Life Stlye

ຜູ້ຊາຍຄວນແຕ່ງຕົວແນວໃດ ໃຫ້ມີຄວາມໜ້າເຊື່ອຖື.

ບັນດາທ່ານ ສິ່ງທີ່ສ້າງຄວາມໜ້າເຊື່ອຖືໃຫ້ກັບນັກທຸລະກິດທັງຫຼາຍ ນອກເໜືອຈາກເລື່ອງຄວາມສາມາດໃນການບໍລິຫານ ຈັດການ ແລະ ເງິນທຶນແລ້ວ ໜ້າຕາຂອງອົງກອນກໍເປັນອີກໜຶ່ງປັດໃຈ ທີ່ມີຄວາມສໍາຄັນບໍ່ໜ້ອຍໄປກວ່າກັນ ເຊິ່ງໃນຖານະທີ່ທ່ານເປັນໜຶ່ງໃນຜູ້ບໍລິຫານ ຫຼື ພະນັກງານຂອງອົງກອນກໍຕາມ ຄວນໃສ່ໃຈບຸກຄະລິກຂອງຕົນເອງເຊັ່ນກັນ ສະນັ້ນ ເຮົາລອງມາເບິ່ງເຄັດລັບດີໆ ເລື່ອງແຕ່ງກາຍແນວໃດໃຫ້ມີຄວາມໜ້າເຊື່ອຖື. ທໍາອິດເລີຍທີ່ທ່ານຕ້ອງຄິດເຫັນຄື: Back to basic ກັບເສື້ອ Shirt ສີຂາວ ເຖິງວ່າໂລກຂອງ Fashions ຈະໝູນວຽນປ່ຽນໄປຂະໜາດໃດ ເສື້ອສີຂາວກໍຍັງເປັນສິ່ງທີ່ຜູ້ຊາຍທຸກຄົນຄວນມີຕິດຕູ້ ເພາະມັນເປັນເສື້ອທີ່ໃສ່ໄດ້ຫຼາກຫຼາຍໂອກາດ ຈັບຄູ່ໄດ້ກັບໂສ້ງທຸກແບບ ແລະ ເໝາະສົມກັບເຄື່ອງປະດັບນາໆຊະນິດ ນອກນັ້ນຍັງຊ່ວຍເພີ່ມບຸກຄະລິກຂອງທ່ານໃຫ້ເປັນຜູ້ຊາຍທີ່ສະອາດໜ້າເຊື່ອຖືໄດ້ນໍາອີກ,  ອີກຂໍ້ສໍາຄັນບໍ່ຄວນລືມຢ່າງໜຶ່ງກໍຄື ຄວາມຍາວຂອງແຂນເສື້ອ ຄວນບອກໃຫ້ຊ່າງຕັດໃຫ້ພໍດີໄປສຸດກັບຂໍ້ມືຂອງທ່ານ ບໍ່ສັ້ນ ຫຼື ບໍ່ຍາວຈົນເກີນໄປ. ການເລືອກ ລາຍລະອຽດມະຍິກມະຍ່ອຍ ຂອງການຈັບ”ເນັກໄທ້”ມາໃສ່ກັບເສື້ອກໍສໍາຄັນເຊັ່ນກັນ ເພາະການເລືອກກໍຕ້ອງພິຖີພິຖັນ ບໍ່ແມ່ນຈັບອັນໃດມາໃສ່ກໍໄດ້ ເພື່ອສ້າງບຸກຄະລິກຕົວເອງໃຫ້ ມີຄວາມໜ້າເຊື່ອຖືພ້ອມ. ເສື້ອທັບນອກ ບາງເທື່ອເສື້ອສູດໂຕເກົ່າໆ ກໍເບິ່ງໜ້າເບື່ອໄປຫຼາຍ ລອງມາໃສ່ Blazer ຂະໜາດພໍດີຕົວລອງເບິ່ງ ແລ້ວທ່ານຈະພົບ Look ທີ່ແຕກຕ່າງ. ເຄື່ອງປະດັບຫ້າມເບິ່ງຂ້າມ ເຖິງວ່າຈະເປັນຜູ້ຊາຍແຕ່ເຄື່ອງປະດັບກໍເປັນສິ່ງທີ່ຂາດບໍ່ໄດ້ເຊັ່ນກັນ ບໍ່ວ່າຈະເປັນໂມງ, ກິບໜີບເນັກໄທ້, ຜ້າແພມົນໃນກະເປົ໋າເສື້ອ ຫຼື ແວ່ນກັນແດດເປັນຕົ້ນ, ແຕ່ທີ່ເວົ້າມາທັງໝົດບໍ່ແມ່ນທ່ານຈະຕ້ອງເອົາໃສ່ທຸກສິ່ງດອກ ...

