ຕາມຂ່າວຈາກ ລອນດອນ, ອັງກິດ ປະກາດ ຢຸດຖ້ຽວບິນ ມາຈາກ ສະຫະນະຄອນ ເອເມຣັດ ອາຣັບ(UAE) ຕັ້ງແຕ່ວັນທີ29ມັງກອນ ເປັນຕົ້ນ ເພື່ອປ້ອງກັນ ການລະບາດ ໂຄວິດ-19 ທີ່ກາຍພັນ ໃນອາຟຣິກໃຕ້ ເທົ່າກັບ ປິດເສັ້ນທາງ ການບິນ ສາກົນ ລະຫວ່າງ ນະຄອນຫລວງ ລອນດອນ ແລະ ນະຄອນ ດູໄບ ຫລັງຈາກ ອັງກິດ ປະກາດເພີ່ມ ຢູເອອີ,ບູຣູນດີ ແລະ ຣູວັນດາ ໄວ້ໃນລາຍຊື່ປະເທດ ທີ່ຖືກສັ່ງຫ້າມ ເດີນທາງ ເຂົ້າປະເທດ ແຕ່ຍົກເວັ້ນ ຊາວອັງກິດ, ຊາວອຽກລັງ ແລະ ຊາວຕ່າງປະເທດ ທີ່ຖືໜັງສີເດີນທາງ(ວີຊ້າ)ທີ່ພັກອາໃສ ສາມາດ ເດີນທາງເຂົ້າ ອັງກິດໄດ້ ແຕ່ຈະຕ້ອງຖືກ ກັກຕົວໃນເຮືອນ ເປັນເວລາ 10ວັນ ຂປລ
Read More »ຂ່າວ ຕ່າງປະເທດ
ເສດຖະກິດໂລກ ປີ2021 ຈະຂະຫຍາຍຕົວຢ່າງສົດໃສ
ຕາມຂ່າວຈາກ ຫວຽດນາມ, ເມື່ອບໍ່ດົນມານີ້ ກອງທຶນ ການເງິນ ສາກົນ (IMF) ໄດ້ສະແດງຄວາມຫວັງ ກ່ຽວກັບສະຖານະການເສດຖະກິດໂລກ ປີ2021 ຈະຂະຫຍາຍຕົວຢ່າງສົດໃສ ລະດັບ 5,5% ສູງກວ່າ ຕົວເລກ ທີ່ຄາດການໄວ້ 0,3% ເມື່ອທຽບໃສ່ປີ 2020. ຫລັງຈາກ ທ່ານ ນາງ ກີຕາ ໂກພີນັດ(Gita Gopinath) ຫົວໜ້ານັກເສດຖະສາດຂອງ ໄອເອັມເອຟຄາດການຂະຫຍາຍຕົວ ຈີດີພີ ຂອງໂລກ ຈະຢູ່ລະດັບ 4,2% ພາຍໃນປີ 2022. ສຳລັບ ການຟື້ນຟູເສດຖະກິດ ໃນປັດຈຸບັນສ່ວນໃຫຍ່ຂຶ້ນຢູ່ກັບການແຂ່ງຂັນລະຫວ່າງ ການກາຍພັນຂອງເຊື້ອພະຍາດໂຄວິດ-19 (SARS-CoV-2)ກັບວັກຊິນປ້ອງກັນໂຄວິດ-19 ເພື່ອຢຸດການແຜ່ລະບາດ ລວມທັງ ຄວາມສາມາດຂອງນະໂຍບາຍສະໜັບສະໜູນທີ່ມີປະສິດທິພາບຫລາຍຂຶ້ນ. ດັ່ງນັ້ນ, ໄອເອັມເອຟ ຈຶ່ງໄດ້ປັບປຸງ ການຂະຫຍາຍຕົວເສດຖະກິດປີນີ້ ເພື່ອສະແດງໃຫ້ເຫັນເຖິງ ຜົນສະທ້ອນອັນດີ ຂອງການສັກວັກຊິນປ້ອງກັນ ໂຄວິດ-19 ໃນປະເທດຕ່າງໆບວກກັບອີກຫລາຍປະເທດເປັນຕົ້ນ: ສ.ອາເມລິກາ ແລະ ຍີ່ປຸ່ນ ປະກາດໃຊ້ນະໂຍບາຍຊ່ວຍເຫລືອ ເສດຖະກິດ ແລະ ປະຊາຊົນ ໃນທ້າຍປີ2020. ແຫຼ່ງຂໍ້ມູນ: ຂປລ.
