ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງ ຍທຂ ຜູ້ເກົ່າ ແລະ ຜູ້ໃໝ່.


ພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຫລວງນໍ້າທາ ແລະ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ຄະນະປະຈໍາພັກ, ລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່ ຈັດຂຶ້ນໃນວັນທີ 6 ກຸມພາ 2023.


ສະຫາຍ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ສະຫາຍລັດຖະມົນຕີຜູ້ໃໝ່ ກໍຄືພະນັກງານ, ສະມາຊິກ ແລະ ພະນັກ ງານຫລັກແຫລ່ງທົ່ວກະຊວງ ຍທຂ ໃຫ້ເອົາໃຈໃສ່ບາງບັນຫາຄື: ຕ້ອງເປັນເອກະພາບນຳຂັ້ນເທິງ ໃຫ້ບັນດາສະຫາຍເອົາໃຈໃສ່ວຽກງານ, ບໍ່ໃຫ້ມີການສວຍໂອກາດທັບຖົມ-ໂຈມຕີກັນ ໃນທາງບໍ່ດີ ເປັນຕົ້ນ ໃນຂົງເຂດວຽກງານວິຊາສະເພາະຂອງຕົນ ແລະ ສືບຕໍ່ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍເລ່ຫລ່ຽມ ແລະ ຖ້ອຍທຳນອງ ໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກຄວາມສາມັກຄີ. ນອກນັ້ນ, ຍັງຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ 2 ສອງວາລະແຫ່ງຊາດ ວາງອອກໃຫ້ປະກົດຜົນເປັນຈິງ.

Comments