ຮອງນາຍົກ ເນັ້ນໃຫ້ ຮສສ ເກັບກໍາຕົວເລກແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ

ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທົ່ວປະເທດ ປະຈໍາປີ 2022 ໃນວັນທີ 10 ກຸມພາ 2023 ໂດຍເນັ້ນບາງຈຸດ ໃຫ້ຄະນະນໍາ ແລະ ພະນັກງານຫລັກແຫລ່ງຂອງ ຮສສ ເອົາໃຈໃສ່ບາງບັນຫາເພື່ອຜັນຂະຫຍາຍບັນດາເປົ້າໝາຍ, ແຜນວຽກຈຸດສຸມ ແລະ ຄາດໝາຍແຜນພັດທະນາແຮງງານ ເປັນຕົ້ນແມ່ນ:.

1). ຄະນະພັກແຕ່ລະຂັ້ນ ຕ້ອງປັບປຸງຢ່າງຈິງຈັງວຽກງານພະນັກງານ ເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ, ນັບແຕ່ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານ, ການເລືອກເຟັ້ນ ແລະ ຊັບຊ້ອນພະນັກງານ, ການປະຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ. ສິ່ງສໍາຄັນໃນບັນຫາພະນັກງານ ບັນດາສະຫາຍຕ້ອງຕັດສິນໃຈແກ້ດ້ວຍຕົນເອງ ບໍ່ຄອງຄອຍລໍຖ້າໃຫ້ການຈັດຕັ້ງແກ້ ເພື່ອຈະບໍ່ໃຫ້ມີຜົນກະທົບໂດຍກົງຕໍ່ຕົວພະນັກງານເອງ ແລະ ການຈັດຕັ້ງ;.

2). ການພັດທະນາສີມືແຮງງານ ໃຫ້ສືບຕໍ່ພະຍາຍາມຈັດຕັ້ງປະຕິບັດໄດ້ ຕາມຄາດໝາຍທີ່ວາງໄວ້ ປັບປຸງພື້ນຖານໂຄງລ່າງ, ອຸປະກອນເຕັກນິກທັນສະໄໝ, ທັງວິທີການ ແລະ ຫລັກສູດພັດທະນາສີມືແຮງງານໃຫ້ຫລາກຫລາຍ ເພື່ອຕອບສະໜອງໃຫ້ຕະຫລາດແຮງງານໃນຕໍ່ໜ້າ;.

3). ເປັນໃຈກາງປະສານງານ ລະຫວ່າງສະຖາບັນ ຫລື ສູນພັດທະນາສີມືແຮງງານ ກັບ ຫົວໜ່ວຍແຮງງານ, ໂຄງການຕ່າງໆ ເພື່ອໃຫ້ຝືກຜູ້ອອກແຮງງານ ເຂົ້າສູ່ຕະຫລາດແຮງງານມີວຽກເຮັດງານທຳ ເພື່ອຍົກສູງຊີວິດການເປັນຢູ່ຂອງຜູ້ອອກແຮງງານໃຫ້ນັບມື້ດີຂຶ້ນ;

.4). ກໍ່ສ້າງ ແລະ ປັບປຸງລະບົບຖານຂໍ້ມູນຂ່າວສານຕະຫລາດແຮງງານ ເພື່ອສັງລວມຂໍ້ມູນແຮງງານໃນຂອບເຂດທົ່ວປະເທດ ເພື່ອນຳໃຊ້ຂໍ້ມູນເຫລົ່ານັ້ນ ເຂົ້າໄປວາງແຜນພັດທະນາເສດຖະກິດ-ສັງຄົມໄດ້ຢ່າງຊັດເຈນ ແລະ ສະໜອງໃຫ້ຂະແໜງການເງິນ, ເກັບອາກອນເງິນເດືອນຂອງຜູ້ອອກແຮງງານໄດ້ຢ່າງຄົບຖ້ວນ;.

5). ເອົາໃຈໃສ່ຄຸ້ມຄອງແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ, ທັງແຮງງານທີ່ໄປອອກແຮງງານແບບຖືກຕ້ອງ ແລະ ບໍຖືກກົດໝາຍຢູ່ປະເທດໃກ້ຄຽງ ໂດຍມີການປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງພາຍໃນ ແລະ ພາກສ່ວນກ່ຽວຂ້ອງຢູ່ປະເທດປາຍທາງ ໃຫ້ມີກົນໄກທີ່ສາມາດຄຸ້ມຄອງແຮງງານເຫລົ່ານີ້ ເພື່ອບໍໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ;

.6). ເອົາໃຈໃສ່ຂະຫຍາຍອັດຕາສ່ວນເຂົ້າປະກັນສັງຄົມໃນພາກວິສາຫະກິດ, ທັງປຸກລະດົມ ແລະ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ລະບົບປະກັນສັງຄົມຢ່າງເລິກເຊີ່ງ ແລະ ກວ້າງຂວາງ ເພື່ອເປັນການປະຕິບັດນະໂຍບາຍອຸດໜູນບຳນານ ໃນໄລຍະຍາວ ເຊິ່ງອັນນີ້ມັນເປັນສ່ວນໜຶ່ງຂອງນະໂຍບາຍສັງຄົມຂອງປະເທດເຮົາ.

.ທີ່ມາ: ປະເທດລາວ

#TargetMagazine

Comments