ທ່ານ ສີຈິ້ນຜິງ ກ່າວຄຳປາໄສໃນກອງປະຊຸມສຸດຍອດ ວ່າດ້ວຍການສົ່ງເສີມການຄ້າ ແລະ ການລົງທຶນໂລກ.

ວັນທີ 18 ພຶດສະພານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສໃນພິທີສະເຫຼີມສະຫຼອງການສ້າງຕັ້ງຄະນະກຳມະການສົ່ງເສີມການຄ້າສາກົນຂອງຈີນ ຄົບຮອບ 70 ປີ ແລະ ກອງປະຊຸມສຸດຍອດວ່າດ້ວຍການສົ່ງເສີມການຄ້າແລະ ການລົງທຶນໂລກ ຜ່ານທາງວິດີໂອ.

ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ປັດຈຸບັນ, ໂລກພວມປະເຊີນກັບສະພາບການປ່ຽນແປງທີ່ບໍ່ເຄີຍພົບເຫັນໃນຮອບຮ້ອຍປີ ແລະ ສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ເກີດຂຶ້ນຢ່າງສະຫຼັບສັບຊ້ອນ, ເສດຖະກິດໂລກາພິວັດໄດ້ປະສົບກັບພາຍຸລົມແດງ, ໂລກໄດ້ເຂົ້າສູ່ໄລຍະການປ່ຽນແປງ. ວົງການອຸດສາຫະກຳການຄ້າຂອງບັນດາປະເທດ ມີຄວາມປາຖະໜາຢາກມີສັນຕິພາບ ແລະ ການພັດທະນາ, ມີສຽງຮຽກຮ້ອງຢ່າງແຮງກ້າ ເຖິງຄວາມຍຸຕິທຳ ແລະ ຄວາມເປັນທຳ ແລະ ມີຄວາມປາຖະໜາຢ່າງຮີບດ່ວນກວ່າເກົ່າ ຢາກມີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

ທ່ານ ສີຈິ້ນຜິງ ໄດ້ມີຂໍ້ສະເໜີ 4 ຂໍ້ຄື: ໜຶ່ງ, ເຕົ້າໂຮມກຳລັງແຮງເຂົ້າກັນເພື່ອເອົາຊະນະພະຍາດ, ສອງ, ພັດທະນາການຄ້າແລະ ການລົງທຶນໃຫ້ຈະເລີນຄືນໃໝ່. ສາມ, ຢຶດໝັ້ນໃນການຊຸກຍູ້ການພັດທະນາດ້ວຍການປະດິດສ້າງ, ສີ່, ປັບປຸງການບໍລິຫານໂລກໃຫ້ສົມບູນຂຶ້ນ.

ທ່ານ ສີຈິ້ນຜິງ ຍັງກ່າວເນັ້ນໜັກຕື່ມວ່າ: ຈີນຈະສືບຕໍ່ສ້າງສະພາບແວດລ້ອມ ການດຳເນີນທຸລະກິດຕາມຫຼັກການຕະຫຼາດ, ຕາມກົດໝາຍ ແລະ ເຊື່ອມໂຍງ ເຂົ້າກັບສາກົນຢ່າງຕໍ່ເນື່ອງ, ປະຕິບັດສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໃນລະດັບສູງ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ສ້າງໂອກາດເຂົ້າເຖິງຕະຫຼາດ, ໂອກາດການລົງທຶນ ແລະ ໂອກາດການເຕີບໂຕທີ່ຫຼາຍກວ່າເກົ່າໃຫ້ແກ່ວົງການອຸດສາຫະກຳການຄ້າຂອງໂລກ. ຂໍໃຫ້ພວກເຮົາຈົ່ງເກາະແຂນຮ່ວມມືກັນ, ຢຶດໝັ້ນໃນຫຼັກການ “ສັນຕິພາບ, ການພັດທະນາ, ການຮ່ວມມື, ຕ່າງຝ່າຍຕ່າງ ມີຜົນປະໂຫຍດ”, ຮ່ວມກັນແກ້ໄຂບັນຫາຕ່າງໆທີ່ເສດຖະກິດໂລກ ກໍຄືການຄ້າ ແລະ ການລົງທຶນສາກົນພວມປະເຊີນຢູ່ໃນປັດຈຸບັນ ເພື່ອພ້ອມກັນກ້າວໄປ ສູ່ອະນາຄົດທີ່ດີງາມກວ່າເກົ່າ.

ຂໍ້ມູນຂ່າວ: ຊີອາໄອ

Comments