Read More »

ສິ່ງທີ່ຄວນຮູ້!!! ສໍາລັບໃຜທີ່ສົນ ເຮັດທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ໃນ ສປປ ລາວ

ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງກໍານົດເງື່ອນໄຂໃນການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ທີ່ສາກົນນໍາໃຊ້ ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ ສະບັບເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019. ໃນຂໍ້ຕົກລົງ ໄດ້ກໍານົດບັນດາຫຼັກການ, ລະບຽບການ ແລະ ຂັ້ນຕອນໃນການຂໍອະນຸຍາດດໍາເນີນທຸລະກິດ ແລະ ຂອບເຂດການເຄື່ອນໄຫວກ່ຽວກັບການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ເພື່ອເຮັດການດໍາເນີນກິດຈະການດັ່ງກ່າວ ມີຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. ບຸກຄົນ, ນິຕິບຸກຄົນ ທີ່ສົນໃຈຈະດໍາເນີນທຸລະກິດ ນໍາເຂົ້າ ແລະ ສົ່ງອອກ ຄໍາ ທີ່ສາກົນນໍາໃຊ້ ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ ຕ້ອງມີເງືອນໄຂ ແລະ ປະກອບເອກະສານ ຕາມທີ່ໄດ້ກໍານົດໃນ ຂໍ້ຕົກລົງ 461/ທຫລ. ຜູ້ທີ່ມີເງື່ອນໄຂໃນການຂໍອະນຸຍາດດໍາເນີນທຸລະກິດ: ໄດ້ຮັບການຂື້ນທະບຽນວິສາຫະກິດ; ທຶນຈົດທະບຽນຕໍ່າສຸດ 20 ຕື້ (ຊາວຕື້) ກີບ; ມີແຜນດໍາເນີນທຸລະກິດ ທີ່ມີປະສິດທິຜົນ; ມີສະຖານທີ່ຕັ້ງສໍານັກງານ ແລະ ຮັບປະກັນຄວາມປອດໄພໃນການບໍລິການ; ບໍ່ເຄີຍຖືກສານຕັດສິນລົງໂທດໃນສະຖານຍັກຍອກຊັບ ລື ສໍ້ໂກງຊັບ; ບໍ່ເຄີຍຖືກຖອນໃບອະນຸຍາດດໍາເນີນທຸລະກິດ ...

Read More »

4 ຂັ້ນຕອນສ້າງທຸລະກິດໃຫ້ເປັນທີ່ຮູ້ຈັກໃນໂລກອອນລາຍ.

ທຸລະກິດທີ່ສ້າງຂຶ້ນມາຈະເປັນທີ່ຮູ້ຈັກໄດ້ນັ້ນຕ້ອງອາໄສຫຼາກຫຼາຍວິທີ ແລະ ການສ້າງຕົວຕົນໃນໂລກອອນລາຍ ກໍເປັນໜຶ່ງໃນວີທີທີ່ມີປະສິດທິພາບ  ເພາະທຸກມື້ນີ້ ທຸກຄົນຕ່າງກໍໃຊ້ອິນເຕີເນັດ ທຸລະກິດຈຶ່ງຕ້ອງປັບປຸງແນ່ເປົ້າໝາຍໄປທາງສື່ອອນໄລຫຼາຍຂຶ້ນ ບໍ່ເວັ້ນແຕ່ທຸລະກິດນ້ອຍ, ໃຫຍ່ ເຊິ່ງຖ້າຫາກຢາກເຮັດໃຫ້ສິນຄ້າເປັນທີ່ຮູ້ຈັກ ມື້ນີ້ວາລະສານ ທາເກັດມີ 4 ຂັ້ນຕອນໃນການສ້າງທຸລະກິດໃນໂລກອອນລາຍ ມາແນະນໍາດັ່ງນີ້: ສ້າງ Content ທີ່ມີປະໂຫຍດ ແລະ ໜ້າສົນໃຈ: ສ້າງຫົວຂໍ້ທີ່ອ່ານງ່າຍແຕ່ມີປະສິດທິພາບ ເພື່ອຈູງໃຈໃຫ້ຊື້ສິນຄ້າ ເຊິ່ງອາດຈະສ້າງ Content ທີ່ໃຫ້ປະໂຫຍດ ຊ່ວຍເຫຼືອໃຫ້ຄໍາຕອບໃນສິ່ງທີ່ສົງໃສ ແລະ ສະແດງຄວາມຮູ້, ຄວາມຊ່ຽວຊານອອກມາຜ່ານ Content ເພື່ອໃຫ້ເກີດຄວາມໜ້າເຊື່ອຖື ແລະ ເຮັດໃຫ້ຕິດຕາມຕໍ່ໄປ. Review ໃຫ້ລູກຄ້າ: ຜູ້ບໍລິໂພກຍຸກນີ້ເປັນປະເພດມັກຫາຄວາມຮູ້ໃຫ້ໝັ້ນໃຈກ່ອນທີ່ຈະຕັດສິນໃຈຊື້ ຫຼື ໃຊ້ບໍລິການ ເມື່ອຮູ້ເຖິງຈຸດນີ້ແລ້ວພຽງແຕ່ເວັບໄຊ໌ ທ່ານມີ Review ສິນຄ້າແຕ່ລະຢ່າງໃນແງ່ບວກຈາກຜູ້ໃຊ້ 2-3 ຄອມເມັ້ນ ກໍຈະເຮັດໃຫ້ຜູ້ບໍລິໂພກຮູ້ສຶກສະບາຍໃຈ, ເຊື່ອໝັ້ນ ແລະ ຢາກທົດລອງໃຊ້ສິນຄ້າຂອງທ່ານທັນທີ ແຕ່ທັງນີ້ Review ສິນຄ້າຕ້ອງມີຄວາມຊື່ສັດ ແລະ ຕ້ອງເປັນຄວາມຈິງ. ສ້າງວີດີໂອທີ່ສື່ເຖິງສິນຄ້າຂອງທ່ານ: ການເບິ່ງເຫັນຈະນໍາໄປສູ່ຄວາມເຊື່ອໝັ້ນ ຄວນສ້າງວີດີໂອທີ່ສະແດງເຖິງສິນຄ້າ ແລະ ການບໍລິການຂອງທ່ານວ່າດີແບບໃດ, ໃຊ້ງານກັບຫຍັງໄດ້ແດ່, ສະດວກສະບາຍແບບໃດ ...

