ເພີ່ມຄວາມຮູ້ ກ່ຽວກັບການລະບາດຂອງ ພະຍາດໂຄວິດ-19 ໃຫ້ສື່ມວນຊົນ

ໃນວັນທີ 26 ສິງຫາ 2021 ຢູ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມເຜີຍແຜ່ ສະພາບການລະບາດຂອງພະຍາດໂຄວິດ-19 ແລະ ທ່າອ່ຽງ ຂອງການລະບາດໃນອະນາຄົດ, ມາດຕະການທີ່ສໍາຄັນ ເພື່ອຢຸດຢັ້ງການລະບາດ ລວມທັງການກະກຽມຄວາມພ້ອມ ໃນການຮັບຮອງຜູ້ຕິດເຊື້ອ ທີ່ມີຈໍານວນເພີ່ມຂຶ້ນໃນແຕ່ລະວັນໃຫ້ສື່ມວນຊົນລາວ, ໂດຍການເປັນປະທານ ຂອງ ທ່ານ ຄໍາພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ມີຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ລາວ, ຜູ້ຕາງໜ້າສະຫະພາບເອີຣົບປະຈໍາລາວ, ມີຂະ ແໜງການກ່ຽວຂ້ອງ ຈາກກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າອົງການສື່ມວນຊົນອ້ອມຂ້າງສູນກາງ ເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 6 ຄົນ, people sitting, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ທ່ານ ຄໍາພົ້ວ ສຸດທິສົມບັດ ໄດ້ມີຄໍາເຫັນວ່າ: ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວເຮົາ, ກົມຟື້ນຟູໜ້າທີ່ການ ແມ່ນໜ່ວຍງານໜຶ່ງທີ່ເຮັດວຽກຮ່ວມກັບໜ່ວຍງານ ອື່ນໆ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19. ຂະນະດຽວກັນ, ບັນດາອົງການສື່ມວນຊົນ ກໍແມ່ນພາກສ່ວນໜຶ່ງ ທີ່ມີບົດບາດສໍາຄັນເພື່ອສະໜອງຂໍ້ມູນຂ່າວສານທີ່ມີ ຄວາມຖືກຕ້ອງ, ຄົບຖ້ວນ, ຊັດເຈນ ກ່ຽວກັບສະພາບການແຜ່ລະບາດ, ມາດຕະການປ້ອງກັນ ແລະ ແກ້ໄຂ ການລະບາດໃຫ້ສັງຄົມໄດ້ຮັບຮູ້ເລີກເຊິ່ງ ແລະ ກວ້າງຂວາງ. ທ່ານ ບົວແກ້ວ ສຸວັນທອງ ຮອງຫົວໜ້າກົມອານາໄມ ແລະ ສົ່ງເສີມ ສຸຂະພາບ ກະຊວງສາ ທາລະນະສຸກ ໄດ້ມີຄໍາເຫັນຕື່ມວ່າ: ພະຍາດໂຄວິດ-19 ສາມາດຕິດແຜ່ລາມໄດ້ຢ່າງໄວວາ ແລະສາມາດກາຍພັນ ອອກເປັນຫລາຍສາຍພັນ. ນີ້ຖືເປັນສິ່ງທ້າທາຍ ຕໍ່ວຽກງານສາທາລະນະສຸກ ໃນທົ່ວໂລກ. ສະນັ້ນ, ສື່ມວນຊົນຈະມີບົດບາດຫລາຍ ເພື່ອຊ່ວຍໂຄສະນາບັນດາມາດຕະການປ້ອງກັນຕ່າງໆຂອງລັດຖະບານ ກໍຄື ຄະນະສະເພາະກິດວາງອອກ ໃຫ້ສັງຄົມໄດ້ປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ.ໂອກາດນີ້, ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາລາວ ແລະ ຜູ້ຕາງໜ້າ ສະຫະພາບເອີ ຣົບປະຈໍາລາວ ໄດ້ປະກອບຄໍາເຫັນຕີລາຄາວ່າ: ໃນນາມຜູ້ຕາງໜ້າອົງການຄູ່ຮ່ວມພັດທະນາກັບລັດຖະ ບານລາວ ຂໍສະແດງຊົມເຊີຍ ຕໍ່ຄວາມພະຍາຍາມຂອງລັດຖະບານລາວ ໃນການຕອບໂຕ້ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ແລະ ເຫັນວ່າຫລາຍມາດຕະການທີ່ອອກມານັ້ນ ສາມາດຮັບມືຕໍ່ການລະບາດໃນແຕ່ລະໄລຍະໄດ້ລະດັບດີຫລາຍ.

