Marcos Jr. ປະທານາທິບໍດີຟິລິບປິນຄົນໃໝ່ ຊະນະເລືອກຕັ້ງດ້ວຍຄະແນນທັງໝົດ 93.8%

Marcos Jr. ປະທານາທິບໍດີຟິລິບປິນຄົນໃໝ່ ຊະນະເລືອກຕັ້ງດ້ວຍຄະແນນທັງໝົດ 93.8% ສູງເພີ່ມເປັນ 2 ເທົ່າຂອງຄູ່ແຂ່ງ.

ໄຊຊະນະໃນການເລືອກຕັ້ງຄັ້ງນີ້ ເປັນຈຸດເລີ່ມຕົ້ນໃຫ້ຕະກູນ Marcos ຫວນຄືນສູ່ການປົກຄອງຟິລິບປິນ ຫຼັງຈາກເມື່ອ 36 ປີກ່ອນ ເກີດເຫດການປະຕິວັດເຮັດໃຫ້ອະດີດປະທານາທິບໍດີ Ferdinand Marcos ພໍ່ຂອງ Marcos Jr. ຈໍາເປັນຕ້ອງໄດ້ລີ້ໄພຢູ່ສະຫະລັດ.

ຄະນະກໍາມະການການເລືອກຕັ້ງຟິລິບປິນ ລາຍງານຜົນການນັບຄະແນນການເລືອກຕັ້ງ ຢ່າງບໍ່ເປັນທາງການ (COMELEC) ລະບຸວ່າ Marcos Jr. ໄດ້ຮັບຄະແນນສຽງ 29.9 ລ້ານສຽງ ສູງເພີ່ມເປັນສອງເທົ່າຂອງ Leni Robredo ຮອງປະທານາທິບໍດີ ໂດຍໄດ້ນັບຄະແນນທັງໝົດແລ້ວ 93.8%

ຄາດ​ວ່າ ຜູ້ນຳ​ຄົນ​ໃໝ່ ​ຂອງ​ຟີ​ລິບ​ປິນ ຈະ​ເຂົ້າຮັບ​ ຕຳ​ແໜ່​ງ ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 30 ​ເດືອນ​ມິຖຸນາ ​ໂດຍ​ຈະ​ມີ​ວາລະ​ ການ​ບໍລິຫານ​ ປະ​ເທດ ​ເປັນ​ເວລາ 6ປີ ​ແລະ ຈະ​ດຳລົງ​ຕຳ​ແໜ່​ງ ພຽງ​ສະ​ໄໝ​ດຽວ ​ເທົ່າ​ນັ້ນ.

ຂໍ້ມູນ: ກຸງເທບທຸລະກິດ

Comments