Read More »ໂຄວິດ-19 ສົ່ງຜົນເຮັດໃຫ້ອັດຕາການວ່າງງານທົ່ວໂລກ ຫລາຍກວ່າ 250 ລ້ານຕຳແໜ່ງ
ຕາມຂ່າວສານ ຫວຽດນາມ, ວັນທີ 25 ເດືອນມັງກອນ, ອົງການແຮງງານ ສາກົນ(ILO) ໃຫ້ຮູ້ວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງ ໃຫ້ແກ່ ຕະຫລາດວຽກເຮັດງານທຳທົ່ວໂລກ, ເຮັດໃຫ້ທົ່ວໂລກຕ້ອງສູນເສຍວຽກເຮັດງານທຳຫລາຍກວ່າ 250 ລ້ານ ຕຳແໜ່ງໃນປີ 2020. ຕາມການຄົ້ນຄ້ວາຄັ້ງຫລ້າສຸດຂອງອົງການແຮງງານສາກົນລະບຸວ່າ: ຍອດຈຳນວນຊົ່ວໂມງ ເຮັດວຽກ ໃນທົ່ວໂລກ ໄດ້ຫລຸດລົງ 8,8% ໃນປີ 2020 ເມື່ອທຽບໃສ່ໄຕມາດ 4 ໃນປີ 2019. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ປີ 2020 ທົ່ວໂລກໄດ້ສູນເສຍວຽກເຮັດງານທຳເຖິງ 255 ລ້ານຕຳແໜ່ງ ກວມເອົາ 4 ເທົ່າເທຶ່ອ ຂອງຈຳນວນວຽກເຮັດງານທຳທີ່ຫລຸດລົງໃນໄລຍະວິກິດການເສດຖະກິດໂລກ ໃນປີ 2009 ຂປລ
Read More »ທ່ານ ໂຈໄບເດນ ຈະເຂົ້າພິທີສາບານຕົນຮັບຕຳແໜ່ງປະທານາທິບໍດີ ສ.ອາເມລິກາມື້ີ້ນີ້
ຕາມຂ່າວຈາກ ສ.ອາເມລິກາ, ທ່ານ ໂຈ ໄບເດນ ເດີນທາງມາເຖິງ ນະຄອນຫລວງ ວໍຊີງຕັນ ດີຊີ ເພື່ອເຂົ້າພິທີສາບານຕົນ ຮັບຕຳແໜ່ງ ເປັນປະທານາທິບໍດີ ສ.ອາເມລິກາ ຄົນໃໝ່ ຢ່າງເປັນທາງການ ໃນວັນທີ 20ມັງກອນນີ້ ສົ່ງຜົນໃຫ້ ພາຍໃນ ນະຄອນຫລວງ ວໍຊີງຕັນ ດີຊີ ມີໜ່ວຍງານ ຮັກສາ ຄວາມປອດໄພ ຢ່າງເຂັ້ມງວດ ເພື່ອປ້ອງກັນ ຄວາມປອດໄພ ໃນການຈັດງານ ສຳຄັນ ໃນຄັ້ງນີ້ ໃຫ້ສຳເລັດ ໄປດ້ວຍດີ ຂປລ
Read More »ໂຄວິດ-19 ສະກັດກັ້ນແຮງງານຮຸ່ນໃໝ່ເຂົ້າສູ່ຕະຫຼາດແຮງງານໂລກ
