ໃນເດືອນພຶດສະພາ ສປ. ຈີນ ນຳເຂົ້ານ້ຳມັນຈາກ ຣັດເຊຍ ເກືອບ 2ລ້ານຖັງ ນຳເຂົ້າ ຜ່ານການຂົນສົ່ງທາງທະເລ 1,1ລ້ານຖັງ ແລະແບບສົ່ງ ຜ່ານທໍ່ອີກປະມານ 800.000ຖັງ. ຈີນ ຊື້ນ້ຳມັນ ຈາກຣັດເຊຍ ໃນລາຄາ ຖືກກວ່າ ປະເທດອື່ນ ຄິດເປັນ ປະລິມານ ເກືອບ 2 ລ້ານຖັງ ໃນເດືອນ ພຶດສະພານີ້ ກວມເອົາ 15% ຂອງຄວາມຕ້ອງການນຳໃຊ້ ໃນຈີນ ໂດຍອີງຕາມ ຂໍ້ມູນຈາກບໍລິສັດ Vortesa Analytics ຊຶ່ງເປັນຜູ້ໃຫ້ບໍລິການວິເຄາະ ຂໍ້ມູນ ກ່ຽວກັບການຂົນສົ່ງນ້ຳມັນ ແລະ ອາຍແກັສ ສາກົນ ເມື່ອບໍ່ດົນມານີ້ ລະບຸວ່າ:ຈີນ ນຳເຂົ້າ ນ້ຳມັນ ຈາກຣັດເຊຍ ຜ່ານການຂົນສົ່ງທາງທະເລ 1,1ລ້ານຖັງ ຕໍ່ວັນ ໃນເດືອນພຶດສະພາ ເພີ່ມຈາກ 750.000 ຖັງຕໍ່ວັນ ໃນໄລຍະ ໄຕມາດທຳອິດ ແລະເພີ່ມຂຶ້ນຈາກ ສະຖິຕິ ວັນລະ 800.000 ຖັງຕໍ່ວັນ ເມື່ອປີກາຍ. ...
Read More »ຂ່າວ ພາຍໃນປະເທດ
ສາລະວັນ ຈັດສົ່ງ 16 ອັດຖິຂອງທະຫານອາສາສະໝັກ ຊ່ຽວຊານຫວຽດນາມ ກັບຄືນປະເທດ
ແຂວງສາລະວັນ ໄດ້ຈັດພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມກັບຄືນປະເທດ ຈຳນວນ 16 ອັດຖິ ຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ກອງບັນຊາການທະຫານແຂວງ. ປັນຍາຊົນ ແລະ ມວນຊົນຊາວແຂວງສາລະວັນ ແລະ ຄະນະປະຕິບັດງານພິເສດແຂວງເຊກອງ ໄດ້ພ້ອມກັນມາເຕົ້າໂຮມເພື່ອໄຫວ້ອາໄລເຖິງດວງວິນຍານ ແລະ ຈັດສົ່ງອັດຖິ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຈໍານວນ 16 ອັດຖິ. ໃນນັ້ນ, ຂຸດຄົ້ນຈາກແຂວງເຊກອງໄດ້ 3 ອັດຖິ. ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ວາງພວງມະລາ ເພື່ອລະນຶກເຖິງຄວາມຮູ້ບຸນຄຸນຂອງພະນັກງານ – ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມໃນຄັ້ງນີ້, ພ້ອມນຳເອົາອັດຖິດັ່ງກ່າວຂຶ້ນສູ່ລົດ ແລະ ນຳສົ່ງກັບຄືນປະເທດຫວຽດນາມຢ່າງສົມກຽດ. ຜົນງານ ແລະ ຄຸນງາມຄວາມດີຂອງບັນດາສະຫາຍພະນັກງານ-ນັກຮົບ ຈະກາຍເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ລູກຫຼານຄົນຮຸ່ນຫຼັງໄດ້ຮໍ່າຮຽນ ແລະ ສືບທອດເອົາຊົ່ວກາລະນານ. ຂໍ້ມູນ: ປະຊາຊົນ
Read More »#ເຕືອນໄພ‼️ ມິດສາຊີບໄດ້ນຳໃຊ້ຫຼາຍຮູບແບບ ໃນການຫຼອກເອົາຊັບສິນເງິນຄຳ ດ້ວຍການໃຊ້ຊ່ອງທາງ Social Media
#ເຕືອນໄພໃນປັດຈຸບັນ ມິດສາຊີບໄດ້ນຳໃຊ້ຫຼາຍຮູບແບບ ໃນການຫຼອກເອົາຊັບສິນເງິນຄຳມາເປັນຂອງຕົນເອງ ດ້ວຍການໃຊ້ຊ່ອງທາງ Social Media ມາເປັນເຄື່ອງມື ໃນການຫຼອກລວງປະຊາຊົນ ດັ່ງນັ້ນ, ເພື່ອ ມີສະຕິ ແລະ ຮູ້ທັນກົນລະຍຸດ ຂອງມິດສາຊີບ ທ່ານສາມາດ ສຶກສາຂໍ້ມູນ ຢູ່ໃນໂພສດ້ານລຸ່ມນີ້ໄດ້ ເພື່ອກຽມພ້ອມຮັບມືໄດ້ທັນເຫດການ
