ສປປ ລາວ-ສ ເກົາຫລີ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີ, ທ່ານ ຈອງ ອຸຍຢອງ (H.E. Mr. Chung Eui-yong), ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໃນລະຫວ່າງ ວັນທີ 28-29 ສິງຫາ 2021.

ໃນວັນທີ 28 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ໄດ້ມີການພົບປະສອງຝ່າຍລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອງ ອຸຍຢອງ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫລີ ໃນໂອກາດນີ້,ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ຕ່າງປະເທດ ສ.ເກົາຫລີ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ທ່ານ ຈອງ ອຸຍຢອງ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີຕ່າງປະເທດ ສ ເກົາຫລີ ຄົນ ໃໝ່ໃນ ເດືອນກຸມພາ 2021 ຜ່ານມາ.

May be an image of 2 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງ ແລະ ທົບທວນຄືນການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ, ໄດ້ມີການແລກປ່ຽນການຢ້ຽມຢາມ ມີການແລກປ່ຽນສານຊົມເຊີຍໃນໂອກາດຕ່າງໆ ລະຫວ່າງ ການນຳຂັ້ນສູງຂອງສອງປະເທດເປັນແຕ່ລະໄລຍະ; ການພົວພັນຮ່ວມມືສອງຝ່າຍນັບມື້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຫລາຍດ້ານ ແລະ ຫລາຍລະດັບນັບແຕ່ສູນກາງລົງຮອດທ້ອງຖິ່ນ ເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບ ພະຍາກອນມະນຸດ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ເຕັກໂນໂລຊີ, ການສຶກສາ ແລະ ອື່ນໆ. ການລົງທຶນຂອງ ສ ເກົາຫລີ ໄດ້ຈັດຢູ່ອັນດັບທີ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ມີທັງໝົດ 299 ໂຄງການ, ລວມມູນຄ່າ 790 ກວ່າລ້ານໂດລາສະຫະລັດ, ມູນຄ່າການຄ້າສອງຝ່າຍບັນລຸ 113 ລ້ານໂດລາສະຫະລັດ, ໃນນັ້ນມູນຄ່າການສົ່ງອອກ 59 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າ 54 ລ້ານໂດລາສະຫະລັດ (ຂໍ້ມູນໃນປີ 2019 ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19). ສອງຝ່າຍໄດ້ພ້ອມກັນສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການຈັດບັນດາກິດຈະກໍາສະເຫລີມສະຫລອງຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນກັນທູດນໍາກັນໃນປີ 2020 ຜ່ານມາພາຍໃຕ້ບັນຍາກາດອັນຄຶກຄື້ນມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ, ເຖິງແມ່ນວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການໄປມາຫາສູ່ຊຶ່ງກັນ ແລະ ກັນຫລຸດໜ້ອຍຖອຍລົງກໍ່ຕາມ. ພ້ອມນີ້, ສອງຝ່າຍກໍໄດ້ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນກັນ ແລະ ສະເໜີໃຫ້ສືບຕໍ່ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິໃນອະນາຄົດ, ເປັນຕົ້ນການກະກຽມໃຫ້ແກ່ການເດີນທາງຢ້ຽມຢາມທາງການ ສ. ເກົາຫລີ ຂອງນາຍົກ ລັດຖະມົນຕີແຫ່ງສປປລາວ; ສືບຕໍ່ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດບັນ ດາເອກະສານທີ່ລົງນາມຮ່ວມກັນໃນ ປີ 2019 ເຊັ່ນ: ການຮ່ວມມືຂະແໜງ ICT, ອຸດສາຫະກໍາ ແລະການຄ້າ, ກະສິກໍາ ແລະ ການພັດທະນາເສດຖະກິດ, ກໍຄືເອກະສານການຮ່ວມມືດ້ານລະບົບຂໍ້ມູນການຄຸ້ມຄອງບໍລິຫານທ່າເຮືອ, ສິດທິດ້ານຊັບສິນທາງປັນຍາ, ດ້ານວິຊາການ ແລະ ວິຊາຊີບ.

May be an image of 1 ຄົນ ແລະ ໃນຮົ່ມ

ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາ ຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ແກ່ ສປປ ລາວ ໃນໄລຍະຜ່ານມາ, ຊຶ່ງຈັດຢູ່ໃນອັນດັບຕົ້ນໆຂອງປະເທດ ທີ່ໃຫ້ການຊ່ວຍເຫລືອເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ, ລວມທັງການຊ່ວຍເຫລືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ຊຶ່ງມີມູນຄ່າຫລາຍກວ່າ 3,5 ລ້ານໂດລາສະຫະລັດ.ໂອກາດດຽວກັນ, ທ່ານ ຈອງ ອຸຍຢອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ສະແດງທັດສະນະຕໍ່ຄວາມໝາຍໝັ້ນຂອງລັດຖະບານ ສ ເກົາຫລີ ໃນການຜັນຂະຫຍາຍນະໂຍບາຍຫັນສູ່ທິດໃຕ້ໃໝ່ (New Southern Policy) ທີ່ຖືສໍາຄັນຕໍ່ການພົວພັນ ແລະ ຮ່ວມມືກັບ ສປປ ລາວ ກໍຄື ບັນດາປະເທດສະມາຊິກອາຊຽນເພີ່ມຂຶ້ນ, ໂດຍສະເພາະການສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ.ຂ່າວ: ກຕທພາບ: ເກດສະໜາ

Comments