ເຈົ້າຄອງນະຄອນຫຼວງ ລົງຕິດຕາມຄວາມຄືບໜ້າໂຄງການ ສ້າງເມືອງໃໝ່ມີຄວາມຄືບໜ້າຫຼາຍດ້ານ

ທ່ານ ນາງ ດຳດວນ ຈັນທະວົງ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ຂອງນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ ໃນໂອກາດທີ່ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງເຄື່ອນໄຫວກວດກາຂອບເຂດພື້ນທີ່ເມືອງໃໝ່ ເມື່ອວັນທີ 10 ກຸມພານີ້ວ່າ:

ປີ 2022 ຜ່ານມາ, ຄະນະຮັບຜິດຊອບໄດ້ສໍາເລັດຫລາຍໜ້າວຽກສໍາຄັນ ເປັນຕົ້ນ: ໄດ້ລົງສໍາຫລວດເກັບກໍາຂໍ້ມູນທາງດ້ານເສດຖະກິດ-ສັງຄົມຕ່າງໆ ເຮັດໃຫ້ໄດ້ຂໍ້ມູນປະກອບຂຽນບົດວິພາກສໍາເລັດແລ້ວ, ໄດ້ສໍາຫລວດພົນລະເມືອງຄືນໃໝ່ໃນ 24 ບ້ານເປົ້າໝາຍຂອງເມືອງໄຊທານີ ທີ່ຈະສ້າງເປັນເມືອງໃໝ່, ຊຶ່ງມີພົນລະເມືອງທັງໝົດ 35.224 ຄົນ. ໃນນີ້, ມີເຜົ່າລາວ 32.043 ຄົນ, ເຜົ່າມົ້ງ 2.757 ຄົນ ແລະ ເຜົ່າກຶມມຸ 424 ຄົນ.

ມາຮອດປັດຈຸບັນ, ໄດ້ສຳເລັດການກຳນົດທີ່ຕັ້ງສຳນັກງານຕ່າງໆຂອງລັດ ເປັນຕົ້ນ: ຈຸດທີ່ຕັ້ງສຳນັກງານຫ້ອງວ່າການປົກຄອງເມືອງ, ຈຸດທີ່ຕັ້ງກອງບັນຊາການ ປກຊ-ປກສ ແລະ ອື່ນໆ, ພ້ອມນີ້ ໄດ້ສໍາເລັດການກໍານົດຈຸດສຸມພັດທະນາເມືອງໃໝ່ ປະກອບມີ 3 ບ້ານ ຄື: ບ້ານນາໂງມເກົ່າ, ນາໂງມໃໝ່ ແລະ ບ້ານນາຕານ, ສໍາເລັດການເດີນສໍາຫລວດຕອນດິນ 8 ປະເພດ ແລະ ອື່ນໆ

ໂຄງການພັດທະນາເຂດຈຸດສຸມ ຂອງເມືອງທີ່ຈະສ້າງໃໝ່ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ. ສໍາລັບເມືອງໃໝ່ ທີ່ຈະສ້າງໃນຄັ້ງນີ້ ຈະເປັນເມືອງທີ 10 ຂອງນະຄອນຫລວງວຽງຈັນ ແລະ ຍັງລໍຖ້າຊື່ທີ່ເປັນທາງການ ຈະມີການລາຍງານໃຫ້ຊາບ.

ທີ່ມາ: FM90 ລາຍງານ

#TargetMagazine

Comments