Read More »ຫວຽດນາມ ປັບຂຶ້ນອັດຕາດອກເບ້ຍເງິນຝາກ0,1%-0,6%
ວັນທີ18 ພຶດສະພາ, ທະນາຄານ ຫລາຍແຫ່ງ ໃນຫວຽດນາມ ປະກາດ ປັບຂຶ້ນ ອັດຕາດອກເບ້ຍເງິນຝາກ 0,1% ຫາ 0,6% ເຮັດໃຫ້ອັດຕາ ດອກເບ້ຍເງິນຝາກນັບຕັ້ງແຕ່ເດືອນນີ້ເປັນຕົ້ນໄປ ເພີ່ມຂຶ້ນ 6,5%-7,4%. ປັດຈຸບັນ ທະນາຄານ NamABankສະເໜີ ດອກເບ້ຍ ສູງສຸດລະດັບ 7,4%ໃຫ້ກັບ ລູກຄ້າທີ່ດຳເນີນການຝາກເງິນ ຜ່ານທາງແອບພລິເຄຊັນ ທະນາຄານຂອງສະມາດໂຟນ ເປັນເວລາ 16-36ເດືອນ. ການປັບຂຶ້ນ ອັດຕາ ດອກເບ້ຍເງິນຝາກ ມີຂຶ້ນໃນໄລຍະ ທີ່ຕ້ອງການຂໍສິນເຊື່ອເພີ່ມສູງຂຶ້ນຫລາຍ ໂດຍຄາດ ການວ່າ ແຮງກົດດັນເງິນເຟີ້ ແລະການແຂ່ງຂັນກັນຫລາຍຂຶ້ນ ຈາກຊັບສິນຊະນິດອື່ນໆເຊັ່ນ ອະສັງຫາ ລິມະຊັບ ແລະ ຫລັກຊັບ ຈະກົດດັນ ໃຫ້ອັດຕາດອກເບ້ຍເງິນຝາກ ປັບຕົວສູງຂຶ້ນ. ອັດຕາ ດອກເບ້ຍເງິນຝາກ ມີທ່າອ່ຽງ ປັບຕົວສູງຂຶ້ນ 0,3%-0,5% ສູ່ລະດັບ 5,9%-6,1%ໃນປີນີ້. ຂໍ້ມູນ: ຂປລ
Read More »ປະກາດການຈັດຕັ້ງ ຄະນະບໍລິຫານງານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ.
ພິທີປະກາດການຈັດຕັ້ງ ຄະນະບໍລິຫານງານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ແລະ ມອບຮັບໜ້າທີ່ ລະຫວ່າງ ທ່ານ ນາງ ພິລານີ ພິດສະໄໝ ປະທານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບຜູ້ເກົ່າ ແລະ ທ່ານສອນໄຊ ສີລາເພັດ ປະທານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບຜູ້ໃໝ່ ຈັດຂື້ໜໃນວັນທີ 18 ພຶດສະພາຜ່ານມາ ເພື່ອສືບຕໍ່ຊີ້ນໍາວຽກງານ ສວ-ບກລ ໃຫ້ມີບົດບາດສໍາຄັນ ໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງບັນດານິຕິກຳ, ກໍ່ສ້າງນັກຊ່ຽວຊານບັນຊີ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ເປັນເສ ນາທິການຊ່ວຍວຽກໃຫ້ແກ່ກະຊວງການເງິນ ໃນການພັດທະນາວິຊາຊີບການບັນຊີ ແລະ ກວດສອບ ໃຫ້ມີຄຸນນະພາບເທົ່າທຽມກັບພາກພື້ນ ແລະ ສາກົນ. ໃນພິທີ ໄດ້ຜ່ານຂໍ້ຕົກລົງສະບັບເລກທີ 1264/ກງ,ລົງວັນ 10 ພຶດສະພາ 2022 ວ່າດ້ວຍ ການແຕ່ງຕັ້ງຄະນະບໍລິຫານງານຊຸດໃໝ່ ຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເຊິ່ງປະກອບມີ 9 ທ່ານ ໂດຍເຫັນດີແຕ່ງຕັ້ງ: ທ່ານ ສອນໄຊ ສີລາເພັດຈາກບໍລິສັດ ...
