ເປີດເວັບໄຊທ໌ ມາດຕະຖານ ການທ່ອງທ່ຽວ ໃນ ສປປ ລາວ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີເປີດເວັບໄຊທ໌ ມາດຕະຖານການ ທ່ອງທ່ຽວ ໃນ ສປປ ລາວ ຂຶ້ນ ໃນວັນທີ 15 ກັນຍາ 2023 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີພາກສ່ວນ ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.

ຈຸດປະສົງຂອງງານດັ່ງກ່າວ ເພື່ອເປີດເວັບໄຊມາດຕະຖານການທ່ອງທ່ຽວອາຊຽນ ທີ່ ສປປ ລາວ ໄດ້ຈັດຕັ້ງປະຕິບັດ ແລະໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຫລາຍລາງວັນພໍສົມຄວນ ໃນໄລຍະຜ່ານມາ ປະກອບມີ 7 ມາດຕະຖານ ແລະ 1 ລາງວັນການທ່ອງທ່ຽວອາຊຽນ ຄື: ມາດຕະຖານໂຮງແຮມສີຂຽວອາຊຽນ, ມາດຕະຖານການທ່ອງທ່ຽວປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ, ມາດຕະຖານເມືອງທ່ຽວສະອາດອາຊຽນ, ມາດຕະຖານຫ້ອງນໍ້າສາທາລະນະສະອາດອາຊຽນ, ມາດຕະຖານການບໍລິການສະປາອາຊຽນ, ມາດຕະຖານສະຖານທີ່ຈັດງານອາຊຽນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ.

ທີ່ມາ : CRI

Comments