Read More »

A vibrant hub in Vientiane for creatives & entrepreneurs to explore

For daring businesses and audacious go-getters based in Vientiane, it is always a headache to look for an flexible and  innovative workspace, given the fact that the leasing office market is dominated by traditional four-walled, stuffy workstations. Toong Coworking Space is the response to this hunger. Situated within an A-level office complex which is directly connected to the 5-star Crowne ...

Read More »

ຖາມໂຕເອງກ່ອນວ່າ…ຈໍາເປັນບໍ່ທີ່ຕ້ອງຊື້ລົດ

ການມີລົດຖືວ່າເປັນການເພິ່ມຄ່າໃຊ້ຈ່າຍໃຫ້ຫຼາຍຂຶ້ນບໍ່ວ່າຈະເປັນຄ່າຜ່ອນ, ຄ່າບໍາລຸງຮັກສາ, ຄ່າປະກັນໄພ ຄ່ານໍ້າມັນ ດັ່ງນັ້ນກ່ອນຕັດສິນໃຈຊື້ລົດຄວນພິຈາລະນາວ່າມີຄວາມຈໍາເປັນໃນການໃຊ້ລົດຫຼາຍນ້ອຍປານໃດ ຄຸ້ມຄ່າກັບພາລະຄ່າໃຊ້ຈ່າຍຫຼືບໍ່. 1. ມີເງິນທ້ອນພຽງພໍກັບຄ່າໃຊ້ຈ່າຍທີ່ເກີດຈາກການຊື້ລົດ ຫຼື ບໍ່: ຂໍ້ນີ້ສໍາຄັນຫຼາຍເປັນເລື່ອງທໍາອິດທີ່ຕ້ອງພິຈາລະນາໃຫ້ດີກ່ອນຕັດສິນໃຈເພາະຖ້າຊື້ລົດຄັນໜຶ່ງກໍມີຄ່າໃຊ້ຈ່າຍຫຼາຍຢ່າງ ນອກຈາກຄ່າຜ່ອນແລ້ວຍັງມີທັງປະກັນໄພ, ຄ່ານໍ້າມັນເມື່ອເອົາມາລວມໆກັນແລ້ວກໍເປັນຫຼາຍແສນຕໍ່ເດືອນດັ່ງນັ້ນຢາກໃຫ້ລອງຄິດໄລ່ເບິ່ງກ່ອນວ່າ ເງິນທ້ອນໃນແຕ່ລະເດືອນຂອງເຮົາພຽງພໍກັບຄ່າໃຊ້ຈ່າຍທີ່ຈະເພີ່ມຂຶ້ນມາ ຫຼື ບໍ່ ຖ້າຍັງບໍ່ພໍ ກໍບໍ່ຄວນຊື້ລົດຕອນນີ້ ແຕ່ຖ້າຫາກຈໍາເປັນທີ່ຈະຕ້ອງໃຊ້ລົດກໍຕ້ອງວາງແຜນປັບຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນລົງ ຫຼື ພະຍາຍາມຫາລາຍໄດ້ເພີ່ມຂຶ້ນເພື່ອໃຫ້ພຽງພໍກັບຄ່າໃຊ້ຈ່າຍຕ່າງໆທີ່ຈະຕາມມາຈາກການຊື້ລົດ. 2. ຢູ່ຄົນດຽວ ຫຼື ມີຄອບຄົວ: ຖ້າມີຄອບຄົວຄວາມຈໍາເປັນໃນການຊື້ລົດຈະຫຼາຍກວ່າຄົນໂສດທີ່ຢູ່ຄົນດຽວ ເພາະມີພາລະທີ່ຕ້ອງເບິ່ງແຍງເພີ່ມຂຶ້ນທັງຄູ່ຊີວິດ ແລະ ລູກໆ ແຕ່ຖ້າມີລົດຈະຊ່ວຍອໍານວຍຄວາມສະດວກໃຫ້ເຮົາໄດ້ຫຼາຍກວ່າເຊັ່ນ: ສາມາດຂັບລົດໄປສົ່ງລູກທີ່ໂຮງຮຽນ, ສົ່ງພັນລະຍາໄປເຮັດວຽກ ຫຼື ຂັບລົດໄປທ່ຽວກັນໄດ້ທັງຄອບຄົວ. ສ່ວນຄົນໂສດຖືວ່າບໍ່ໄດ້ມີພາລະທີ່ຕ້ອງເບິ່ງແຍງຫຼາຍສາມາດໄປໃສມາໃສໄດ້ຄົນດຽວໄດ້ໂດຍໃຊ້ລົດໂດຍສານສາທາລະນະຕ່າງໆໄດ້ຢ່າງສະດວກ ຄວາມຈໍາເປັນໃນການຊື້ລົດຈຶ່ງໜ້ອຍລົງກວ່າຄົນທີ່ມີຄອບຄົວ ດັ່ງນັ້ນແລ້ວລົດທີ່ຊື້ມາອາດບໍ່ກຸ້ມຄ່າກໍໄດ້. 3. ບ່ອນເຮັດວຽກຢູ່ສະຖານທີ່ ທີ່ມີລະບົບຂົນສົ່ງມວນຊົນທົ່ວເຖິງ ຫຼື ບໍ່: ຖ້າບ່ອນເຮັດວຽກຂອງເຮົາຢູ່ໃນເຂດທີ່ມີລະບົບຂົນສົ່ງມວນຊົນທົ່ວເຖິງ ຄວາມຈໍາເປັນໃນການຊື້ລົດກໍຈະໜ້ອຍລົງ ເພາະເຮົາສາມາດໄປເຮັດວຽກດ້ວຍລົດໂດຍສານສາທາລະນະໄດ້, ສາມາດໄປເຖິງຈຸດໝາຍໄດ້ໄວ ແລະ ຄ່າເດີນທາງຍັງບໍ່ແພງອີກ ແຕ່ຖ້າບ່ອນເຮັດວຽກໃຜທີ່ຢູ່ໄກ ຫຼື ຕ້ອງໄປເຮັດວຽກຕ່າງແຂວງທີ່ລະບົບຂົນສົ່ງມວນຊົນຍັງບໍ່ເຂົ້າເຖິງກໍອາດຈໍາເປັນຕ້ອງຊື້ລົດເພື່ອຄວາມສະດວກ ແລະ ປອດໄພໃນການເດີນທາງໄກ. 4. ອາຊີບທີ່ເຮັດຈໍາເປັນຕ້ອງໃຊ້ລົດ ຫຼື ບໍ່: ຖ້າອາຊີບທີ່ເຮັດຢູ່ປັດຈຸບັນຈໍາເປັນຕ້ອງໄປຫາລູກຄ້າ ຫຼື ຕິດຕໍ່ກັບຜູ້ຄົນຢູ່ນອກສະຖານທີ່ເຊັ່ນ: ...