ບົດລາຍງານການວິເຄາະດ້ານແຮງງານຂອງເວບໄຊ ນິກເຄອິ ຈາກ 10 ປະເທດລວມເຖິງຍີ່ປຸ່ນ, ອາເມຣິກາ ແລະ ອັງກິດ ຊີ້ໃຫ້ເຫັນວ່າ: ແຮງງານໂດຍລວມໃນປີ 2020 ຫຼຸດລົງປະມານ 6,6 ລ້ານຄົນຈາກເດືອນກໍລະກົດເຖິງເດືອນກັນຍາ ເມື່ອທຽບກັບໄລຍະດຽວກັນຂອງປີ 2019. ບົດລາຍງານລະບຸວ່າ: ແຮງງານໜຸ່ມ ແລະ ອະດີດແຮງງານພາສທາມ (Part-time) ເປັນກຸ່ມແຮງງານສ່ວນໃຫຍ່ຂອງແຮງງານອົບພະຍົບທີ່ຮ້າຍແຮງທີ່ສຸດ, ແຮງງານໜຸ່ມທີ່ຢູ່ໃນກຸ່ມນີ້ອາດຈະພາດໂອກາດທີ່ຈະໄດ້ເຮັດວຽກສຳລັບຕຳແໜ່ງງານທີ່ຕ້ອງການແຮງງານທີ່ມີທັກສະ ແລະ ມີປະສົບການ. ໃນໄລຍະການແຜ່ລະບາດຂອງໂຣກໂຄວິດ-19 ຮອບທຳອິດ, ເຮັດໃຫ້ເກີດການວ່າງງານເພີ່ມຂຶ້ນ ໂດຍອັດຕາການວ່າງງານໃນ ອາເມຣິກາ ກວມ 3% ຂອງໄລຍະກ່ອນເກີດການແຜ່ລະບາດເພີ່ມຂຶ້ນຫຼາຍເຖິງ 14,8% ໃນເດືອນເມສາ 2020. ຂະນະທີ່ອັດຕາການວ່າງງານໃນ ຍີ່ປຸ່ນ ກໍເພີ່ມຂຶ້ນເຊັ່ນດຽວກັນ. ການແຜ່ລະບາດຂອງໂຣກໂຄວິດ-19, ສົ່ງຜົນກະທົບໂດຍກົງຕໍ່ຕະຫຼາດແຮງງານທີ່ມີຄວາມອ່ອນແອໃນ ອາເມຣິກາ ໄລຍະເດືອນເມສາເຖິງເດືອນກັນຍາ, ອັດຕາການວ່າງງານກວມ 9,9% ແຕ່ໃນກຸ່ມແຮງງານທີ່ມີອາຍຸຕ່ຳກວ່າ 24 ປີ, ອັດຕາການວ່າງງານກວມເຖິງ 19,1%. ສໍາລັບແຮງງານທີ່ຈົບການສຶກສາສູງສຸດຄືມັດທະຍົມປາຍ, ອັດຕາການວ່າງງານ 16,8% ແລະ ສຳລັບກຸ່ມແຮງງານທີ່ເຮັດວຽກບໍ່ເທົ່າໃດຊ່ວງໂມງ, ອັດຕາການວ່າງງານ 15,2%. ໃນປະເທດຍີ່ປຸ່ນ, ຈຳນວນຜູ້ທີ່ມີລາຍໄດ້ບໍ່ເຖິງ 1 ...
