ແລະ ຢວນ ທີ່ກະທົບໃສ່ສິນຄ້ານໍາເຂົ້າລວມ ທັງສິນຄ້ານໍາເຂົ້າທີ່ເປັນປັດໄຈການຜະລິດ ຈິ່ງເຮັດໃຫ້ສິນຄ້າມີລາຄາສືບຕໍ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ພ້ອມການນັ້ນ, ກໍ່ແມ່ນການປ່ຽນແປງລາຄານໍ້າມັນເຊື້ອໄຟ ແລະ ປັດໃຈການຜະລິດອື່ນໆ ໃນໄລຍະຜ່ານມາສົ່ງຜົນໃຫ້ຕົ້ນທືນການຜະລິດ ແລະ ການບໍລິການເພີ່ມຂຶ້ນ ຂໍ້ມູນຈາກ: ທະນາຄານແຫ່ງ ສປປ ລາວ #TargetMagazine

Read More »

ທ່ານ ພົອ ວິໄລ ຫລ້າຄຳຟອງ ຊີ້ນໍາສາມຫລ່ຽມຄຳໃຫ້ເປັນຕົວເມືອງທັນສະໄໝ, ມີຄວາມສະຫງົບ ແລະ ປອດໄພ

ທ່ານ ພົອ ວິໄລ ຫລ້າຄຳຟອງ ຊີ້ນໍາສາມຫລ່ຽມຄຳໃຫ້ເປັນຕົວເມືອງທັນສະໄໝ, ມີຄວາມສະຫງົບ ແລະ ປອດໄພ. ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຊີ້ນຳວຽກງານ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ.ໃນວັນທີ 28 ມັງກອນ 2023 ຜ່ານມາ, ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ເຄື່ອນໄຫວຊີ້ນຳວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ໂດຍການຕ້ອນ ຮັບຂອງ ທ່ານ ຈ້າວ ເຫີວຍ ປະທານສະພາຜູ້ບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄຳ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໝາກຫົວໃຈຫລັກໃນການຄຸ້ມຄອງບໍລິຫານ ເພື່ອຄຸ້ມຄອງໃຫ້ມີຄວາມສະຫງົບ, ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ, ຜູ້ປະກອບການເພື່ອດຶງດູດການລົງທຶນເຂົ້າໃນການ ພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ສ່ວນຜົນສໍາເລັດ ແລະ ຜົນງານທີ່ສາມາດຈັດຕັ້ງປະຕິບັດໄດ້ໃນ 1 ປີທີ່ຜ່ານມາ, ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 153 ເລື່ອງ, ແກ້ໄຂໄດ້ທັງໝົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດຳເນີນ 27 ເລື່ອງ ແລະ ຄະດີພວມດຳເນີນແກ້ໄຂມີ 19 ເລື່ອງ. ທ່ານ ...

Read More »