Read More »

ພຶດຕິກໍາຂອງລູກຄ້າສະໄໝນີ້!!! ລອງຢູ່ຮ້ານ ຊື້ຢູ່ເວັບແທ້ ຫຼືບໍ່?

ເພາະຄົນປັດຈຸບັນມັກໃນຄວາມສະດວກສະບາຍຫຼາຍຂຶ້ນ! ຈຶ່ງເຮັດໃຫ້ຈໍານວນຂອງຜູ້ປະກອບການທາງ Online ຫຼາຍຂຶ້ນໄປນໍາ…ແຕ່ທ່ານຢ່າລືມວ່າ ລູກຄ້າກໍມັກຈະຊື້ສິນຄ້າທີ່ໄດ້ທົດລອງ ແລະ ໄດ້ສຳຜັດກ່ອນສະເໝີ. ຜູ້ປະກອບການສ່ວນຫຼາຍຄິດວ່າ ມີພຽງໜ້າຮ້ານ Online ກໍພຽງພໍ ເພາະສາມາດຕອບໂຈດ Life Style ຂອງລູກຄ້າຍຸກນີ້ທີ່ຮັກມັກຄວາມສະດວກສະບາຍ ບໍ່ຢາກເສຍເວລາເດີນທາງໄປຮ້ານຄ້າ, ຕໍ່ຄິວຈ່າຍເງິນ ຫຼືແຍ້ກັນກັບຜູ້ຄົນ ແຕ່ຈາກຜົນການວິໄຈຂອງລູກຄ້າຂອງ Criteo ບໍລິສັດດ້ານເຕັກໂນໂລຊີ ລະບຸວ່າ ລູກຄ້າຫຼາຍກວ່າ 76% ຕ້ອງການທົດລອງສິນຄ້າກ່ອນຊື້ ແລະ ຖ້າປະທັບໃຈຈະສັ່ງຊື້ສິນຄ້ານັ້ນຜ່ານຊ່ອງທາງ Online. ສໍາລັບພຶດຕິກໍາສັ່ງຊື້ສິນຄ້າຂ້າມຊ່ອງທາງນັ້ນ 17% ຂອງລູກຄ້າທີ່ຊື້ສິນຄ້າຜ່ານ Online ແລະ ຈະໄປຮັບສິນຄ້າທີ່ໜ້າຮ້ານ Offline,   15% ຕັດສິນໃຈຊື້ສິນຄ້າຜ່ານຊ່ອງທາງ Online ຫຼັງຈາກເຫັນສິນຄ້າຕົວຈິງໃນຮ້ານ Offline ມາກ່ອນ ແລະ  11% ສັ່ງສິນຄ້າຜ່ານ Smart Phone ຂະນະທີ່ຢູ່ໃນຮ້ານຂອງສິນຄ້ານັ້ນໆ.  ເຊິ່ງເຫດຜົນຂອງນັກ Shopping ທີ່ມັກສັ່ງຊື້ສິນຄ້າຜ່ານຊ່ອງທາງ Online ແທນການຊື້ຜ່ານຮ້ານ Offline,  68% ບອກວ່າສົ່ງຄືນສິນຄ້າໄດ້ຟຣີ,  64% ມີສ່ວນຫຼຸດຢູ່ຕະຫຼອດ, 47% ຮູບສິນຄ້າໜ້າສົນໃຈ, 44% ...

