ການນຳໃຊ້ AI ເຂົ້າໃນທຸລະກິດ ແລະ ອຸດສາຫະກຳ ກໍຍັງພົບກັບບັນຫາເຫຼົ່ານີ້….

ເຖິງວ່າໃນປັດຈຸບັນ AI ຈະເຂົ້າມາຊ່ວຍໃຫ້ການເຮັດວຽກໃນອົງກອນຕ່າງໆດີຂຶ້ນ ແຕ່ກໍຍັງພົບກັບບັນຫາຢູ່ 2 ເລື່ອງຫຼັກໆຄື:

1. ການຊອກຫາພະນັກງານທີ່ມີຄວາມຊ່ຽວຊານດ້ານ AI ແລະ ການຈັດການຂໍ້ມູນ

2. ການລວບລວມຊຸດຂໍ້ມູນ (Data Collection) ໃຫ້ພຽງພໍສຳລັບໃຫ້ AI ທີ່ຈະມາປະມວນຜົນກ່ຽວກັບທຸລະກິດ ຫຼື ອຸດສາຫະກຳຂອງເຮົາ.

ສຳລັບການແກ້ໄຂບັນຫາເລື່ອງຂອງພະນັກງານມີ 2 ວິທີຄື: 1. ການເຝີກອົບຮົມ ແລະ ພັດທະນາວິສາວະກອນໃນອົງກອນໃຫ້ມີຄວາມຮູ້ດ້ານ AI ຜ່ານຫຼັກສູດ ແລະ ສະຖາບັນທີ່ກ່ຽວຂ້ອງ, 2. ຊອກຫາບຸກຄະລາກອນທີ່ມີຄວາມຊ່ຽວຊານຢູ່ແລ້ວຈາກພາຍນອກຄວບຄູ່ກັນໄປ ເພື່ອໃຫ້ບໍລິສັດມີທີມດ້ານ AI ເພີ່ມຂຶ້ນ ແລະ ມີປະສິດທິພາບທີ່ດີໃຫ້ໄວຂຶ້ນ.

ສຳລັບກຸ່ມທຸລະກິດດ້ານອື່ນໆ ທີ່ໃຊ້ AI ມາຊ່ວຍໃນທຸລະກິດໃນປັດຈຸບັນໄດ້ແກ່: ທຸລະກິດບໍລິການສຸຂະພາບ, ທຸລະກິດກ່ຽວກັບລົດ,​ ທຸລະກິດດ້ານການເງິນ, ທຸລະກິດໂລເຈັດສຕິກ ແລະ ມີອີກຫຼາຍໆກຸ່ມທີ່ເລີ່ມຫັນມານຳໃຊ້ AI ເຊັ່ນ: ໂທລະຄົມມະນາຄົມ, ອະສັງຫາລິມະຊັບ ແລະ ກະສິກຳ.

ຕົວຢ່າງ: ຟາມລ້ຽງຫມູ ແຫ່ງໜຶ່ງໃນອາເມລິກາ  ໄດ້ມີການທົດລອງໂຄງການກ່ຽວກັບ AI ໄດ້ປະມານ 1 ປີ ໂດຍໃຊ້ AI ໃນການເບິ່ງຕິດຕາມພຶດຕິກຳຂອງຫມູໃນຟາມ ເພື່ອໃຫ້ຮັບຮູ້ຢ່າງວ່ອງໄວ ວ່າຫມູໂຕໃດສຸຂະພາບບໍ່ດີ ແລະ ຊ່ວຍຮັກສາຫມູໄວ້ທັນ ຫຼຸດອັດຕາການຕາຍຂອງຫມູ ແລະ ຄົງການຜະລິດ ລວມໄປເຖິງວຽກທີ່ຈຳເປັນຕ້ອງໃຊ້ AI ຄືການກວດສອບຂີ້ຫມູ ນຳອີກດ້ວຍ.

ພາກອຸດສາຫະກຳ ແລະ ພາກອົງກອນ AI ເລີ່ມເຂົ້າມາມີບົດບາດໃນທຸລະກິດຫຼາຍຂຶ້ນ ເນື່ອງຈາດມີຂໍ້ດີຊ່ວຍປະຫຍັດຕົ້ນທຶນ, ຊ່ວຍໃຫ້ການເຮັດວຽກມີປະສິດທິພາບຫຼາຍຂຶ້ນ ແລະ ຫຼຸດຈຳນວນແຮງງານຄົນທີ່ບໍ່ຈຳເປັນ ຫຼື ມາແທນວຽກງານບາງຢ່າງທີ່ຄົນບໍ່ສາມາດເຮັດໄດ້ ເຊິ່ງໃນອະນາຄົດເຮົາອາດຈະໄດ້ເຫັນການປ່ຽນແປງ ແລະ ສັກກະຍາພາບຂອງ AI ເພີ່ມຂຶ້ນ.​

ທີ່ມາ: www.digitalagemag.com

 

Comments