Read More »ວາງສີລາເລີກ ກໍ່ສ້າງຕຶກນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ ດ້ວຍງົົບກໍ່ສ້າງຫຼາຍກວ່າ 6 ຕື້ກີບ.
ວາງສີລາເລີກ ກໍ່ສ້າງຕຶກນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ ເພື່ອໃຫ້ປະຊາຊົນເຂົ້າເຖິງການບໍລິການດ້ານສຸຂະພາບທີ່ດີຂຶ້ນ ດ້ວຍງົົບກໍ່ສ້າງຫຼາຍກວ່າ 6 ຕື້ກີບ. ວັນທີ 5 ພຶດສະພາ 2022, ໄດ້ມີພິທີວາງສີລາເລີກ ກໍ່ສ້າງຕຶກນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ ໃນພິທີ ທ່ານ ລິດທິກອນ ພູມມະສັກ ປະທານ ກຸ່ມບໍລິສັດ ເອໄອເອັຟ ລາຍງານວ່າ: “ການກໍ່ສ້າງຕຶກນອນຄົນເຈັບ ໃຫ້ໂຮງໝໍແຂວງຈໍາປາສັກຄັ້ງນີ້ ແມ່ນດ້ວຍການຊ່ວຍເຫຼືອລ້າຂອງກຸ່ມບໍລິສັດ ເອໄອເອັຟ, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ແລະ ກຸ່ມບໍລິສັດ ໄຊຊະນະ ຈໍາກັດຜູ້ດຽວ. ຂະຫນາດຂອງອາຄານ 24 x 26 ແມັດ, ເປັນຕຶກ 2 ຊັ້ນ, ແຕ່ລະຊັ້ນປະກອບດ້ວຍຫ້ອງພິເສດແຍກດ່ຽວ ບັນຈຸ 2 ຕຽງ… ລວມງົບປະມານໃນການກໍ່ສ້າງທັງໝົດ ຫຼາຍກວ່າ 6 ຕື້ກີບ ແລະ ດໍາເນີນການກໍ່ສ້າງໂດຍ ກຸ່ມ ບໍລິສັດ ໄຊຊະນະ ຈໍາກັດຜູ້ດຽວ. ທັງນີ້ ກໍເພື່ອໃຫ້ປະຊາຊົນຊາວແຂວງຈໍາປາສັກ ແລະ ບັນດາແຂວງພາກໃຕ້ ...
Read More »ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2022 ບັນລຸໄດ້ປະມານ 950 ລ້ານໂດລາສະຫະລັດ
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 4 ປີ 2022 ບັນລຸໄດ້ປະມານ 950 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 424 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 526 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 102 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຫຼັກປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ມັນຕົ້ນ, ແຮ່ເຫຼັກ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ ແລະ ຝຸ່ນ (ປຸຍ). ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຍື່ອໄມ້ ແລະ ເສດເຈ້ຍ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ...
Read More »5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ
ບັນດາປະເທດ ແລະມູນຄ່າທີ່ ສປປ ລາວ ສົ່ງອອກສິນຄ້າ: 1. ປະເທດຈີນ 137 ລ້ານໂດລາສະຫະລັດ 2. ປະເທດຫວຽດນາມ 106 ລ້ານໂດລາສະຫະລັດ 3. ປະເທດໄທ 65 ລ້ານໂດລາສະຫະລັດ 4. ອົດສຕາລີ 32 ລ້ານໂດລາສະຫະລັດ 5. ສະວິດເຊີແລນ 14 ລ້ານໂດລາສະຫະລັດ ຂໍ້ມູນ: ຂ່າວສານດ້ານການຄ້າຂອງ ສປປ ລາວ
Read More »ປໍ້າ “ພລັສ” ແຈ້ງ ບໍ່ຈຳໜ່າຍນໍ້າມັນໃສ່ຕຸກ ປ້ອງກັນເຫດອັກຄີໄຟ & ກັກຕຸ໋ນໄປຈຳໜ່າຍເກີນລາຄາ.