Read More »

7 ຄຸນສົມບັດຂອງຫົວໜ້າ ທີ່ລູກນ້ອງຈະຮັກ

ຜູ້ບໍລິຫານທີິ່ດີ ບໍ່ພຽງແຕ່ຕ້ອງເກັ່ງໃນເລື່ອງວຽກງານ ການວິເຄາະການຕະຫຼາດ ແລະ ການວາງແຜນທຸລະກິດເທົ່ານັ້ນ ແຕ່ຈະຕ້ອງເກັ່ງບໍລິຫານບຸກຄະລາກອນໃຫ້ໄດ້ພ້ອມ ເພາະທຸລະກິດບໍ່ມີທາງຈະຂັບເຄື່ອນໄດ້ດີ ຖ້າບໍ່ໄດ້ໃຈລູກນ້ອງ. ມີຄວາມເປັນຜູ້ນຳ (Leadership): ການສະແດງອອກເຖິງຄວາມຮັບຜິດຊອບຕໍ່ຜົນງານ ຫຼື ວຽກງານທີ່ເກີດຂຶ້ນຈາກສະມາຊິກຂອງຕົນ ແລະ ສາມາດດຶງດູດຈິດໃຈໃຫ້ຜູ້ອື່ນປະຕິບັດຕາມແຜນງານທີ່ກຳນົດໄວ້ດ້ວຍຄວາມເຕັມໃຈ ແລະ ເປັນທີ່ຍອມຮັບຂອງສະມາຊິກທຸກຄົນ. ມີຄວາມຍຸຕິທຳ (Fair): ຄວາມສະເໝີພາບໃນການຕັດສິນໃຈ ຫຼື ໃຫ້ຄວາມສຳຄັນກັບຄົນໃດ ຫຼື ສິ່ງໃດ ໂດຍບໍ່ບ່ຽງຊ້າຍ-ຂວາຫຼື ຝ່າຍໃດຝ່າຍໜຶ່ງເດັດຂາດ ຮັບຝັງທັງສອງຢ່າງເປັນກາງ ແລະ ຕັດສິນຢ່າງເດັດຂາດ. ມີຄວາມຮັບຜິດຊອບ (Responsibility): ຕໍ່ໜ້າທີ່ວຽກງານຂອງຕົນຢ່າງເຄັ່ງຄັດ, ກ້າຮັບຜິດຊອບຜົນງານຕ່າງໆທີ່ເກີດຂຶ້ນ ທັງດີ ແລະ ບໍ່ດີ, ເອົາໃຈໃສ່ວຽກງານ, ຊ່ວຍເຫຼືອລູກນ້ອງທີ່ຕົນຮັບຜິດຊອບ ແລະ ເຮັດວຽກຂອງຕົນຢ່າງເຕັມຄວາມສາມາດ, ເຊິ່ງບໍ່ແມ່ນການໂຍນວຽກໃຫ້ແຕ່ລູກນ້ອງເຮັດພຽງຝ່າຍດຽວ ແຕ່ຕົນຕ້ອງເປັນຄົນໃຫ້ການຊ່ວຍເຫຼືອ ແລະ ແນະນຳ. ເປີດໃຈຮັບຟັງຄວາມຄິດເຫັນ (Problem solving): ຕ້ອງຍອມຮັບ ແລະ ເຂົ້າໃຈ ວ່າຄົນເຮົາແຕ່ລະຄົນ, ຕ່າງບ່ອນມາ, ຕ່າງການສຶກສາ, ການລ້ຽງດູ ຍ່ອມມີຄວາມຄິດທີ່ແຕກຕ່າງກັນ ແລະ ຄົນທຸກຄົນຍ່ອມມີຄວາມຄິດເປັນຂອງຕົນເອງ ແລະ ສິດທິທີ່ຈະສະເໜີຄວາມຄິດເຫັນຂອງຕົນເອງ ການຈະຄິດໄດ້ກວ້າງນັ້ນຈະຕ້ອງອາໄສການລະດົມສະໝອງ ...

Read More »