ນອກຈາກໄດ້ເອົາໃຈໃສ່ສ້າງສູນຈໍາກັດບໍລິເວນເພື່ອຮອງຮັບແຮງງານ ທີ່ກັບມາຈາກຕ່າງປະເທດທີ່ພຽງພໍ, ການເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອຢູ່ບັນດາໂຮງໝໍຢູ່ສູນກາງ ແລະ ທ້ອງຖິ່ນ, ການສ້າງໂຮງໝໍສະໜາມ ເພື່ອຮອງຮັບການປິ່ນປົວຜູ້ຕິດເຊື້ອໄດ້ ຢ່າງທົ່ວເຖິງແລ້ວ, ລັດຖະບານ ໄດ້ມີຄວາມພະຍາຍາມໃນວຽກງານສັກວັກຊິນໃຫ້ ປະຊາຊົນໃນທົ່ວປະເທດໃຫ້ບັນລຸເປົ້າໝາຍທີ່ວາງໄວ້.ໃນໂອກາດນີ້, ຜູ້ຕາງໜ້າສູນວິເຄາະ ແລະ ລະບາດວິທະຍາ ແລະ ຜູ້ຕາງໜ້າຈາກກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ກໍໄດ້ຍົກ ໃຫ້ເຫັນສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ສະພາບການລະບາດຢູ່ ສປປ ລາວ, ສາເຫດຕົ້ນຕໍ ພາໃຫ້ເກີດລະ ບາດໃນຊຸມຊົນ ລວມເຖິງສະພາບການປິ່ນປົວ ແລະ ສະຖານທີ່ຮອງຮັບການປິ່ນປົວຜູ້ຕິດເຊື້ອຢູ່ລາວ, ໂດຍຊີ້ໃຫ້ເຫັນວ່າ: ພາຍຫລັງເກີດການລະບາດຂອງພະຍາດດັ່ງກ່າວຮອບສອງ ໃນໄລຍະເດືອນເມສາ 2021 ມານີ້, ສົມທົບການລະບາດຂອງໂຄວິດ-19 ຢ່າງຮຸນແຮງ ຢູ່ບັນດາປະເທດໃກ້ຄຽງ ໄດ້ເຮັດໃຫ້ແຮງງານລາວ ກັບຄືນປະເທດເປັນຈໍານວນຫລາຍ ແລະ ກວດພົບຜູ້ຕິດເຊື້ອພະຍາດດັ່ງກ່າວ ເຂົ້າມາເປັນຈໍານວນຫລາຍເຊັ່ນກັນ ແລະ ໃນວັນທີ 25 ສິງຫາ 2021 ພົບຜູ້ຕິດເຊື້ອມື້ດຽວ ເຖິງ 952 ຄົນ (ລວມທັງນໍາເຂົ້າ ແລະ ຊຸມຊົນ) ຖືວ່າເປັນຕົວເລກທີ່ໜ້າຕົກໃຈຫລາຍ. ຂະນະດຽວກັນ, ການກາຍພັນຂອງພະຍາດດັ່ງກ່າວ ໃນປັດຈຸບັນເຫັນວ່າ 94% ຂອງຜູ້ຕິດເຊື້ອ ແມ່ນບໍ່ສະແດງອາການ, ເຊິ່ງຈຸດນີ້ເປັນສິ່ງທີ່ອັນຕະລາຍສົມຄວນ.

ແນວໃດກໍຕາມ, ກອງປະຊຸມແລກປ່ຽນຄວາມຮູ້ຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ເຫັນດີເປັນເອກະພາບກັນສືບຕໍ່ເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບພະຍາດດັ່ງກ່າວ ແລະ ເຫັນວ່າຕ້ອງເພີ່ມທະວີການໂຄສະນາບັນດາມາດຕະການຕ່າງໆ ໃຫ້ປະຊາຊົນ ກໍຄື ສັງຄົມ ໃຫ້ຮັບຮູ້ຢ່າງກວ້າງຂວາງ, ໂດຍສະເພາະ ຢຸດຊຸມແຊວສັງສັນ, ບໍ່ຢູ່ຮ່ວມກັນຢ່າງແອອັດ, ການຮັກສາໄລຍະຫ່າງ, ໝັ້ນລ້າງມື, ໃສ່ຜ້າອັດປາກ-ດັງ ເປັນປະຈໍາ ແລະ ປະຕິບັດມາດຕະການປ້ອງກັນ ຕ່າງໆ ທີ່ຄະນະສະເພາະກິດຢ່າງເຂັ້ມງວດ ຄື ມາດຕະການຈະຊ່ວຍໃຫ້ການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ ແລະ ໝົດໄປເທື່ອລະກ້າວ.ຂ່າວ-ຮູບ: ສຸພະສະຫວັນ

Comments