ເພື່ອເປັນການປ້ອງກັນເຫດອັກຄີໄພ, ເພື່ອຄວາມເທົ່າທຽມກັນຂອງຜູ້ບໍລິໂພກ ແລະ ພ້ອມທັງເປັນການປ້ອງກັນຜູ້ບໍຫວັງດີ ທີ່ພາກັນກັກຕູນນ້ຳມັນໄປຂາຍເກີນລາຄາທາງນອກ ດັ່ງນັ້ນ ແຕ່ມື້ນີ້ເປັນຕົ້ນໄປ ປ້ຳ ພລັສ ທຸກປ້ຳທີ່ ປີໂຕຣເທຣດ ບໍລິຫານເອງທັງໝົດ #ຈະບໍ່ຈຳໜ່າຍໃຫ້ໂດຍການໃສ່ຕຸກ ທຸກໆປະເພດ ທຸກໆກໍລະນີ. #ຈະຍົກເວັ້ນບາງກໍລະນີທີ່ຈຳເປັນທີ່ສຸດ ຕາມການເຫັນດີຂອງຜູ້ຈັດການປ້ຳທີ່ໜ້າງານເທົ່ານັ້ນ. ຂໍ້ມູນ: PetroTrade
Read More »ລະວັງເສບຂ່າວປອມ! ເຫດການປຸ້ນຊິງຊັບຍິງສາວ ເຈົ້າໜ້າທີ່ຢືນຢັນຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້.
ລະວັງເສບຂ່າວປອມ! ເຫດການປຸ້ນຊິງຊັບຍິງສາວ ເຈົ້າໜ້າທີ່ຢືນຢັນຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້. + ໃນເວລາ 1:30 ຫາ 2:00 ໂມງ ຕອນກາງຄືນຂອງວັນທີ 16-17 ພຶດສະພາ 2022 ໄດ້ມີຄົນຮ້າຍຈຳນວນ 5 ຄົນ ( ຮູບຕາມກ້ອງວົງຈອນ ) ຈີ້ຍິງສາວ ອາຍຸ 30 ປີ, ເຮືອນຢູ່ຮ່ອມ 3 ບ້ານດົງນາໂຊກເຫນືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບັງຄັບເມືອເຮືອນ ແລ້ວບອກລະຫັດໄຂຕູ້ເຊັບກວດເອົາຊັບສິນມີຄ່າຈຳນວນຫຼາຍລາຍການແລ້ວຫລົບຫນີໄປ. + ເຫດການໃນເບື້ອງຕົ້ນ ໃນເວລາ 19:00 ໂມງ ຂອງວັນທີ 16 ພຶດສະພາ ຜູ້ເສຍຫາຍໄດ້ຂັບລົດ ໂຕໂຍຕ້າ ແລນກຸຍເຊິ້ ໄປກິນເບຍ ກັບຫມູ່ ຢູ່ຫລາຍຮ້ານ, ຕໍ່ມາໄດ້ຍ້າຍມາກິນຢູ່ຮ້ານແຄມຂອງ ເຊີ່ງເປັນຮ້ານສຸດທ້າຍ. ພໍຮອດທ່ຽງຄືນຜູ້ເສຍຫາຍຈະກັບເຮືອນ ຍ່າງມາຫາລົດຢູ່ບ່ອນຈອດລົດ, ໃນຂະນະນັ້ນ ມີຜູ້ຊາຍ 5 ຄົນ ໄດ້ເອົາປຶນຈິ້ຜູ້ກ່ຽວບັງຄັບໃຫ້ພາເມືອເຮືອນ ພໍຮອດເຮືອນບັງຄັບໃຫ້ບອກລະຫັດຕູ້ເຊັບຢູ່ຊັ້ນລຸ່ມເຮືອນ ຈາກນັ້ນ ກໍໄຂເອົາຊັບສິນທີ່ມີຄ່າ, ຄົນຮ້າຍກໍຂີ່ລົດຫລົບຫນີ ໂດຍນຳໃຊ້ລົດກະບະ ແລະ ລົດເກັງ ...
Read More »