5 ສັນຍານເຕືອນ ຮອດເວລາຊອກວຽກໃໝ່ໃຫ້ໄດ້ດີກວ່າເກົ່າ

“ຈົ່ງຮັກໃນສິ່ງທີ່ເຮັດ” ສິ່ງທີ່ໄດ້ຍິນຕະຫຼອດໂດຍສະເພາະເວລາທີ່ມີຄົນຈົ່ມວ່າເບື່ອວຽກ ຢາກປ່ຽນວຽກ ກໍຈະມີສຸພາສິດນີ້ມາເຕືອນສະຕິຢູ່ສະເໝີ, ແມ່ນຢູ່ວ່າຄົນເຮົາເລືອກເຮັດໃນສິ່ງທີ່ຕົນເອງມັກບໍ່ໄດ້ຕະຫຼອດເວລາ ແຕ່ກໍມີຫຼາຍກໍລະນີທີ່ອົດທົນຢູ່ກັບສິ່ງທີ່ບໍ່ແມ່ນ ຍິ່ງຈະເພີ່ມຄວາມທຸກຈົນສົ່ງຜົນເສຍຕາມມາຫຼາຍຢ່າງ. ເຊິ່ງເຮົາຈະຮູ້ໃດແນວໃດວ່າ ຍາມໃດຈຶ່ງຈະຮອດເວລາປ່ຽນວຽກເຮັດ ລອງມາເບິ່ງນຳກັນວ່າທ່ານມີ 7 ສັນຍານເຫຼົ່ານີ້ບໍ່?.​ ບໍ່ມັກວຽກທີ່ເຮັດ: ຖ້າຫາກຄວາມບໍ່ມັກວຽກພຽງຢ່າງດຽວ ອາດຈະບໍ່ທີ່ສຸດຍັງພໍເຮັດໄດ້ ບໍ່ໄດ້ລຳບາກໃຈຫຼາຍ ກໍອາດຈະຍັງຢູ່ໃນລະດັບທີ່ຮັບມືໄດ້ຕໍ່ໄປ ແຕ່ຖ້າລະດັບຂອງຄວາມບໍ່ມັກແບບຮຸນແຮງຫຼາຍ ຈົນໃຊ້ຄຳວ່າຝືນໃຈໄປເຮັດວຽກຊື່ໆ, ຂາດແຮງຈູງໃຈ ຖ້າແຕ່ຮອດທ້າຍອາທິດ, ຂໍໃຫ້ຮອດເວລາເລີກວຽກໄວ້ໆໃຫ້ໝົດແຕ່ລະມື້ເທົ່ານັ້ນ ຫາກທ່ານກຳລັງຮູ້ສຶກວ່າ ບ່ອນເຮັດວຽກຂອງທ່ານເປັນບ່ອນທີ່ເຮັດໃຫ້ທ່ານບໍ່ມີຄວາມສຸກທີ່ສຸດໃນໂລກ ນີ້ແຫຼະຄືສັນຍານວ່າ ອາດຈະຮອດເວລາປ່ຽນບ່ອນເຮັດວຽກໄດ້ແລ້ວ. ເຂົ້າກັບວັດທະນະທຳຂອງບ່ອນເຮັດວຽກບໍ່ໄດ້: ບາງຄັ້ງທ່ານອາດບໍ່ມີບັນຫາກັບວຽກງານ ແຕ່ມີບັນຫາກັບເພື່ອນຮ່ວມງານ, ຫົວໜ້າ ຫຼື ອາດຈະເຂົ້າກັບວັດທະນະທຳຂອງອົງກອນບໍ່ໄດ້ເລີຍ ຄືກັນກັບສຸພາສິດທີ່ເວົ້າວ່າ “ຄັບທີ່ຢູ່ໄດ້ ຄັບໃຈຢູ່ຍາກ” ຖ້າສັງຄົມໃນບ່ອນເຮັດວຽກບໍ່ເອື້ອອໍານວຍໃຫ້ທ່ານເປັນຕົວຂອງຕົນເອງ ຫຼື ມີແຕ່ຈະເຮັດໃຫ້ທ່ານບໍ່ສະບາຍໃຈ ຕ້ອງຝືນຄວາມຮູ້ສຶກຕົວເອງຢູ່ຕະຫຼອດເວລາ ກໍບໍ່ມີຄວາມຈຳເປັນຕ້ອງທົນຕໍ່ໄປ ອົງກອນແຕ່ລະບ່ອນກໍມີຄວາມແຕກຕ່າງກັນໄປ ອາດຈະມີບ່ອນອື່ນທີ່ເໝາະສົມກັບທ່ານໄດ້. ບໍ່ມີໂອກາດກ້າວໜ້າ: ເຮັດວຽກມາຫຼາຍປີ ປະສົບການຫຼາກຫຼາຍ ຜົນງານກໍຢູ່ໃນຂັ້ນດີ ແຕ່ຍັງຢູ່ຕໍາແໜງເກົ່າ ບໍ່ເຄີຍໄດ້ເລື່ອນຂຊັ້ນຕໍາແໜ່ງຄືຄົນອື່ນ ບາງຄັ້ງມີຄົນໃໝ່ເຂົ້າມາເຮັດວຽກກັບກ້າວໜ້າກວ່າເຮົາ, ປຶກສາກັບຫົວໜ້າແລ້ວກໍຍັງບໍ່ມີຄວາມປ່ຽນແປງ ມີແຕ່ຄຳສັນຍາທີ່ບໍ່ເຄີຍເກີດຂຶ້ນຈິງ ທ່ານອາດຈະຕ້ອງພິຈາລະນາໄປກ້າວໜ້າໃນບ່ອນອື່ນໄດ້ແລ້ວ. ບໍ່ມີໂອກາດໃຫ້ທ່ານສະແດງຄວາມສາມາດ ຫຼື ຮຽນຮູ້ເພີ່ມ: ທ່ານມີຄວາມຮູ້ຄວາມສາມາດຫຼາກຫຼາຍແຕ່ບໍ່ໄດ້ໃຊ້ຈົນເລີ່ມຮູ້ສຶກເບື່ອ, ຮູ້ສຶກວ່າງວຽກ ແລະ ວຽກທີ່ທ່ານເຮັດນີ້ບໍ່ມີຄວາມໝາຍ ຖ້າທ່ານມີຄວາມຮູ້ສຶກນີ້ລອງປຶກສາຫົວໜ້າກ່ອນ ...

