ພູເບ້ຍມາຍນິງ! ຢືນຢັນມີແຮ່ພຽງພໍ ແລະ ຍືດເວລາ ການປິດບໍ່ແຮ່ ໄປເຖິງປີ 2030.

ບໍລິສັດ ພູເບ້ຍ ມາຍນິງ ເລັ່ງດໍາເນີນການຂຸດເຈາະ, ຄົ້ນຄວ້າ-ວິໄຈຕາມສາຍແຮ່ ໃນເຂດບໍ່ຂະຫຍາຍພື້ນທີ່ສໍາປະທານໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ, ເມືຶອງລ້ອງແຈ້ງ, ແຂວງໄຊສົມບູນ; ຊຶ່ງພົບແຮ່ທີ່ມີຄຸນນະພາບ ແລະ ປະລິມານຫຼາຍສົມຄວນ ເພື່ອນໍາມາປ້ອນໂຮງງານ ໂດຍຄາດວ່າຈະມີແຮ່ພຽງພໍ ແລະ ສາມາດຍືດເວລາການປິດບໍ່ໄປເຖິງປີ 2030.

ທ່ານ Timothy Popham, ຜູ້ຈັດການຝ່າຍພັດທະນາຊັບພະຍາກອນບໍ່ແຮ່ ບໍລິສັດ ພູເບ້ຍ ມາຍນິງ ກ່າວໃນໂອກາດທີ່ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານຄະນະກໍາມະການຕິດຕາມການປະຕິບັດງານຂອງບໍລິສັດ ພູເບ້ຍ ມາຍນິງ ວ່າ:

ບໍ່ຂະຫຍາຍໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ສຳຫຼວດເມື່ອ 3 ປີຜ່ານມາ ແລະ ປີ 2022 ມາເຖິງປັດຈຸບັນ ໄດ້ເລີ່ມເບີກໜ້າດິນ, ຂຸດເຈາະ ຢູ່ 2 ບ່ອນ ຄື: ຢູ່ບ້ານພູເງິນ ແລະ ບ້ານຜາແຍງ ເພື່ອຄົ້ນຄວ້າ-ວິໄຈຕາມສາຍແຮ່ ທີ່ຢູ່ໃນເຂດສຳປະທານຂອງໂຄງການ, ການສຳຫຼວດດັ່ງກ່າວແມ່ນໃຊ້ຮູບແບບຮູເຈາະ.

ປັດຈຸບັນມີ 180 ຮູເຈາະສໍາຫຼວດ, ບາງຮູເຈາະມີລະດັບຄວາມເລິກ 500 ແມັດ ເຊິ່ງພົບເຫັນແຮ່ທີ່ມີຄຸນນະພາບຄວາມເຂັ້ມດີສົມຄວນ ອັນເປັນພື້ນຖານໃນການຂຸດເຈາະ-ວິໄຈໃນເຂດສໍາປະທານຂອງໂຄງການໃນຕໍ່ໜ້າ.

ດ້ານ ທ່ານ David Reid, ຜູ້ຈັດການໃຫຍ່ຝ່າຍດຳເນີນງານ ກ່າວວ່າ: ການຂຸດຄົ້ນບໍ່ຂະຫຍາຍນີ້ ມີຄວາມກວ້າງປະມານ 8 ກິໂລຕາແມັດ. ປັດຈຸບັນກຳ, ລັງກະກຽມພື້ນຖານໂຄງລ່າງ ລວມທັງບົດວິພາກຕ່າງໆ ເພື່ອກະກຽມຄວາມພ້ອມຮອບດ້ານຮອງຮັບການຂຸດຄົ້ນແຮ່ ສົ່ງໄປທີ່ໂຮງບົດຢູ່ໂຮງງານບ້ານຫ້ວຍຊາຍ ໃນທ້າຍປີ 2024 ເພື່ອກ້າວເຂົ້າສູ່ຂະບວນການຜະລິດ ໂດຍຄາດວ່າຈະມີແຮ່ພຽງພໍ ແລະ ສາມາດຍືດເວລາການປິດບໍ່ໄປເຖິງປີ 2030.

ທີ່ມາ: ນສພ ວຽງຈັນໃໝ່

#TargetMagazine

Comments