ທ່ານນາຍົກ ເນັ້ນ 6 ບັນຫາສຳຄັນ ໃຫ້ຂະແໜງ ຍທຂ ສືບຕໍ່ເອົາໃຈໃສ່ ວຽກງານໃຫ້ມີການຫັນປ່ຽນຢ່າງຮອບດ້ານ

.ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດປະຈຳປີ 2023 ໃນວັນທີ 9 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ .ໂອກາດດັ່ງກ່າວທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນໃຫ້ຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສຳຄັນຄື:

1. ວຽກງານການຄຸ້ມຄອງນໍ້າໜັກລົດບັນທຸກ ຕິດພັນກັບການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫລວງຖືເປັນບັນຫາທີ່ສໍາຄັນ ແລະ ຈໍາເປັນຮີບດ່ວນເພື່ອຄວາມເປັນເອກະພາບ ແລະ ເຫັນດີນຳຜົນການຄົ້ນຄວ້າປຶກສາຫາລື;

2. ພັດທະນາລະບົບການຂົນສົ່ງ ແລະ ໂລຈິດສະຕິກ ເປັນວຽກງານໜຶ່ງທີ່ຊ່ວຍໃນການຂັບເຂື່ອນເສດຖະກິດ ພ້ອມທັງສ້າງລາຍຮັບໂດຍກົງເຂົ້າສູ່ລະບົບງົບປະມານຂອງລັດ;

3. ການຈັດຕັ້ງປະຕິບັດຜັງເມືອງ ແລະ ການຄຸ້ມຄອງການປຸກສ້າງເນື່ອງຈາກຈຸດພິເສດດ້ານທີ່ຕັ້ງຂອງປະເທດເຮົາເອື້ອອຳນວຍແກ່ການເຊື່ອມຈອດ-ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຈຶ່ງຖືເປັນບູລິມະສິດໜ້າວຽກຕົ້ນຕໍຂອງຂະແໜງ ຍທຂ ມາໂດຍຕະຫລອດ ໂດຍສະເພາະໃນປັດຈຸບັນພາຍໃຕ້ເງື່ອນໄຂອັນໃໝ່ທີ່ມີເສັ້ນທາງລົດໄຟລາວ-ຈີນ;

4. ພັດທະນາວຽກງານການບິນພົນລະເຮືອນໃຫ້ມີຄວາມປອດໄພ ແລະ ເຂັ້ມແຂງ; 5. ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນ

5 ປີຂອງຕົນຮອດທ້າຍສະໄໝປີ 2025 ຢ່າງມີຈຸດສຸມບົນພື້ນຖານສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຄືປັດຈຸບັນ ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້;

6. ສໍາຄັນທີ່ສຸດຄືຈັນຍາບັນ-ຈັນຍາທຳຂອງພະນັກງານລັດຖະກອນ. ໃນຊຸມປີຜ່ານມາ, ຂະແໜງການ ຍທຂ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຜ່ານການເຜີຍແຜ່ເອກະສານການເມືອງຫລາຍສະບັບ ແລະ ສືບຕໍ່ເອົາໃຈໃສ່ປັບປຸງຍົກລະດັບຄວາມສາມາດໃນການປະຕິບັດໜ້າທີ່ການເມືອງ ຕໍ່ກັບວຽກງານແນວຄິດ-ການເມືອງໃຫ້ແກ່ພະນັກງານຂອງຕົນສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການປະຕິບັດວຽກງານຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ມີຄວາມຊື່ສັດຕໍ່ວິຊາຊີບຂອງຕົນຢ່າງແທ້ຈິງ. .

ທີ່ມາ: ປະຊາຊົນ

Comments