Read More »

ມາເບິ່ງ!!! 6 ພຶດຕິກຳ ທີ່ເຮັດໃຫ້ ເຮັດວຽກ ບໍ່ກ້າວໜ້າ.

ມັກວິພາກວິຈານ (ເວົ້າແຕ່ບໍ່ເຮັດ): ຫຼາຍຄົນມັກເປັນປະເພດວິຈານດີເດັ່ນ ມັກອອກຄໍາຄິດເຫັນ ແບບມີແຕ່ເວົ້າ ແຕ່ບໍ່ມີຜົນງານອອກມາໃຫ້ເຫັນ ນິດໄສແບບນີ້ບໍ່ດີຕໍ່ການພັດທະນາຕົວເອງ ຖ້າຫາກທ່ານຢາກກ້າວໜ້າໃນວຽກງານກໍຕ້ອງໝັ່ນຄິດໃຫ້ຫຼາຍແລ້ວລົງມືເຮັດທັນທີ. 2. ເຮັດວຽກແບບເກົ່າໆຊໍ້າໆ: ພະນັກງານປະຈໍາຫຼາຍໆຄົນທີ່ໄດ້ຮັບໜ້າທີ່ມອບໝາຍແບບເກົ່າໆຊໍ້າກັນຈົນລຶ້ງເຄີຍ ບາງຄົນ 5 ປີແລ້ວເຮັດແບບໃດ ປັດຈຸບັນກໍຍັງເຮັດແບບນັ້ນຄືເກົ່າ ຈົນເຮັດໃຫ້້ເກີດຄວາມລຶ້ງເຄີຍ ຈົນບໍ່ມີການຄົ້ນຄິດຄົ້ນຫາວິທີການເຮັດວຽກແບບໃໝ່ໆໃນການເຮັດວຽກ ສະນັ້ນ, ກໍຢ່າລືມຫາຄວາມຮູ້ຮອບຕົວ ເພື່ອເພີ່ມຄວາມຮູ້ຄວາມສາມາດໃນການເຮັດວຽກໃຫ້ຫຼາຍຂຶ້ນ. 3. ຂາດຄວາມໝັ້ນໃຈ ບໍ່ກ້າຕັດສິນໃຈ: ຖ້າຂາດສິ່ງນີ້ ຖືວ່າຈະເປັນອຸປະສັກ ທີ່ຈະເຮັດໃຫ້ທ່ານບໍ່ສາມາດເລື່ອນຕໍ່າແໜງໄດ້ ເພາະທ່ານບໍ່ສາມາດຕັດສິນໃຈໄດ້ຢ່າງເດັດຂາດ ຫຼາຍຄົນຢ້ານຜົນຈາກການຕັດສິນໃຈຂອງຕົນເອງ (ເຖິງວ່າຈະຍັງບໍ່ເກີດຂຶ້ນກໍຕາມ) ຢ້ານວ່າ ຖ້າຫາກຕັດສິນໃຈລົງໄປແລ້ວເກີດຂໍ້ຜິດພາດໃນການເຮັດວຽກ ຈະກາຍເປັນບັນຫາໃຫຍ່ ເຊິ່ງແນວທາງແກ້ໄຂນັ້ນສາມາດເຮັດໄດ້ໂດຍການປຶກສາຫົວໜ້າ ໂດຍເລົ່າເຖິງບັນຫາ ແລະ ແນວທາງການຕັດສິນໃຈ. ທຳອິດທ່ານອາດຈະຍັງບໍ່ກ້າ ແຕ່ຖ້າໝັ່ນເຝິກຝົນ ໝັ່ນນຳສະເໜີແນວທາງການຕັດສິນໃຈໃຫ້ຫົວໜ້າໄດ້ຮັບຮູ້ເລື້ອຍໆ ຈະຊ່ວຍໃຫ້ທ່ານມີຄວາມໝັ້ນໃຈ ແລະ ກ້າຕັດສິນໃຈໃນທີ່ສຸດ. 4. ມັກເພິ່ງພາຄົນອື່ນຫຼາຍເກີນໄປ: ຫຼາຍຄົນມີເພື່ອນຮ່ວມງານທີ່ດີຄອຍຊ່ວຍເຫຼືອເຮັດໃຫ້ວຽກສໍາເລັດໄປດ້ວຍດີ ຫຼື ບາງຄົນໄດ້ທີມງານທີ່ດີ ມີບັນຫາກໍຈະມີຄົນຊ່ວຍເຫຼືອ ສິ່ງນີ້ອາດສົ່ງຜົນໃຫ້ທ່ານຕິດນິດໄສເພິ່ງພາຄົນອື່ນຫຼາຍຈົນເກີນໄປ ລອງປັບປ່ຽນເປັນການຂໍຄຳແນະນຳຈາກເພື່ອນຮ່ວມງານ, ຄ່ອຍໆຮຽນຮູ້ແລ້ວເຮັດດ້ວຍຕົນເອງເລື້ອຍໆຈະເປັນການດີກວ່າ. 5. ບໍ່ມີການວາງເປົ້າໝາຍໃນຊີວິດ: ຄົນເຮັດວຽກຫຼາຍໆຄົນມັກບໍ່ມີເປົ້າໝາຍໃນການເຮັດວຽກຂອງຕົນເອງ ຂໍພຽງແຕ່ໃຫ້ມີວຽກເຮັດກໍພໍ ເຊິ່ງຈຸດນີ້ຈະເຮັດໃຫ້ທ່ານຄ່ອຍໆກາຍເປັນຄົນບໍ່ມີຄວາມກະຕື້ລືລົ້ນເຮັດໃນສິ່ງໃໝ່ໆ ຖ້າຮູ້ຕົວວ່າກຳລັງເປັນແບບນີ້ລອງຕັ້ງເປົ້າໝາຍໃນການເຮັດວຽກແບບໄລຍະສັ້ນໆເຊັ່ນ: ພາຍໃນໜຶ່ງປີ ຈະຕ້ອງເພີ່ມຄວາມສາມາດການເຮັດວຽກໃຫ້ຫຼາຍຂຶ້ນ ສາມາດຊ່ວຍຫົວໜ້າເຮັດວຽກໄດ້ຢ່າງຄ່ອງແຄ້ວ ...

