ຍີ່ປຸ່ນເຮັດນາແນວໃດໃຫ້ຂາຍເຂົ້າໄດ້ 40ພັນກີບ/ກິໂລ

ການປະຕິຮູບປະເທດຫຼັງສົງຄາມ ແລະ ການຄວບຄຸມການຄອບຄອງທີ່ດິນ ສົ່ງຜົນໃຫ້ຊາວນາຍີ່ປຸ່ນສາມາດຄອບຄອງທີ່ດິນໄດ້ຂະໜາດນ້ອຍ ສ່ວນໃຫຍ່ຄອບຄອງໄດ້ບໍ່ເກີນ 1 ເຮັກຕາ ເນື່ອງຈາກມີພື້ນທີ່ຈຳກັດ ເຮັດໃຫ້ການພັດທະນາພັນເຂົ້າ ແລະ ວິທີການປູກ ມຸ່ງເນັ້ນໄປໃສ່ການເພີ່ມຜົນຜະລິດຕໍ່ໄຮ່ໃຫ້ສູງຂຶ້ນ.

ອີກປະເດັນສຳຄັນຄືເລື່ອງລາຄາເຂົ້າໃນປະເທດຍີ່ປຸ່ນມີລາຄາສູງເນື່ອງຈາກເຂົ້າຖືກຍົກໃຫ້ເປັນແຫຼ່ງອາຫານຫຼັກຂອງປະເທດ ຄວາມໝັ້ນຄົງທາງດ້ານອາຫານຈຶ່ງເປັນນະໂຍບາຍຫຼັກຂອງລັດຖະບານນັບແຕ່ອະດີດເປັນຕົ້ນມາ. ເພື່ອຄວບຄຸມລາຄາເຂົ້າໃນຕະຫຼາດລັດຖະບານຈຶ່ງປຽບເໝືອນພໍ່ຄ້າຄົນກາງ ເພາະລັດຖະບານຈະເປັນຜູ້ຮັບຊື້ ແລ້ວຂາຍຕໍ່ໃຫ້ພໍ່ຄ້າປີກ. ແຖມຍັງມີການຕັ້ງກຳແພງພາສີນໍາເຂົ້າທີ່ສູງເຖິງ 777% ເພື່ອປ້ອງກັນບໍ່ໃຫ້ລາຄາເຂົ້າໃນປະເທດຕົກຕໍ່າ

ອີກສ່ວນໜຶ່ງແມ່ນທາຈາກການແປຮູບ ແລະ ຕໍ່ຍອດຜະລິດຕະພັນກໍເປັນສ່ວນສໍາຄັນທີ່ຄໍ້າລາຄາເຂົ້າຂອງຍີ່ປຸ່ນມາໂດຍຕາຫຼອດ ເຊັ່ນ: ແປ້ງເຂົ້າໜົມໂມຈິ, ເຫຼົ້າສາເກ ລ້ວນແຕ່ໃຊ້ວັດຖຸດິບຫຼັກຄືເຂົ້າຍີ່ປຸ່ນ. ຈາກການສະໜັບສະໜູນທາງພາກລັດ ລວມເຖິງການບໍລິໂພກ ແລະ ຕໍ່ຍອດຜະລິດຕະພັນເຮັດໃຫ້ລາຄາເຂົ້າສານໃນຍີ່ປຸ່ນ ມີລາຄາຕັ້ງແຕ່ 300 ຫາ 400 ເຢນ ປະມານ 80 ຫາ 105 ບາດຕໍ່ກິໂລ.

ຂໍ້ມູນ: ລົງທຶນແມນ

Comments