Read More »ຣັດເຊຍ ຟື້ນຟູຖ້ຽວບິນໄປຍັງ 4 ປະເທດຄືນໃໝ່
ຕາມຂ່າວຈາກ ຫວຽດນາມ, ສຳນັກຂ່າວສານ ທັດສ (Tass) ຂອງ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ຈະຟື້ນຟູຖ້ຽວບິນ ໄປຍັງ 4 ປະເທດຄື: ຫວຽດນາມ, ອິນເດຍ, ແຟງລັງ ແລະ ກາຕາ ຄືນໃໝ່ ນັບແຕ່ວັນທີ 27 ມັງກອນ ເປັນຕົ້ນໄປ. ພາຍຫລັງ ໄດ້ປຶກສາຫາລື ແລະ ພິຈາລະນາ ສະພາບການ ໂລກລະບາດ ຢູ່ບາງປະເທດ, ດັ່ງນັ້ນ ຈຶ່ງໄດ້ເປີດ ຖ້ຽວບິນ ມົດສະກູ – ຮ່າໂນ້ຍ, ມົດສະກູ – ນິວເດລີ, ມົດສະກູ – ເຮລສິນກິ (Helsinki) ແລະ ເຊນ ປີເຕີສເບີກ (St. Petersburg) ແມ່ນໄດ້ປະຕິບັດ 2 ຖ້ຽວຕໍ່ ອາທິດ; ສ່ວນ ຖ້ຽວບິນແຕ່ ມົດສະກູ ໄປໂດຮາ ໄດ້ປະຕິບັດ 3 ຖ້ຽວຕໍ່ ອາທິດ. ...
Read More »ໄທ ອະນຸມັດເງິນຊື້ວັກຊິນໂຄວິດ-19 ຈາກຈີນ ມີມູນຄ່າເຖິງ 280 ລ້ານຢວນ
ອ້າງຕາມຂ່າວ ສະຖານີວິທະຍຸ ແລະ ໂທລະພາບ ຂອງ ຈີນ ລາຍງານວ່າ , ເມື່ອບໍ່ດົນມານີ້ ທ່ານນາງ ຣັດສະດາດາ ທະນາດີເຣກ ຮອງໂຄສົກປະຈຳ ສຳນັກງານນາຍົກລັດຖະມົນຕີ ໄທ ເປີດເຜີຍວ່າ: ຄະນະລັດຖະມົນຕີໄທ ໄດ້ອະນຸມັດງົບປະມານ ຈຳນວນ 280 ລ້ານຢວນ ເພື່ອຊື້ວັກຊິນ ໂຄວິດ-19 ຈຳນວນ 2 ລ້ານໂດສ (ຫລອດ) ຈາກຈີນ. ຂປລ.
Read More »ໂດນັນ ທຣຳ ກາຍເປັນປະທານາທິບໍດີ ຄົນທຳອິດ ໃນປະຫວັດສາດ ຂອງ ສ.ອາເມລິກາ ທີ່ຖືກສະຊິກສະພາ ສ.ອາເມລິກາ ລົງມະຕິຖອດຖອນ
ຕາມຂ່າວຈາກ ວໍຊີງຕັນ,ວັນທີ 14 ມັງກອນນີ້, ສະມາຊິກ ສະພາ ສ.ອາເມລິກາ ລົງມະຕິ ດ້ວຍຄະແນນສຽງ 232 ຕໍ່197 ສຽງ ໃນການຖອດຖອນ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ດ້ວຍຄວາມຜິດ ໃນຂໍ້ຫາຍຸຍົງ ຜູ້ສະໜັບສະໜັບ ໂດນັນ ທຣຳ ເຂົ້າໄປໃນສະພາ ເມື່ອອາທິດແລ້ວນີ້ ເພື່ອຂັດຂວາງ ຂະບວນການ ປະກາດ ຮັບຮອງ ໄຊຊະນະຂອງ ທ່ານ ໂຈ ໄບເດນ ໃນການເລືອກຕັ້ງ ປະທານາທິບໍດີ ສ.ອາເມລິກາ ຈົນເຮັດໃຫ້ ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ ເປັນຈຳນວນຫລາຍ. ທ່ານ ໂດນັນ ທຣຳ ກາຍເປັນປະທານາທິບໍດີ ຄົນທຳອິດ ໃນປະຫວັດສາດ ຂອງ ສ.ອາເມລິກາ ທີ່ຖືກ ສະມາຊິກ ສະພາ ລົງມະຕິ ຖອດຖອນເຖິງ 2 ຄັ້ງ ໂດຍຄັ້ງທຳອິດ ໃນວັນທີ 18ທັນວາປີ2019 ສະມາຊິກສະພາ ...
