ຂ່າວດີ!!! ຈະບໍ່ນ່າລຳຄານອີກຕໍ່ໄປແລ້ວ Google ຈະບ໋ອກໂຄສະນາໃນເວັບໄຊແບບນີ້….

ເຊື່ອວ່າຫຼາຍຄົນ ກໍມັກຈະພົບບັນຫາດຽວກັນ ທີ່ເຮົາຄຼິກເຂົ້າໄປອ່ານຂໍ້ມູນ ຫຼືເບິ່ງຄຼິບວີດີໂອຕ່າງໆ ກໍມັກຈະມີໂຄສະນາເດັ່ງຂຶ້ນມາ ຫຼື ມີໂຄສະນາເຕັມໜ້າເວັບ ໃຫ້ກົດອອກແບບນ່າເບື່ອນ່າເບື່ອແມ່ນບໍ່? ແຕ່ຕໍ່ໄປນີ້ ເຮົາທຸກຄົນຈະບໍ່ພົບບັນຫານີ້ອີກຕໍ່ໄປ ເນື່ອງຈາກ Google Chrome ຈະມີການບ໋ອກໂຄສະນາທີ່ນ່າລຳຄານ ຢູ່ໃນເວັບທົ່ວໂລກ ໃນວັນທີ 9 ກໍລະກົດ 2019 ນີ້.

ບາວເຊີ້ ມະຫາຊົນ Google Chrome ໄດ້ມີການເປີດຕົວລະບົບລ໋ອກໂຄສະນາທີ່ສ້າງຄວາມນ່າລຳຄານ ນ່າເບື່ອ ອອກຈາກເວັບໄຊຕ່າງໆ ໂດຍໄດ້ເລີ່ມຕົ້ນນຳໃຊ້ຢູ່ໃນ ອາເມລິກາເໜືອ ແລະ ເອີຣົບ ແລ້ວໃນປີຜ່ານມາ ແລະ ລ່າສຸດປະກາດຈະໃຊ້ຟີເຈີນີ້ທົ່ວໂລກໃນວັນທີ 9 ກໍລະກົດ 2019 ນີ້.

ຕົວຢ່າງໂຄສະນາ ທີ່ມີຄວາມສ່ຽງຈະຖືກບ໋ອກເຊັ່ນ: 

1. ໂຄສະນາ pop-up ບັງພື້ນທີ່ໜ້າຈໍ ເດືອດຮ້ອນຜູ້ອ່ານຕ້ອງກົດປິດ

2. ໂຄສະນາທີ່ມີສຽງໂດຍຜູ້ໃຊ້ຍັງບໍ່ໄດ້ກົດເປີດໃຫ້ຫຼິ້ນ

3. ໂຄສະນາທີ່ບັງຄັບໃຫ້ເບິ່ງ ແລະ ມີການນັບຖອຍຫຼັງເຖິງ 0 ຈຶ່ງສາມາດປິດໄດ້.

4. ໂຄສະນາທີ່ໃຫຍ່ກິນພື້ນທີ່ເຄິ່ງໜ້າເວັບຂຶ້ນໄປ.

5. ໜ້າເວັບທີ່ມີໂຄສະຫຼາຍສິນຄ້າເກີນໄປ ກິນເນື້ອທີ່ເກີນ 30% ຂອງໜ້າເວັບ.

6. ໂຄສະນາໜ້າເວັບສຳລັບມືຖື ຫຼື ໃນແອັບ ທີ່ສ້າງດ້ວຍໂປຣແກຣມ Flash Animation

ຖ້າໂຄສະນາໃດ ໃນເວັບໄຊໃດ ຫາກຖືກກັບຂໍ້ໃດຂໍ້ໜຶ່ງ ໃນ 6 ຂໍ້ທີ່ກ່າວມາຂ້າງເທີງນີ້ ກໍອາດຈະຖືກບ໋ອກໄດ້. ດັ່ງນັ້ນ, ເຈົ້າຂອງແບຣນ ຫຼື ຝ່າຍຜູ້ຜະລິດໂຄສະນາກໍຕ້ອງພິຈາລະນາກວດສອບໂຄສະນາຂອງຕົນເອງໄວ້ກ່ອນລ່ວງໜ້າໄດ້ທີ່  google.com/webmasters/tools/ad-experience-unverified
ຂໍ້ມູນຈາກ
blog.chromium.org/2019/01/building-better-world-wide-web.html
ຮູບພາບຈາກ
betterads.org/standards

Comments