ມາກຣົງ ຊະນະການເລືອກຕັ້ງ ຈະດໍາລົງຕໍາແໜ່ງປະທານາທິບໍດີ ສະໄໝທີ2

ໄຊຊະນະຄັ້ງນີ້ເຮັດໃຫ້ປະທານາທິບໍດີ Emmanuel Macron ກາຍເປັນຜູ້ນໍາຝຣັ່ງຄົນທຳອິດໃນຮອບ 20 ປີ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນປະທານາທິບໍດີສະໄໝທີ 2 ຕິດຕໍ່ກັນ. ຄວ້າໄຊຊະນະໃນການເລືອກຕັ້ງດ້ວຍຄະແນນສຽງ 57% ຕໍ່43%

ຫຼັງຈາກ ໄດ້ຮັບໄຊຊະນະຈາກການເລືອກຕັ້ງແລ້ວ ທ່ານ ມາກຣົງ ໄດ້ກ່າວຂອບໃຈຜູ້ທີ່ສະໜັບສະໜູນທີ່ລົງຄະແນນເລືອກໃຫ້ຕົນເອງກັບເຂົ້າມາ. ແຕ່ໃນຂະນະດຽວກັນ ທ່ານ ມາກຣົງ ເອງກໍຍອມຮັບວ່າຫຼາຍຄົນຊ່ວຍລົງຄະແນນໃຫ້ຕົນເອງແມ່ນພຽງເພື່ອຢຸດຝ່າຍກົງກັນຂ້າມທີ່ມີແນວຄິດອະນຸລັກນິຍົມຂວາຈັດເທົ່ານັ້ນ ຄືກັບເຄີຍເກີດຂຶ້ນໃນການເລືອກຕັ້ງເມື່ອປີ 2017.

ຂໍ້ມູນ: the Guardian

Comments