Read More »ບຣູໄນ ຮັບຕຳແໜ່ງເປັນປະທານ ອາຊຽນ ປີ 2021 ຢ່າງເປັນທາງການ
ຕາມການລາຍງານຂ່າວຈາກ ຫວຽດນາມ, ບຣູໄນ ຮັບຕຳແໜ່ງ ເປັນປະທານ ອາຊຽນ ປີ2021 ຢ່າງເປັນທາງການ ນັບຕັ້ງແຕ່ ເດືອນມັງກອນ ເປັນຕົ້ນໄປ ພ້ອມທັງ ໃຫ້ຄຳໝັ້ນ ສັນຍາວ່າ: ຈະສືບຕໍ່ ສົມທົບກັບ ບັນດາ ປະເທດ ສະມາຊິກ ອາຊຽນ ແລະ ບັນດາ ປະເທດ ຄູ່ເຈລະຈາ ຂອງອາຊຽນ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມ ອາ ຊຽນ 2025 ແລະ ແຜນການ ສັງລວມ ສ້າງປະຊາຄົມ ໃນສາມເສົາຄ້ຳ ການເມືອງ – ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ – ສັງຄົມ ຢ່າງມີ ປະສິດທິຜົນ. ພ້ອມດຽວກັນນີ້ ບຣູໄນ ຈະສຸມໃສ່ ຂົງເຂດ ບຸລິມະສິດ ເຊິ່ງ ລວມມີ: ການສ້າງ ປະຊາຄົມ ໃຫ້ມີຄວາມກົມກ່ຽວ ແລະ ສ້າງຄວາມ ເຂັ້ມແຂງ ...
Read More »ຈີນ ຕັ້ງເປົ້າໃຫ້ປະຊາຊົນໄດ້ຮັບຢາປ້ອງກັນໂຄວິດ-19 ຢ່າງໜ້ອຍ 50 ລ້ານຄົນ
ຕາມຂ່າວຈາກຈີນ (SouthChinaMorningPost), ຈີນ ຕັ້ງເປົ້າໝາຍ ໃຫ້ປະຊາຊົນ ຢ່າງໜ້ອຍ 50 ລ້ານ ຄົນ ໄດ້ຮັບ ຢາປ້ອງກັນ ໂຄວິດ-19 ກ່ອນເຖິງວັນພັກຍາວ ໃນປີໃໝ່ຈີນ ທີ່ພວມມາເຖິງ ໃນໄລຍະ ຕົ້ນເດືອນກຸມພານີ້ ໂດຍຊີໂນຟາມ ຖືເປັນ ບໍລິສັດທຳອິດ ທີ່ສາມາດ ນຳໃຊ້ວັກຊິນ ຜ່ານການ ອະນຸມັດ ຈາກໜ່ວຍງານ ດ້ານການ ກວດສອບຢາຂອງ ລັດຖະບານຈີນ ໃຫ້ສາມາດ ໃຊ້ງານໄດ້ ເຊິ່ງເປົ້າໝາຍຫລັກ ຂອງຈີນ ຄືການສັກວັກຊິນ ໃຫ້ກັບ ຜູ້ມີອາຍຸ ລະຫວ່າງ 19-59ປີກ່ອນ ແລະ ວັກຊິນ ທຸກຫລອດ ມີລະຫັດ ທີ່ຈະບັນ ທຶກ ໝາຍເລກ ບັດປະຈຳຕົວ ປະຊາຊົນ ຂອງຜູ້ທີ່ ເຂົ້າຮັບ ວັກຊິນ ເພື່ອໃຫ້ງ່າຍ ຕໍ່ການຕິດຕາມ ແລະ ກວດກາ ຫາກເກີດບັນຫາ ຕາມຫລັງ. ຂອບໃຈແຫຼ່ງຂ່າວ: ຂປລ
Read More »