6 ເຫດຜົນຫຼັກ ທີ່ຫວຽດນາມດຶງດູດບໍລິສັດຕ່າງຊາດ

ປະຕິເສດບໍ່ໄດ້ວ່າປັດຈຸບັນຫວຽດນາມກຳລັງເນື້ອຫອມດຶງດູດການລົງທຶນຕ່າງປະເທດເຂົ້າມາໄດ້ຢ່າງຕໍ່ເນື່ອງ! ແລ້ວເຫດຜົນຫຍັງຫວຽດນາມຈຶ່ງຖືກໃຈບໍລິສັດຕ່າງປະເທດ?

ມີ 6 ປັດໄຈຫຼັກ ທີ່ຫວຽດນາມດຶງດູດນັກລົງທຶນໄດ້.

1. ຄວາມມີສະຖຽນລະພາບຂອງລັດຖະບານ ຫວຽດນາມປົກຄອງດ້ວຍລະບອບສັງຄົມນິຍົມ. ຜູ້ນຳປະເທດມີວິໄສທັດທີ່ຊັດເຈນໃນການບໍລິຫານປະເທດ ແລະ ມີຄວາມມຸ້ງໝັ້ນໃນການພັດທະນາເສດຖະກິດຢ່າງຈິງຈັງ ຊຶ່ງຊ່ວຍສ້າງຄວາມຫມັ້ນໃຈໃຫ້ແກ່ນັກລົງທຶນຕ່າງປະເທດ ທີ່ສົນໃຈເຂົ້າມາລົງທຶນໃນຫວຽດນາມ.

2. ຊັບພະຍາກອນທຳມະຊາດອຸດົມສົມບູນ ໂດຍສະເພາະພະລັງງານ ແລະ ແຮ່ທາດ ເຊັ່ນ ມີແຫຼ່ງນ້ຳມັນດິບກະຈາຍຢູ່ທົ່ວທຸກພາກ ເປັນປະເທດຜູ້ສົ່ງອອກນ້ຳມັນດິບລາຍສຳຄັນອັນດັບ 3 ຂອງພູມິພາກອາຊີຕາເວັນອອກສ່ຽງໃຕ້. ມີປະລິມານນ້ຳມັນເຊື້ອໄຟສຳຮອງ ເຊັ່ນ ກ໊າຊທຳມະຊາດ ປິໂຕລຽມ ແລະຖ່ານຫີນຢູ່ຫລາຍ ລວມທັງແຮ່ທາດສຳຄັນ ຄື ບອກໄຊ ໂປແຕດຊຽມ ແລະເຫຼັກ ນອກຈາກນີ້ ຍັງມີປ່າໄມ້ ມີຊັບພະຍາກອນດິນ ແລະນ້ຳຢ່າງພຽງພໍ ທັງໃນດ້ານປະລິມານແລະຄຸນນະພາບເອື້ອຕໍ່ການປູກຝັງ.

3. ເປັນຕະຫລາດຂະໜາດໃຫຍ່ທີ່ມີສັກກະຍະພາບ ຫວຽດນາມມີປະຊາກອນຫລາຍເຖິງ 90 ລ້ານຄົນ ຊາວຫວຽດນາມເລີ່ມມີກຳລັງຊື້ຫລາຍຂຶ້ນຕາມການຂະຫຍາຍຕົວທາງເສດຖະກິດ. ຊາວຫວຽດນາມສ່ວນໃຫຍ່ຕ້ອງການສິນຄ້າອຸປະໂພກບໍລິໂພກທີ່ມີຄຸນນະພາບດີຈຳນວນຫລາຍ ແລະ ເພີ່ມຂຶ້ນທຸກປີ

4. ເນັ້ນນະໂຍບາຍເປັນມິດກັບທຸກປະເທດ ຫວຽດນາມໃຫ້ຄວາມສຳຄັນກັບມິດປະເທດ ລວມເຖິງນະໂຍບາຍດ້ານຄວາມປອດໄພ ເຮັດໃຫ້ຫວຽດນາມບໍ່ເຄີຍຕົກເປັນເປົ້າໝາຍຂອງການກໍ່ການຮ້າຍ ແລະເກືອບບໍ່ມີບັນຫາອາດຊະຍາກອນຂັ້ນຮ້າຍແຮງ ປະກອບກັບຫວຽດນາມມີກົດຫມາຍທີ່ເຂັ້ມງວດແລະມີບົດລົງໂທດຮຸນແຮງ ສົ່ງຜົນໃຫ້ຫວຽດນາມເປັນປະເທດທີ່ມີຄວາມປອດໄພສູງແຫ່ງໜຶ່ງຂອງໂລກ ຊຶ່ງເປັນປັດໄຈສຳຄັນທີ່ເຮັດໃຫ້ນັກລົງທຶນເກີດຄວາມເຊື່ອໝັ້ນແລະຕັດສິນໃຈເຂົ້າໄປລົງທຶນ.

5. ໃຫ້ຄວາມສໍາຄັນກັບການພັດທະນາເສັ້ນທາງຄົມມະນາຄົມຂົນສົ່ງ ມີການພັດທະນາເສັ້ນທາງຄົມມະນາຄົມຂົນສົ່ງ ທັງທາງບົກ ທາງນ້ຳ ແລະທາງອາກາດ ຕະຫລອດຈົນ ສາທາລະນູປະໂພກຕ່າງໆ ໃຫ້ມີຄວາມສະດວກແລະທັນສະໄໝຍິ່ງຂຶ້ນ ເພື່ອຮອງຮັບການຂະຫຍາຍຕົວຂອງເສດຖະກິດ ໂດຍສະເພາະການພັດທະນາເສັ້ນທາງເສດຖະກິດແນວຕາເວັນອອກ-ຕາເວັນຕົກ (East-West Economic Corridor: EWEC)

6. ຄວາມໄດ້ປຽບດ້ານແຮງງານ ຊາວຫວຽດນາມ 48 ລ້ານຄົນ ຫລືຄິດເປັນ 55% ຂອງຈຳນວນປະຊາກອນຫວຽດນາມທັງໝົດຢູ່ໃນໄວເຮັດວຽກ ມີອາຍຸລະຫວ່າງ 15-64 ປີ ແລະ ອັດຕາການຮູ້ຫນັງສືຂອງຊາວຫວຽດນາມສູງກວ່າ 90 % ຂອງປະຊາກອນ ເຮັດໃຫ້ຫວຽດນາມມີແຮງງານຄຸນນະພາບຈຳນວນຫລາຍ ອັດຕາຄ່າຈ້າງແຮງງານຕ່ຳ ແລະຢັງສາມາດຫາແຮງງານໄດ້ງ່າຍ ນາຍຈ້າງສາມາດຮັບສະໝັກແຮງງານໄດ້ໂດຍກົງ ບໍ່ຕ້ອງຜ່ານກະຊວງແຮງງານຂອງຫວຽດນາມ ໃນຂະນະດຽວກັນ ຊາວຫວຽດນາມກໍມີຄວາມສົນໃຈສະໝັກງານໂດຍສະເພາະກັບບໍລິສັດຕ່າງຊາດ ຊຶ່ງທັງໝົດນີ້ເປັນຈຸດແຂງຂອງຕະຫລາດແຮງງານໃນຫວຽດນາມ

ຂໍ້ມູນ: thairath

Comments