Read More »

ຢ່າລາອອກຈາກວຽກປະຈຳ ເພາະຄຳວ່າ ‘ຢາກເປັນນາຍຕົວເອງ’

ຍັງລອຍນໍ້າບໍ່ເປັນ ຢ່າຟ້າວໂດດນ້ຳ ເບື່ອຊີວິດລູກຈ້າງຊໍ່າໃດ ກໍ່ຢ່າຮີບຮ້ອນ ລາອອກມາເປີດກິດຈະການ ທຸລະກິດຄ້າຂາຍ ບໍ່ແມ່ນເລື່ອງງ່າຍ ແຕ່ເຖີງຈະບໍ່ງ່າຍກໍ່ສຳເລັດໄດ້ ຫາກຕັ້ງໃຈ ການເຮັດທຸລະກິດ ມັນມີຄວາມຮັບຜິດຊອບສູງກວ່າການແຕ່ງຕົວອອກໄປເຮັດວຽກແລ້ວຮັບເງິນທ້າຍເດືອນ ຕອນເຮັດວຽກເຮົາອາດສູ້ແຕ່ກັບວຽກງານ ຫຼື ເພື່ອນຮ່ວມງານ ບໍ່ດີ ພຽງບໍ່ເທົ່າໃດຄົນ ເປັນເຈົ້າຂອງທຸລະກິດຕ້ອງສູ້ກັບທຸກຄົນ, ທຸກຢ່າງ, ແມ້ແຕ່ສູ້ກັບໂຕເອງ ການເຮັດທຸລະກິດ ເປີດກິດຈະການມັນຄືກັບການລອຍນໍ້າເລີຍ. ມື້ນີ້ຖ້າເຈົ້າຍັງເປັນ ລູກນ້ອງທີ່ດີຂອງໃຜບໍ່ໄດ້ ແລະ ມື້ນີ້ຖ້າເຈົ້າຍັງເປັນ ພະນັກງານທີ່ດີຂອງບໍລິສັດບໍ່ໄດ້ ເປັນໄປບໍ່ໄດ້ເລີຍ ທີ່ເຈົ້າຈະເປັນເຈົ້າຂອງຮ້ານ, ເຈົ້າຂອງທຸລະກິດທີ່ດີໄດ້, ຫຼາຍຄົນທີ່ຮີບຮ້ອນ ລາອອກ ມາເປີດກິດຈະການຕາມຄວາມຝັນ ສຸດທ້າຍ ຜິດຫວັງພັງ ບໍ່ເປັນທ່າ, ເພາະລອຍນໍ້າຍັງບໍ່ແຂງ ແລ້ວຮີບໂດດລົງທະເລແຫ່ງຊີວິດແທ້ໆ ຄົນບາງຄົນຂາຍເຄື່ອງມາທັງຊີວິດ ຍັງຕອບບໍ່ໄດ້ເລີຍວ່າ:  ເປົ້າໝາຍຂອງທຸລະກິດຄືຫຍັງ​ ? ຮູ້ພຽງແຕ່ວ່າເປີດຮ້ານໄປວັນໆ ຂາຍເຄື່ອງໄປວັນໆ ດີກວ່າເປັນລູກຈ້າງເຂົາ ກ່ອນຈະຂີ່ບິກໄບ້ໄດ້ ມັນກໍ່ຕ້ອງເລີ່ມຈາກຂີ່ລົດຖີບມາກ່ອນ ມື້ໃດ ທີ່ເຈົ້າເກັ່ງໃນສາຍງານທີ່ເຮັດ ຈົນບໍ່ມີໃຜກ້າຈ້າງ ເມື່ອໃດ ທີ່ເຈົ້າສຳເລັດໃນໜ້າທີ່ວຽກງານ ທີ່ເຈົ້າຮັບຜິດຊອບໄດ້ຢ່າງດີ ເມື່ອນັ້ນຈະມີຄຳຕອບລໍຖ້າເຈົ້າຢູ່ ວ່າພ້ອມທີ່ຈະເປັນເຈົ້າຂອງທຸລະກິດ ຫຼື ບໍ່ ? ເຈົ້າຕ້ອງປະສົບຄວາມສຳເລັດ ໃນອາຊີບທີ່ເຈົ້າເຮັດໃຫ້ໄດ້ກ່ອນ ແລ້ວຈື່ງອອກໄປສ້າງຄວາມສຳເລັດໃໝ່ ...

Read More »