ລາວ-ຈີນ ຮ່ວມມືປູກພືດຜັກ ແລະ ໝາກໄມ້ສະອາດ ເພື່ອສົ່ງອອກ ສປ ຈີນ

ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງໄຮ່ລົງຈ່ຽງ ຈໍາກັດ ແຫ່ງ ສປ ຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືດ້ານກະສິກໍາສະອາດທັນສະໄໝໃນວັນທີ 17 ມີນາ ໃຫ້ກຽດຮ່ວມລົງນາມໃນສັນຍາໂດຍທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ, ທ່ານນາງ ເອີເວ ປະທານບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງໄຮ່ລົງຈ່ຽງ ແຫ່ງ ສປ ຈີນ.

ໃນພິທີ, ທ່ານຮອງຫົວໜ້າກົມປູກຝັງໄດ້ລາຍງານວ່າ: ໂຄງການດັ່ງກ່າວໄດ້ເຊັນບັນທຶກຄວາມເຂົ້າໃຈມາແຕ່ປີ 2018 ແຕ່ເນື່ອງດ້ວຍມີການລະບາດຂອງພະຍາດໂຄວິດ ຈຶ່ງບໍ່ສາມາດດຳເນີນການໄດ້. ມາຮອດປັດຈຸບັນ ບໍລິສັດມີຄວາມພ້ອມສືບຕໍ່ຈັດຕັ້ງປະຕິບັດ ແລະ ໄດ້ຮ່ວມກັບກົມປູກຝັງ ຄົ້ນຄວ້າ, ປຶກສາຫາລື, ປັບປຸງບົດບັນທຶກຄວາມເຂົ້າໃຈ ຮ່ວມມືດ້ານກະສິກຳສະອາດ ທັນສະໄໝຄືນໃໝ່, ເພື່ອການຜະລິດພືດຜັກ ແລະ ໝາກໄມ້ສະອາດທັນສະໄໝ ແລະ ນຳໃຊ້ພະລັງງານແສງຕາເວັນ ເຂົ້າໃນການຜະລິດສະອາດ.

ໂຄງການດັ່ງກ່າວ ຈະໄດ້ຈັດຕັ້ງປະຕິບັດ 4 ຈຸດ ຄື: ຢູ່ສູນມາດຕະຖານກະສິກຳສະອາດ, ກົມປູກຝັງ, ບ້ານໄຜ່ລ້ອມ, ບ້ານ ດົງບັງ ແລະ ບ້ານແກ້ງໄຄ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ລຽບຕາມເສັ້ນທາງລົດໄຟລາວ-ຈີນ, ພ້ອມທັງຊອກຫາພື້ນທີ່ທີ່ເໝາະສົມ ໃຫ້ໄດ້ 4 ຈຸດ, ຈຸດລະ 150 ເຮັກຕາ ຄາດຄະເນມູນຄ່າໂຄງການ ຈຳນວນ 79 ລ້ານໂດລາ. ແນໃສ່ເຮັດໃຫ້ການຜະລິດກະສິກຳສະອາດ ເປັນສິນຄ້າ ຮັບປະກັນທັງປະລິມານ ແລະ ຄຸຸນພາບ ເພື່ອຈໍາໜ່າຍ ແລະ ສົ່ງອອກໄປຍັງ ສປ ຈີນໃຫ້ຫຼາຍຂຶ້ນ.

ທີ່ມາ: ປະຊາຊົນ

#TargetMagazine

Comments