ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ແຂວງຄຸ້ມຄອງ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ 9 ແຂວງຄຸ້ມຄອງປະຈໍາປີ 2023 ໃນວັນທີ 17 ມີນາ 2023 ປະກອບມີ: ແຂວງຫລວງພະບາງ, ຫລວງນໍ້າທາ, ໄຊຍະບູລີ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ອັດຕະປື, ເຊກອງ ແລະ ແຂວງຈໍາປາສັກ.

ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ມີຄຳເຫັນເນັ້ນຕື່ມວ່າ: ບັນດາຫົວໜ່ວຍທຸລະກິດທີ່ມອບໂອນຈາກສູນກາງ ໄປສູ່ບັນດາແຂວງຄຸ້ມຄອງໃນຄັ້ງນີ້ ໃຫ້ນຳໄປຈັດຕັ້ງປະຕິບັດຖືກຕ້ອງຕາມກົນໄກທີ່ໄດ້ກຳນົດໄວ້ ເປັນຕົ້ນ ຫົວໜ່ວຍທຸລະກິດ ຕ້ອງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການມອບພັນທະສ່ວຍສາອາກອນທຸກປະເພດ, ຄ່າເຊົ່າ, ຄ່າສຳປະທານ, ຄ່າພາກຫລວງ, ຄ່າຊັບພະຍາ ກອນທຳມະຊາດ ແລະ ລາຍຮັບອື່ນໆເຂົ້າງົບປະມານຂອງແຂວງ ໃຫ້ຖືກຕ້ອງ, ຄົບຖ້ວນ…

ການເຮັດທົດລອງ ການມອບຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງ ໃນໄລຍະຜ່ານມາໃຫ້ບັນ ດາແຂວງສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດນັບແຕ່ປີ 2023 ເປັນຕົ້ນໄປ ເພື່ອໃຫ້ບັນດາແຂວງມີຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ແລະ ເປັນແຂວງເກີນດຸນທາງດ້ານງົບປະມານ (ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫລືອດຸ່ນດ່ຽງໃຫ້ສູນກາງ).

ທີ່ມາ: ກະຊວງການເງິນ

#TargetMagazine

Comments